ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ສະນັ້ນ ເປັນອັນກ່າວສືບຕໍ່ໄປວ່າ ເພາະມີຄວາມຊໍານານ ຫຼືຄວາມເຄີຍຊິນໃນການກໍານົດສິ່ງໃດສິ່ງໜຶ່ງຢູ່ທຸກລົມຫາຍໃຈເຂົ້າ-ອອກ ມາແລ້ວແຕ່ໃນຂັ້ນກ່ອນ ໃນຂັ້ນນີ້ຍ່ອມມີການກໍານົດອາຣົມແຫ່ງອະຣູປະສະມາບັຕ ແລະຄວາມສະງົບອັນເກີດຈາກອະຣູປະສະມາບັຕ ຕະຫຼອດເຖິງການພິຈາຣະນາ ຫຼືປັຈຈະເວກໃນອາການທັງຫຼາຍແຫ່ງອະຣູປະສະມາບັຕ ຢູ່ທຸກລົມຫາຍໃຈເຂົ້າ-ອອກ ທັງໂດຍມີຄວາມຮູ້ສຶກໂຕ ແລະ ບໍ່ມີຄວາມຮູ້ສຶກໂຕ ຄືທັງໂດຍກົງແລະໂດຍອ້ອມອີກນັ້ນເອງ).

ດ. ເປັນເຫຕໃຫ້ໄດ້ສັນຍາເວທະຢິຕະນິໂຣດ

ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ຖ້າພິກຂຸປາຖນາວ່າ “ເຮົາຈົ່ງກ້າວຂ້າມຊຶ່ງເນວະສັນຍານາສັນຍາຢະຕະນະເສຍໄດ້ ໂດຍປະການທັງປວງ ເຂົ້າເຖິງ ສັນຍາເວທະຢິຕະນິໂຣດ ແລ້ວແລຢູ່ເຖີ້ນ” ດັ່ງນີ້ແລ້ວ ; ອານາປານະສະຕິສະມາທິນີ້ແຫຼະ ອັນພິກຂຸນັ້ນ ຈົ່ງຕັ້ງໄວ້ໃນໃຈໃຫ້ເປັນຢ່າງດີ.

(ຂໍ້ນີ້ໝາຍຄວາມວ່າ ມີການເຮັດເນວະສັນຍານາສັນຍາຢະຕະນະ ໃຫ້ເກີດຂຶ້ນໄດ້ຢ່າງໝັ້ນຄົງ ແລ້ວລະຄວາມຮູ້ສຶກທີ່ເປັນ ເນວະສັນຍານາສັນຍາຢະຕະນະນັ້ນເສຍ ນ້ອມຈິຕໄປສູ່ຄວາມລະງັບທີ່ຍິ່ງໄປກວ່ານັ້ນອີກ ຄືການດັບສັນຍາແລະເວທະນາເສຍ ດ້ວຍການເຮັດບໍ່ໃຫ້ເຈຕະສິກຊື່ສັນຍາ ແລະເຈຕະສິກຊື່ເວທະນາ ໄດ້ເຮັດໜ້າທີ່ຂອງຕົນຕາມປົກກະຕິ ແຕ່ປະການໃດເລີຍ. ຄວາມຮູ້ສຶກທີ່ເປັນສັນຍາແລະເວທະນາ ຕາມປົກກະຕິທັມມະດາຈຶ່ງບໍ່ປາກົດ. ເອີ້ນວ່າເປັນສັນຍາເວທະຢິຕະນິໂຣດ ຄືຄວາມດັບໄປແຫ່ງສັນຍາແລະເວທະນາ ຕະຫຼອດເວລາເຫຼົ່ານັ້ນ ຊຶ່ງເອີ້ນກັນສັ້ນໆວ່າ ເຂົ້າສູ່ນິໂຣດສະມາບັຕ ຫຼື ເອີ້ນສັ້ນຈົນເຖິງກັບວ່າເຂົ້ານິໂຣດເສີຍໆ. ການປະພຶຕອັນນີ້ຕັ້ງຕົ້ນຂຶ້ນດ້ວຍ ອານາປານະສະຕິສະມາທິ ດັ່ງນັ້ນ ຈຶ່ງກ່າວວ່າສໍາເລັດມາຈາກອານາປານະສະຕິ).

ທັງໝົດນີ້ເປັນການສະແດງວ່າ ອານາປານະສະຕິນັ້ນ ນອກຈາກຈະໃຊ້ເປັນເຄື່ອງມືສໍາລັບປະຕິບັຕເພື່ອເຮັດອາສະວະໃຫ້ດັບສິ້ນໂດຍກົງແລ້ວ ຍັງສາມາດໃຊ້ເປັນເຄື່ອງມື ເພື່ອການປະຕິບັຕທີ່ດໍາເນີນໄປໃນທາງຝ່າຍຈິຕ ຫຼື ຝ່າຍສະມະຖະໂດຍສ່ວນດຽວ ຈົນວ່າເຖິງສັນຍາເວທະຢິຕະນິໂຣດໄດ້ ດ້ວຍອາການດັ່ງນີ້ ແລະ ພ້ອມກັນນັ້ນ ຊຶ່ງບໍ່ຈໍາເປັນຕ້ອງກ່າວວ່າເປັນໄປໃນທາງໃດ ແຕ່ເປັນປະໂຍຊນ໌ທົ່ວໄປສໍາລັບການປະຕິບັຕທຸກແນວກໍຄື ການຢູ່ດ້ວຍອານາປານະສະຕິນັ້ນ ບໍ່ລໍາບາກກາຍ ແລະ ບໍ່ລໍາບາກຕາ ຊຶ່ງນັບວ່າເປັນການພັກຜ່ອນຢູ່ໃນຕົນເອງ ເປັນຢ່າງຍິ່ງຢູ່ແລ້ວ ນັບວ່າເປັນອານິສົງສ໌ພິເສດສ່ວນໜຶ່ງ ຂອງອານາປານະສະຕິ.

- ມຫາວາຣ. ສັງ. ໑໙/໔໐໐-໔໐໔/໑໓໒໗-໑໓໔໕.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໕໗

ຕ. ສາມາດກໍາຈັດບາບອະກຸສົລທຸກທິສທາງ

ອານົນທ໌ ! ປຽບເໝືອນກອງຝຸ່ນໃຫຍ່ ມີຢູ່ທີ່ຫົນທາງໃຫຍ່ ໔ ແຍກ ຖ້າກວຽນ ຫຼືລົດ ທີ່ມາຈາກທິສຕາເວັນອອກ ກໍບົດໝຸ່ນກອງຝຸ່ນນັ້ນ, ຖ້າກວຽນ ຫຼືລົດ ທີ່ມາຈາກທິສຕາເວັນຕົກ ກໍບົດໝຸ່ນກອງຝຸ່ນນັ້ນ, ຖ້າກວຽນ ຫຼືລົດ ທີ່ມາຈາກທິສເໜືອ ກໍບົດໝຸ່ນກອງຝຸ່ນນັ້ນ, ຖ້າກວຽນ ຫຼືລົດ ທີ່ມາຈາກທິສໃຕ້ ກໍບົດໝຸ່ນກອງຝຸ່ນນັ້ນ ນີ້ເຊັ່ນໃດ ; ອານົນທ໌ ! ເມື່ອບຸຄຄົນມີປົກກະຕິ ຕາມເຫັນກາຍໃນກາຍ ຢູ່ເປັນປະຈໍາ ຍ່ອມ ກໍາຈັດບາບອະກຸສົລທັມທັງຫຼາຍ ໂດຍແທ້, ເມື່ອບຸຄຄົນມີປົກກະຕິ ຕາມເຫັນເວທະນາໃນເວທະນາທັງຫຼາຍ ຢູ່ເປັນປະຈໍາ ຍ່ອມ ກໍາຈັດບາບອະກຸສົລທັມທັງຫຼາຍ ໂດຍແທ້, ເມື່ອບຸຄຄົນມີປົກກະຕິ ຕາມເຫັນຈິຕໃນຈິຕ ຢູ່ເປັນປະຈໍາ ຍ່ອມ ກໍາຈັດບາບອະກຸສົລທັມທັງຫຼາຍ ໂດຍແທ້, ເມື່ອບຸຄຄົນມີປົກກະຕິ ຕາມເຫັນທັມໃນທັມທັງຫຼາຍ ຢູ່ເປັນປະຈໍາ ຍ່ອມ ກໍາຈັດບາບອະກຸສົລທັມທັງຫຼາຍ ໂດຍແທ້, ເຊັ່ນນັ້ນເໝືອນກັນ.

- ມຫາວາຣ. ສັງ. ໑໙/໔໑໑/໑໓໖໒.

ອານິສົງສ໌ພິເສດແຫ່ງອານາປານະສະຕິ

ກ. ກາຍບໍ່ສັ່ນຄອນ

(ຄັ້ງໜຶ່ງພຣະຜູ່ມີພຣະພາຄເຈົ້າ ໄດ້ທອດພຣະເນດເຫັນພຣະມະຫາກັບປິນະ ຜູ່ມີກາຍບໍ່ສັ່ນຄອນແລ້ວ ໄດ້ຕຣັດແກ່ພິກຂຸທັງຫຼາຍວ່າ :)

ພິກຂຸ ທ. ! ພວກເຈົ້າເຫັນຄວາມຫວັ່ນໄຫວ ຫຼື ຄວາມສັ່ນຄອນແຫ່ງກາຍຂອງມະຫາກັບປິນະແດ່ຫຼືບໍ່ ?

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ