ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
“ຂ້າແຕ່ພຣະອົງຜູ່ຈະເຣີນ ! ເວລາໃດທີ່ຂ້ານ້ອຍທັງຫຼາຍ ເຫັນທ່ານຜູ່ມີອາຍຸນັ່ງໃນທ່າມກາງສົງຄ໌ກໍດີ ນັ່ງໃນບ່ອນລັບຄົນດຽວກໍດີ ໃນເວລານັ້ນໆ ຂ້ານ້ອຍທັງຫຼາຍ ບໍ່ໄດ້ເຫັນຄວາມຫວັ່ນໄຫວ ຫຼື ຄວາມສັ່ນຄອນແຫ່ງກາຍ ຂອງທ່ານຜູ່ມີອາຍຸອົງຄ໌ນັ້ນເລີຍ ຂ້ານ້ອຍ !”.
໑໒໕໘ ອະຣິຍະສັຈຈ໌ຈາກພຣະໂອຖະ
ພິກຂຸ ທ. ! ຄວາມຫວັ່ນໄຫວສັ່ນຄອນແຫ່ງກາຍກໍຕາມ ຄວາມຫວັ່ນໄຫວສັ່ນຄອນແຫ່ງຈິຕກໍຕາມ ມີຂຶ້ນບໍ່ໄດ້ເພາະການຈະເຣີນ ຝຶກໃຫ້ຫຼາຍຊຶ່ງສະມາທິໃດ ; ພິກຂຸມະຫາກັບປິນະນັ້ນ ເປັນຜູ່ໄດ້ຕາມປາຖນາ ໄດ້ບໍ່ຍາກ ໄດ້ບໍ່ລໍາບາກ ຊຶ່ງສະມາທິນັ້ນ.
ພິກຂຸ ທ. ! ຄວາມຫວັ່ນໄຫວສັ່ນຄອນແຫ່ງກາຍກໍຕາມ ຄວາມຫວັ່ນໄຫວສັ່ນຄອນແຫ່ງຈິຕກໍຕາມ ມີຂຶ້ນບໍ່ໄດ້ເພາະການຈະເຣີນ ຝຶກໃຫ້ຫຼາຍຊຶ່ງສະມາທິເຫຼົ່າໃດໜໍ ? ພິກຂຸ ທ. ! ຄວາມຫວັ່ນໄຫວສັ່ນຄອນແຫ່ງກາຍກໍຕາມ ຄວາມຫວັ່ນໄຫວສັ່ນຄອນແຫ່ງຈິຕກໍຕາມ ຍ່ອມມີບໍ່ໄດ້ເພາະການຈະເຣີນ ຝຶກໃຫ້ຫຼາຍຊຶ່ງອານາປານະສະຕິສະມາທິ.
ພິກຂຸ ທ. ! ເມື່ອອານາປານະສະຕິສະມາທິ ອັນບຸຄຄົນຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວແນວໃດໜໍ ຄວາມຫວັ່ນໄຫວສັ່ນຄອນແຫ່ງກາຍກໍຕາມ ຄວາມຫວັ່ນໄຫວສັ່ນຄອນແຫ່ງຈິຕກໍຕາມ ຈຶ່ງບໍ່ມີ ?
ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ໄປແລ້ວສູ່ປ່າກໍຕາມ ສູ່ເຫງົ້າໄມ້ກໍຕາມ ໄປແລ້ວສູ່ເຮືອນຫວ່າງກໍຕາມ ນັ່ງຄູ້ຂາເຂົ້າມາໂດຍຮອບແລ້ວ ຕັ້ງກາຍກົງ ດໍາຣົງສະຕິໝັ້ນ ; ພິກຂຸນັ້ນມີສະຕິຢູ່ນັ້ນແລ ຫາຍໃຈເຂົ້າ ມີສະຕິຢູ່ ຫາຍໃຈອອກ ; ເມື່ອຫາຍໃຈເຂົ້າຍາວ ກໍຮູ້ສຶກໂຕທົ່ວເຖິງວ່າຫາຍໃຈເຂົ້າຍາວ, ... ໆລໆ ... (ຕຣັດອານາປານະສະຕິ ອັນມີ
ວັຕຖຸ ໑໖ ດັ່ງທີ່ປາກົດໃນໜ້າ ໑໑໘໑ ໃນໜັງສືເຫຼັ້ມນີ້ ຫົວຂໍ້ວ່າ “ແບບການຈະເຣີນອານາປານະສະຕິທີ່ມີຜົລຫຼາຍ” ຕັ້ງແຕ່ໜ້າ ໑໑໘໒ ເຖິງໜ້າ ໑໑໘໔) ... ເຫັນຄວາມສະລັດຄືນຢູ່ເປັນ
ປະຈໍາ ຈັກຫາຍໃຈອອກ ດັ່ງນີ້.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໕໙
ພິກຂຸ ທ. ! ເມື່ອອານາປານະສະຕິສະມາທິ ອັນບຸຄຄົນຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວເຊັ່ນນີ້ແລ ຄວາມຫວັ່ນໄຫວສັ່ນຄອນແຫ່ງກາຍກໍຕາມ ຄວາມຫວັ່ນໄຫວສັ່ນຄອນແຫ່ງຈິຕກໍຕາມ ຍ່ອມມີບໍ່ໄດ້ ດັ່ງນີ້.
- ມຫາວາຣ. ສັງ. ໑໙/໓໙໙-໔໐໐/໑໓໒໒-໑໓໒໖.
ຂ. ຮູ້ຕໍ່ເວທະນາທຸກປະການ
ພິກຂຸ ທ. ! ເມື່ອອານາປານະສະຕິສະມາທິ ອັນບຸຄຄົນຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ ຢູ່ດັ່ງນີ້ ;
ຖ້າພິກຂຸນັ້ນ ສະເຫວີຍ ເວທະນາອັນເປັນສຸຂ ເຂົາຍ່ອມຮູ້ໂຕວ່າ ເວທະນານັ້ນບໍ່ທ່ຽງ ເຂົາຍ່ອມຮູ້ໂຕວ່າ ເວທະນານັ້ນ ອັນເຮົາບໍ່ຫຼົງໄຫຼມົວເມົາແລ້ວ ຍ່ອມຮູ້ໂຕວ່າ ເວທະນານັ້ນ ອັນເຮົາບໍ່ເພີດເພີນສະເພາະແລ້ວ ດັ່ງນີ້.
ຖ້າພິກຂຸນັ້ນສະເຫວີຍ ເວທະນາອັນເປັນທຸກຂ໌ ເຂົາຍ່ອມຮູ້ໂຕວ່າເວທະນານັ້ນບໍ່ທ່ຽງ ເຂົາຍ່ອມຮູ້ໂຕວ່າ ເວທະນານັ້ນ ອັນເຮົາບໍ່ຫຼົງໄຫຼມົວເມົາແລ້ວ ຍ່ອມຮູ້ໂຕວ່າ ເວທະນານັ້ນ ອັນເຮົາບໍ່ເພີດເພີນສະເພາະແລ້ວ ດັ່ງນີ້.
ຖ້າພິກຂຸນັ້ນ ສະເຫວີຍ ເວທະນາອັນເປັນອະທຸກຂະມະສຸຂະ ເຂົາຍ່ອມຮູ້ໂຕວ່າ ເວທະນານັ້ນບໍ່ທ່ຽງ ເຂົາຍ່ອມຮູ້ໂຕວ່າ ເວທະນານັ້ນ ອັນເຮົາບໍ່ຫຼົງໄຫຼມົວເມົາແລ້ວ ຍ່ອມຮູ້ໂຕວ່າ ເວທະນານັ້ນ ອັນເຮົາບໍ່ເພີດເພີນສະເພາະແລ້ວ ດັ່ງນີ້.
ຖ້າພິກຂຸນັ້ນ ຖ້າສະເຫວີຍ ເວທະນາອັນເປັນສຸຂ ກໍເປັນຜູ່ບໍ່ຕິດໃຈພົວພັນ ສະເຫວີຍເວທະນານັ້ນ ; ຖ້າສະເຫວີຍ ເວທະນາອັນເປັນທຸກຂ໌ ກໍເປັນຜູ່ບໍ່ຕິດໃຈພົວພັນ ສະເຫວີຍເວທະນານັ້ນ ; ຖ້າສະເຫວີຍ ເວທະນາອັນເປັນອະທຸກຂະມະສຸຂະ ກໍເປັນຜູ່ບໍ່ຕິດໃຈພົວພັນ ສະເຫວີຍເວທະນານັ້ນ.
໑໒໖໐ ອະຣິຍະສັຈຈ໌ຈາກພຣະໂອຖະ
ພິກຂຸນັ້ນ ເມື່ອສະເຫວີຍ ເວທະນາອັນເປັນທີ່ສຸດຮອບແຫ່ງກາຍ ເຂົາຍ່ອມຮູ້ໂຕວ່າ ເຮົາສະເຫວີຍເວທະນາ ອັນເປັນທີ່ສຸດຮອບແຫ່ງກາຍ ດັ່ງນີ້. ເມື່ອສະເຫວີຍ ເວທະນາອັນເປັນທີ່ສຸດຮອບແຫ່ງຊີວິຕ ເຂົາຍ່ອມຮູ້ໂຕວ່າ ເຮົາສະເຫວີຍເວທະນາອັນເປັນທີ່ສຸດຮອບແຫ່ງຊີວິຕ ດັ່ງນີ້ ; ຈົນວ່າຮອດການທໍາລາຍແຫ່ງກາຍ ໃນທີ່ສຸດແຫ່ງການຖືເອົາຮອບຊຶ່ງຊີວິຕ ເຂົາຍ່ອມຮູ້ໂຕວ່າ ເວທະນາທັງປວງ ອັນເຮົາບໍ່ເພີດເພີນສະເພາະແລ້ວ ຈັກເປັນຂອງດັບເຢັນໃນບ່ອນນີ້ແນ່ນອນ ດັ່ງນີ.








