ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ສະມາທິພາວະນາອັນຈະເຣີນ ຝຶກໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອສະຕິສັມປະຊັນຍະ ນັ້ນເປັນແນວໃດໜໍ ? ພິກຂຸ ທ. ! ໃນກໍລະນີນີ້ ເວທະນາທີ່ເກີດຂຶ້ນ (ຫຼື) ຕັ້ງຢູ່ (ຫຼື) ດັບໄປ ກໍເປັນທີ່ແຈ່ມແຈ້ງແກ່ພິກຂຸ ; ສັນຍາເກີດຂຶ້ນ (ຫຼື) ຕັ້ງຢູ່ (ຫຼື) ດັບໄປ ກໍເປັນທີ່ແຈ່ມແຈ້ງແກ່ພິກຂຸ ; ວິຕົກເກີດຂຶ້ນ (ຫຼື) ຕັ້ງຢູ່ (ຫຼື) ດັບໄປ ກໍເປັນທີ່ແຈ່ມຈ້ງແກ່ພິກຂຸ. ພິກຂຸ ທ. ! ນີ້ຄືສະມາທິພາວະນາ ອັນຈະເຣີນ ຝຶກໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອສະຕິສັມປະຊັນຍະ.
- ຈຕຸກກ. ອັງ. ໒໑/໕໘/໔໑.
ການຝຶກເພື່ອສະຕິສັມປະຊັນຍະ ໂດຍອ້ອມແລະໂດຍກົງ
ອານົນທ໌ ! ຖານະທີ່ຕັ້ງແຫ່ງອະນຸສສະຕິ ມີທໍ່ໃດ ?
“ມີຫ້າຢ່າງ ຂ້ານ້ອຍ !”
ຫ້າຢ່າງ ແນວໃດໜໍ ?
“ຂ້າແຕ່ພຣະອົງຜູ່ຈະເຣີນ ! ພິກຂຸໃນກໍລະນີນີ້ ສະຫງັດແລ້ວຈາກກາມ ສະຫງັດແລ້ວຈາກອະກຸສົລທັມ ເຂົ້າເຖິງປະຖົມມະຊານ ... ເຂົ້າເຖິງ ທຸຕິຢະຊານ ... ເຂົ້າເຖິງ ຕະຕິຢະຊານ ແລ້ວແລຢູ່.
໑໒໔໐ ອະຣິຍະສັຈຈ໌ຈາກພຣະໂອຖະ
ຂ້າແຕ່ພຣະອົງຜູ່ຈະເຣີນ ! ນີ້ເປັນຖານທີ່ຕັ້ງແຫ່ງອະນຸສສະຕິ ຊຶ່ງເມື່ອບຸຄຄົນຈະເຣີນ ຝຶກໃຫ້ຫຼາຍແລ້ວ ຍ່ອມ ເປັນໄປເພື່ອຄວາມຢູ່ເປັນສຸຂ ໃນທິຕຖະທັມ.
“ຂ້າແຕ່ພຣະອົງຜູ່ຈະເຣີນ ! ຂໍ້ອື່ນຍັງມີອີກ : ພິກຂຸ ຕັ້ງໄວ້ໃນໃຈຊຶ່ງອາໂລກະສັນຍາ ອະທິຕຖານທິວາສັນຍາ ວ່າກາງເວັນເຊັ່ນໃດ ກາງຄືນເຊັ່ນນັ້ນ, ກາງຄືນເຊັ່ນໃດ ກາງເວັນເຊັ່ນນັ້ນ, ເຂົາມີຈິຕອັນເປີດແລ້ວ ດ້ວຍອາການເຊັ່ນນີ້ ບໍ່ມີອັນໃດຫໍ່ຫຸ້ມ ໃຫ້ຈິຕທີ່ມີແສງສະຫວ່າງທົ່ວພ້ອມ ໃຫ້ຈະເຣີນຢູ່. ຂ້າແຕ່ພຣະອົງຜູ່ຈະເຣີນ ! ນີ້ເປັນຖານທີ່ຕັ້ງແຫ່ງອະນຸສສະຕິ ຊຶ່ງເມື່ອບຸຄຄົນຈະເຣີນ ຝຶກໃຫ້ຫຼາຍແລ້ວ ຍ່ອມ ເປັນໄປເພື່ອການໄດ້ສະເພາະຊຶ່ງຍານະທັສສະນະ.
ຂ້າແຕ່ພຣະອົງຜູ່ຈະເຣີນ ! ຂໍ້ອື່ນຍັງມີອີກ : ພິກຂຸ ຍ່ອມພິຈາຣະນາເຫັນກາຍນີ້ຈາກພື້ນບາທາເຂົ້າໄປສູ່ເບື້ອງເທິງ ຈາກປາຍຜົມລົງມາໃນເບື້ອງຕໍ່າ ອັນມີໜັງຫຸ້ມຢູ່ໂດຍຮອບ ເຕັມໄປດ້ວຍຂອງບໍ່ສະອາດ ມີປະການຕ່າງໆວ່າ : ໃນກາຍນີ້ມີຜົມ ທ.
ຂົນ ທ. ເລັບ ທ. ແຂ້ວ ທ. ໜັງ ຊີ້ນ ເອັນ ທ. ກະດູກ ທ. ເຫຍື່ອໃນກະດູກ ໝາກໄຂ່ຫຼັງ ຫົວໃຈ ຕັບ ພັງຜືດ ມ້າມ ປອດ ລໍາໄສ້ ລໍາໄສ້ສຸດ ອາຫາຣໃນກະເພາະ ອຸຈຈາຣະ ນໍ້າບີ ຂີ້ເຖີ່ ໜອງ ເລືອດ ເຫື່ອ ໄຂມັນ ນໍ້າຕາ ນໍ້າເຫຼືອງ ນໍ້າລາຍ ນໍ້າເມືອກ ນໍ້າຫຼໍ່ລື່ນຂໍ້ ນໍ້າມູຕ ດັ່ງນີ້ ຂ້າແຕ່ພຣະອົງຜູ່ຈະເຣີນ ! ນີ້ເປັນຖານທີ່ຕັ້ງແຫ່ງອະນຸສສະຕິ ຊຶ່ງເມື່ອບຸຄຄົນຈະເຣີນ ຝຶກໃຫ້ຫຼາຍແລ້ວ ຍ່ອມ ເປັນໄປເພື່ອການລະຊຶ່ງກາມະຣາຄະ.
ຂ້າແຕ່ພຣະອົງຜູ່ຈະເຣີນ ! ຂໍ້ອື່ນຍັງມີອີກ : ພິກຂຸ ຍ່ອມ ເຫັນຊາກສົບ ທີ່ເຂົາຖິ້ມໄວ້ໃນປ່າຊ້າບ່ອນຖິ້ມສົບ ຕາຍແລ້ວມື້ໜຶ່ງ ແດ່ ຕາຍແລ້ວ ສອງມື້ ແດ່ ຕາຍແລ້ວ ສາມມື້ ແດ່ ກໍາລັງຂຶ້ນອືດ ມີສີຂຽວໜ້າກຽດ ມີໜອງໄຫຼເປັນຕາຂີ້ດຽດ ເຊັ່ນໃດ, ເຂົານັ້ນຍ່ອມນ້ອມເຂົ້າໄປປຽບໃສ່ກັບກາຍນີ້ເຊັ່ນນັ້ນວ່າ
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໔໑








