ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ຖ້າເຊັ່ນນັ້ນໃນກໍລະນີນີ້ ເຈົ້າຈົ່ງຊໍາລະທັມອັນເປັນເບື້ອງຕົ້ນຢ່າງຍິ່ງ ໃນບັນດາກຸສົລທັມທັງຫຼາຍ. ກໍອັນໃດໜໍ ເປັນເບື້ອງຕົ້ນແຫ່ງກຸສົລທັມທັງຫຼາຍ ? ທັມອັນເປັນເບື້ອງຕົ້ນແຫ່ງກຸສົລທັມທັງຫຼາຍຄື ສີລອັນບໍຣິສຸດສະອາດ ໑, ທິຕຖິອັນເປັນໄປກົງ ໑. ພິກຂຸ ທ. ! ເມື່ອສີລຂອງເຈົ້າບໍຣິສຸດສະອາດ, ທິຕຖິຂອງເຂົາໄປກົງແລ້ວ, ເຈົ້າຈົ່ງອາໄສສີລຕັ້ງຢູ່ໃນສີລ ແລ້ວຈົ່ງ ຈະເຣີນສະຕິປັຕຖານສີ່ ໂດຍ ວິທີທັງສາມ ເຖີີ້ນ. ຈະເຣີນສະຕິປັຕຖານສີ່ໂດຍວິທີທັງສາມນັ້ນ ເປັນແນວໃດໜໍ ?

ພິກຂຸ ທ. ! ໃນກໍລະນີນີ້ ເຈົ້າຈົ່ງເປັນຜູ່ ມີປົກກະຕິຕາມເຫັນກາຍໃນກາຍ ອັນເປັນພາຍໃນ ຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອອກຊຶ່ງອະພິຊຊາ ແລະ ໂທມະນັສສະໃນໂລກຢູ່ເຖີ້ນ ; ແລະ ຈົ່ງເປັນຜູ່ມີປົກກະຕິຕາມເຫັນກາຍໃນກາຍ ອັນເປັນພາຍນອກ ຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອອກຊຶ່ງອະພິຊຊາ ແລະ ໂທມະນັສສະໃນໂລກຢູ່ເຖີ້ນ. ແລະ ຈົ່ງເປັນຜູ່ມີປົກກະຕິຕາມເຫັນກາຍໃນກາຍ ທັງພາຍໃນແລະພາຍນອກ ຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອອກຊຶ່ງອະພິຊຊາ ແລະ ໂທມະນັສສະໃນໂລກຢູ່ເຖີ້ນ.

(ໃນກໍລະນີແຫ່ງ ເວທະນາ ຈິຕ ແລະ ທັມ ກໍມີຂໍ້ຄວາມທີ່ຕຣັສແບບດຽວກັນ).

ພິກຂຸ ທ. ! ເມື່ອເຈົ້າອາໄສສີລຕັ້ງຢູ່ໃນສີລ ແລ້ວຈະເຣີນສະຕິປັຕຖານທັງສີ່ ໂດຍວິທີທັງສາມ ເຊັ່ນນີ້ແລ້ວ ຄວາມຈະເຣີນໃນກຸສົລທັມທັງຫຼາຍເຫຼົ່ານັ້ນ ເປັນສິ່ງທີ່ເຈົ້າຫວັງໄດ້ ຕະຫຼອດຄືນຫຼືເວັນ ອັນຈະມາເຖິງ ຫາຄວາມເສື່ອມບໍ່ໄດ້ເລີຍ.

ພິກຂຸນັ້ນ ຍິນດີຮັບພຣະພຸດທະພາສິຕ ລຸກຈາກອາສະນະ ຖວາຍອະພິວາດ ປະກອບປະທັກຂິນ ຜ່າຍໄປແລ້ວ ເປັນຜູ່ຢູ່ຜູ່ດຽວ ຫຼີກອອກໄປສູ່ບ່ອນງຽບສະງົບ ບໍ່ປະມາດ ມີຄວາມພຽນ ເຜົາກິເລສ ມີຕົນສົ່ງໄປແລ້ວໃນທັມເບື້ອງສູງຢູ່ ບໍ່ດົນແທ້ ກໍເຮັດໃຫ້ແຈ້ງໄດ້ຊຶ່ງທີ່ສຸດແຫ່ງພຣົມມະຈັນຣຍ໌ ອັນບໍ່ມີອັນໃດຍິ່ງກວ່າໃນທິຕຖະທັມນີ້ ດ້ວຍປັນຍາອັນຍິ່ງເອງ ເຂົ້າເຖິງແລ້ວແລຢູ່ ອັນເປັນປະໂຍຊນ໌ທີ່ໜ້າປະສົງ ຂອງກຸລະບຸຕຜູ່ອອກຈາກເຮືອນ ບວດເປັນຜູ່ບໍ່ມີເຮືອນດັ່ງນີ້ແລ.

- ມຫາວາຣ. ສັງ. ໑໙/໑໙໒-໑໙໓/໖໘໖-໖໙໐.

໑໒໓໘ ອະຣິຍະສັຈຈ໌ຈາກພຣະໂອຖະ

ຕຣັດໃຫ້ມີສະຕິຄູ່ກັນໄປກັບສັມປະຊັນຍະ

ພິກຂຸ ທ. ! ພິກຂຸ ຈົ່ງເປັນຜູ່ ມີສະຕິຢູ່ ພ້ອມມີສັມປະຊັນຍະ ; ນີ້ເປັນອະນຸສາສະນີຂອງເຮົາແກ່ພວກເຈົ້າທັງຫຼາຍ.

ພິກຂຸ ທ. ! ພິກຂຸເປັນຜູ່ມີສະຕິ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ່ຕາມເຫັນກາຍໃນກາຍຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອອກເສຍໄດ້ ຊຶ່ງອະພິຊຊາແລະໂທມະນັສສະໃນໂລກ ; ເປັນຜູ່ຕາມເຫັນເວທະນາໃນເວທະນາທັງຫຼາຍຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະ ຊັນຍະ ມີສະຕິ ຖອນອອກເສຍໄດ້ ຊຶ່ງອະພິຊຊາແລະໂທມະນັສສະໃນໂລກ ; ເປັນຜູ່ຕາມເຫັນຈິຕໃນຈິຕຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອອກເສຍໄດ້ ຊຶ່ງອະພິຊຊາແລະໂທມະນັສສະໃນໂລກ ; ເປັນຜູ່ຕາມເຫັນທັມໃນທັມທັງຫຼາຍຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອອກເສຍໄດ້ ຊຶ່ງອະພິຊຊາແລະໂທມະນັສສະໃນໂລກ. ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າພິກຂຸເປັນຜູ່ມີສະຕິ.

ພິກຂຸ ທ. ! ພິກຂຸເປັນຜູ່ມີສັມປະຊັນຍະ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ່ຮູ້ໂຕຮອບຄອບໃນການກ້າວໄປທາງໜ້າ ການຖອຍກັບໄປທາງຫຼັງ, ການເບິ່ງ ການຫຼຽວເບິ່ງ, ການຄູ້ ການຢຽດ, ການຊົງສັງຄາຕິ ບາຕ ຈີວອຣ, ການສັນ ການດື່ມ ການຫຍໍ້າ ການຊີມ, ການຖ່າຍອຸຈຈາຣະ ປັສສາວະ, ການໄປ ການຢຸດ ການນັ່ງ ການນອນ ການຫຼັບ ການຕື່ນ ການເວົ້າ ການນິ້ງ. ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າພິກຂຸເປັນຜູ່ມີສັມປະຊັນຍະ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໓໙

ພິກຂຸ ທ. ! ພິກຂຸ ຈົ່ງເປັນຜູ່ມີສະຕິຢູ່ ພ້ອມມີສັມປະຊັນຍະ : ນີ້ເປັນອະນຸສາສະນີຂອງເຮົາແກ່ພວກເຈົ້າທັງຫຼາຍ.

- ມຫາ. ທີ. ໑໐/໑໑໒/໙໐.

ການຝຶກເພື່ອຄວາມສົມບູນແຫ່ງສະຕິສັມປະຊັນຍະ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ