ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ໃນກໍລະນີນີ້ ພິກຂຸເປັນຜູ່ ບໍ່ປາສະຈາກຣາຄະ ບໍ່ປາສະຈາກສັນທະ
ບໍ່ປາສະຈາກຄວາມຮັກ ບໍ່ປາສະຈາກຄວາມກະຫາຍ ບໍ່ປາສະຈາກຄວາມອັ່ງຮ້ອນ
ບໍ່ປາສະຈາກຕັນຫາ ໃນກາມ. ພິກຂຸໃດ ເປັນຄືດັ່ງກ່າວນີ້ ຈິຕຂອງພິກຂຸນັ້ນ ຍ່ອມ
ບໍ່ນ້ອມໄປເພື່ອຄວາມພຽນເຜົາກິເລສ ເຄື່ອງຕາມປະກອບ ເຄື່ອງເຮັດຢ່າງຕິດຕໍ່
ບໍ່ຂາດສາຍ (ຄືບໍ່ເປັນໄປເພື່ອສັມມາວາຢາມະ) ເຊັ່ນນີ້ແລ ເປັນເຄື່ອງຜູກພັນຈິຕເຍື່ອງທີໜຶ່ງ ທີ່ເຂົານັ້ນຕັດໃຫ້ຂາດບໍ່ໄດ້.
ພິກຂຸ ທ. ! ຢ່າງອື່ນຍັງມີອີກ : ພິກຂຸເປັນຜູ່ ບໍ່ປາສະຈາກຣາຄະ ບໍ່ປາສະຈາກສັນທະ ບໍ່ປາສະຈາກຄວາມຮັກ ບໍ່ປາສະຈາກຄວາມກະຫາຍ ບໍ່ປາສະຈາກຄວາມອັ່ງຮ້ອນ ບໍ່ປາສະຈາກຕັນຫາ ໃນກາຍ. ພິກຂຸໃດ ເປັນຄືດັ່ງກ່າວນີ້ ຈິຕຂອງພິກຂຸນັ້ນ ຍ່ອມບໍ່ນ້ອມໄປເພື່ອຄວາມພຽນເຜົາກິເລສ ເຄື່ອງຕາມປະກອບ ເຄື່ອງເຮັດຢ່າງຕິດຕໍ່ບໍ່ຂາດສາຍ (ຄືບໍ່ເປັນໄປເພື່ອສັມມາວາຢາມະ) ເຊັ່ນນີ້ແລ ເປັນເຄື່ອງຜູກພັນຈິຕເຍື່ອງທີສອງ ທີ່ເຂົານັ້ນຕັດໃຫ້ຂາດບໍ່ໄດ້.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຢາມະ ໑໑໖໗
ພິກຂຸ ທ. ! ຢ່າງອື່ນຍັງມີອີກ : ພິກຂຸເປັນຜູ່ ບໍ່ປາສະຈາກຣາຄະ ບໍ່ປາສະຈາກສັນທະ ບໍ່ປາສະຈາກຄວາມຮັກ ບໍ່ປາສະຈາກຄວາມກະຫາຍ ບໍ່ປາສະຈາກຄວາມເຮັ່ງຮ້ອນ ບໍ່ປາສະຈາກຕັນຫາ ໃນຮູບ. ພິກຂຸໃດ ເປັນຄືດັ່ງກ່າວນີ້ ຈິຕຂອງພິກຂຸນັ້ນ ຍ່ອມບໍ່ນ້ອມໄປ ເພື່ອຄວາມພຽນເຜົາກິເລສ ເຄື່ອງຕາມປະກອບ ເຄື່ອງເຮັດຢ່າງຕິດຕໍ່ບໍ່ຂາດສາຍ (ຄືບໍ່ເປັນໄປເພື່ອສັມມາວາຢາມະ) ເຊັ່ນນີ້ແລ ເປັນເຄື່ອງຜູກພັນຈິຕເຍື່ອງທີສາມ ທີ່ເຂົານັ້ນຕັດໃຫ້ຂາດບໍ່ໄດ້.
ພິກຂຸ ທ. ! ຢ່າງອື່ນຍັງມີອີກ : ພິກຂຸ ສັນອາຫາຣອີ່ມທ້ອງແລ້ວ ຕາມປະກອບຄວາມສຸຂໃນການນອນ ສຸຂໃນການເອນ ສຸຂໃນການນັ່ງເຈົ່າຢູ່. ພິກຂຸໃດ ເປັນຄືດັ່ງກ່າວນີ້ ຈິຕຂອງພິກຂຸນັ້ນ ຍ່ອມບໍ່ນ້ອມໄປ ເພື່ອຄວາມພຽນເຄື່ອງເຜົາກິເລສ ເຄື່ອງຕາມປະກອບ ເຄື່ອງເຮັດຢ່າງຕິດຕໍ່ບໍ່ຂາດສາຍ (ຄືບໍ່ເປັນໄປເພື່ອສັມມາວາຢາມະ) : ເຊັ່ນນີ້ແລ ເປັນ ເຄື່ອງຜູກພັນຈິຕເຍື່ອງທີສີ່ ທີ່ເຂົານັ້ນຍັງຕັດໃຫ້ຂາດບໍ່ໄດ້.
ພິກຂຸ ທ. ! ຢ່າງອື່ນຍັງມີອີກ : ພິກຂຸ ປະພຶຕພຣົມມະຈັນຣຍ໌ ໂດຍຫວັງເຂົ້າສູ່ເທບນິກາຍ ພວກໃດພວກໜຶ່ງວ່າ “ດ້ວຍສີລນີ້ ວັຕນີ້ ຕະບະນີ້ ພຣົມມະຈັນຣຍ໌ນີ້ ເຮົາຈັກເປັນເທພະເຈົ້າ ຫຼື ເທພະຍະດາຢ່າງໃດຢ່າງໜຶ່ງ” ດັ່ງນີ້. ພິກຂຸໃດ ເປັນຄືດັ່ງກ່າວນີ້ ຈິຕຂອງພິກຂຸນັ້ນ ຍ່ອມບໍ່ນ້ອມໄປເພື່ອຄວາມພຽນເຄື່ອງເຜົາກິເລສ ເຄື່ອງຕາມປະກອບ ເຄື່ອງເຮັດຢ່າງຕິດຕໍ່ບໍ່ຂາດສາຍ (ຄືບໍ່ເປັນໄປເພື່ອສັມມາວາຢາມະ) : ເຊັ່ນນີ້ແລ ເປັນ ເຄື່ອງຜູກພັນຈິຕເຍື່ອງທີຫ້າ ທີ່ເຂົານັ້ນຍັງຕັດໃຫ້ຂາດບໍ່ໄດ້.
໑໑໖໘ ອະຣິຍະສັຈຈ໌ຈາກພຣະໂອຖະ
ເຄື່ອງຜູກພັນຈິຕ ໕ ຢ່າງເຫຼົ່ານີ້ແລ ຂອງພິກຂຸນັ້ນ ອັນເຂົາຍັງຕັດໃຫ້ຂາດບໍ່ໄດ້.
ພິກຂຸ ທ. ! ພິກຂຸໃດ ຍັງລະເຄື່ອງຂຶງຈິິຕຫ້າຢ່າງເຫຼົ່ານີ້ບໍ່ໄດ້ ຍັງຕັດເຄື່ອງຜູກພັນຈິຕຫ້າຢ່າງເຫຼົ່ານີ້ບໍ່ໄດ້, ແລ້ວ ; ພິກຂຸນັ້ນໜໍ ຈັກເຖິງຄວາມຈະເຣີນງອກງາມ ໄພບູນ ໃນທັມວິນັຍນີ້ : ນັ້ນບໍ່ແມ່ນຖານະທີ່ຈະມີໄດ້.
(ຍັງມີການຕຣັດໂດຍປະຕິປັກຂະໄນຍະ ຝ່າຍກົງກັນຂ້າມ ຊຶ່ງເປັນການສົ່ງເສີມການປະກອບຄວາມພຽນ ຜູ່ສຶກສາອາດຈະທຽບຄຽງໄດ້ດ້ວຍຕົນເອງ ບໍ່ຈໍາຕ້ອງນໍາເອົາມາໃສ່ໄວ້ໃນທີ່ນີ້).
- ມູ. ມ. ໑໒/໒໐໔-໒໑໐/໒໒໗-໒໓໒.
ຂໍ້ແກ້ໂຕຂອງຄົນຂີ້ຄ້ານ
ພິກຂຸ ທ. ! ກຸສິຕະວັຕຖຸ (ທີ່ຕັ້ງແຫ່ງຄວາມຂີ້ຄ້ານ) ໘ ຢ່າງ ເຫຼົ່ານີ້ ມີຢູ່ ແປດຢ່າງ ແນວໃດໜໍ ? ແປດຢ່າງຄື :
໑. ພິກຂຸ ທ. ! ໃນກໍລະນີນີ້ ການງານອັນພິກຂຸຈະຕ້ອງເຮັດມີຢູ່. ພິກຂຸນັ້ນມີຄວາມຄິດແນວນີ້ວ່າ “ການງານເປັນສິ່ງທີ່ເຮົາຈະຕ້ອງເຮັດ ແຕ່ເມື່ອເຮັດການງານຢູ່ ກາຍຈັກອິດເມື່ອຍ ເອົາເຖີ້ນ ຖ້າແນວນັ້ນເຮົາຈະນອນເສຍ” ດັ່ງນີ້ ; ເຂົານັ້ນກໍນອນເສຍ
ບໍ່ປາຣົບຄວາມພຽນ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຖິງທັບສິ່ງທີ່ຍັງບໍ່ເຖິງທັບ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງ. ພິກຂຸ ທ. ! ນີ້ເປັນ ກຸສິຕະວັຕຖຸ ຂໍ້ທີ ໑.








