ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ສາຣີບຸຕ ! ອະກຸສົລທັມຍ່ອມເສື່ອມ ກຸສົລທັມຍ່ອມຈະເຣີນ ແກ່ບຸຄຄົນຜູ່ເສບຢູ່ຊຶ່ງ ຈິຕຕຸປະບາດ ຊະນິດໃດໜໍ ? ສາຣີບຸຕ ! ບຸຄຄົນບາງຄົນໃນກໍລະນີນີ້ ບໍ່ເປັນຜູ່ອັ່ງດ້ວຍອະພິຊຊາ ມີຈິຕບໍ່ສະຫະຣະຄະຕະດ້ວຍອະພິຊຊາຢູ່, ເປັນຜູ່ບໍ່ມີພະຍາບາດ ມີຈິຕບໍ່ສະຫະຣະຄະຕະດ້ວຍພະຍາບາດຢູ່, ເປັນຜູ່ ບໍ່ມີວິຫິງສາ ມີຈິຕບໍ່ສະຫະຣະຄະຕະດ້ວຍວິຫິງສາຢູ່, ສາຣີບຸຕ ! ເມື່ອເສບຈິຕຕຸປະບາດ ຊະນິດນີ້ແລ ອະກຸສົລທັມຍ່ອມເສື່ອມ ກຸສົລທັມຍ່ອມຈະເຣີນ.
໕. ການເສບສັນຍາປະຕິລາພະ
ສາຣີບຸຕ ! ອະກຸສົລທັມຍ່ອມຈະເຣີນ ກຸສົລທັມຍ່ອມເສື່ອມ ແກ່ບຸຄຄົນຜູ່ເສບ ຢູ່ຊຶ່ງ ສັນຍາປະຕິລາພະ (ການໄດ້ຄວາມໝາຍໝັ້ນສະເພາະເລື່ອງ) ຊະນິດໃດໜໍ ? ສາຣີບຸຕ ! ບຸຄຄົນບາງຄົນໃນກໍລະນີນີ້ ເປັນຜູ່ ອັ່ງດ້ວຍອະພິຊຊາ ຢູ່ດ້ວຍສັນຍາອັນສະຫະຣະຄະຕະດ້ວຍອະພິຊຊາ, ເປັນຜູ່ ມີພະຍາບາດ ຢູ່ດ້ວຍສັນຍາອັນສະຫະຣະຄະຕະດ້ວຍພະຍາບາດ, ເປັນຜູ່ ມີວິຫິງສາ ຢູ່ດ້ວຍສັນຍາອັນສະຫະຣະຄະຕະດ້ວຍວິຫິງສາ. ສາຣີບຸຕ ! ເມື່ອເສບສັນຍາປະຕິລາພະ ຊະນິດນີ້ແລ ອະກຸສົລທັມຍ່ອມຈະເຣີນ ກຸສົລທັມຍ່ອມເສື່ອມ.
໑໑໔໘ ອະຣິຍະສັຈຈ໌ຈາກພຣະໂອຖະ
ສາຣີບຸຕ ! ອະກຸສົລທັມຍ່ອມເສື່ອມ ກຸສົລທັມຍ່ອມຈະເຣີນ ແກ່ບຸຄຄົນຜູ່ເສບຢູ່ຊຶ່ງ ສັນຍາປະຕິລາພະ ຊະນິດໃດໜໍ ? ສາຣີບຸຕ ! ບຸຄຄົນບາງຄົນໃນກໍລະນີນີ້ ບໍ່ເປັນຜູ່ອັ່ງດ້ວຍອະພິຊຊາ ມີສັນຍາບໍ່ສະຫະຣະຄະຕະດ້ວຍອະພິຊຊາຢູ່, ເປັນຜູ່ ບໍ່ມີພະຍາບາດ ມີສັນຍາບໍ່ສະຫະຣະຄະຕະດ້ວຍພະຍາບາດຢູ່, ເປັນຜູ່ ບໍ່ມີວິຫິງສາ ມີສັນຍາບໍ່ສະຫະຣະຄະຕະດ້ວຍວິຫິງສາ. ສາຣີບຸຕ ! ເມື່ອເສບສັນຍາປະຕິລາພະ ຊະນິດນີ້ແລ ອະກຸສົລທັມຍ່ອມເສື່ອມ ກຸສົລທັມຍ່ອມຈະເຣີນ.
໖. ການເສບທິຕຖິປະຕິລາພະ
ສາຣີບຸຕ ! ອະກຸສົລທັມຍ່ອມຈະເຣີນ ກຸສົລທັມຍ່ອມເສື່ອມ ແກ່ບຸຄຄົນຜູ່ເສບຢູ່ຊຶ່ງ ທິຕຖິປະຕິລາພະ (ການໄດ້ທິຕຖິສະເພາະເລື່ອງ) ຊະນິດໃດໜໍ ? ສາຣີບຸຕ ! ບຸຄຄົນບາງຄົນໃນກໍລະນີນີ້ ເປັນຜູ່ ມີທິຕຖິເຊັ່ນນີ້ວ່າ “ທານທີ່ໃຫ້ແລ້ວບໍ່ມີ (ຜົລ), ຍັນທີ່ບູຊາແລ້ວບໍ່ມີ (ຜົລ), ຜົລວິບາກແຫ່ງກັມທີ່ສັຕເຮັດດີເຮັດຊົ່ວບໍ່ມີ, ໂລກນີ້ບໍ່ມີ, ໂລກອື່ນບໍ່ມີ, ມານດາບໍ່ມີ, ບິດາບໍ່ມີ, ໂອປະປາຕິກະສັຕບໍ່ມີ, ສະມະນະພຣາມທີ່ໄປແລ້ວ ປະຕິບັຕແລ້ວໂດຍຖືກຕ້ອງ ເຖິງກັບເຮັດໃຫ້ແຈ້ງຊຶ່ງໂລກນີ້ ແລະໂລກອື່ນ ດ້ວຍປັນຍາອັນຖືກຕ້ອງເອງ ແລ້ວປະກາດໃຫ້ຜູ່ອື່ນຮູ້ກໍບໍ່ມີ” ດັ່ງນີ້. ສາຣີບຸຕ ! ເມື່ອເສບທິຕຖິປະຕິລາພະຊະນິດນີ້ແລ ອະກຸສົລທັມຍ່ອມຈະເຣີນ ກຸສົລທັມຍ່ອມເສື່ອມ.
ສາຣີບຸຕ ! ອະກຸສົລທັມຍ່ອມເສື່ອມ ກຸສົລທັມຍ່ອມຈະເຣີນ ແກ່ບຸຄຄົນຜູ່ເສບຢູ່ຊຶ່ງ ທິຕຖິປະຕິລາພະ ຊະນິດໃດໜໍ ? ສາຣີບຸຕ ! ບຸຄຄົນບາງຄົນໃນກໍລະນີນີ້ ເປັນຜູ່ມີທິຕຖິເຊັ່ນນີ້ວ່າ “ທານທີ່ໃຫ້ແລ້ວມີ (ຜົລ), ຍັນທີ່ບູຊາແລ້ວມີ (ຜົລ), ຜົລວິບາກແຫ່ງກັມທີ່ສັຕເຮັດດີເຮັດຊົ່ວມີ, ໂລກນີ້ມີ, ໂລກອື່ນມີ, ມານດາມີ, ບິດາມີ, ໂອປະປາຕິກະສັຕມີ, ສະມະນະພຣາມທີ່ໄປແລ້ວ ປະຕິບັຕແລ້ວໂດຍຖືກຕ້ອງ ເຖິງກັບເຮັດໃຫ້ແຈ້ງຊຶ່ງໂລກນີ້ ແລະ ໂລກອື່ນ ດ້ວຍປັນຍາອັນຖືກຕ້ອງເອງ ແລ້ວປະກາດໃຫ້ຜູ່ອື່ນຮູ້ກໍມີ” ດັ່ງນີ້. ສາຣີບຸຕ ! ເມື່ອເສບທິຕຖິປະຕິລາພະ ຊະນິດນີ້ແລ ອະກຸສົລທັມຍ່ອມເສື່ອມ ກຸສົລທັມຍ່ອມຈະເຣີນ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຢາມະ ໑໑໔໙
໗. ການເສບອັຕຕະພາວະປະຕິລາພະ
ສາຣີບຸຕ ! ອະກຸສົລທັມຍ່ອມຈະເຣີນ ກຸສົລທັມຍ່ອມເສື່ອມ ແກ່ບຸຄຄົນຜູ່ເສບຢູ່ຊຶ່ງ ອັຕຕະພາວະປະຕິລາພະ (ການໄດ້ອັຕຕະພາບສະເພາະຊະນິດ) ຊະນິດໃດໜໍ ? ສາຣີບຸຕ ! ເມື່ອບຸຄຄົນເກີດດ້ວຍການໄດ້ອັຕຕະພາບ ທີ່ຍັງປະກອບດ້ວຍທຸກຂ໌ ເພາະພົບຂອງເຂົາຍັງບໍ່ດັບສິ້ນໄປ ອະກຸສົລທັມຍ່ອມຈະເຣີນ ກຸສົລທັມຍ່ອມເສື່ອມ.
ສາຣີບຸຕ ! ອະກຸສົລທັມຍ່ອມເສື່ອມ ກຸສົລທັມຍ່ອມຈະເຣີນ ແກ່ບຸຄຄົນຜູ່ເສບຢູ່ຊຶ່ງ ອັຕຕະພາວະປະຕິລາພະ ຊະນິດໃດໜໍ ? ສາຣີບຸຕ ! ເມື່ອບຸຄຄົນເກີດດ້ວຍການໄດ້ອັຕຕະພາບ ທີ່ບໍ່ປະກອບດ້ວຍທຸກຂ໌ ເພາະພົບຂອງເຂົາດັບສິ້ນໄປ ອະກຸສົລທັມຍ່ອມເສື່ອມ ກຸສົລທັມຍ່ອມຈະເຣີນ.
໘. ການເສບອາຣົມຫົກ








