ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

໑. ເຫັນກາຍໃນກາຍ ໝາຍເຖິງເຫັນຄວາມຈິງຂອງກາຍທີ່ກາຍນັ້ນເອງ, ແລະ ເຫັນທຸກໆສ່ວນຂອງກາຍທີ່

ເປັນກາຍສ່ວນຍ່ອຍ ໃນກາຍສ່ວນລວມຄືທັງໝົດ. ລົມຫາຍໃຈກໍຄືກາຍເຍື່ອງໜຶ່ງ ແລະປຸງແຕ່ງຮ່າງກາຍ

ທັງໝົດ ດັ່ງນີ້ເປັນຕົ້ນ, ຈົນວ່າຄວາມສຸຂທາງນາມກາຍ ໃນຂະນະແຫ່ງຊານເປັນຕົ້ນ ; ເຫັນໂດຍຄວາມ

ເປັນຂອງປຸງແຕ່ງຢູ່ ດັ່ງນີ້.

໑໒໑໐ ອະຣິຍະສັຈຈ໌ຈາກພຣະໂອຖະ

ກ. ໝວດລົມຫາຍໃຈ ເຂົ້າ-ອອກ (ຄືກາຍ)

ພິກຂຸ ທ. ! ໃນກໍລະນີນີ້ ພິກຂຸໄປແລ້ວສູ່ປ່າ ຫຼືເຫງົ້າໄມ້ ຫຼືເຮືອນຫວ່າງກໍຕາມ, ຍ່ອມນັ່ງຄູ້ຂາເຂົ້າມາໂດຍຮອບ (ຂັດສະມາທິ) ຕັ້ງກາຍກົງ ດໍາຣົງສະຕິໝັ້ນ, ເຂົາຜູ່ມີສະຕິຢູ່ນັ້ນແລ ຫາຍໃຈເຂົ້າ ມີສະຕິຫາຍໃຈອອກ (໑) ເມື່ອຫາຍໃຈເຂົ້າຍາວ ກໍຮູ້ແຈ້ງ ວ່າເຮົາຫາຍໃຈເຂົ້າຍາວ, ຫຼືເມື່ອຫາຍໃຈອອກຍາວ ກໍຮູ້ແຈ້ງວ່າເຮົາຫາຍໃຈອອກຍາວ ; ຫຼືວ່າ (໒) ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ແຈ້ງ ວ່າເຮົາຫາຍໃຈເຂົ້າສັ້ນ, ຫຼືເມື່ອຫາຍໃຈອອກສັ້ນ ກໍຮູ້ແຈ້ງວ່າເຮົາຫາຍໃຈອອກສັ້ນ, (໓) ເຂົາຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ ຮູ້ພ້ອມສະເພາະຊຶ່ງກາຍທັງປວງ ຈັກຫາຍໃຈເຂົ້າ, ເຮົາເປັນຜູ່ຮູ້ພ້ອມສະເພາະຊຶ່ງກາຍທັງປວງ ຈັກຫາຍໃຈອອກ, (໔) ເຂົາຍ່ອມເຮັດໃນບົດສຶກສາວ່າ ເຮົາ ເຮັດກາຢະສັງຂາຣ (ຄືລົມຫາຍໃຈເຂົ້າອອກ) ໃຫ້ລະງັບຢູ່ ຈັກຫາຍໃຈເຂົ້າ, ເຮົາເຮັດກາຢະສັງຂາຣໃຫ້ລະງັບຢູ່ ຈັກຫາຍໃຈອອກ, ເຊັ່ນດຽວກັນກັບນາຍຊ່າງກຶງ ຫຼືລູກນ້ອງຂອງນາຍຊ່າງກຶງຜູ່ຊໍານານ ເມື່ອເຂົາດຶງເຊືອກກຶງຍາວ ກໍຮູ້ຈັກແຈ້ງວ່າເຮົາດຶງເຊືອກກຶງຍາວ, ເມື່ອດຶງເຊືອກກຶງສັ້ນ ກໍຮູ້ຈັກແຈ້ງວ່າເຮົາດຶງເຊືອກກຶງສັ້ນ, ເຊັ່ນໃດກໍເຊັ່ນນັ້ນ.

ດ້ວຍອາການດັ່ງ (ກ່າວມາ) ນີ້ແລ ທີ່ພິກຂຸເປັນຜູ່ ມີປົກກະຕິພິຈາຣະນາເຫັນກາຍ ໃນກາຍອັນເປັນພາຍໃນ (ຄືຂອງຕົນ) ຢູ່ແດ່, ໃນກາຍອັນເປັນພາຍນອກ (ຄືຂອງຜູ່ອື່ນ) ຢູ່ແດ່, ໃນກາຍທັງພາຍໃນແລະພາຍນອກຢູ່ແດ່ ; ແລະເປັນຜູ່ມີປົກກະຕິພິຈາຣະນາເຫັນທັມອັນເປັນເຫຕເກີດຂຶ້ນ (ແຫ່ງກາຍ) ໃນກາຍ (ນີ້) ຢູ່ແດ່, ເຫັນທັມເປັນເຫຕເສື່ອມໄປ (ແຫ່ງກາຍ) ໃນກາຍ (ນີ້) ຢູ່ແດ່, ເຫັນທັງທັມເປັນເຫຕເກີດຂຶ້ນແລະເສື່ອມໄປ (ແຫ່ງກາຍ) ໃນກາຍ (ນີ້) ຢູ່ແດ່, ກໍແຫຼະສະຕິ (ຄືຄວາມລະລຶກ) ວ່າ “ກາຍມີຢູ່” ດັ່ງນີ້ ຂອງເຂົານັ້ນ ເປັນສະຕິທີ່ເຂົາດໍາຣົງໄວ້ພຽງເພື່ອຄວາມຮູ້໑ ພຽງເພື່ອອາໄສລະນຶກ, ທີ່ແທ້ເຂົາເປັນຜູ່ທີ່ຕັນຫາ ແລະທິຕຖິອາໄສບໍ່ໄດ້ ແລະເຂົາບໍ່ຢຶດໝັ້ນອັນໃດໆ ໃນໂລກ. ພິກຂຸ ທ. ! ພິກຂຸຊື່ວ່າເປັນຜູ່ມີປົກກະຕິ ພິຈາຣະນາເຫັນກາຍໃນກາຍຢູ່ ແມ່ນວ່າດ້ວຍອາການເຊັ່ນນີ້.

໑. ພຽງເພື່ອຄວາມຮູ້ ຄືລະນຶກຢຶດເອົາກາຍຂຶ້ນເປັນອາຣົມ ສໍາລັບພິຈາຣະນາຫາຄວາມຮູ້, ບໍ່ໄດ້ເຂົ້າໃຈຫຼືຢຶດຖືວ່າ

ກາຍເປັນທັມມະຊາຕທີ່ມີໂຕຕົນ ອັນຈະເຂົ້າຢຶດຖືເປັນຂອງຕົນໄດ້. ແມ່ນວ່າໃນເວທະນາ ຈິຕ ທັມ ກໍຄືກັນ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໑໑

ຂ. ໝວດອິຣິຍະບົດ (ຄືກາຍ)

ພິກຂຸ ທ. ! ຂໍ້ອື່ນຍັງມີອີກ ; ພິກຂຸ (໑) ເມື່ອຍ່າງຢູ່ ຍ່ອມຮູ້ແຈ້ງ ວ່າ “ເຮົາຍ່າງຢູ່”, (໒) ເມື່ອຢືນ ຍ່ອມຮູ້ແຈ້ງ ວ່າ “ເຮົາຢືນຢູ່”, (໓) ເມື່ອນັ່ງ ຍ່ອມຮູ້ແຈ້ງ ວ່າ “ເຮົານັ່ງຢູ່”, (໔) ເມື່ອນອນ ຍ່ອມຮູ້ແຈ້ງວ່າ “ເຮົານອນຢູ່” ; ເຂົາ ຕັ້ງກາຍໄວ້ດ້ວຍອາການເຊັ່ນໃດ ຍ່ອມຮູ້ທົ່ວເຖິງກາຍນັ້ນ ດ້ວຍອາການເຊັ່ນນັ້ນໆ.

ດ້ວຍອາການດັ່ງນີ້ແລ ທີ່ພິກຂຸເປັນຜູ່ ມີປົກກະຕິ ພິຈາຣະນາເຫັນກາຍ ໃນກາຍ ອັນເປັນພາຍໃນຢູ່ແດ່, ໃນກາຍອັນເປັນພາຍນອກຢູ່ແດ່, ... ໆລໆ ... (ຄໍາທີ່ປະໄວ້ຕໍ່ໄປນີ້ ຄືຕອນທ້າຍຂອງໝວດ ກ. ອັນວ່າດ້ວຍລົມຫາຍໃຈເຂົ້າ-ອອກ ຕັ້ງແຕ່ຄໍາວ່າ “ໃນກາຍອັນເປັນພາຍນອກ (ຄືຂອງຜູ່ອື່ນ) ຢູ່ແດ່,” ໄປຈົນເຖິງຄໍາວ່າ “ເຫັນກາຍໃນກາຍຢູ່ ແມ່ນວ່າດ້ວຍອາການເຊັ່ນນີ້”).

ຄ. ໝວດສັມປະຊັນຍະ (ໃນກາຍ)

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ