ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : (໑) ພິກຂຸຍ່ອມເປັນຜູ່ ມີປົກກະຕິ໒ ເຮັດຄວາມຮູ້ສຶກໂຕທົ່ວພ້ອມ ໃນການກ້າວໄປທາງໜ້າ ໃນການຖອຍກັບທາງຫຼັງ. (໒) ເປັນຜູ່ມີປົກກະຕິເຮັດຄວາມຮູ້ສຶກໂຕທົ່ວພ້ອມ ໃນການເບິ່ງ ໃນການຫຼຽວເບິ່ງ. (໓) ເປັນຜູ່ມີປົກກະຕິເຮັດຄວາມຮູ້ສຶກໂຕທົ່ວພ້ອມ ໃນການຄູ້ ໃນການຢຽດ (ອະໄວຍະວະ).
໑. ຮູ້ວ່າຍ່າງດ້ວຍອະນັຕຕານຸປັສສະນາຍານໂດຍປະຣະມັຕຖ໌ ຄືປະຊຸມແຫ່ງນາມຮູບເຄື່ອນໄຫວໄປຢູ່
ບໍ່ແມ່ນສັຕຍ່າງ ບຸຄຄົນຍ່າງ ຄືດັ່ງສຽງທີ່ກ່າວກັນກໍບໍ່, ນັ່ງ ນອນ ຢືນ ກໍເຊັ່ນດຽວກັນ.
໒. ຄໍາວ່າມີປົກກະຕິ ແມ່ນມີການເຮັດເຊັ່ນນັ້ນໆ ເປັນປະຈໍາ ບໍ່ມີຂາດໄລຍະ ໄດ້ແກ່ເຮັດສະໝໍ່າສະເໝີ, ຄໍານີ້
ທ່ານໝາຍຄວາມໜັກຍິ່ງກວ່າຄໍາວ່າເຮັດຈົນລຶ້ງເຄີຍ ເຮັດຈົນເຄີຍຊິນແລ້ວອາດບໍ່ເຮັດກໍໄດ້ ສ່ວນຄໍານີ້
ເປັນການເຮັດເລື້ອຍໆ ຢ່າງທີ່ເອີ້ນວ່າຕິດສັນດານຈົນເຖິງດັບລົມຫາຍໃຈ.
໑໒໑໒ ອະຣິຍະສັຈຈ໌ຈາກພຣະໂອຖະ
(໔) ເປັນຜູ່ມີປົກກະຕິເຮັດຄວາມຮູ້ສຶກໂຕທົ່ວພ້ອມ ໃນການຊົງສັງຄາຕິ ບາຕ
ຈີວອຣ໓. (໕) ເປັນຜູ່ມີປົກກະຕິເຮັດຄວາມຮູ້ສຶກໂຕທົ່ວພ້ອມ ໃນການກິນ ການດື່ມ ການຫຍໍ້າ ການຊີມ໔. (໖) ເປັນຜູ່ມີປົກກະຕິເຮັດຄວາມຮູ້ສຶກໂຕທົ່ວພ້ອມ ໃນການຖ່າຍອຸຈຈາຣະ ປັສສາວະ. (໗) ເປັນຜູ່ມີປົກກະຕິເຮັດຄວາມຮູ້ສຶກໂຕທົ່ວພ້ອມ ໃນການໄປ ການຢຸດ ການນັ່ງ ການນອນ ການຫຼັບ ການຕື່ນ ການເວົ້າ ການນິ້ງ.
ດ້ວຍອາການແນວນີ້ແລ ທີ່ພິກຂຸເປັນຜູ່ ມີປົກກະຕິ ພິຈາຣະນາເຫັນກາຍ ໃນກາຍອັນເປັນພາຍໃນຢູ່ແດ່, ໃນກາຍອັນເປັນພາຍນອກຢູ່ແດ່, ... ໆລໆ ... (ຄໍາທີ່ປະໄວ້ຕໍ່ໄປນີ້ ຄືຕອນທ້າຍຂອງໝວດ ກ. ອັນວ່າດ້ວຍລົມຫາຍໃຈເຂົ້າ-ອອກ ຕັ້ງແຕ່ຄໍາວ່າ “ໃນກາຍອັນເປັນພາຍນອກ (ຄືຂອງຜູ່ອື່ນ) ຢູ່ແດ່,” ໄປຈົນເຖິງຄໍາວ່າ “ເຫັນກາຍໃນກາຍຢູ່ ແມ່ນວ່າດ້ວຍອາການເຊັ່ນນີ້”).
ງ. ໝວດມະນະສິກາຣະໃນສິ່ງປະຕິກູລ (ຄືກາຍ)
ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸ ພິຈາຣະນາເຫັນກາຍນີ້ແລ ຈາກພື້ນບາທາຂຶ້ນໄປສູ່ທາງເທິງ ຈາກປາຍຜົມລົງມາໃນທາງຕໍ່າ ອັນມີໜັງຫຸ້ມຢູ່ໂດຍຮອບ ເຕັມໄປດ້ວຍຂອງບໍ່ສະອາດ ມີປະການຕ່າງໆວ່າ : ໃນກາຍນີ້ມີຜົມ ທ. ຂົນ ທ. ເລັບ ທ. ແຂ້ວ ທ. ໜັງ ຊີ້ນ ເອັນ ທ. ກະດູກ ທ. ເຫຍື່ອໃນກະດູກ ໝາກໄຂ່ຫຼັງ ຫົວໃຈ ຕັບ ພັງຜືດ ມ້າມ ປອດ ໄສ້ ໄສ້ສຸດ ອາຫາຣໃນກະເພາະ ອຸຈຈາຣະ ນໍ້າບີ ຂີ້ເຖີ່ ໜອງ ເລືອດ ເຫື່ອ ໄຂມັນ ນໍ້າຕາ ນໍ້າເຫຼືອງ ນໍ້າລາຍ ນໍ້າເມືອກ ນໍ້າຫຼໍ່ລື່ນ
໓. ຖ້າຜູ່ສຶກສາເປັນຄະລຶຫັດ ປ່ຽນເປັນການນຸ່ງຫົ່ມຜ້ານຸ່ງຫົ່ມ ແລະ ໃຊ້ສອຍພາຊະນະອັນໃດກໍໄດ້ ໃນຂໍ້ອື່ນ
ກໍຄວນຮູ້ຄວາມໝາຍຢ່າງດຽວກັນ.
໔. ກິນຄືກິນອາຫາຣຄາບປະຈໍາວັນ ຫຍໍ້າແມ່ນການກິນຂອງກິນຫຼິ້ນຈຸບຈິບ ດື່ມກັບຊິມກໍໄນຍະດຽວກັນ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໑໓
ນໍ້າມູຕ໑ ດັ່ງນີ້ ; ເຊັ່ນດຽວກັບຖົງໄຖ່໒ ມີປາກສອງເບື້ອງ ເຕັມໄປດ້ວຍທັນຍາຊາຕຕ່າງໆ ຄື : ເຂົ້າ ສາລີ ເຂົ້າເປືອກ ຖົ່ວຂຽວ ຖົ່ວຣາຊະມາດ ງາ ເຂົ້າສານ. ບຸຣຸສຜູ່ມີຕາດີ (ບໍ່ບອດ) ແກ້ໄຖ່ນັ້ນອອກແລ້ວ ພິຈາຣະນາເຫັນໄດ້ວ່າ ພວກນີ້ເຂົ້າສາລີ ພວກນີ້ເຂົ້າເປືອກ ພວກນີ້ຖົ່ວຂຽວ ພວກນີ້ຖົ່ວຣາຊະມາດ ພວກນີ້ງາ ພວກນີ້ເຂົ້າສານ ເຊັ່ນໃດກໍເຊັ່ນນັ້ນ.
ດ້ວຍອາການດັ່ງນີ້ແລ ທີ່ພິກຂຸເປັນຜູ່ ມີປົກກະຕິພິຈາຣະນາເຫັນກາຍ ໃນກາຍ ອັນເປັນພາຍໃນຢູ່ແດ່, ໃນກາຍອັນເປັນພາຍນອກຢູ່ແດ່ ... ໆລໆ ... (ຄໍາທີ່ປະໄວ້ຕໍ່ໄປນີ້ ຄືຕອນທ້າຍຂອງໝວດ ກ. ອັນວ່າດ້ວຍລົມຫາຍໃຈເຂົ້າ-ອອກ ຕັ້ງແຕ່ຄໍາວ່າ “ໃນກາຍອັນເປັນພາຍນອກ (ຄືຂອງຜູ່ອື່ນ) ຢູ່ແດ່,” ໄປຈົນເຖິງຄໍາວ່າ “ເຫັນກາຍໃນກາຍຢູ່ ແມ່ນວ່າດ້ວຍອາການເຊັ່ນນີ້”).
ຈ. ໝວດມະນະສິກາຣະໃນທາຕ (ຊຶ່ງເປັນກາຍ)








