ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
(໔) ຮູ້ແຈ້ງຊຶ່ງຈິຕອັນປາສະຈາກໂທສະວ່າ “ຈິຕປາສະຈາກໂທສະ”, (໕) ຮູ້ແຈ້ງຊຶ່ງຈິຕຊຶ່ງຈິຕອັນມີໂມຫະວ່າ “ຈິຕມີໂມຫະ”, (໖) ຮູ້ແຈ້ງຊຶ່ງຈິຕອັນປາສະຈາກໂມຫະວ່າ “ຈິຕປາສະຈາກໂມຫະ”, (໗) ຮູ້ແຈ້ງຊຶ່ງຈິຕອັນຫົດຫູ່ວ່າ “ຈິຕຫົດຫູ່”, (໘) ຮູ້ແຈ້ງຊຶ່ງຈິຕອັນຟຸ້ງຊ້ານວ່າ “ຈິຕຟຸ້ງຊ້ານ”, (໙) ຮູ້ແຈ້ງຊຶ່ງຈິຕອັນເຖິງຄວາມເປັນຈິຕໃຫຍ່໑ ວ່າ “ຈິຕເຖິງແລ້ວຊຶ່ງຄວາມເປັນຈິຕໃຫຍ່”, (໑໐) ແຈ້ງຊຶ່ງຈິຕອັນບໍ່ເຖິງຄວາມເປັນຈິຕໃຫຍ່ ວ່າ “ຈິຕບໍ່ເຖິງແລ້ວຊຶ່ງຄວາມເປັນຈິຕໃຫຍ່”, (໑໑) ຮູ້ແຈ້ງຊຶ່ງຈິຕ ອັນຍັງມີຈິຕອື່ນຍິ່ງກວ່າ ວ່າ “ຈິຕຍັງມີຈິຕອື່ນຍິ່ງກວ່າ”, (໑໒) ຮູ້ແຈ້ງຊຶ່ງຈິຕ ອັນບໍ່ມີຈິຕອື່ນຍິ່ງກວ່າ ວ່າ “ຈິຕບໍ່ມີຈິຕອື່ນຍິ່ງກວ່າ”, (໑໓) ຮູ້ແຈ້ງຊຶ່ງຈິຕອັນຕັ້ງໝັ້ນວ່າ “ຈິຕຕັ້ງໝັ້ນ”, (໑໔) ແຈ້ງຊຶ່ງຈິຕອັນບໍ່ຕັ້ງໝັ້ນວ່າ “ຈິຕບໍ່ຕັ້ງໝັ້ນ”, (໑໕) ຮູ້ແຈ້ງຊຶ່ງຈິຕອັນຫຼຸດພົ້ນແລ້ວວ່າ “ຈິຕຫຼຸດພົ້ນແລ້ວ”, (໑໖) ຮູ້ແຈ້ງຊຶ່ງຈິຕອັນຍັງບໍ່ຫຼຸດພົ້ນວ່າ “ຈິຕຍັງບໍ່ຫຼຸດພົ້ນ”.
ດ້ວຍອາການດັ່ງນີ້ແລ ທີ່ພິກຂຸເປັນຜູ່ ມີປົກກະຕິພິຈາຣະນາເຫັນຈິຕ ໃນຈິຕ ອັນເປັນພາຍໃນຢູ່ ແດ່, ໃນຈິຕອັນເປັນພາຍນອກຢູ່ ແດ່, ໃນຈິຕທັງພາຍໃນແລະພາຍນອກຢູ່ ແດ່ ; ແລະເປັນຜູ່ມີປົກກະຕິພິຈາຣະນາເຫັນທັມເປັນເຫຕເກີດຂຶ້ນ (ແຫ່ງຈິຕ) ໃນຈິຕ (ນີ້) ຢູ່ແດ່, ເຫັນທັມເປັນເຫຕເສື່ອມໄປ (ແຫ່ງຈິຕ) ໃນຈິຕ (ນີ້) ຢູ່ແດ່. ນີ້ແຫຼະສະຕິ (ຄືຄວາມລະນຶກ) ວ່າ “ຈິຕມີຢູ່” ດັ່ງນີ້ຂອງເຂົານັ້ນ ເປັນສະຕິທີ່ເຂົາດໍາຣົງໄວ້ພຽງເພື່ອຄວາມຮູ້ ພຽງເພື່ອຄວາມອາໄສລະນຶກ. ທີ່ແທ້ເຂົາເປັນຜູ່ທີ່ຕັນຫາ ແລະ ທິຕຖິອາໄສບໍ່ໄດ້ ແລະ ເຂົາບໍ່ຢຶດໝັ້ນອັນໃດໆ ໃນໂລກ. ພິກຂຸ ທ. ! ພິກຂຸຊື່ວ່າເປັນຜູ່ມີປົກກະຕິເຫັນຈິຕໃນຈິຕຢູ່ ແມ່ນວ່າດ້ວຍອາການເຊັ່ນນີ້.
- ໄນຍະແຫ່ງອານາປານະສະຕິສູຕ : ໑໔/໑໙໖/໒໘໙.
- ໄນຍະແຫ່ງມະຫາສະຕິປັຕຖານສູຕ : ໑໐/໓໓໔/໒໘໙.
໑. ຈິຕເຖິງຄວາມເປັນຈິຕໃຫຍ່ຄື ຈິຕຕັ້ງຢູ່ໃນຮູບຊານ ແລະ ອະຮູບສະມາບັຕ. ທີ່ບໍ່ເຖິງຄວາມເປັນຈິຕໃຫຍ່
ໄດ້ແກ່ ຈິຕອັນຍັງຢູ່ໃນກາມ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໒໓
ການຝຶກສະຕິໃນຮູບທັມມານຸປັສສະນາ
໑. ຕາມໄນຍະແຫ່ງອານາປານະສະຕິສູຕ
ພິກຂຸ ທ. ! ສະໄໝໃດ ພິກຂຸ (໑) ຍ່ອມເຮັດໃນບົດສຶກສາວ່າ ເຮົາ ເປັນຕາມເຫັນຊຶ່ງຄວາມບໍ່ທ່ຽງ ຢູ່ເປັນປະຈໍາ ຈັກຫາຍໃຈເຂົ້າ ດັ່ງນີ້, ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ຕາມເຫັນຊຶ່ງຄວາມບໍ່ທ່ຽງຢູ່ເປັນປະຈໍາ ຈັກຫາຍໃຈອອກ ດັ່ງນີ້ ; (໒) ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ ຕາມເຫັນຊຶ່ງຄວາມຈາງຄາຍ ຢູ່ເປັນປະຈໍາ ຈັກຫາຍໃຈເຂົ້າ ດັ່ງນີ້, ເຮົາເປັນຜູ່ຕາມເຫັນຊຶ່ງຄວາມຈາງຄາຍຢູ່ເປັນປະຈໍາ ຈັກຫາຍໃຈອອກ ດັ່ງນີ້, (໓) ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ ຕາມເຫັນຊຶ່ງຄວາມດັບບໍ່ເຫຼືອ ຢູ່ເປັນປະຈໍາ ຈັກຫາຍໃຈເຂົ້າ ດັ່ງນີ້, ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ຕາມເຫັນຊຶ່ງຄວາມດັບບໍ່ເຫຼືອຢູ່ເປັນປະຈໍາ ຈັກຫາຍໃຈອອກ ດັ່ງນີ້, (໔) ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ ຕາມເຫັນຊຶ່ງຄວາມສະລັດຄືນ ຢູ່ເປັນປະຈໍາ ຈັກຫາຍໃຈເຂົ້າ ດັ່ງນີ້, ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ຕາມເຫັນຊຶ່ງຄວາມສະລັດຄືນຢູ່ເປັນປະຈໍາ ຈັກຫາຍໃຈອອກ ດັ່ງນີ້, ພິກຂຸ ທ. ! ສະໄໝນັ້ນ ພິກຂຸຊື່ວ່າເປັນຜູ່ ຕາມເຫັນທັມໃນທັມ໑ ທັງຫຼາຍ ຢູ່ເປັນປະຈໍາ ມີຄວາມພຽງເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອະພິຊຊາ ແລະ ໂທມະນັສສະ ໃນໂລກອອກເສຍໄດ້.
ພິກຂຸ ທ. ! ພິກຂຸນັ້ນ ເປັນຜູ່ເຂົ້າໄປເພັ່ງສະເພາະເປັນຢ່າງດີແລ້ວ ເພາະເຂົາເຫັນການລະອະພິຊຊາ ແລະໂທມະນັສສະທັງຫຼາຍຂອງເຂົານັ້ນດ້ວຍປັນຍາ. ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ພິກຂຸນັ້ນ ຍ່ອມຊື່ວ່າເປັນຜູ່ຕາມເຫັນທັມໃນທັມທັງຫຼາຍຢູ່ເປັນປະຈໍາ ມີຄວາມພຽງເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອະພິຊຊາ ແລະ ໂທມະນັສສະ ໃນໂລກອອກເສຍໄດ້ ໃນສະໄໝນັ້ນ.
໑. ເຫັນຄວາມຈິງຂອງທັມໃນທັມທັງຫຼາຍ ຈົນບໍ່ຢຶດໝັ້ນທັມໃດໆ, ຕັ້ງແຕ່ຕໍ່າທີ່ສຸດ ຈົນເຖິງ ສູງທີ່ສຸດ
ມີນິບພານເປັນຕົ້ນ.








