ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພະຢັຄຄະປັຊຊະ ! ສະມະຊີວິຕາ ເປັນແນວໃດໜໍ ? ພະຢັຄຄະປັຊຊະ ! ກຸລະບຸຕໃນກໍລະນີນີ້ ຮູ້ຈັກການໄດ້ມາແຫ່ງໂພຄະຊັບ ຮູ້ຈັກຄວາມສ້ຽງໄປແຫ່ງໂພຄະຊັບ ແລ້ວດໍາຣົງຊີວິຕຢູ່ຢ່າງສະໝໍ່າສະເໝີ ບໍ່ຟຸມເຟືອຍຫຼາຍ ບໍ່ຝືດເຄືອງຫຼາຍ ໂດຍມີຫຼັກວ່າ “ລາຍຮັບຂອງເຮົາຈະຖ້ວມລາຍຈ່າຍ ແລະລາຍຈ່າຍຂອງເຮົາຈະບໍ່ຖ້ວມລາຍຮັບ ດ້ວຍອາການເຊັ່ນນີ້” ພະຢັຄຄະປັຊຊະ ! ປຽບດັ່ງຄົນຖືຕາຊັ່ງ ຫຼື ລູກນ້ອງຂອງເຂົາຍົກຕາຊັ່ງຂຶ້ນແລ້ວກໍຮູ້ວ່າ “ຍັງຂາດຢູ່ທໍ່ນີ້ ຫຼື ເກີນໄປທໍ່ນີ້” ດັ່ງນີ້ເຊັ່ນໃດ ; ກຸລະບຸຕນີ້ກໍເຊັ່ນນັ້ນ : ເຂົາຮູ້ຈັກການໄດ້ມາແຫ່ງໂພຄະຊັບ ຮູ້ຈັກຄວາມສ້ຽງໄປແຫ່ງໂພຄະຊັບ ແລ້ວດໍາຣົງຊີວິຕຢູ່ຢ່າງສະໝໍ່າສະເໝີ ບໍ່ຟູມເຟືອຍຫຼາຍ ບໍ່ຝືດເຄືອງຫຼາຍ ໂດຍມີຫຼັກວ່າ “ລາຍຮັບຂອງເຮົາຈັກຖ້ວມລາຍຈ່າຍ ແລະລາຍຈ່າຍຂອງເຮົາຈັກບໍ່ຖ້ວມລາຍຮັບ ດ້ວຍອາການເຊັ່ນນີ້” ດັ່ງນີ້. ພະຢັຄຄະປັຊຊະ ! ຖ້າກຸລະບຸຕນີ້ເປັນຜູ່ມີລາຍຮັບໜ້ອຍ ແຕ່ສໍາເລັດການເປັນຢູ່ຢ່າງຟູມເຟືອຍແລ້ວນັ້ນ ກໍຈະມີຜູ່ກ່າວວ່າ ກຸລະບຸຕນີ້ໃຊ້ຈ່າຍໂພຄະຊັບ (ຢ່າງຟຸມເຟືອຍ) ຄືຄົນກິນໝາກເດື່ອ ເຊັ່ນໃດກໍເຊັ່ນນັ້ນ. ພະຢັຄຄະປັຊຊະ ! ແຕ່ຖ້າກຸລະບຸຕເປັນຜູ່ມີລາຍຮັບມະຫາສານ ແຕ່ສໍາເລັດການເປັນຢູ່ຢ່າງຂ້ອນແຂ້ນແລ້ວນັ້ນ ກໍຈະມີຜູ່ກ່າວວ່າ ກຸລະບຸຕນີ້ຈະຕາຍອົດຕາຍຢາກຢ່າງຄົນອະນາຖາ. ພະຢັຄຄະປັຊຊະ ! ເມື່ອໃດກຸລະບຸຕນີ້ ຮູ້ຈັກຄວາມໄດ້ມາແຫ່ງໂພຄະຊັບ ຮູ້ຈັກຄວາມສ້ຽງໄປແຫ່ງໂພຄະຊັບ ແລ້ວດໍາຣົງຊີວິຕຢູ່ຢ່າງສະໝໍ່າສະເໝີ ບໍ່ຟູມເຟືອຍຫຼາຍ ບໍ່ຝືດເຄືອງຫຼາຍ ໂດຍມີຫຼັກວ່າ “ລາຍຮັບຂອງເຮົາຈັກຖ້ວມລາຍຈ່າຍ ແລະລາຍຈ່າຍຂອງເຮົາຈັກບໍ່ຖ້ວມລາຍຮັບ ດ້ວຍອາການເຊັ່ນນີ້” ດັ່ງນີ້ ; ພະຍັຄຄະປັຊຊະ ! ນີ້ເຮົາເອີ້ນວ່າ ສະມະຊີວິຕາ (ການລ້ຽງຊີບຢ່າງສະໝໍ່າສະເໝີ).

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາອາຊີວະ ໑໑໐໕

(ອະບາຍະມຸກຂ໌ ແລະ ອາຍະມຸກຂ໌ທີ່ກ່ຽວກັບປະໂຍຊນ໌ໃນທິຕຖະທັມ)

ພະຢັຄຄະປັຊຊະ ! ປາກທາງແຫ່ງຄວາມເສື່ອມ ໔ ປະການ ຂອງໂພຄະທີ່ເກີດຂຶ້ນພ້ອມແລ້ວເຊັ່ນນີ້ ມີຢູ່ຄື : ຄວາມເປັນນັກເລງຍິງ ນັກເລງສຸຣາ ນັກເລງການພະນັນ ແລະ ມີມິຕສະຫາຍໝູ່ເພື່ອນຊົ່ວຊ້າ. ພະຢັຄຄະປັຊຊະ ! ປຽບເໝືອນທາງນໍ້າເຂົ້າ ໔ ທາງ ທາງນໍ້າອອກ ໔ ທາງ ຂອງບຶງໃຫຍ່ ມີຢູ່. ບຸຣຸສອັດທາງນໍ້າເຂົ້າເຫຼົ່ານັ້ນເສຍ ແລະໄຂທາງນໍ້າອອກເຫຼົ່ານັ້ນດ້ວຍ ທັງຝົນກໍບໍ່ຕົກລົງມາຕາມທີ່ຄວນ. ພະຍັຄຄະ

ປັຊຊະ ! ເມື່ອເປັນເຊັ່ນນັ້ນ ຄວາມບົກແຫ້ງທໍ່ນັ້ນທີ່ຫວັງໄດ້ສໍາລັບບຶງໃຫຍ່ນັ້ນ ຄວາມເຕັມປ່ຽມບໍ່ມີທາງທີ່ຈັກຫວັງໄດ້ນັ້ນ ນີ້ເຊັ່ນໃດ ; ພະຢັຄຄະປັຊຊະ ! ຜົລທີ່ຈະເກີດຂຶ້ນກໍເຊັ່ນນັ້ນ, ສໍາລັບໂພຄະທີ່ເກີດຂຶ້ນພ້ອມແລ້ວເຊັ່ນນີ້ ທີ່ມີປາກທາງແຫ່ງຄວາມເສື່ອມ ໔ ປະການຄື : ຄວາມເປັນນັກເລງຍິງ ນັກເລງສຸຣາ ນັກເລງການພະນັນ ແລະ ມີມິຕສະຫາຍໝູ່ເພື່ອນຊົ່ວຊ້າ.

ພະຢັຄຄະປັຊຊະ ! ປາກທາງແຫ່ງຄວາມຈະເຣີນ ໔ ປະການ ຂອງໂພຄະທີ່ເກີດຂຶ້ນພ້ອມແລ້ວແນວນີ້ ມີຢູ່ຄື : ຄວາມບໍ່ເປັນນັກເລງຍິງ ບໍ່ເປັນນັກເລງສຸຣາ ບໍ່ເປັນນັກເລງການພະນັນ ແລະ ມີມິຕສະຫາຍໝູ່ເພື່ອນທີ່ດີງາມ. ພະຢັຄຄະປັຊຊະ ! ປຽບ

ເໝືອນທາງນໍ້າເຂົ້າ ໔ ທາງ ທາງນໍ້າອອກ ໔ ທາງ ຂອງບຶງໃຫຍ່ມີຢູ່, ບຸຣຸສອັດທາງນໍ້າອອກເຫຼົ່ານັ້ນດ້ວຍ ແລະ ໄຂທາງນໍ້າເຂົ້າເຫຼົ່ານັ້ນເສຍ ທັງຝົນກໍຕົກລົງມາຕາມທີ່ຄວນດ້ວຍ. ພະຢັຄຄະປັຊຊະ ! ເມື່ອເປັນເຊັ່ນນັ້ນ ຄວາມເຕັມປ່ຽມທໍ່ນັ້ນທີ່ຫວັງໄດ້ສໍາລັບບຶງໃຫຍ່ນັ້ນ ຄວາມບົກແຫ້ງເປັນອັນບໍ່ຕ້ອງຫວັງ ນີ້ເຊັ່ນໃດ ; ພະຢັຄຄະປັຊຊະ ! ຜົລທີ່ຈະເກີດຂຶ້ນກໍເຊັ່ນນັ້ນ ສໍາລັບໂພຄະທີ່ເກີດຂຶ້ນພ້ອມແລ້ວແນວນີ້ ທີ່ມີປາກທາງແຫ່ງຄວາມຈະເຣີນ ໔ ປະການຄື : ຄວາມບໍ່ເປັນນັກເລງຍິງ ບໍ່ເປັນນັກເລງສຸຣາ ບໍ່ເປັນນັກເລງການພະນັນ ແລະ ມີມິຕສະຫາຍໝູ່ເພື່ອນທີ່ດີງາມ.

໑໑໐໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ