ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ຖ້າພິກຂຸເຖິງຈະ ຍ່າງຢູ່ ເປັນຜູ່ປາສະຈາກອະພິຊຊາ, ປາສະຈາກພະຍາບາດ, ຖີນະມິຕດະ ອຸດດັຈຈະກຸກຸຈຈະ ວິຈິກິຈສາ ກໍເປັນນິວອຣທີ່ເຂົາລະຂາດແລ້ວ, ຄວາມພຽນເປັນທັມທີ່ເຂົາປາຣົບແລ້ວ ບໍ່ຫຍໍ້ທໍ້, ສະຕິເປັນທັມອັນເຂົາເຂົ້າໄປຕັ້ງໄວ້ແລ້ວ ບໍ່ລືມຫຼົງ, ກາຍສະງົບລະງັບແລ້ວ ບໍ່ກະວົນກະວາຍ, ຈິຕຕັ້ງໝັ້ນແລ້ວ ເປັນອາຣົມອັນດຽວ. ພິກຂຸ ທ. ! ພິກຂຸທີ່ເປັນເຊັ່ນນີ້ ເຖິງຈະຍ່າງຢູ່ ກໍເອີ້ນວ່າ ຜູ່ຕັ້ງຄວາມພຽນເຜົາກິລສ ຜູ່ຢ້ານ (ຕໍ່ຄວາມເປັນທາດຂອງກິເລສ) ເປັນຜູ່ປາຣົບຄວາມພຽນ ອຸທິສຕົນໃນການເຜົາກິເລສຢູ່ເນື່ອງນິດ.

ພິກຂຸ ທ. ! ຖ້າພິກຂຸເຖິງຈະ ຢືນຢູ່ ເປັນຜູ່ປາສະຈາກອະພິຊຊາ, ປາສະຈາກພະຍາບາດ, ຖີນະມິຕດະ ອຸດດັຈຈະກຸກຸຈຈະ ວິຈິກິຈສາ ກໍເປັນນິວອຣທີ່ເຂົາລະຂາດແລ້ວ, ຄວາມພຽນເປັນທັມທີ່ເຈົ້າປາຣົບແລ້ວບໍ່ຫຍໍ້ທໍ້,

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຢາມະ ໑໑໓໑

ສະຕິເປັນທັມອັນເຂົາເຂົ້າໄປຕັ້ງໄວ້ແລ້ວ ບໍ່ລືມຫຼົງ, ກາຍສະງົບລະງັບແລ້ວ

ບໍ່ກະວົນກະວາຍ, ຈິຕຕັ້ງໝັ້ນແລ້ວເປັນອາຣົມດຽວ. ພິກຂຸ ທ. ! ພິກຂຸທີ່ເປັນເຊັ່ນນີ້ ເຖິງຢືນຢູ່ ກໍເອີ້ນວ່າ ຜູ່ຕັ້ງຄວາມພຽນເຜົາກິເລສ ຜູ່ຢ້ານ (ຕໍ່ຄວາມເປັນທາສຂອງກິເລສ) ເປັນຜູ່ປາຣົບຄວາມພຽນ ອຸທິສຕົນໃນການເຜົາກິເລສຢູ່ເນື່ອງນິດ.

ພິກຂຸ ທ. ! ຖ້າພິກຂຸເຖິງຈະ ນັ່ງຢູ່ ເປັນຜູ່ປາສະຈາກອະພິຊຊາ, ປາສະຈາກພະຍາບາດ, ຖີນະມິຕດະ ອຸດດັຈຈະກຸກຸຈຈະ ວິຈິກິຈສາ ກໍເປັນນິວອຣທີ່ເຂົາລະຂາດແລ້ວ, ຄວາມພຽນເປັນທັມທີ່ເຂົາປາຣົບແລ້ວ ບໍ່ຫຍໍ້ທໍ້ ສະຕິເປັນທັມອັນເຂົາເຂົ້າໄປຕັ້ງໄວ້ແລ້ວ ບໍ່ລືມຫຼົງ ກາຍສະງົບລະງັບແລ້ວ ບໍ່ກະວົນກະວາຍ ຈິຕຕັ້ງໝັ້ນແລ້ວເປັນອາຣົມອັນດຽວ. ພິກຂຸ ທ. ! ພິກຂຸທີ່ເປັນເຊັ່ນນີ້ ເຖິງຈະນັ່ງຢູ່ ກໍເອີ້ນວ່າຜູ່ຕັ້ງຄວາມພຽນເຜົາກິເລສ ຜູ່ຢ້ານ (ຕໍ່ຄວາມເປັນທາສຂອງກິເລສ) ເປັນຜູ່ປາຣົບຄວາມພຽນ ອຸທິສຕົນໃນການເຜົາກິເລສຢູ່ເນື່ອງນິດ.

ພິກຂຸ ທ. ! ຖ້າພິກຂຸເຖິງຈະ ນອນຕື່ນຢູ່ ເປັນຜູ່ປາສະຈາກອະພິຊຊາ, ປາສະຈາກ ພະຍາບາດ, ຖີນະມິຕດະ ອຸດດັຈຈະກຸກຸຈຈະ ວິຈິກິຈສາ ກໍເປັນນິວອຣທີ່ເຂົາລະຂາດແລ້ວ, ຄວາມພຽນເປັນທັມທີ່ເຂົາປາຣົບແລ້ວ ບໍ່ຫຍໍ້ທໍ້ ສະຕິເປັນທັມອັນເຂົາເຂົ້າໄປຕັ້ງໄວ້ແລ້ວບໍ່ລືມຫຼົງ ກາຍສະງົບລະງັບແລ້ວ ບໍ່ກະວົນກະວາຍ ຈິຕຕັ້ງໝັ້ນແລ້ວ ເປັນອາຣົມອັນດຽວ. ພິກຂຸ ທ. ! ພິກຂຸທີ່ເປັນເຊັ່ນນີ້ ເຖິງຈະນອນຢູ່ ກໍເອີ້ນວ່າ ຜູ່ຕັ້ງຄວາມພຽນເຜົາກິເລສ ຜູ່ຢ້ານ (ຕໍ່ຄວາມເປັນທາສຂອງກິເລສ) ເປັນຜູ່ປາຣົບຄວາມພຽນ ອຸທິສຕົນໃນການເຜົາກິເລສຢູ່ເນື່ອງນິດ.

- ຈຕຸກກ. ອັງ. ໒໑/໑໘/໑໒.

໑໑໓໒ ອະຣິຍະສັຈຈ໌ຈາກພຣະໂອຖະ

ໄວພົຈຂອງສັມມາວາຢາມະ ຄືສັມມັປປະທານ

ພິກຂຸ ທ. ! ສັມມັປປະທານ ໔ ຢ່າງ ເຫຼົ່ານີ້ມີຢູ່ ສີ່ຢ່າງແນວໃດໜໍ ? ສີ່ຢ່າງຄື : ພິກຂຸ ທ. ! ພິກຂຸໃນກໍລະນີນີ້ :

໑. ຍ່ອມ ເຮັດຄວາມພໍໃຈໃຫ້ເກີດຂຶ້ນ ຍ່ອມພະຍາຍາມ ປາຣົບຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອຈະຍັງອະກຸສົລທັມອັນເປັນບາບ ທີ່ຍັງບໍ່ເກີດ ບໍ່ໃຫ້ເກີດຂຶ້ນ.

໒. ຍ່ອມ ເຮັດຄວາມພໍໃຈໃຫ້ເກີດຂຶ້ນ ຍ່ອມພະຍາຍາມ ປາຣົບຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອຈະລະອະກຸສົລທັມອັນເປັນບາບ ທີ່ເກີດຂຶ້ນແລ້ວ.

໓. ຍ່ອມ ເຮັດຄວາມພໍໃຈໃຫ້ເກີດຂຶ້ນ ຍ່ອມພະຍາຍາມ ປາຣົບຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອຍັງກຸສົລທັມທັງຫຼາຍທີ່ຍັງບໍ່ເກີດ ໃຫ້ເກີດຂຶ້ນ.

໔. ຍ່ອມ ເຮັດຄວາມພໍໃຈໃຫ້ເກີດຂຶ້ນ ຍ່ອມພະຍາຍາມ ປາຣົບຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອຄວາມຕັ້ງຢູ່ ຄວາມບໍ່ລືມເລືອນ ຄວາມງອກງາມຂຶ້ນ ຄວາມໄພບູນ ຄວາມຈະເຣີນ ຄວາມເຕັມຮອບ ແຫ່ງກຸສົລທັມ ທ. ທີ່ບັງເກີດຂຶ້ນແລ້ວ.

- ຈຕຸກກ. ອັງ. ໒໑/໑໙/໑໓.

ປະທານສີ່ ໃນຖານະສັມມັປປະທານ

ພິກຂຸ ທ. ! ປະທານ ໔ ຢາງ ເຫຼົ່ານີ້ ມີຢູ່. ສີ່ຢ່າງແນວໃດໜໍ ? ສີ່ຢ່າງຄື : ສັງວະຣະປະທານ ປະຫານະປະທານ ພາວະນາປະທານ ອານຸຣັກຂະນາປະທານ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ