ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ຖ້າພິກຂຸປາຖນາວ່າ “ເພາະກ້າວຂ້າມຮູບສັນຍາເສຍໂດຍປະການທັງປວງ ເພາະຄວາມດັບໄປແຫ່ງປະຕິຄະສັນຍາທັງຫຼາຍ ເພາະການບໍ່ເຮັດໃນໃຈຊຶ່ງນານັຕຕະສັນຍາມີປະການຕ່າງໆ ເຮົາຈົ່ງເຂົ້າເຖິງ
ອາກາສານັນຈາຢະຕະນະ ອັນມີການເຮັດໃນໃຈວ່າອາກາສບໍ່ມີທີ່ສຸດ ດັ່ງນີ້ ແລ້ວແລຢູ່ເຖີ້ນ” ດັ່ງນີ້ແລ້ວ ; ອານາປານະສະຕິສະມາທິນີ້ແຫຼະ ອັນພິກຂຸນັ້ນຈົ່ງຕັ້ງໄວ້ໃນໃຈໃຫ້ເປັນຢ່າງດີ.
(ຂໍ້ນີ້ໝາຍຄວາມວ່າ ອານາປານະສະຕິສະມາທິ ສາມາດອໍານວຍໃຫ້ເກີດອາກາສາ
ນັນຈາຢະຕະນະໄດ້ ໂດຍເມື່ອເຮັດຮູບຊານໃຫ້ເກີດຂຶ້ນແລ້ວ ກໍານົດນິມິຕຄືລົມຫາຍໃຈໂດຍແຈ່ມແຈ້ງແລ້ວ ເຮັດການເລີກຖອນລົມຫາຍໃຈອອກໄປເສຍຈາກນິມິຕ ເຫຼືອຄວາມຫວ່າງຢູ່ແທນ ແລະ ຄວາມຫວ່າງນັ້ນ ຕັ້ງຢູ່ໃນຖານະເປັນອາຣົມອະຣູປະສະມາບັຕຂັ້ນທີໜຶ່ງໃນບ່ອນນີ້ ເຖິງວ່າເຮັດແນວນີ້ ກໍກ່າວໄດ້ວ່າ ອາກາສານັນຈາຢະຕະນະນັ້ນ ສືບເນື່ອງມາຈາກອານາປານະສະຕິໂດຍກົງ. ຖ້າຈໍາເປັນຈະຕ້ອງສົງເຄາະ ອະຣູປະສະມາບັຕ ເຂົ້າໃນອານາປານະສະຕິວັຕຖຸ ໑໖ ແລ້ວ ຄວນສົງເຄາະເຂົ້າໃນອານາປານະສະຕິຂັ້ນທີ ໔ ຄືການເຮັດກາຢະສັງຂາຣໃຫ້ລະງັບ. ທໍ່ທີ່ກ່າວມາແລ້ວເບື້ອງຕົ້ນ (ໃນໜັງສືອານາປານະສະຕິ ຊຸດທັມມະໂຄສຂອງພຸດທະທາສ) ບໍ່ມີການກ່າວເຖິງອະຣູປະສະມາບັຕ ກໍເພາະບໍ່ເປັນທີ່ມຸ່ງໝາຍໂດຍກົງ ຂອງການເຮັດອານາປານະສະຕິ ທີ່ເປັນໄປເພື່ອຄວາມດັບສິ້ນອາສະວະໂດຍສະເພາະ).
ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ຖ້າພິກຂຸປາຖນາວ່າ “ເຮົາຈົ່ງກ້າວຂ້າມອາກາສານັນຈາຢະຕະນະ ໂດຍປະການທັງປວງເສຍແລ້ວ ຈົ່ງເຂົ້າເຖິງ ວິນຍານັນຈາ ຢະຕະນະ ອັນມີການເຮັດໃນໃຈວ່າ ວິນຍານບໍ່ມີທີ່ສຸດດັ່ງນີ້ ແລ້ວແລຢູ່ເຖີ້ນ” ດັ່ງນີ້ແລ້ວ ; ອານາປານະສະຕິສະມາທິນີ້ແຫຼະ ອັນພິກຂຸນັ້ນຈົ່ງຕັ້ງໄວ້ໃນໃຈໃຫ້ເປັນຢ່າງດີ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໕໕
(ຂໍ້ນີ້ໝາຍຄວາມວ່າ ຕ້ອງມີການເຮັດອາກາສານັນຈາຢະຕະນະ ດັ່ງທີ່ກ່າວແລ້ວໃນຂ້າງເທິງ ໃຫ້ເກີດຂຶ້ນຢ່າງໝັ້ນຄົງເສຍກ່ອນ ແລ້ວຈຶ່ງເລີກຖອນການກໍານົດອາກາສາ ມາກໍານົດວິນຍານແທນ ໝາຍເຖິງ ວິນຍານທາຕທີ່ບໍ່ມີຮູບຮ່າງ ຊຶ່ງຈັດເປັນນາມະທາຕຸ ຫຼືນາມທັມ ບໍ່ມີຮູບຮ່າງ ; ເນື່ອງຈາກເຮັດສືບຕໍ່ມາຈາກອານາປານະສະຕິ ຈຶ່ງກ່າວວ່າສໍາເລັດມາຈາກອານາປານະສະຕິ).
ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ຖ້າພິກຂຸປາຖນາວ່າ “ເຮົາຈົ່ງກ້າວຂ້າມ
ວິນຍານັນຈາຢະຕະນະເສຍ ໂດຍປະການທັງປວງ ເຂົ້າເຖິງ ອາກິນຈັນຍາຢະຕະນະ ອັນມີການເຮັດໃນໃຈວ່າ ບໍ່ມີອັນໃດ ແລ້ວແລຢູ່ເຖີ້ນ” ດັ່ງນີ້ແລ້ວ ; ອານາປານະສະຕິສະມາທິນີ້ແຫຼະ ອັນພິກຂຸນັ້ນຈົ່ງຕັ້ງໄວ້ໃນໃຈໃຫ້ເປັນຢ່າງດີ.
(ຂໍ້ນີ້ໝາຍຄວາມວ່າ ເມື່ອເຮັດວິນຍານັນຈາຢະຕະນະ ໃຫ້ເກີດຂຶ້ນຢ່າງໝັ້ນຄົງແລ້ວ ເລີກຖອນການກໍານົດອາຣົມວ່າ ວິນຍານບໍ່ມີທີ່ສຸດເສຍ ມາກໍານົດຄວາມບໍ່ມີຫຍັງເລີຍເປັນອາຣົມ. ເນື່ອງຈາກມີອານາປານະສະຕິເປັນມູນ ຈຶ່ງກ່າວວ່າສໍາເລັດມາຈາກອານາປານະສະຕິ).
ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ຖ້າພິກຂຸປາຖນາວ່າ “ເຮົາຈົ່ງກ້າວຂ້າມ
ອາກິນຈັນຍາຢະຕະນະເສຍ ໂດຍປະການທັງປວງ ເຂົ້າເຖິງ ເນວະສັນຍານາສັນຍາຢະຕະນະ ແລ້ວແລຢູ່ເຖີ້ນ” ດັ່ງນີ້ແລ້ວ ; ອານາປານະສະຕິສະມາທິນີ້ແຫຼະ ອັນພິກຂຸນັ້ນຈົ່ງຕັ້ງໄວ້ໃນໃຈໃຫ້ເປັນຢ່າງດີ.
(ຂໍ້ນີ້ໝາຍຄວາມວ່າ ໄດ້ມີການເຮັດອາກິນຈັນຍາຢະຕະນະໃຫ້ເກີດຂຶ້ນແລ້ວຢ່າງໝັ້ນຄົງ ແລ້ວເລີກຖອນການກໍານົດ ຄວາມບໍ່ມີຫຍັງເປັນອາຣົມນັ້ນເສຍ ໜ່ວງເອົາຄວາມລະງັບທີ່ປະນີຕຍິ່ງຂຶ້ນໄປ ຄືຄວາມບໍ່ເຮັດຄວາມຮູ້ສຶກຫຍັງເລີຍ ແຕ່ກໍບໍ່ແມ່ນສະຫຼົບຫຼືຕາຍ ຈຶ່ງເອີ້ນວ່າ ເນວະສັນຍານາສັນຍາຢະຕະນະ ຊຶ່ງໝາຍຄວາມວ່າ ຈະວ່າມີສັນຍາຢູ່ກໍບໍ່ແມ່ນ ຈະວ່າບໍ່ມີສັນຍາຢູ່ກໍບໍ່ແມ່ນ. ເພາະມີມີອານາປານະສະຕິເປັນມູນໃນຂັ້ນຕົ້ນດ້ວຍກັນທັງ ໔ ຂັ້ນ ຈຶ່ງເອີ້ນວ່າສໍາເລັດມາຈາກອານາປານະສະຕິ ອີກຢ່າງໜຶ່ງ ອາດຈະກ່າວໄດ້ວ່າ ໃນຂະນະແຫ່ງຮູບຊານ ເຖິງຈະບໍ່ມີການຫາຍໃຈຢູ່ໂດຍກົງ ກໍຕ້ອງຖືວ່າມີການຫາຍໃຈຢູ່ໂດຍອ້ອມ ຄືບໍ່ຮູ້ສຶກ
໑໒໕໖ ອະຣິຍະສັຈຈ໌ຈາກພຣະໂອຖະ








