ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ໝວດ ງ. ວ່າດ້ວຍ ຫຼັກການປະຕິບັຕ ຂອງສັມມາວາຢາມະ
ພຽນລະອະກຸສົລແຂ່ງກັບຄວາມຕາຍ
ພິກຂຸ ທ. ! ມະຣະນະສະຕິ ອັນບຸຄຄົນຈະເຣີນເຮັດໃຫ້ຫຼາຍແລ້ວ ຍ່ອມມີຜົລໃຫຍ່ ມີອານິສົງສ໌ໃຫຍ່ ເປັນທັມຢັ່ງລົງສູ່ອະມະຕະ ມີອະມະຕະເປັນປະຣິໂຍສານ.
ພິກຂຸ ທ. ! ມະຣະນະສະຕິ (ອັນບຸຄຄົນເຫັນປານນັ້ນ) ເປັນແນວໃດໜໍ ?
ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຜ່ານກາງເວັນມາຮອດກາງຄືນແລ້ວ ຍ່ອມພິຈາຣະນາເຫັນວ່າ “ປັຈຈັຍແຫ່ງຄວາມຕາຍຂອງເຮົາມີຫຼາຍ ຄືງູກັດເຮົາ ແມງເງົາ໑ ຕອດເຮົາ ຫຼືຂີ້ເຂັບ໑ ຂົບເຮົາ ຫຼືວ່າ ເຮົາຍ່າງພະລາດລົ້ມລົງ ອາຫາຣບໍ່ຍ່ອຍ ບີກໍາເລີບ ເສມຫະ
ກໍາເລີບ ຫຼືລົມສັຕຖະກະວາຕະກໍາເລີບ, ຫຼືວ່າ ພວກມະນຸສຫຼືອະມະນຸສທໍາຮ້າຍເຮົາ, ຄວາມຕາຍກໍຈະມີແກ່ເຮົາ : ນັ້ນເປັນອັນຕະລາຍຂອງເຮົາ” ດັ່ງນີ້. ພິກຂຸນັ້ນຈົ່ງພິຈາຣະນາສືບຕໍ່ໄປວ່າ “ມີຢູ່ຫຼືບໍ່ໜໍ ບາບອະກຸສົລທັມທີ່ເຮົາຍັງລະບໍ່ໄດ້ ແລ້ວ ເປັນອັນຕະ ລາຍແກ່ເຮົາ ຜູ່ເຮັດກາລະລົງໄປໃນຄືນນີ້” ດັ່ງນີ້. ພິກຂຸ ທ. ! ຖ້າພິກຂຸພິຈາຣະນາຢູ່ ຮູ້ສຶກວ່າ ບາບອະກຸສົລທັມແນວນັ້ນມີຢູ່, ພິກຂຸນັ້ນ ຈົ່ງຕັ້ງໄວ້ຊຶ່ງສັນທະ ວາຢາມະ
ອຸສສາຫະ ອຸສໂສລະຫີ ອັປປະຕິວານີ ສະຕິ ແລະ ສັມປະຊັນຍະ ຢ່າງແກ່ນກ້າ ເພື່ອລະເສຍຊຶ່ງບາບອະກຸສົລທັມນັ້ນ (ໂດຍດ່ວນ) ເຊັ່ນດຽວກັບບຸຄຄົນຜູ່ມີເສື້ອຜ້າຫຼືຫົວ ອັນໄຟລຸກໄໝ້ແລ້ວ ຈະຍ່ອມຕັ້ງສັນທະ ວາຢາມະ ອຸສສາຫະ ອຸສໂສລະຫີ ອັປປະຕິວານີ ສະຕິ ແລະ ສັມປະຊັນຍະ ຢ່າງແກ່ນກ້າ ເພື່ອຈະດັບໄຟທີ່ເສື້ອຜ້າຫຼືທີ່ຫົວນັ້ນເສຍ, ເຊັ່ນໃດກໍເຊັ່ນນັ້ນ. ພິກຂຸ ທ. ! ຖ້າພິກຂຸພິຈາຣະນາຢູ່ ຮູ້ສຶກວ່າ ບາບອະກຸສົລທັມແນວນັ້ນບໍ່ມີຢູ່ ພິກຂຸນັ້ນ ຈົ່ງຢູ່ດ້ວຍປີຕິປາໂມດນັ້ນ ນັ້ນແຫຼະ ຕາມສຶກສາຢູ່ທັງກາງເວັນ ແລະ ກາງຄືນ ໃນກຸສົລທັມທັງຫຼາຍ.
໑. ສັບວ່າ ວິຈສິກາ ເຄີຍແປກັນວ່າແມງເງົາ ສັບວ່າ ສະຕະປະທີ ເຄີຍແປກັນວ່າຂີ້ເຂັບ ຈັກເປັນປັຈຈັຍແຫ່ງ
ຄວາມຕາຍໄດ້ແນວໃດນັ້ນ ຜູ່ສຶກສາຄວນພິຈາຣະນາເບິ່ງເອງ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຢາມະ ໑໑໕໗
(ກໍລະນີແຫ່ງພິກຂຸຜູ່ ຜ່ານກາງຄືນມາຮອດກາງເວັນ ກໍມີຂໍ້ຄວາມທີ່ຕຣັດໄວ້ ໃຫ້ປະຕິບັຕແນວດຽວກັນ, ຜິດກັນແຕ່ເວລາທໍ່ນັ້ນ).
ພິກຂຸ ທ. ! ມະຣະນະສະຕິ ອັນບຸຄຄົນຈະເຣີນເຮັດໃຫ້ຫຼາຍແລ້ວ ເຊັ່ນນີ້ແລ ຍ່ອມມີຜົລໃຫຍ່ ມີອານິສົງສ໌ໃຫຍ່ ເປັນທັມຢັ່ງລົງສູ່ອະມະຕະ ມີອະມະຕະເປັນປະຣິໂຍສານ.
- ອັຕຖກ. ອັງ. ໒໓/໓໓໑/໑໗໑.
(ທັມທີ່ມີອະມະໂຕຄະດະເປັນອານິສົງສ໌ນັ້ນ ໃນສູຕອື່ນສະແດງໄວ້ດ້ວຍ ສັນຍາສິບ ກໍມີ)
ພິກຂຸ ທ. ! ສັນຍາ ໑໐ ປະການເຫຼົ່ານີ້ ອັນບຸຄຄົນຈະເຣີນເຮັດໃຫ້ຫຼາຍແລ້ວ ຍ່ອມມີຜົລໃຫຍ່ ມີອານິສົງສ໌ໃຫຍ່ ຢັ່ງລົງສູ່ອະມະຕະ ມີອະມະຕະເປັນປະຣິໂຍສານ.
ສິບປະການແນວໃດໜໍ ? ສິບປະການຄື : ອະສຸພະສັນຍາ (ຄວາມສໍາຄັນຮູ້ໃນຄວາມບໍ່ງາມ) ມະຣະນະສັນຍາ (ຄວາມສໍາຄັນຮູ້ໃນຄວາມຕາຍ) ອາຫາເຣປະຕິກູລະສັນຍາ (ຄວາມສໍາຄັນຮູ້ໃນປະຕິກູລແຫ່ງອາຫາຣ) ສັບພະໂລເກອະນະພິຣະຕະສັນຍາ (ຄວາມສໍາຄັນຮູ້ໃນຄວາມບໍ່ຍິນດີໃນໂລກທັງປວງ) ອະນິຈຈະສັນຍາ (ຄວາມສໍາຄັນຮູ້ໃນຄວາມບໍ່ທ່ຽງ) ອະນິເຈທຸກຂະສັນຍາ (ຄວາມສໍາຄັນຮູ້ໃນຄວາມເປັນທຸກຂ໌ແຫ່ງຄວາມບໍ່ທ່ຽງ) ທຸກເຂ
ອະນັຕຕະສັນຍາ (ຄວາມສໍາຄັນຮູ້ໃນຄວາມເປັນອະນັຕຕາໃນທຸກຂ໌) ປະຫານະສັນຍາ (ຄວາມສໍາຄັນຮູ້ໃນການລະເສຍ) ວິຣາຄະສັນຍາ (ຄວາມສໍາຄັນຮູ້ໃນຄວາມຄາຍກໍາໜັດ) ນິໂຣທະສັນຍາ (ຄວາມສໍາຄັນຮູ້ໃນຄວາມດັບບໍ່ເຫຼືອ).
ພິກຂຸ ທ. ! ສັນຍາ ໑໐ ປະການເຫຼົ່ານີ້ແລ ອັນບຸຄຄົນຈະເຣີນ ເຮັດໃຫ້ຫຼາຍແລ້ວ ຍ່ອມມີຜົລໃຫຍ່ ມີອານິສົງສ໌ໃຫຍ່ ຢັ່ງລົງສູ່ອະມະຕະ ມີອະມະຕະເປັນປະຣິໂຍສານ.
- ທສກ. ອັງ. ໒໔/໑໑໒/໕໖.
໑໑໕໘ ອະຣິຍະສັຈຈ໌ຈາກພຣະໂອຖະ
(ສັນຍາສິບ ອີກປະຣິຍາຍໜຶ່ງ)
ພິກຂຸ ທ. ! ສັນຍາ ໑໐ ປະການເຫຼົ່ານີ້ ອັນບຸຄຄົນຈະເຣີນ ເຮັດໃຫ້ຫຼາຍແລ້ວ ຍ່ອມມີຜົລໃຫຍ່ ມີອານິສົງສ໌ໃຫຍ່ ຢັ່ງລົງສູ່ອະມະຕະ ມີອະມະຕະເປັນປະຣິໂຍສານ.








