ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

໑໑໖໔ ອະຣິຍະສັຈຈ໌ຈາກພຣະໂອຖະ

ພິກຂຸ ທ. ! ການຕຣັສຮູ້ ເປັນສິ່ງທີ່ເຮົາເຖິງທັບແລ້ວ ດ້ວຍຄວາມບໍ່ປະມາດ ອະນຸຕ ຕະຣະໂຢຄັກເຂມະທັມ ກໍເປັນສິ່ງທີ່ເຮົາເຖິງທັບແລ້ວດ້ວຍຄວາມບໍ່ປະມາດ.

ພິກຂຸ ທ. ! ຖ້າແມ່ນ ພວກເຈົ້າ ຈົ່ງຕັ້ງໄວ້ຊຶ່ງຄວາມພຽນອັນບໍ່ຖອຍກັບ (ດ້ວຍການອາທິຖານຈິຕ) ວ່າ “ຈົ່ງເຫຼືອຢູ່ແຕ່ໜັງ ເອັນ ກະດູກທໍ່ນັ້ນ, ຊີ້ນເນື້ອແລະ ເລືອດໃນສະຣີຣະຈົ່ງເຫືອດແຫ້ງໄປ ; ປະໂຍຊນ໌ໃດອັນບຸຄຄົນຈະບັນລຸໄດ້ດ້ວຍກໍາລັງ ດ້ວຍຄວາມພຽນ ດ້ວຍຄວາມບາກບັ່ນຂອງບຸຣຸສ, ຍັງບໍ່ບັນລຸປະໂຍຊນ໌ນັນແລ້ວ ຈັກຢຸດຄວາມພຽນເສຍເປັນບໍ່ມີ” ດັ່ງນີ້. ພິກຂຸ ທ. ! ພວກເຈົ້າກໍຈັກເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງ ຊຶ່ງທີ່ສຸດແຫ່ງພຣົມມະຈັນຣຍ໌ ອັນບໍ່ມີອັນໃດອື່ນຍິ່ງກວ່າ ອັນເປັນປະໂຍຊນ໌ທີ່ຕ້ອງການຂອງກຸລະບຸຕ ຜູ່ອອກບວດຈາກເຮືອນ ເປັນຜູ່ບໍ່ມີເຮືອນໂດຍຖືກຕ້ອງ, ໄດ້ຕໍ່ກາລະບໍ່ດົນໃນທິຕຖະທັມ ເຂົ້າເຖິງແລ້ວແລຢູ່ ເປັນແນ່ນອນ.

- ທຸກ. ອັງ. ໒໐/໖໔/໒໕໑.

ໝວດ ຈ. ວ່າດ້ວຍ ປະກິນນະກະ

ອຸປະສັກຂອງການປະກອບສັມມາວາຢາມະ

ພິກຂຸ ທ. ! ພິກຂຸໃດ ຍັງລະເຄື່ອງຂຶງຈິຕຫ້າຢ່າງບໍ່ໄດ້ ຍັງຕັດເຄື່ອງຜູກພັນຈິຕ

ຫ້າຢ່າງບໍ່ໄດ້ ; ພິກຂຸນັ້ນໜໍ ຈັກເຖິງຄວາມຈະເຣີນ ງອກງາມ ໄພບູນ ໃນທັມວິນັຍນີ້ : ນັ້ນບໍ່ເປັນຖານະທີ່ຈະມີໄດ້.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຢາມະ ໑໑໖໕

ກ. ເຄື່ອງຂຶງຈິຕ ໕ ຢ່າງ

ເຄື່ອງຂຶງຈິຕທີ່ພິກຂຸນັ້ນ ຍັງລະບໍ່ໄດ້ ໕ ຢ່າງນັ້ນ ເປັນແນວໃດໜໍ ?

ພິກຂຸ ທ. ! ໃນກໍລະນີນີ້ ພິກຂຸ ຍັງສົງໃສ ບໍ່ແນ່ໃຈ ບໍ່ປົງໃຈເຊື່ອ ບໍ່ເຫຼື້ອມໃສ ໃນ ພຣະສາສດາ. ພິກຂຸໃດ ເປັນຄືດັ່ງກ່າວມານີ້ ຈິຕຂອງພິກຂຸນັ້ນ ຍ່ອມບໍ່ນ້ອມໄປ ເພື່ອຄວາມພຽນເຄື່ອງເຜົາກິເລສ ເຄື່ອງຕາມປະກອບ ເຄື່ອງເຮັດຢ່າງຕິດຕໍ່ບໍ່ຂາດສາຍ (ຄືບໍ່ເປັນໄປເພື່ອສັມມາວາຢາມະ) ; ເຊັ່ນນີ້ແລ ເຄື່ອງຂຶງຈິຕເຍື່ອງທີໜຶ່ງ ທີ່ເຂົານັ້ນຍັງລະບໍ່ໄດ້.

ພິກຂຸ ທ. ! ຢ່າງອື່ນຍັງມີອີກ : ພິກຂຸ ຍັງສົງໃສ ບໍ່ແນ່ໃຈ ບໍ່ປົງໃຈເຊື່ອ ບໍ່ເຫຼື້ອມໃສ ໃນ ພຣະທັມ. ພິກຂຸໃດ ເປັນຄືດັ່ງກ່າວນີ້ ຈິຕຂອງພິກຂຸນັ້ນ ຍ່ອມບໍ່ນ້ອມໄປ ເພື່ອຄວາມພຽນເຄື່ອງເຜົາກິເລສ ເຄື່ອງຕາມປະກອບ ເຄື່ອງເຮັດຢ່າງຕິດຕໍ່ບໍ່ຂາດສາຍ (ຄືບໍ່ເປັນໄປເພື່ອສັມມາວາຢາມະ) ; ເຊັ່ນນີ້ແລ ເຄື່ອງຂຶງຈິຕເຍື່ອງທີສອງ ທີ່ເຂົານັ້ນຍັງລະບໍ່ໄດ້.

ພິກຂຸ ທ. ! ຢ່າງອື່ນຍັງມີອີກ : ພິກຂຸ ຍັງສົງໃສ ບໍ່ແນ່ໃຈ ບໍ່ປົງໃຈເຊື່ອ ບໍ່ເຫຼື້ອມໃສ ໃນ ພຣະສົງຄ໌. ພິກຂຸໃດ ເປັນຄືດັ່ງກ່າວນີ້ ຈິຕຂອງພິກຂຸນັ້ນ ຍ່ອມບໍ່ນ້ອມໄປ ເພື່ອຄວາມພຽນເຄື່ອງເຜົາກິເລສ ເຄື່ອງຕາມປະກອບ ເຄື່ອງເຮັດຢ່າງຕິດຕໍ່ບໍ່ຂາດສາຍ (ຄືບໍ່ເປັນໄປເພື່ອສັມມາວາຢາມະ) ; ເຊັ່ນນີ້ແລ ເຄື່ອງຂຶງຈິຕເຍື່ອງທີສາມ ທີ່ເຂົານັ້ນຍັງລະບໍ່ໄດ້.

ພິກຂຸ ທ. ! ຢ່າງອື່ນຍັງມີອີກ : ພິກຂຸ ຍັງສົງໃສ ບໍ່ແນ່ໃຈ ບໍ່ປົງໃຈເຊື່ອ ບໍ່ເຫຼື້ອມໃສ ໃນ ສິກຂາ. ພິກຂຸໃດ ເປັນດັ່ງກ່າວນີ້ ຈິຕຂອງພິກຂຸນັ້ນ ຍ່ອມບໍ່ນ້ອມໄປ ເພື່ອຄວາມ ພຽນເຄື່ອງເຜົາກິເລສ ເຄື່ອງຕາມປະກອບ ເຄື່ອງເຮັດຢ່າງຕິດຕໍ່ບໍ່ຂາດສາຍ (ຄືບໍ່ເປັນໄປເພື່ອສັມມາວາຢາມະ) ; ເຊັ່ນນີ້ແລ ເຄື່ອງຂຶງຈິຕເຍື່ອງທີສີ່ ທີ່ເຂົານັ້ນຍັງລະບໍ່ໄດ້.

໑໑໖໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ພິກຂຸ ທ. ! ຢ່າງອື່ນຍັງມີອີກ : ພິກຂຸ ຍັງເປັນຜູ່ ໂກດເຄືອງຢູ່ໃນເພື່ອນພຣົມມະຈາຣີ ບໍ່ພໍໃຈ ມີຈິຕອັນໂທສະກະທົບແລ້ວ ມີເຄື່ອງຂຶງຈິຕເກີດແລ້ວ. ພິກຂຸໃດ ເປັນຄືດັ່ງກ່າວນີ້ ຈິຕຂອງພິກຂຸນັ້ນ ຍ່ອມບໍ່ນ້ອມໄປ ເພື່ອຄວາມພຽນເຜົາກິເລສ ເຄື່ອງຕາມປະກອບ ເຄື່ອງເຮັດຢ່າງຕິດຕໍ່ບໍ່ຂາດສາຍ (ຄືບໍ່ເປັນໄປເພື່ອສັມມາວາຢາມະ) ເຊັ່ນນີ້ແລ ເຄື່ອງຂຶງຈິຕເຍື່ອງທີຫ້າ ທີ່ເຂົາຍັງລະບໍ່ໄດ້.

ເຄື່ອງຂຶງຈິຕຫ້າຢ່າງນີ້ແລ ຂອງພິກຂຸນັ້ນ ອັນເຂົາຍັງລະບໍ່ໄດ້.

ຂ. ເຄືອງຜູກພັນຈິຕ ໕ ຢ່າງ

ເຄື່ອງຜູກພັນຈິຕ ໕ ຢ່າງ ທີ່ພິກຂຸຍັງລະບໍ່ໄດ້ ເປັນແນວໃດໜໍ ?

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ