ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ຮູ້ແຈ້ງ ຊຶ່ງຈັກກຂຸ ;
ຮູ້ແຈ້ງ ຊຶ່ງຮູບທັງຫຼາຍ ;
ຮູ້ແຈ້ງ ຊຶ່ງສັນໂຍຊນ໌ (ຄືກິເລສເປັນເຄື່ອງຜູກ) ອັນອາໄສຈັກຂຸ ແລະ ຮູບທັງຫຼາຍ ແລ້ວເກີດຂຶ້ນ ;
ຮູ້ແຈ້ງ ຊຶ່ງສັນໂຍຊນ໌ (ຄືກິລສເປັນເຄື່ອງຜູກ) ອັນອາໄສຈັກຂຸ ແລະ ຮູບທັງສອງຢ່າງແລ້ວເກີດຂຶ້ນ ;
ຮູ້ແຈ້ງ ຊຶ່ງການເກີດຂຶ້ນແຫ່ງສັນໂຍຊນ໌ ທີ່ຍັງບໍ່ເກີດຂຶ້ນວ່າ ເກີດຂຶ້ນແນວໃດ ;
ຮູ້ແຈ້ງ ຊຶ່ງການລະສັນໂຍຊນ໌ທີ່ເກີດຂຶ້ນແລ້ວ ວ່າລະໄປແລ້ວແນວໃດ ;
ຮູ້ແຈ້ງ ຊຶ່ງການບໍ່ເກີດຂຶ້ນແຫ່ງສັນໂຍຊນ໌ທີ່ລະແລ້ວ ວ່າບໍ່ເກີດຂຶ້ນອີກແນວໃດ.
(ໃນກໍລະນີແຫ່ງອະຍະຕະນະໝວດ ໂສຕະ ຄານະ ຊິວຫາ ກາຢະ ແລະ ມະນະ ກໍມີຂໍ້ຄວາມທີ່ຕຣັດວ່າ ພິກຂຸຮູ້ແຈ້ງແບບດຽວກັນກັບໃນກໍລະນີແຫ່ງອະຍາຕະນະໝວດຈັກຂຸ ຂ້າງເທິງນີ້).
ດ້ວຍອາການດັ່ງນີ້ແລ ທີ່ພິກຂຸເປັນຜູ່ ມີປົກກະຕິພິຈາຣະນາເຫັນທັມ ໃນທັມທັງຫາຍອັນເປັນພາຍໃນຢູ່ແດ່. ໃນທັມທັງຫຼາຍອັນເປັນພາຍນອກຢູ່ແດ່, ... ອື່ນໆ ... (ຄໍາທີ່ປະໄວ້ຕໍ່ໄປນີ້ ຄືຕອນທ້າຍຂອງໝວດ ກ. ອັນວ່າດ້ວຍນິວອຣ ຕັ້ງແຕ່ຄໍາວ່າ “ໃນທັມທັງຫຼາຍອັນເປັນພາຍນອກຢູ່ແດ່”, ໄປຈົນເຖິງຄໍາວ່າ “ບໍ່ຢຶດໝັ້ນອັນໃດໆ ໃນໂລກ”). ພິກຂຸ ທ. ! ພິກຂຸ ຊື່ວ່າເປັນຜູ່ມີປົກກະຕິພິຈາຣະນາເຫັນທັມໃນທັມທັງຫຼາຍ ຄືອາຍະຕະນະພາຍໃນ ແລະ ພາຍນອກຫົກຢ່າງຢູ່ ແມ່ນວ່າດ້ວຍອາການເຊັ່ນນີ້.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໒໗
ງ. ໝວດໂພຊຊົງຄ໌ (ຄືທັມ)
ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸເປັນຜູ່ ມີປົກກະຕິເຫັນທັມໃນທັມທັງຫຼາຍ ຄືໂພຊຊົງຄ໌ ໗ ຢ່າງຢູ່. ພິກຂຸ ທ. ! ພິກຂຸເປັນຜູ່ມີປົກກະຕິເຫັນທັມໃນທັມທັງຫຼາຍ ຄືໂພຊຊົງຄ໌ ໗ ຢ່າງຢູ່ ນັ້ນເປັນແນວໃດໜໍ ? ພິກຂຸ ທ. ! ໃນກໍລະນີນີ້ ພິກຂຸ :-
ຮູ້ແຈ້ງ ຊຶ່ງ ສະຕິສັມໂພຊຊົງຄ໌ ອັນມີຢູ່ໃນພາຍໃນ ວ່າມີຢູ່ ;
ຮູ້ແຈ້ງ ຊຶ່ງສະຕິສັມໂພຊຊົງຄ໌ ອັນບໍ່ມີຢູ່ໃນພາຍໃນ ວ່າບໍ່ມີຢູ່ ;
ຮູ້ແຈ້ງ ຊຶ່ງການເກີດຂຶ້ນແຫ່ງສະຕິສັມໂພຊຊົງຄ໌ ທີ່ຍັງບໍ່ເກີດຂຶ້ນ ວ່ເກີດຂຶ້ນໄດ້ແນວໃດ ;
ຮູ້ແຈ້ງ ຊຶ່ງການຈະເຣີນເຕັມຮອບ ແຫ່ງສະຕິສັມໂພຊຊົງຄ໌ທີ່ເກີດຂຶ້ນແລ້ວ ວ່າ
ຈະເຣີນເຕັມຮອບແລ້ວແນວໃດ.
(ກໍລະນີແຫ່ງໂພຊຊົງຄ໌ຄື ທັມມະວິຈະຢະສັມໂພຊຊົງຄ໌ ວິຣິຢະສັມໂພຊຊົງຄ໌ ປີຕິສັມໂພຊຊົງຄ໌ ປັສສັດທິສັມໂພຊຊົງຄ໌ ແລະ ອຸເປກຂາສັມໂພຊຊົງຄ໌ ກໍມີຂໍ້ຄວາມທີ່ຕຣັດວ່າ ພິກຂຸຮູ້ແຈ້ງເຊັ່ນດຽວກັນກັບໃນກໍລະນີ ແຫ່ງສະຕິສັມໂພຊຊົງຄ໌ຂ້າງເທິງນີ້).
ດ້ວຍອາການດັ່ງນີ້ແລ ທີ່ພິກຂຸເປັນຜູ່ ມີປົກກະຕິພິຈາຣະນາເຫັນທັມ ໃນທັມທັງຫຼາຍອັນເປັນພາຍໃນຢູ່ແດ່, ໃນທັມທັງຫຼາຍອັນເປັນພາຍນອກຢູ່ແດ່, ... ອື່ນໆ ... (ຄໍາທີ່ປະໄວ້ຕໍ່ໄປນີ້ ຄືຕອນທ້າຍຂອງໝວດ ກ. ອັນວ່າດ້ວຍນິວອຣ ຕັ້ງແຕ່ຄໍາວ່າ “ໃນທັມທັງຫຼາຍອັນເປັນພາຍນອກຢູ່ແດ່”, ໄປຈົນເຖິງຄໍາວ່າ “ບໍ່ຢຶດໝັ້ນອັນໃດໆ ໃນໂລກ”). ພິກຂຸ ທ. ! ພິກຂຸຊື່ວ່າ ເປັນຜູ່ມີປົກກະຕິພິຈາຣະນາເຫັນທັມ ໃນທັມທັງຫຼາຍ ຄືໂພຊຊົງຄ໌ເຈັດຢ່າງຢູ່ ແມ່ນວ່າດ້ວຍອາການເຊັ່ນນີ້.
໑໒໒໘ ອະຣິຍະສັຈຈ໌ຈາກພຣະໂອຖະ
ຈ. ໝວດອະຣິຍະສັຈຈ໌ (ຄືທັມ)
ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸເປັນຜູ່ ມີປົກກະຕິພິຈາຣະນາເຫັນທັມໃນທັມທັງຫຼາຍ ຄືອະຣິຍະສັຈຈ໌ ໔ ຢ່າງ ຢູ່. ພິກຂຸ ທ. ! ພິກຂຸເປັນຜູ່ທີ່ມີປົກກະຕິພິຈາຣະນາເຫັນທັມໃນທັມທັງຫຼາຍ ຄືອະຣິຍະສັຈຈ໌ສີ່ຢ່າງຢູ່ ນັ້ນເປັນແນວໃດໜໍ ? ພິກຂຸ ທ. ! ໃນກໍລະນີນີ້ ພິກຂຸຍ່ອມ ຮູ້ແຈ້ງຕາມເປັນຈິງວ່າ “ນີ້ຄືທຸກຂ໌”, ຍ່ອມຮູ້ແຈ້ງຕາມເປັນຈິງວ່າ “ນີ້ຄືເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌”, ຍ່ອມຮູ້ແຈ້ງຕາມເປັນຈິງວ່າ “ນີ້ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌”, ຍ່ອມຮູ້ແຈ້ງຕາມເປັນຈິງວ່າ “ນີ້ຄືຫົນທາງເປັນເຄື່ອງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌”.
ຈ. - ໑ : ທຸກຂະອະຣິຍະສັຈຈ໌








