ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ສັງວະຣະປະທານ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເຫັນຮູບດ້ວຍຕາ ແລ້ວ ບໍ່ເປັນຜູ່ຖືເອົາໃນລັກສະນະ ທີ່ເປັນການຮວບຖືເອົາທັງໝົດ (ລວມເປັນພາບດຽວ), ບໍ່ເປັນຜູ່ຖືເອົາໃນລັກສະນະ ທີ່ເປັນການຖືເອົາໂດຍແຍກເປັນສ່ວນໆ ;

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຢາມະ ໑໑໓໓

ອະກຸສົລທັມອັນເປັນບາບ ຄື : ອະພິຊຊາ ແລະໂທມະນັສສະ ຈະຍ່ອມໄຫຼໄປຕາມບຸຄຄົນຜູ່ບໍ່ສັງລວມຢູ່ ຊຶ່ງອິນຊີອັນເປັນຕົ້ນເຫຕຄືຕາ ໃດ, ເຂົາຍ່ອມປະຕິບັຕເພື່ອສັງລວມຊຶ່ງອິນຊີນັ້ນ ຍ່ອມຮັກສາອິນຊີຄືຕາ ຍ່ອມເຖິງການສັງລວມໃນອິນຊີຄືຕາ (ໃນກໍລະນີແຫ່ງອິນຊີຄື ຫູ ອິນຊີຄື ດັງ ອິນຊີຄື ລິ້ນ ອິນຊີຄື ກາຍ ແລະ ອິນຊີຄື ໃຈ ກໍມີຂໍ້ຄວາມທີ່ໄດ້ຕຣັດໄວ້ໃນຮູບແບບດຽວກັນ). ພິກຂຸ ທ. ! ນີ້ເຮົາກ່າວວ່າ ສັງວະຣະປະທານ.

ພິກຂຸ ທ. ! ປະຫານະປະທານ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ບໍ່ຮັບເອົາໄວ້ ສະຫຼະຖິ້ມໄປ ຖ່າຍຖອນອອກ ເຮັດໃຫ້ສິ້ນສຸດເສຍ ເຮັດໃຫ້ເຖິງຄວາມບໍ່ມີຊຶ່ງ ກາມວິຕົກ ທີ່ເກີດຂຶ້ນແລ້ວ ... ຊຶ່ງ ພາຍາບາດວິຕົກ ທີ່ເກີດຂຶ້ນແລ້ວ ... ຊຶ່ງ

ອະວິຫິງສາວິຕົກ ທີ່ເກີດຂຶ້ນແລ້ວ ... ຊຶ່ງ ອະກຸສົລທັມອັນເປັນບາບທັງຫຼາຍ ທີ່ບັງເກີດຂຶ້ນແລ້ວ. ພິກຂຸ ທ. ! ນີ້ເຮົາກ່າວວ່າ ປະຫານະປະທານ.

ພິກຂຸ ທ. ! ພາວະນາປະທານ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມຈະເຣີນຊຶ່ງ ສະຕິສັມໂພຊຊົງຄ໌ ... ຊຶ່ງ ທັມມະວິຈະຢະສັມໂພຊຊົງຄ໌ ... ຊຶ່ງ ວິຣິຢະສັມໂພຊຊົງຄ໌ ... ຊຶ່ງ ປີຕິສັມໂພຊຊົງຄ໌ ... ຊຶ່ງ ປັສສັດທິສັມໂພຊຊົງຄ໌ ... ຊຶ່ງ ສະມາທິສັມໂພຊຊົງຄ໌ ... ຊຶ່ງ ອຸເປກຂາສັມໂພຊຊົງຄ໌ ອັນ (ແຕ່ລະຢ່າງໆ) ອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປເພື່ອຄວາມປ່ອຍວາງ. ພິກຂຸ ທ. ! ນີ້ເຮົາກ່າວວ່າ ພາວະນາປະທານ.

ພິກຂຸ ທ. ! ອະນຸຣັກຂະນາປະທານ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມ ຕາມຮັກສາຊຶ່ງ ສະມາທິນິມິຕອັນຈະເຣີນ ທີ່ເກີດຂຶ້ນແລ້ວ (ຄືຮັກສາຄວາມສໍາຄັນຮູ້ໃນພາວະຂອງຊາກສົບຕ່າງໆກັນ ໖ ຊະນິດ) ຄື : ອັຕຖິກະສັນຍາ ປຸລະວະກະສັນຍາ ວິນີລະກະສັນຍາ ວິປຸບພະກະສັນຍາ ວິຈສິດທະກະສັນຍາ

໑໑໓໔ ອະຣິຍະສັຈຈ໌ຈາກພຣະໂອຖະ

ອຸດດຸມາຕະກະສັນຍາ.໑ ພິກຂຸ ທ. ! ນີ້ເອີ້ນວ່າ ອະນຸຣັກຂະນາປະທານ.

ພິກຂຸ ທ. ! ປະທານ ໔ ຢ່າງເຫຼົ່ານີ້ ແລ.

- ຈຕຸກກ. ອັງ. ໒໑/໒໐/໑໔.

ການເຮັດຄວາມພຽນດຸດດັ່ງຜູ່ບໍາລຸງຮັກສາປ່າ

ພິກຂຸ ທ. ! ເຈົ້າທັງຫຼາຍ ຈົ່ງລະອະກຸສົລເສຍ ຈົ່ງເຮັດການປະກອບຄວາມພຽນຢ່າງທົ່ວເຖິງໃນກຸສົລທັມທັງຫຼາຍ. ດ້ວຍການເຮັດເຊັ່ນນີ້ ເຈົ້າທັງຫຼາຍຈັກເຖິງຄວາມຈະເຣີນ ງອກງາມ ໄພບູນ ໃນທັມວິນັຍນີ້.

ພິກຂຸ ທ. ! ປຽບເໝືອນບ່ອນບໍ່ໄກຈາກບ້ານ ຫຼືນິຄົມ ມີປ່າສາລະໃຫຍ່, ພູມຖານປົກຄຸມໄປດ້ວຍຕົ້ນເອລັນດະ. ເກີດມີບຸຣຸສຜູ່ໃດຜູ່ໜຶ່ງ ຫວັງປະໂຍຊນ໌ ເກື້ອກູນ ຄວາມປອດໄພແກ່ປ່າສາລະນັ້ນ, ເຂົາໄດ້ຕັດຕົ້ນສາລະນ້ອຍໆ ຄົດໆ ງໍໆ ທີ່ຄອຍຍາດອາຫາຣ ອອກໄປຖິ້ມເສຍພາຍນອກ ຖາງບໍລິເວນພາຍໃນໃຫ້ສວາງໂລ່ງ ບໍາລຸງຮັກສາຕົ້ນສາລະນ້ອຍໆ ທີ່ຊື່ ທີ່ງອກງາມດີ ເປັນຢ່າງດີ. ພິກຂຸ ທ. ! ດ້ວຍອາການດັ່ງນີ້ ໂດຍສະໄໝອື່ນ ປ່າສາລະນັ້ນ ກໍເຖິງຊຶ່ງຄວາມຈະເຣີນງອກງາມ ໄພບູນ, ຂໍ້ນີ້ເຊັ່ນໃດ ; ພິກຂຸ ທ. ! ຂໍ້ນີ້ກໍເຊັ່ນນັ້ນ : ເຈົ້າທັງຫຼາຍຈົ່ງລະອະກຸສົລເສຍ ຈົ່ງເຮັດການປະກອບຄວາມພຽນຢ່າງທົ່ວເຖິງ ໃນກຸສົລທັມທັງຫຼາຍ. ດ້ວຍການເຮັດແນວນີ້ ເຈົ້າທັງຫຼາຍຈັກເຖິງຄວາມຈະເຣີນ ງອກງາມ ໄພບູນ ໃນທັມວິນັຍນີ້.

- ມູ. ມ. ໑໒/໒໕໒/໒໖໕.

໑. ອັຕຖະກະ ຄືຊາກສົບມີແຕ່ກະດູກ, ປຸລະວະກະ ຄືຊາກສົບມີແຕ່ໜອນ, ວິນີລະກະ ຄືຊາກສົບຂຶ້ນຂຽວ,

ວິປຸບພະກະ ຄືຊາກສົບມີໜອງໄຫຼ, ວິຈສິດທະກະ ຄືຊາກສົບຂາດເປັນທ່ອນໆ, ອຸດດຸມາຕະກະ ຄືຊາກ

ສົບຂຶ້ນອືດ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຢາມະ ໑໑໓໕

ໝວດ ຄ. ວ່າດ້ວຍ ອຸປະກອນ-ເຫຕປັຈຈັຍ ຂອງສັມມາວາຢາມະ

ຄວາມສັງເວດ ເປັນເຫຕໃຫ້ປາຣົບຄວາມພຽນ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ