ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພະຢັຄຄະປັຊຊະ ! ທັມ ໔ ປະການ ເຫຼົ່ານີ້ ເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂ ແກ່ກຸລະບຸຕ ໃນທິຕຖະທັມ. ສີ່ປະການແນວໃດໜໍ ? ສີ່ປະການຄື :

ອຸຕຖານະສັມປະທາ (ເຖິງພ້ອມດ້ວຍຄວາມດຸໝັ່ນ) ອາຣັກຂະສັມປະທາ (ເຖິງພ້ອມດ້ວຍການຮັກສາ) ກັລລະຢານະມິຕຕະຕາ (ຄວາມມີມິຕດີ) ສະມະຊີວິຕາ (ການລ້ຽງຊີບຢ່າງສະໝໍ່າສະເໝີ).

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາອາຊີວະ ໑໑໐໓

ພະຢັຄຄະປັຊຊະ ! ອຸຕຖານະສັມປະທາ ເປັນແນວໃດໜໍ ? ພະຢັຄຄະປັຊຊະ ! ກຸລະບຸຕໃນກໍລະນີນີ້ ສໍາເລັດການເປັນຢູ່ດ້ວຍການລຸກຂຶ້ນເຮັດການງານຄື : ດ້ວຍກະສິກັມ ຫຼື ວານິຊະກັມ ໂຄຣັກຂະກັມ ອາຊີບຜູ່ຖືອາວຸດ ອາຊີບຣາຊະບຸຣຸສ ຫຼື ດ້ວຍສິລະປະເຍື່ອງໃດເຍື່ອງໜຶ່ງ. ໃນອາຊີບນັ້ນໆ ເຂົາເປັນຜູ່ຊ່ຽວຊານ ບໍ່ຂີ້ຄ້ານ ປະກອບດ້ວຍການສອດສ່ອງໃນອຸບາຍນັ້ນໆ ສາມາດເຮັດ ສາມາດຈັດໃຫ້ເຮັດ. ພະຢັຄຄະປັຊຊະ ! ນີ້ເອີ້ນວ່າ ອຸຕຖະນະສັມປະທາ (ເຖິງພ້ອມດ້ວຍຄວາມດຸໝັ່ນ).

ພະຢັຄຄະປັຊຊະ ! ອາຣັກຂະສັມປະທາ ເປັນແນວໃດໜໍ ? ພະຢັຄຄະປັຊຊະ ! ກຸລະບຸຕໃນກໍລະນີນີ້, ໂພຄະອັນກຸລະບຸຕຫາໄດ້ມາດ້ວຍຄວາມພຽນ ເປັນເຄື່ອງລຸກຂຶ້ນລວບລວມມາດ້ວຍກໍາລັງແຂນ ມີໂຕຊຸ່ມດ້ວຍເຫື່ອ ເປັນໂພຄະຊັບປະກອບດ້ວຍທັມ ໄດ້ມາໂດຍທັມ ເຂົາຮັກສາຄຸ້ມຄອງຢ່າງເຕັມທີ່ ດ້ວຍຫວັງວ່າ “ຢ່າງໃດກໍຕາມ ພຣະຣາຊາຈະບໍ່ຢຶດຊັບຂອງເຮົາໄປ ໂຈຣຈະບໍ່ປຸ້ນເອົາໄປ ໄຟຈະບໍ່ໄໝ້ ນໍ້າຈະບໍ່ພັດໜີໄປ ຍາດພີ່ນ້ອງອັນບໍ່ຮັກໄຄ່ເຮົາ ຈະບໍ່ຍາດຊິງເອົາໄປ” ດັ່ງນີ້. ພະຢັຄຄະປັຊຊະ ! ນີ້ເຮົາເອີ້ນວ່າ ອາຣັກຂະສັມປະທາ (ເຖິງພ້ອມດ້ວຍການຮັກສາ).

ພະຢັຄຄະປັຊຊະ ! ກັລລະຢານະມິຕຕະຕາ ເປັນແນວໃດໜໍ ? ພະຢັຄຄະປັຊຊະ ! ກຸລະບຸຕໃນກໍລະນີນິ້ ຢູ່ອາໄສໃນບ້ານ ຫຼື ໃນເຂຕໃດ ຖ້າມີບຸຄຄົນໃດໆໃນບ້ານ ຫຼືເຂຕນັ້ນ ເປັນຄະຫະບໍດີ ຫຼືບຸຕຄະຫະບໍດີ ເປັນໜຸ່ມທີ່ຈະເຣີນດ້ວຍສີລ ຫຼືເປັນຜູ່ເຖົ້າທີ່ຈະເຣີນດ້ວຍສີລກໍດີ ລ້ວນແຕ່ເຖິງພ້ອມດ້ວຍສັດທາ ເຖິງພ້ອມດ້ວຍສີລ ເຖິງພ້ອມດ້ວຍຈາຄະ ເຖິງພ້ອມດ້ວປັນຍາຢູ່ແລ້ວນັ້ນ, ກຸລະບຸຕນັ້ນກໍດໍາຣົງຕົນຮ່ວມ ເວົ້າຈາຮ່ວມ ສາກັຈສາຮ່ວມກັບຊົນເຫຼົ່ານັ້ນ ເຂົາຕິດຕາມສຶກສາຄວາມເຖິງພ້ອມດ້ວຍສັດທາ ໂດຍອະນຸຮູບແກ່ບຸຄຄົນຜູ່ເຖິງພ້ອມດ້ວຍສັດທາ ເຂົາຕິດຕາມສຶກສາຄວາມເຖິງພ້ອມດ້ວຍສີລ ໂດຍອະນຸຮູບແກ່ບຸຄຄົນຜູ່ເຖິງພ້ອມດ້ວຍສີລ ເຂົາຕິດຕາມສຶກສາຄວາມເຖິງພ້ອມດ້ວຍຈາຄະ

໑໑໐໔ ອະຣິຍະສັຈຈ໌ຈາກພຣະໂອຖະ

ໂດຍອະນຸຮູບແກ່ບຸຄຄົນຜູ່ເຖິງພ້ອມດ້ວຍຈາຄະ ເຂົາຕິດຕາມສຶກສາຄວາມເຖິງພ້ອມດ້ວຍປັນຍາ ໂດຍອະນຸຮູບແກ່ບຸຄຄົນຜູ່ເຖິງພ້ອມດ້ວຍປັນຍາ ຢູ່ໃນບ່ອນນັ້ນໆ.

ພະຢັຄຄະປັຊຊະ ! ນີ້ເອີ້ນວ່າ ກັລລະຢານະມິຕຕະຕາ (ຄວາມມີມິຕດີ).

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ