ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ຄະຫະບໍດີ ! ອະຣິຍະສາວົກນັ້ນ ຍ່ອມໃຊ້ໂພຄະຊັບທີ່ຕົນຫາມາໄດ້ ດ້ວຍຄວາມພຽນເປັນເຄື່ອງລຸກຂຶ້ນ ລວບລວມມາດ້ວຍກໍາລັງແຂນ ມີໂຕຊຸ່ມດ້ວຍເຫື່ອ ເປັນໂພຄະຊັບປະກອບດ້ວຍທັມ ເພື່ອເຮັດກັມໃນໜ້າທີ່ ໔ ປະປະການເຫຼົ່ານີ້.

ຄະຫະບໍດີ ! ໂພຄະຊັບທັງຫຼາຍຂອງບຸຄຄົນໃດ ເຖິງຄວາມໝົດສ້ຽງໄປ ໂດຍເວັ້ນຈາກກັມໃນໜ້າທີ່ ໔ ປະການ ດັ່ງກ່າວແລ້ວນີ້ ໂພຄະຊັບເຫຼົ່ານັ້ນ ເຮົາກ່າວວ່າ ເປັນໂພຄະອັນບຸຄຄົນນັ້ນ ບໍ່ເຖິງແລ້ວໂດຍຖານະ ບໍ່ບັນລຸແລ້ວ ບໍ່ບໍຣິໂພຄແລ້ວໂດຍຖືກຕ້ອງດ້ວຍເຫຕຜົລ.

ຄະຫະບໍດີ ! ໂພຄະຊັບທັງຫຼາຍຂອງບຸຄຄົນໃດ ເຖິງຄວາມໝົດສ້ຽງໄປ ໂດຍກັມໃນໜ້າທີ່ ໔ ປະການ ດັ່ງກ່າວແລ້ວນີ້ ໂພຄະຊັບເຫຼົ່ານັ້ນ ເຮົາກ່າວວ່າ ເປັນໂພຄະອັນບຸຄຄົນນັ້ນ ເຖິງແລ້ວໂດຍຖານະ ບັນລຸແລ້ວ ບໍຣິໂພຄແລ້ວໂດຍຖືກຕ້ອງດ້ວຍເຫຕຜົລ.

- ຈຕຸກກ. ອັງ. ໒໑/໘໘ - ໘໙/໖໑.

ໝວດ ຈ. ວ່າດ້ວຍ ປະກິນນະກະ (ປີກຍ່ອຍ)

ການດໍາຣົງຊີບສຸຈະຣິຕ ບໍ່ໄດ້ມີແຕ່ສະເພາະເລື່ອງປັຈຈັຍສີ່

ພິກຂຸ ທ. ! ພິກຂຸບາງອົງ ໃນກໍລະນີນີ້ ເປັນຜູ່ສະງົບສະຫງ່ຽມເຕັມທີ່ຢູ່ໄດ້ ອ່ອນນ້ອມຖ່ອມຕົນເຕັມທີ່ຢູ່ໄດ້ ເຍືອກເຢັນເຕັມທີ່ຢູ່ໄດ້ ພຽງຊົ່ວເວລາທີ່ຖ້ອຍຄໍາອັນບໍ່ໜ້າພໍໃຈມາກະທົບທໍ່ນັ້ນ. ກໍເມື່ອໃດ ຖ້ອຍຄໍາອັນບໍ່ໜ້າພໍໃຈມາກະທົບຢູ່ ກໍຍັງສະງົບສະຫງ່ຽມຢູ່ໄດ້ ນັ້ນແຫຼະ ຈຶ່ງເປັນທີ່ຮູ້ກັນໄດ້ວ່າ ສະງົບສະຫງ່ຽມແທ້, ຍັງອ່ອນນ້ອມຖ່ອມຕົນຢູ່ໄດ້ ຈຶ່ງຈະຖືວ່າອ່ອນນ້ອມຖ່ອມຕົນແທ້, ຍັງເຍືອກເຢັນຢູ່ໄດ້ ຈຶ່ງຈະຖືວ່າເຍືອກເຢັນແທ້.

໑໑໒໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ພິກຂຸ ທ. ! ພິກຂຸໃດເປັນຜູ່ວ່າງ່າຍ ຫຼື ເຖິງຄວາມເປັນຜູ່ວ່າງ່າຍ ເພາະເຫຕຜົລເພື່ອຈະໄດ້ຈີວອຣ ບິນດະບາຕ ເສນາສະນະ ແລະ ຄິລານະເພສັຊ ເຮົາບໍ່ກ່າວພິກຂຸນັ້ນ ວ່າ ເປັນຜູ່ວ່າງ່າຍເລີຍ. ຂໍ້ນັ້ນເພາະເຫຕໃດໜໍ ? ຂໍ້ນັ້ນເພາະເຫຕວ່າ ພິກຂຸນັ້ນເມື່ອບໍ່ໄດ້ຈີວອຣ ບິນດະບາຕ ເສນາສະນະ ແລະ ຄິລານະເພສັຊ ຢູ່ ກໍຈະບໍ່ເປັນຜູ່ວ່າງ່າຍ ບໍ່ເຖິງຄວາມເປັນຜູ່ວ່າງ່າຍ.

ພິກຂຸ ທ. ! ສ່ວນພິກຂຸໃດສັກກາຣະທັມມະຢູ່ ເຄົາຣົບທັມມະຢູ່ ນອບນ້ອມທັມມະຢູ່ ເປັນຜູ່ວ່າງ່າຍ ເຖິງຄວາມເປັນຜູ່ວ່າງ່າຍຢູ່ ; ນັ້ນແຫຼະເຮົາກ່າວວ່າ ຜູ່ວ່າງ່າຍແທ້ຈິງ. ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ເຈົ້າທັງຫຼາຍຈົ່ງເຮັດການສຶກສາສໍານຶກແນວນີ້ວ່າ “ເຮົາຈັກເປັນຜູ່ສັກກາຣະທັມມະຢູ່ ເຄົາຣົບທັມມະຢູ່ ນອບນ້ອມທັມມະຢູ່ ເປັນຜູ່ວ່າງ່າຍ ເຖິງຄວາມເປັນຜູ່ວ່າງ່າຍ” ດັ່ງນີ້.

- ມູ. ມ. ໑໒/໒໕໔/໒໖໖.

ນິດເທສ ໑໘

ວ່າດ້ວຍສັມມາອາຊີວະ

ຈົບ

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຢາມະ ໑໑໒໗

ນິດເທສ ໑໙ ວ່າດ້ວຍ ສັມມາວາຢາມະ

(ມີ ໒໖ ເລື່ອງ)

ໝວດ ກ. ວ່າດ້ວຍ ອຸດເທສ-ວິພາກ ຂອງສັມມາວາຢາມະ

ອຸດເທສແຫ່ງສັມມາວາຢາມະ

ພິກຂຸ ທ. ! ສັມມາວາຢາມະ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມມເຮັດຄວາມພໍໃຈໃຫ້ເກີດຂຶ້ນ ຍ່ອມພະຍາຍາມ ປາຣົບຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອຈະຍັງອະກຸສົລທັມອັນເປັນບາບທີ່ຍັງບໍ່ເກີດ ບໍ່ໃຫ້ເກີດຂຶ້ນ ; ຍ່ອມເຮັດຄວາມພໍໃຈໃຫ້ເກີດຂຶ້ນ ຍ່ອມພະຍາຍາມ ປາຣົບຄວາມພຽນ ປະຄອງຈິຕຕັ້ງຈິຕໄວ້ ເພື່ອລະອະກຸສົລອັນເປັນບາບທີ່ເກີດຂຶ້ນແລ້ວ ; ຍ່ອມເຮັດຄວາມພໍໃຈໃຫ້ເກີດຂຶ້ນ ຍ່ອມພະຍາຍາມ ປາຣົບຄວາມພຽນ ປະຄອງຈິຕຕັ້ງຈິຕໄວ້ ເພື່ອຈະຍັງກຸສົລທັມທີ່ຍັງບໍ່ເກີດໃຫ້ເກີດຂຶ້ນ ; ຍ່ອມເຮັດຄວາມພໍໃຈໃຫ້ເກີດຂຶ້ນ ຍ່ອມພະຍາຍາມ ປາຣົບຄວາມພຽນ ປະຄອງຈິຕຕັ້ງຈິຕໄວ້ ເພື່ອຄວາມຕັ້ງຢູ່ ຄວາມບໍ່ລືມເລືອນ ຄວາມງອກງາມຍິ່ງຂຶ້ນ ຄວາມໄພບູນ ຄວາມຈະເຣີນ ຄວາມເຕັມຮອບ ແຫ່ງກຸສົລທັມທີ່ເກີດຂຶ້ນແລ້ວ. ພິກຂຸ ທ. ! ອັນນີ້ເຮົາກ່າວວ່າ ສັມມາວາຢາມະ.

- ມຫາ. ທີ. ໑໐/໓໘໔/໒໙໙.

ປະທານສີ່ ໃນຖານະແຫ່ງສັມມາວາຢາໂມ

ພິກຂຸ ທ. ! ປະທານ ໔ ຢ່າງ ເຫຼົ່ານີ້ມີຢູ່. ສີ່ຢ່າງແນວໃດໜໍ ? ສີ່ຢ່າງຄື : ສັງວະຣະປະທານ ປະຫານະປະທານ ພາວະນາປະທານ ອານຸຣັກຂະນາປະທານ.

໑໑໒໘ ອະຣິຍະສັຈຈ໌ຈາກພຣະໂອຖະ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ