ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ສາຣີບຸຕ ! ອະກຸສົລທັມຍ່ອມເສື່ອມ ກຸສົລທັມຍ່ອມຈະເຣີນ ແກ່ບຸຄຄົນຜູ່ເສບຢູ່ຊຶ່ງ ວະຈີວະມາຈາຣ ຊະນິດໃດໜໍ ? ສາຣີບຸຕ ! ບຸຄຄົນບາງຄົນໃນກໍລະນີນີ້ ເປັນຜູ່

ລະມຸສາວາດ ເວັ້ນຂາດຈາກມຸສາວາດ ໄປໃນສະພາກໍດີ ໄປໃນທີ່ປະຊຸມກໍດີ ໄປໃນ ໝູ່ຍາດມິຕກໍດີ ໄປໃນທ່າມກາງຄົນໝູ່ໃຫຍ່ກໍດີ ໄປໃນທ່າມກາງຣາຊະສະກຸລກໍດີ ເຂົາເອົາໄປເປັນພະຍານ ຖາມວ່າ “ທ່ານຜູ່ຈະເຣີນ ! ທ່ານຮູ້ແນວໃດ ຈົ່ງບອກແນວນັ້ນ” ເຂົານັ້ນເມື່ອຮູ້ກໍບອກວ່າຮູ້ ເມື່ອບໍ່ຮູ້ກໍບອກວ່າບໍ່ຮູ້ ເຫັນກໍບອກວ່າເຫັນ ບໍ່ເຫັນກໍບອກວ່າບໍ່ເຫັນ ດັ່ງນີ້ ບໍ່ກ່າວຂີ້ຕົວະທັງທີ່ຮູ້ຢູ່ ເພາະເຫຕແຫ່ງຕົນແດ່ ເພາະເຫຕແຫ່ງຜູ່ອື່ນແດ່ ເພາະເຫຕເຫັນແກ່ອາມິສສິນຈ້າງແດ່, ແລະ ເປັນຜູ່ ລະປິສຸນະວາຈາ ເວັ້ນຂາດຈາກປິສຸນະວາຈາ ໄດ້ຟັງຈາກຝ່າຍນີ້ແລ້ວ ບໍ່ເກັບໄປບອກຝ່າຍນັ້ນ ເພື່ອໃຫ້ແຕກຈາກຝ່າຍນີ້ ຫຼື ໄດ້ຟັງຈາກຝ່າຍນັ້ນແລ້ວ ບໍ່ເກັບມາບອກຝ່າຍນີ້ ເພື່ອໃຫ້ແຕກຈາກຝ່າຍນັ້ນ ແຕ່ຈະສະໝານຄົນແຕກກັນແລ້ວ ໃຫ້ກັບມາພ້ອມພຽງກັນ ອຸດໜູນຄົນທີ່ພ້ອມພຽງກັນຢູ່ ໃຫ້ພ້ອມພຽງກັນຍິ່ງຂຶ້ນ ເປັນຄົນມັກໃນການພ້ອມພຽງ ຍິນດີໃນການພ້ອມພຽງ ພໍໃຈໃນການພ້ອມພຽງ ກ່າວແຕ່ວາຈາທີ່ເຮັດໃຫ້ພ້ອມພຽງກັນ, ແລະ ເປັນຜູ່ ລະຜະຣຸສະວາຈາ ເວັ້ນຂາດຈາກລະຜະຣຸສະວາຈາ ກ່າວແຕ່ວາຈາທີ່ບໍ່ມີໂທດ ມ່ວນຫູ ໃຫ້ເກີດຄວາມຮັກ ເປັນຄໍາຊູໃຈ ເປັນຄໍາສຸພາບທີ່ຊາວເມືອງເຂົາເວົ້າກັນ ເປັນທີ່ຮັກໃຄ່ທີ່ພໍໃຈຂອງມະຫາຊົນ ກ່າວແຕ່ວາຈາເຊັ່ນນັ້ນຢູ່, ແລະ ເປັນຜູ່ ລະສັມຜັປປະລາປະວາດ ເວັ້ນຂາດຈາກສັມຜັປປະລາປະວາດ ກ່າວແຕ່ໃນເວລາອັນສົມຄວນ ກ່າວແຕ່ຄໍາຈິງ ເປັນປະໂຍຊນ໌ ເປັນທັມ ເປັນວິນັຍ

໑໑໔໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ກ່າວແຕ່ວາຈາທີ່ມີທີ່ຕັ້ງ ມີຫຼັກຖານທີ່ອ້າງອີງ ມີເວລາຈົບ ປະກອບດ້ວຍປະໂຍຊນ໌ອັນສົມຄວນແກ່ເວລາ. ສາຣີບຸຕ ! ເມື່ອເສບວະຈີສະມາຈາຣຊະນິດນີ້ແລ ອະກຸສົລທັມຍ່ອມເສື່ອມ ກຸສົລທັມຍ່ອມຈະເຣີນ.

໓. ການເສບມະໂນສະມາຈາຣ

ສາຣີບຸຕ ! ອະກຸສົລທັມຍ່ອມຈະເຣີນ ກຸສົລທັມຍ່ອມເສື່ອມ ແກ່ບຸຄຄົນຜູ່ເສບຢູ່ຊຶ່ງ ມະໂນສະມາຈາຣ (ການປະພຶຕປະຈໍາທາງໃຈ) ຊະນິດໃດໜໍ ? ສາຣີບຸຕ ! ບຸຄຄົນບາງຄົນໃນກໍລະນີນີ້ ເປັນຜູ່ ອັ່ງດ້ວຍອະພິຊຊາ ເພັ່ງຕໍ່ຊັບ ແລະອຸປະກອນແຫ່ງຊັບຂອງຜູ່ອື່ນ ວ່າ “ຊັບໃດຂອງຜູ່ອື່ນຈົ່ງມາເປັນຂອງເຮົາ” ດັ່ງນີ້, ແລະ ເປັນ ຜູ່ມີຈິຕພະຍາບາດ ມີຄວາມດໍາຣິແຫ່ງໃຈເປັນໄປໃນທາງປອງຮ້າຍວ່າ “ຂໍສັຕເຫຼົ່ານີ້ຈົ່ງຖືກຂ້າ ຈົ່ງຖືກ

ທໍາລາຍ ຈົ່ງຂາດສູນ ຈົ່ງວິນາດ ຢ່າໄດ້ມີຢູ່” ດັ່ງນີ້ ສາຣີບຸຕ ! ເມື່ອເສບມະໂນ

ສະມາຈາຣຊະນິດນີ້ແລ ອະກຸສົລທັມຍ່ອມຈະເຣີນ ກຸສົລທັມຍ່ອມເສື່ອມ.

ສາຣີບຸຕ ! ອະກຸສົລທັມຍ່ອມເສື່ອມ ກຸສົລທັມຍ່ອມຈະເຣີນ ແກ່ບຸຄຄົນຜູ່ເສບຢູ່ຊຶ່ງ ມະໂນສະມາຈາຣ ຊະນິດໃດໜໍ ? ສາຣີບຸຕ ! ບຸຄຄົນບາງຄົນໃນກໍລະນີນີ້ ເປັນຜູ່

ບໍ່ອັ່ງດ້ວຍອະພິຊາ ບໍ່ເພັ່ງຕໍ່ຊັບ ແລະ ອຸປະກອນແຫ່ງຊັບຂອງຜູ່ອື່ນ ວ່າ “ຊັບໃດຂອງໃຜ ຈົ່ງມາເປັນຂອງເຮົາ” ດັ່ງນີ້, ແລະ ເປັນຜູ່ ບໍ່ມີຈິຕພະຍາບາດ ບໍ່ມີຄວາມດໍາຣິແຫ່ງໃຈເປັນໄປໃນທາງປອງຮ້າຍ ໂດຍມີຄວາມຮູ້ສຶກຢູ່ວ່າ “ຂໍສັຕທັງຫຼາຍເຫຼົ່ານີ້ ຈົ່ງບໍ່ມີຄວາມບຽດບຽນ ບໍ່ມີຄວາມລໍາບາກ ຈົ່ງມີສຸຂ ບໍລິຫານຕົນຢູ່ເຖີ້ນ” ດັ່ງນີ້ ສາຣີບຸຕ ! ເມື່ອເສບມະໂນສະມາຈາຣ ຊະນິດນີ້ແລ ອະກຸສົລທັມເສື່ອມ ກຸສົລທັມຍ່ອມຈະເຣີນ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຢາມະ ໑໑໔໗

໔. ການເສບຈິຕຕຸປະບາດ

ສາຣີບຸຕ ! ອະກຸສົລທັມຍ່ອມຈະເຣີນ ກຸສົລທັມຍ່ອມເສື່ອມ ແກ່ບຸຄຄົນຜູ່ເສບຢູ່ຊຶ່ງ ຈິຕຕຸປະບາດ (ຄວາມມັກເກີດຂຶ້ນແຫ່ງຈິຕ) ຊະນິດໃດໜໍ ? ສາຣີບຸຕ ! ບຸຄຄົນບາງຄົນໃນກໍລະນີນີ້ ເປັນຜູ່ ອັ່ງດ້ວຍອະພິຊຊາ ມີຈິຕສະຫະຣະຄະຕະດ້ວຍອະພິຊຊາຢູ່, ເປັນຜູ່ ມີພະຍາບາດ ມີຈິຕສະຫະຣະຄະຕະດ້ວຍພະຍາບາດຢູ່, ເປັນຜູ່ ມີວິຫິງສາ ມີຈິຕສະຫະຣະຄະຕະດ້ວຍວິຫິງສາຢູ່, ສາຣີບຸຕ ! ເມື່ອເສບຈິຕຕຸປະບາດຊະນິດນີ້ແລ ອະກຸສົລທັມຍ່ອມຈະເຣີນ ກຸສົລທັມຍ່ອມເສື່ອມ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ