ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ສະຕິປັຕຖານສີ່ເປັນເຄື່ອງລະປຸບພັນຕະ
ອະປະຣັນຕະສະຫະຄະຕະທິຕຖິນິສສັຍ
ຈຸນທະ ! ສະຕິປັຕຖານ ໔ ປະການ ເຮົາສະແດງແລ້ວ ບັນຍັຕແລ້ວເຊັ່ນນີ້ ເພື່ອລະເສຍ ເພື່ອກ້າວຂ້າມເສຍ ຊຶ່ງທິຕຖິນິສສັຍທັງຫຼາຍ ທັງປະເພດທີ່ສະຫະຣະຄະຕະດ້ວຍປຸບພັນຕະຂັນທ໌ ແລະປະເພດທີ່ສະຫະຣະຄະຕະດ້ວຍ ອະປະຣັນຕະຂັນທ໌໑ ເຫຼົ່ານັ້ນ.
ສະຕິປັຕຖານ ໔ ປະການ ເຫຼົ່າໃດໜໍ ? ຈຸນທະ ! ສີ່ປະການຄື : ພິກຂຸໃນກໍລະນີນີ້ ເປັນຜູ່ມີປົກກກະຕິ ຕາມເຫັນກາຍໃນກາຍ ຢູ່ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ກໍາຈັດອະພິຊຊາ ແລະ ໂທມະນັສສະໃນໂລກອອກເສຍໄດ້ ; ເປັນຜູ່ມີປົກກະຕິ ຕາມເຫັນເວທະນາໃນເວທະນາທັງຫຼາຍ ຢູ່ ມີຄວາມພຽນເຜົາ
ກິເລສ ມີສັມປະຊັນຍະ ມີສະຕິ ກໍາຈັດອະພິຊຊາ ແລະ ໂທມະນັສສະໃນໂລກອອກເສຍໄດ້ ; ເປັນຜູ່ມີປົກກະຕິ ຕາມເຫັນຈິຕໃນຈິຕ ຢູ່ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ກໍາຈັດອະພິຊຊາ ແລະ ໂທມະນັສສະໃນໂລກອອກເສຍໄດ້ ; ເປັນຜູ່ມີປົກກະຕິ ຕາມເຫັນທັມໃນທັມທັງຫຼາຍ ຢູ່ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ກໍາຈັດອະພິຊຊາ ແລະ ໂທມະນັສສະໃນໂລກອອກເສຍໄດ້.
໑. ຄໍາວ່າ “ທິຕຖິນິສສັຍທີ່ສະຫະຣະຄະຕະດ້ວຍປຸບພັນຕະຂັນທ໌” ແລະ “ທິຕຖິນິສສັຍທີ່ສະຫະຣະຄະຕະດ້ວຍ
ອະປະຣັນຕະຂັນທ໌” ເບິ່ງລາຍລະອຽດໃນຂໍ້ຄວາມຕອນທີ່ວ່າ [ໝວດ ໑ ປຸບພັນຕະກັບປິວາດ ໑໘ ປະການ]
ແລະ ຂໍ້ຄວາມຕອນທີ່ວ່າ [ໝວດ ໒ ອັປປະຣັນຕະກັບປິວາດ ໔໔ ປະການ] ໃນໜັງສື
ປຕິຈຈ. ໂອ. ຢູ່ທີ່ໜ້າ ໗໓໒–໗໔໗ ແລະ ຢູ່ທີ່ໜ້າ ໗໕໐-໗໖໕.
໑໒໖໘ ອະຣິຍະສັຈຈ໌ຈາກພຣະໂອຖະ
ຈຸນທະ ! ສະຕິປັຕຖານ ໔ ປະການເຫຼົ່ານີ້ແລ ອັນເຮົາສະແດງແລ້ວ ບັນຍັຕແລ້ວເຊັ່ນນີ້ ເພື່ອລະເສຍ ເພື່ອກ້າວຂ້າມເສຍ ຊຶ່ງທິຕຖິນິສສັຍທັງຫຼາຍ ທັງປະເພດທີ່ສະຫະຣະຄະຕະດ້ວຍປຸບພັນຕະຂັນທ໌ ແລະ ປະເພດທີ່ສະຫະຣະຄະຕະດ້ວຍ
ອະປະຣັນຕະຂັນທ໌ເຫຼົ່ານັ້ນ ດ້ວຍອາການດັ່ງນີ້.
- ປາ. ທີ. ໑໑/໑໕໕/໑໒໘.
(ພິກຂຸຜູ່ມີສະຕິປັຕຖານທັງສີ່ຢູ່ ຍ່ອມບໍ່ມີຄວາມຮູ້ສຶກວ່າມີສັຕ ບຸຄຄົນ ໂຕຕົນ ເຮົາ ເຂົາ ; ດັ່ງນັ້ນ ຈຶ່ງບໍ່ມີທາງທີ່ຈະເກີດຄວາມເຫັນວ່າ ອັຕຕາ ແລະ ໂລກເປັນຂອງທ່ຽງ ດັ່ງນີ້ເປັນຕົ້ນ ຊຶ່ງເຮັດໃຫ້ເກີດທິຕຖິວ່າອັຕຕາມີໃນພົບກ່ອນ ອັຕຕາມີໃນພົບຫຼັງ).
ການຈະເຣີນສະຕິປັຕຖານເປັນອາການຮັກສາທັງຕົນເອງ ແລະຜູ່ອື່ນ
ພິກຂຸ ທ. ! ເລື່ອງເຄີຍມີມາແລ້ວໃນກາລກ່ອນ : ບຸຣຸສຈັນທານວັງສິກະ໑ ຍົກໄມ້ຈັນທານວັງສະຕັ້ງຂຶ້ນ ແລ້ວຮ້ອງສັ່ງຜູ່ຊ່ວຍ ຊຶ່ງເຮັດໜ້າທີ່ຖືຖາດນໍ້າມັນຂອງເຂົາ ດ້ວຍຄໍາວ່າ “ເພື່ອນຖາດນໍ້າມັນ ! ຈົ່ງມາ, ຈົ່ງຂຶ້ນໄປສູ່ໄມ້ຈັນທານວັງສະ ແລ້ວຊົງໂຕຢູ່ໃນທາງເທິງແຫ່ງລໍາໂຕຂອງເຮົາ” ດັ່ງນີ້. ພິກຂຸ ທ. ! ບຸຣຸສເມດະກະຖາລິກະ ຜູ່ຊ່ວຍຂອງເຂົາຮັບຄໍາວ່າ “ໂດຍ ອາຈາຣຍ໌” ແລ້ວຂຶ້ນໄປສູ່ໄມ້ຈັນທານວັງສະ ດໍາຣົງໂຕຢູ່ທາງເທິງແຫ່ງລໍາໂຕຂອງອາຈາຣຍ໌.
ພິກຂຸ ທ. ! ລໍາດັບນັ້ນ ຈັນທານວັງສິກະບຸຣຸສຜູ່ເປັນອາຈາຣຍ໌ ໄດ້ກ່າວແກ່ເມດະກະຖາລິກະບຸຣຸສ ຊຶ່ງເປັນຜູ່ຊ່ວຍຂອງເຂົາວ່າ “ສະຫາຍເມດະກະຖາລິກະເອີຍ ! ທ່ານຈົ່ງຮັກສາຊຶ່ງເຮົາ ເຮົາກໍຈັກຮັກສາຊຶ່ງທ່ານ ; ເຮົາຄຸ້ມຄອງຮັກສາຊຶ່ງກັນ ແລະ ກັນຢູ່ເຊັ່ນນີ້ ຈັກໄດ້ສະແດງຊຶ່ງສິລະປະດ້ວຍ ຈັກໄດ້ລາບດ້ວຍ ແລະ ຈັກລົງຈາກໄມ້ຈັນທານວັງສະໄດ້ ໂດຍສະຫວັດດີດ້ວຍ”.
໑. ນັກສະແດງກາຢະກັມ ດ້ວຍການຍົກໄມ້ໄຜ່ຊັນຕັ້ງຂຶ້ນ ສົ້ນກົກໄມ້ຕັ້ງຈໍ້າທີ່ຫົວ ຫຼື ເອິກ ຕາມທີ່ຕົນຕ້ອງການ
ສະແດງ ແລ້ວມີບຸຣຸສຖືຖາດນໍ້າມັນໄປຊົງໂຕຢູ່ເທິງປາຍໄມ້ ; ເປັນສິລະປະຫາລ້ຽງຊີບຂອງຄົນນອກວັນນະ
ຫຼືວັນນະຕໍ່າ ຊຶ່ງເອີ້ນກັນວ່າພວກຈັນທານ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໖໙








