ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ດ້ວຍອາການດັ່ງນີ້ແລ ທີ່ພິກຂຸເປັນຜູ່ ມີປົກກະຕິພິຈາຣະນາເຫັນເວທະນາ ໃນເວທະນາ ທ. ອັນເປັນພາຍໃນຢູ່ແດ່, ໃນເວທະນາ ທ. ອັນເປັນພາຍນອກຢູ່ແດ່, ໃນເວທະນາ ທ. ທັງພາຍໃນແລະພາຍນອກຢູ່ແດ່ ; ແລະເປັນຜູ່ມີປົກກະຕິພິຈາຣະນາເຫັນທັມເປັນເຫຕເກີດຂຶ້ນ (ແຫ່ງເວທະນາ) ໃນເວທະນາ ທ. (ນີ້) ຢູ່ແດ່, ເຫັນທັມເປັນເຫຕເສື່ອມໄປ (ແຫ່ງເວທະນາ) ໃນເວທະນາ ທ. (ນີ້) ຢູ່ແດ່, ເຫັນທັມອັນເປັນເຫຕເກີດຂຶ້ນແລະເສື່ອມໄປ (ແຫ່ງເວທະນາ) ໃນເວທະນາ ທ. (ນີ້) ຢູ່ແດ່. ກໍແຫຼະສະຕິ (ຄືຄວາມລະນຶກ) ວ່າ “ເວທະນາ ທ. ມີຢູ່” ດັ່ງນີ້ຂອງເຂົານັ້ນ ເປັນສະຕິທີ່ເຂົາດໍາຣົງໄວ້ພຽງເພື່ອຄວາມຮູ້ ພຽງເພື່ອອາໄສລະນຶກ. ທີ່ແທ້ເຂົາເປັນຜູ່ທີ່ຕັນຫາ ແລະ ທິຕຖິອາໄສບໍ່ໄດ້ ແລະເຂົາບໍ່ຢຶດໝັ້ນອັນໃດໆ ໃນໂລກ. ພິກຂຸ ທ. ! ພິກຂຸຊື່ວ່າເປັນຜູ່ມີປົກກະຕິເຫັນເວທະນາໃນເວທະນາທັງຫຼາຍຢູ່ ແມ່ນວ່າດ້ວຍອາການເຊັ່ນນີ້.
- ໄນຍະແຫ່ງອານາປານະສະຕິສູຕ : ໑໔/໑໙໖/໒໘໙.
- ໄນຍະແຫ່ງມະຫາສະຕິປັຕຖານສູຕ : ໑໐/໓໓໒/໒໘໘.
ການຝຶກສະຕິໃນຮູບແຫ່ງຈິຕຕານຸປັສສະນາ
໑. ຕາມໄນຍະແຫ່ງອານາປານະສະຕິສູຕ
ພິກຂຸ ທ. ! ສະໄໝໃດ ພິກຂຸ (໑) ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ ຮູ້ພ້ອມສະເພາະຊຶ່ງຈິຕ ຈັກຫາຍໃຈເຂົ້າ ດັ່ງນີ້, ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ຮູ້ພ້ອມສະເພາະຊຶ່ງຈິຕ ຈັກຫາຍໃຈອອກ ດັ່ງນີ້,
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໒໑
(໒) ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນ ຜູ່ເຮັດຈິຕໃຫ້ປາໂມດຍິ່ງຢູ່ ຈັກຫາຍໃຈເຂົ້າ ດັ່ງນີ້, ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ເຮັດຈິຕໃຫ້ປາໂມດຍິ່ງຢູ່ ຈັກຫາຍໃຈອອກ ດັ່ງນີ້, (໓) ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນ ຜູ່ເຮັດຈິຕໃຫ້ຕັ້ງໝັ້ນຢູ່ ຈັກຫາຍໃຈເຂົ້າ ດັ່ງນີ້, ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ເຮັດຈິຕໃຫ້ຕັ້ງໝັ້ນຢູ່ ຈັກຫາຍໃຈອອກ ດັ່ງນີ້, (໔) ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນ ຜູ່ເຮັດຈິຕໃຫ້ປ່ອຍຢູ່ ຈັກຫາຍໃຈເຂົ້າ ດັ່ງນີ້, ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ເຮັດຈິຕໃຫ້ປ່ອຍຢູ່ ຈັກຫາຍໃຈອອກ ດັ່ງນີ້ ; ພິກຂຸ ທ. ! ສະໄໝນັ້ນ ພິກຂຸຊື່ວ່າເປັນຜູ່ ຕາມເຫັນຈິຕໃນຈິຕ໑ ຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອະພິຊາ ແລະ ໂທມະນັສສະ ໃນໂລກອອກເສຍໄດ້.
ພິກຂຸ ທ. ! ເຮົາບໍ່ກ່າວອານາປານະສະຕິວ່າເປັນສິ່ງທີ່ມີໄດ້ ແກ່ບຸຄຄົນຜູ່ມີສະຕິອັນລືມຫຼົງແລ້ວ ບໍ່ມີສັມປະຊັນຍະ. ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ພິກຂຸນັ້ນ ຍ່ອມຊື່ວ່າເປັນຜູ່ຕາມເຫັນຈິຕໃນຈິຕຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອະພິຊຊາແລະໂທມະນັສສະ ໃນໂລກອອກເສຍໄດ້ ໃນສະໄໝນັ້ນ.
໒. ຕາມໄນຍະແຫ່ງມະຫາສະຕິປັຕຖານສູຕ
ພິກຂຸ ທ. ! ພິກຂຸເປັນຜູ່ມີປົກກະຕິພິຈາຣະນາເຫັນຈິຕໃນຈິຕຢູ່ ນັ້ນເປັນແນວໃດໜໍ ?
ພິກຂຸ ທ. ! ພິກຂຸໃນກໍລະນີນີ້ (໑) ຮູ້ແຈ້ງຊຶ່ງຈິຕອັນມີຣາຄະວ່າ “ຈິຕມີຣາຄະ”, (໒) ຮູ້ແຈ້ງຊຶ່ງຈິຕອັນປາສະຈາກຣາຄະວ່າ “ຈິຕປາສະຈາກຣາຄະ”, (໓) ຮູ້ແຈ້ງຊຶ່ງຈິຕອັນມີໂທສະວ່າ “ຈິຕມີໂທສະ”,
໑. ເຫັນໂດຍວິທີດຽວກັບການເຫັນກາຍໃນກາຍ ດັ່ງທີ່ກ່າວແລ້ວເບື້ອງຕົ້ນ ຫາກແຕ່ໃນບ່ອນນີ້ ເຫັນຈິຕ.
໑໒໒໒ ອະຣິຍະສັຈຈ໌ຈາກພຣະໂອຖະ








