ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

໑໒໒໔ ອະຣິຍະສັຈຈ໌ຈາກພຣະໂອຖະ

໒. ຕາມໄນຍະແຫ່ງມະຫາສະຕິປັຕຖານສູຕ

ພິກຂຸ ທ. ! ພິກຂຸເປັນຜູ່ມີປົກກະຕິພິຈາຣະນາເຫັນທັມໃນທັມ ທ. ຢູ່ນັ້ນ ເປັນແນວໃດໜໍ ?

ກ. ໝວດນິວອຣ (ຄືທັມ)

ພິກຂຸ ທ. ! ໃນກໍລະນີນີ້ ພິກຂຸເປັນຜູ່ ມີປົກກະຕິພິຈາຣະນາເຫັນທັມໃນທັມທັງຫຼາຍຄື ນິວອຣ ໕ ຢ່າງ ຢູ່, ພິກຂຸ ທ. ! ພິກຂຸເປັນຜູ່ມີປົກກະຕິພິຈາຣະນາເຫັນທັມໃນທັມທັງຫຼາຍ ຄືນິວອຣຫ້າຢ່າງຢູ່ ນັ້ນເປັນແນວໃດໜໍ ? ພິກຂຸ ທ. ! ໃນກໍລະນີນີ້ ພິກຂຸ :

ຮູ້ແຈ້ງ ກາມະສັນທະ ອັນມີຢູ່ໃນພາຍໃນ ວ່າມີຢູ່ ;

ຮູ້ແຈ້ງ ກາມະສັນທະ ບໍ່ມີຢູ່ໃນພາຍໃນ ວ່າບໍ່ມີຢູ່ ;

ຮູ້ແຈ້ງຊຶ່ງການເກີດຂຶ້ນແຫ່ງກາມະສັນທະທີ່ຍັງບໍ່ເກີດຂຶ້ນ ວ່າ ເກີດຂຶ້ນແນວໃດ ;

ຮູ້ແຈ້ງຊຶ່ງການລະກາມະສັນທະທີ່ເກີດຂຶ້ນແລ້ວ ວ່າ ລະໄປແລ້ວແນວໃດ ;

ຮູ້ແຈ້ງຊຶ່ງການບໍ່ເກີດຂຶ້ນອີກແຫ່ງກາມະສັນທະທີ່ລະແລ້ວ ວ່າ ບໍ່ເກີດຂຶ້ນອີກໄດ້ແນວໃດ ;

(ກໍລະນີແຫ່ງນິວອຣຄື ພະຍາບາດ ຖີນະມິດທະ ອຸທັຈຈະກຸກກຸຈຈະ ແລະ ວິຈິກິຈສາ ກໍມີຂໍ້ຄວາມທີ່ຕຣັດວ່າ ພິກຂຸຮູ້ແຈ້ງແບບດຽວກັນກັບໃນກໍລະນີແຫ່ງ ກາມະສັນທະນິວອຣ ຂ້າງເທິງນີ້).

ດ້ວຍອາການດັ່ງນີ້ແລ ທີ່ພິກຂຸຜູ່ ມີປົກກະຕິພິຈາຣະນາເຫັນທັມ ໃນທັມ ທ. ອັນເປັນພາຍໃນຢູ່ແດ່, ໃນທັມ ທ. ອັນເປັນພາຍນອກຢູ່ແດ່, ໃນທັມ ທ. ອັນເປັນທັງພາຍໃນ ແລະພາຍນອກຢູ່ແດ່ ; ແລະເປັນຜູ່ມີປົກກະຕິພິຈາຣະນາເຫັນທັມເປັນເຫຕເກີດຂຶ້ນ (ແຫ່ງທັມ) ໃນທັມ ທ. (ນີ້) ຢູ່ແດ່ ເຫັນທັມເປັນເຫຕເສື່ອມໄປ (ແຫ່ງທັມ) ໃນທັມ ທ. (ນີ້) ຢູ່ແດ່,

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໒໕

ເຫັນທັງທັມເປັນເຫຕເກີດຂຶ້ນ ແລະ ເສື່ອມໄປ (ແຫ່ງທັມ) ໃນທັມ ທ. (ນີ້) ຢູ່ແດ່. ນີ້ແຫຼະສະຕິ (ຄືຄວາມລະນຶກ) ວ່າ “ທັມ ທ. ມີຢູ່” ດັ່ງນີ້ຂອງເຂົານັ້ນ ເປັນສະຕິທີ່ເຂົາດໍາຣົງໄວ້ພຽງເພື່ອຄວາມຮູ້ ພຽງເພື່ອອາໄສລະນຶກ, ທີ່ແທ້ເຂົາເປັນຜູ່ທີ່ຕັນຫາ ແລະ ທິຕຖິອາໄສບໍ່ໄດ້ ແລະ ເຂົາບໍ່ຢຶດໝັ້ນອັນໃດໆໃນໂລກ. ພິກຂຸ ທ. ! ພິກຂຸຊື່ວ່າເປັນຜູ່ມີປົກກະຕິພິຈາຣະນາເຫັນທັມໃນທັມທັງຫຼາຍ ຄືນິວອຣຫ້າຢ່າງ ແມ່ນວ່າດ້ວຍອາການເຊັ່ນນີ້.

ຂ. ໝວດຂັນທ໌ (ຄືທັມ)

ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸເປັນຜູ່ ມີປົກກະຕິພິຈາຣະນາເຫັນທັມໃນທັມທັງຫຼາຍ ຄືອຸປາທານຂັນທ໌ຫ້າຢ່າງ ຢູ່. ພິກຂຸ ທ. ! ພິກຂຸເປັນຜູ່ມີປົກກະຕິພິຈາຣະນາເຫັນທັມໃນທັມ ຄືອຸປາທານຂັນທ໌ຫ້າຢ່າງຢູ່ ນັ້ນເປັນແນວໃດໜໍ ? ພິກຂຸ ທ. ! ໃນກໍລະນີນີ້ ພິກຂຸຍ່ອມພິຈາຣະນາເຫັນວ່າ “ຮູບ ເປັນແນວນີ້, ເຫຕໃຫ້ເກີດຮູບເປັນແນວນີ້, ຄວາມສະຫຼາຍແຫ່ງຮູບເປັນແນວນີ້. ເວທະນາ ເປັນແນວນີ້, ເຫຕໃຫ້ເກີດເວທະນາເປັນແນວນີ້, ຄວາມສະຫຼາຍແຫ່ງເວທະນາເປັນແນວນີ້. ສັນຍາ ເປັນແນວນີ້, ເຫຕໃຫ້ເກີດສັນຍາເປັນແນວນີ້, ຄວາມສະຫຼາຍແຫ່ງສັນຍາເປັນແນວນີ້. ສັງຂາຣ ທ. ເປັນແນວນີ້, ເຫຕໃຫ້ເກີດສັງຂາຣ ທ. ເປັນແນວນີ້, ຄວາມສະຫຼາຍແຫ່ງສັງຂາຣ ທ. ເປັນແນວນີ້. ວິນຍານ ເປັນແນວນີ້, ເຫຕໃຫ້ເກີດວິນຍານເປັນແນວນີ້, ຄວາມສະຫຼາຍແຫ່ງວິນຍານເປັນແນວນີ້”. ດັ່ງນີ້.

ດ້ວຍອາການດັ່ງນີ້ແລ ທີ່ພິກຂຸຜູ່ ມີປົກະຕິພິຈາຣະນາເຫັນທັມ ໃນທັມທັງຫຼາຍ ອັນເປັນພາຍໃນຢູ່ແດ່, ທັມໃນທັມທັງຫຼາຍ ອັນເປັນພາຍນອກຢູ່ແດ່, ... ອື່ນໆ ... (ຄໍາທີ່ປະໄວ້ຕໍ່ໄປນີ້ ຄືດັ່ງຕອນທ້າຍຂອງໝວດ ກ. ອັນວ່າດ້ວຍນິວອຣ ຕັ້ງແຕ່ຄໍາວ່າ “ໃນທັມທັງຫຼາຍອັນເປັນພາຍນອກຢູ່ແດ່”, ໄປຈົນເຖິງຄໍາວ່າ “ບໍ່ຢຶດໝັ້ນອັນໃດໆ ໃນໂລກ”). ພິກຂຸ ທ. ! ພິກຂຸ ຊື່ວ່າເປັນຜູ່ມີປົກກະຕິພິຈາຣະນາເຫັນທັມໃນທັມທັງຫຼາຍ ຄືອຸປາທານຂັນທ໌ຫ້າຢ່າງຢູ່ ແມ່ນວ່າດ້ວຍອາການເຊັ່ນນີ້.

໑໒໒໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ຄ. ໝວດອາຍະຕະນະ (ຄືທັມ)

ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸເປັນຜູ່ ມີປົກກະຕິພິຈາຣະນາເຫັນທັມໃນທັມທັງຫຼາຍ ຄືອາຍະຕະນະພາຍໃນ ແລະ ພາຍນອກ ໖ ຢ່າງ ຢູ່. ພິກຂຸ ທ. ! ພິກຂຸເປັນຜູ່ມີປົກກະຕິພິຈາຣະນາເຫັນທັມໃນທັມທັງຫຼາຍ ຄືອາຍະຕະນະພາຍໃນ ແລະພາຍນອກຫົກຢ່າງຢູ່ ນັ້ນເປັນແນວໃດໜໍ ? ພິກຂຸ ທ. ! ໃນກໍລະນີນີ້ ພິກຂຸ :-

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ