ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ສັງວະຣະປະທານ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມເຮັດຄວາມພໍໃຈໃຫ້ເກີດຂຶ້ນ ຍ່ອມພະຍາຍາມ ປາຣົບຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອຈະຍັງອະກຸສົລທັມອັນເປັນບາບ ທີ່ຍັງບໍ່ເກີດ ບໍ່ໃຫ້ເກີດຂຶ້ນ. ພິກຂຸ ທ. ! ນີ້ເອີ້ນວ່າ ສັງວະຣະປະທານ.

ພິກຂຸ ທ. ! ປະຫານະປະທານ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມເຮັດຄວາມພໍໃຈໃຫ້ເກີດຂຶ້ນ ຍ່ອມພະຍາຍາມ ປາຣົບຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອຈະລະອະກຸສົລທັມອັນເປັນບາບທີ່ເກີດຂຶ້ນແລ້ວ. ພິກຂຸ ທ. ! ນີ້ເອີ້ນວ່າ ປະຫານະປະທານ.

ພິກຂຸ ທ. ! ພາວະນາປະທານ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມເຮັດຄວາມພໍໃຈໃຫ້ເກີດຂຶ້ນ ຍ່ອມພະຍາຍາມ ປາຣົບຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອຍັງກຸສົລທັມທັງຫຼາຍທີ່ຍັງບໍ່ເກີດ ໃຫ້ເກີດຂຶ້ນ. ພິກຂຸ ທ. ! ນີ້ເອີ້ນວ່າ ພາວະນາປະທານ.

ພິກຂຸ ທ. ! ອະນຸຣັກຂະນາປະທານ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມເຮັດຄວາມພໍໃຈໃຫ້ເກີດຂຶ້ນ ຍ່ອມພະຍາຍາມ ປາຣົບຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອຕວາມຕັ້ງຢູ່ ຄວາມບໍ່ເລິະເລືອນ ຄວາມງອກງາມຂຶ້ນ ຄວາມໄພບູນ ຄວາມຈະເຣີນ ຄວາມເຕັມຮອບ ແຫ່ງກຸສົລທັມທັງຫຼາຍທີ່ບັງເກີດຂຶ້ນແລ້ວ. ພິກຂຸ ທ. ! ນີ້ເອີ້ນວ່າ ອະນຸຣັກຂະນາປະທານ.

ພິກຂຸ ທ. ! ເຫຼົ່ານີ້ແລ ປະທານ ໔ ຢ່າງ.

- ຈຕຸກ. ອັງ. ໒໑/໙໖/໖໙.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຢາມະ ໑໑໒໙

ໝວດ ຂ. ວ່າດ້ວຍ ສັກສະນະ-ໄວພົຈ-ອຸປະມາ ຂອງສັມມາວາຢາມະ

ລັກສະນະຂອງຜູ່ມີຄວາມພຽນສີ່ອິຣິຍາບົດ

ພິກຂຸ ທ. ! ເມື່ອພິກຂຸ ຍ່າງຢູ່ ຖ້າ ເກີດມີກາມະວິຕົກ ຫຼື ພາຍາປາທະວິຕົກ ຫຼື ວິຫິງສາວິຕົກ ຂຶ້ນມາ ແລະ ພິກຂຸນັ້ນກໍ ບໍ່ຮັບເອົາວິຕົກເຫຼົ່ານັ້ນໄວ້ ແຕ່ສະຫຼະຖິ້ມໄປ ຖ່າຍຖອນອອກ ເຮັດໃຫ້ສິ້ນສຸດລົງໄປຈົນບໍ່ມີເຫຼືອ. ພິກຂຸທີ່ເປັນເຊັ່ນນີ້ ເຖິງຍ່າງຢູ່ ກໍເອີ້ນວ່າ ເປັນຜູ່ຕັ້ງຄວາມພຽນເຜົາກິເລສ ຮູ້ສຶກຢ້ານ (ຕໍ່ສິ່ງລາມົກ) ເປັນຜູ່ປາຣົບຄວາມພຽນ ອຸທິສຕົນໃນການເຜົາກິເລສຢູ່ເນື່ອງນິດ.

ພິກຂຸ ທ. ! ເມື່ອພິກຂຸ ຢືນຢູ່ ຖ້າ ເກີດມີກາມະວິຕົກ ຫຼື ພາຍາປາທະວິຕົກ ຫຼື ວິຫິງສາວິຕົກ ຂຶ້ນມາ ແລະ ພິກຂຸນັ້ນກໍ ບໍ່ຮັບເອົາວິຕົກເຫຼົ່ານັ້ນໄວ້ ແຕ່ສະຫຼະຖິ້ມໄປ ຖ່າຍຖອນອອກ ເຮັດໃຫ້ສິ້ນສຸດລົງໄປຈົນບໍ່ມີເຫຼືອ. ພິກຂຸທີ່ເປັນເຊັ່ນນີ້ ເຖິງຢືນຢູ່ ກໍເອີ້ນວ່າ ເປັນຜູ່ຕັ້ງຄວາມພຽນເຜົາກິເລສ ຮູ້ສຶກຢ້ານ (ຕໍ່ສິ່ງລາມົກ) ເປັນຜູ່ປາຣົບຄວາມພຽນ ອຸທິສຕົນໃນການເຜົາກິເລສຢູ່ເນື່ອງນິດ.

ພິກຂຸ ທ. ! ເມື່ອພິກຂຸ ນັ່ງຢູ່ ຖ້າ ເກີດມີກາມະວິຕົກ ຫຼື ພາຍາປາທະວິຕົກ ຫຼື ວິຫິງສາວິຕົກ ຂຶ້ນມາ ແລະ ພິກຂຸນັ້ນກໍ ບໍ່ຮັບເອົາວິຕົກເຫຼົ່ານັ້ນໄວ້ ແຕ່ສະຫຼະຖິ້ມໄປ ຖ່າຍຖອນອອກ ເຮັດໃຫ້ສິ້ນສຸດລົງໄປຈົນບໍ່ມີເຫຼືອ. ພິກຂຸທີ່ເປັນເຊັ່ນນີ້ ເຖິງນັ່ງຢູ່ ກໍເອີ້ນວ່າ ເປັນຜູ່ຕັ້ງຄວາມພຽນເຜົາກິເລສ ຮູ້ສຶກຢ້ານ (ຕໍ່ສິ່ງລາມົກ) ເປັນຜູ່ປາຣົບຄວາມພຽນ ອຸທິສຕົນໃນການເຜົາກິເລສຢູ່ເນື່ອງນິດ.

ພິກຂຸ ທ. ! ເມື່ອພິກຂຸ ນອນຢູ່ ຖ້າເກີດ ມີກາມະວິຕົກ ຫຼື ພາຍາປາທະວິຕົກ ຫຼື ວິຫິງສາວິຕົກ ຂຶ້ນມາ ແລະພິກຂຸນັ້ນກໍ ບໍ່ຮັບເອົາວິຕົກເຫຼົ່ານັ້ນໄວ້ ແຕ່ສະຫຼະຖິ້ມໄປ

໑໑໓໐ ອະຣິຍະສັຈຈ໌ຈາກພຣະໂອຖະ

ຖ່າຍຖອນອອກ ເຮັດໃຫ້ສິ້ນສຸດລົງໄປຈົນບໍ່ມີເຫຼືອ. ພິກຂຸທີ່ເປັນເຊັ່ນນີ້ ເຖິງນອນຢູ່ ກໍເອີ້ນວ່າ ເປັນຜູ່ຕັ້ງຄວາມພຽນເຜົາກິເລສ ຮູ້ສຶກຢ້ານ (ຕໍ່ສິ່ງລາມົກ) ເປັນຜູ່ປາຣົບຄວາມພຽນ ອຸທິສຕົນໃນການເຜົາກິເລສຢູ່ເນື່ອງນິດ.

- ຈຕຸກກ. ອັງ. ໒໑/໑໗/໑໑.

ລັກສະນະຂອງຜູ່ມີຄວາມພຽນສີ່ອິຣິຍາບົດ

(ອີກໄນຍະໜຶ່ງ)

ພິກຂຸ ທ. ! ເມື່ອເຈົ້າທັງຫຼາຍມີສີລເຖິງພ້ອມແລ້ວ ມີປາຕິໂມກຂ໌ເຖິງພ້ອມແລ້ວ ສັງລວມດ້ວຍການສັງລວມໃນປາຕິໂມກຂ໌ ເຖິງພ້ອມດ້ວຍມາລະຍາດ ແລະໂຄຈອຣ ມີປົກກະຕິເຫັນພັຍໃນໂທດທັງຫຼາຍ ເຖິງມີປະມານໜ້ອຍ ສະມາທານສຶກສາໃນສິກຂາບົດທັງຫຼາຍຢູ່ ດັ່ງນີ້ແລ້ວ ຍັງມີກິຈຈ໌ຫຍັງທີ່ເຈົ້າທັງຫຼາຍ ຕ້ອງເຮັດໃຫ້ຍິ່ງຂຶ້ນໄປອີກໜໍ ?

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ