ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ຄະຫະບໍດີ ! ກາມໂພຄີຜູ່ນີ້ ຄວນສັນລະເສີນໂດຍຖານະທັງສີ່ ຄື ຄວນສັນລະເສີນໂດຍ ຖານະທີໜຶ່ງ ໃນຂໍ້ທີ່ເຂົາ ສະແຫວງຫາໂພຄະຊັບໂດຍທັມ ໂດຍບໍ່ເຄັ່ງຄຽດ, ຄວນສັນລະເສີນໂດຍ ຖານະທີສອງ ໃນຂໍ້ທີ່ເຂົາ ລ້ຽງຕົນໃຫ້ເປັນສຸຂ ໃຫ້ອີ່ມພໍ, ຄວນສັນລະເສີນໂດຍ ຖານະທີສາມ ໃນຂໍ້ທີ່ເຂົາ ແບ່ງປັນໂພຄະຊັບບໍາເພັນບຸນຍ໌, ຄວນສັນລະເສີນໂດຍ ຖານະທີສີ່ ໃນຂໍ້ທີ່ເຂົາ ບໍ່ກໍາໜັດ ບໍ່ມົວເມົາ ບໍ່ຫຼົງ ມີປົກກະຕິເຫັນໂທດ ມີປັນຍາເປັນເຄື່ອງສະລັດອອກ ບໍຣິໂພຄໂພຄະຊັບເຫຼົ່ານັ້ນ. ຄະຫະບໍດີ !

ກາມໂພຄີຜູ່ນີ້ ຄວນສັນລະເສີນໂດຍຖານະເຫຼົ່ານີ້.

ຄະຫະບໍດີ ! ກາມໂພຄີຈໍາພວກນີ້ ເປັນກາມໂພຄີຊັ້ນເລີດ ຊັ້ນປະເສີດ ຊັ້ນຫົວໜ້າ ຊັ້ນສູງສູຕ ຊັ້ນບໍວອຣ ກວ່າກາມໂພຄີທັງຫຼາຍ, ປຽບເໝືອນນົມສົດເກີດຈາກແມ່ງົວ ນົມສົ້ມເກີດຈາກນົມສົດ ເນີຍຂຸ້ນເກີດຈາກນົມສົ້ມ ເນີຍໃສເກີດຈາກເນີຍຂຸ້ນ ຫົວເນີຍໃສເກີດຈາກເນີຍໃສ ; ຫົວເນີຍໃສປາກົດວ່າ ເລີດກວ່າບັນດາຣົສອັນເກີດຈາກງົວທັງຫຼາຍເຫຼົ່ານັ້ນ, ຂໍ້ນີ້ເຊັ່ນໃດ ; ກາມໂພຄີຈໍາພວກນີ້ ກໍປາກົດວ່າເລີດກວ່າບັນດາກາມໂພຄີທັງຫຼາຍເຫຼົ່ານັ້ນ ເຊັ່ນນັ້ນແລ.

- ທສກ. ອັງ. ໒໔/໑໙໔/໙໑.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາອາຊີວະ ໑໑໐໑

ການດໍາຣົງຊີບຊັ້ນຮອງເລີດ ຂອງຄະຣາວາສ

ຄະຫະບໍດີ ! ໃນບັນດາກາມໂພຄີເຫຼົ່ານັ້ນ ກາມໂພຄີຜູ່ໃດສະແຫວງຫາໂພຄະຊັບໂດຍທັມ ໂດຍບໍ່ເຄັ່ງຄຽດ, ເມື່ອສະແຫວງຫາໂພຄະຊັບໂດຍທັມ ໂດຍບໍ່ເຄັ່ງຄຽດແລ້ວ ລ້ຽງຕົນໃຫ້ເປັນສຸຂ ໃຫ້ອີ່ມພໍດ້ວຍ, ແບ່ງປັນໂພຄະຊັບບໍາເພັນບຸນຍ໌ ; ແຕ່ເຂົາ ກໍາໜັດ ມົວເມົາ ເພີນຫຼົງ ບໍ່ມີປົກກະຕິເຫັນໂທດ ບໍ່ມີປັນຍາເປັນເຄື່ອງສະລັດອອກ ບໍຣິໂພຄໂພຄະຊັບເຫຼົ່ານັ້ນ ;

ຄະຫະບໍດີ ! ກາມໂພຄີຜູ່ນີ້ ຄວນສັນລະເສີນໂດຍຖານະສາມ ຄວນຕິຕຽນໂດຍຖານະໜຶ່ງ ; ຄື : ຄວນສັນລະເສີນ ໂດຍ ຖານະທີໜຶ່ງ ໃນຂໍ້ທີ່ເຂົາ ສະແຫວງຫາໂພຄະຊັບໂດຍທັມ ໂດຍບໍ່ເຄັ່ງຄຽດ, ຄວນສັນລະເສີນໂດຍ ຖານະທີສອງ ໃນຂໍ້ທີ່ເຂົາລ້ຽງຕົນໃຫ້ເປັນສຸຂ ໃຫ້ອີ່ມພໍ, ຄວນສັນລະເສີນໂດຍ ຖານະທີສາມ ໃນຂໍ້ທີ່ເຂົາແບ່ງປັນໂພຄະຊັບບໍາເພັນບຸນຍ໌ ; ແຕ່ ຄວນຕິຕຽນ ໂດຍຖານະໜຶ່ງ ໃນຂໍ້ທີ່ເຂົາ ກໍາໜັດ ມົວເມົາ ຫຼົງ ບໍ່ມີປົກກະຕິເຫັນໂທດ ບໍ່ມີປັນຍາເປັນເຄື່ອງສະລັດອອກ ບໍຣິໂພຄໂພຄະຊັບເຫຼົ່ານັ້ນ. ຄະຫະບໍດີ ! ກາມໂພຄີຜູ່ນີ້ຄວນສັນລະເສີນ ໂດຍຖານະສາມເຫຼົ່ານີ້ ຄວນຕິຕຽນໂດຍຖານະໜຶ່ງນີ້.

- ທສກ. ອັງ. ໒໔/໑໙໓/໙໑.

ການດໍາຊີບຊັ້ນທັມມະດາຂອງຄາຣະວາສ

ຄະຫະບໍດີ ! ໃນບັນດາ ກາມໂພຄີເຫຼົ່ານັ້ນ ກາມໂພຄີຜູ່ໃດສະແຫວງຫາໂພຄະຊັບໂດຍທັມ ໂດຍບໍ່ເຄັ່ງຄຽດ, ເມື່ອສະແຫວງຫາໂພຄະຊັບໂດຍທັມ ໂດຍບໍ່ເຄັ່ງຄຽດແລ້ວ ລ້ຽງຕົນໃຫ້ເປັນສຸຂ ໃຫ້ອີ່ມພໍ ແຕ່ບໍ່ແບ່ງປັນໂພຄະຊັບ ບໍ່ບໍາເພັນບຸນຍ໌ ;

໑໑໐໒ ອະຣິຍະສັຈຈ໌ຈາກພຣະໂອຖະ

ຄະຫະບໍດີ ! ກາມໂພຄີຜູ່ນີ້ຄວນສັນລະເສີນໂດຍຖານະສອງ ຄວນຕິຕຽນໂດຍຖານະໜຶ່ງ ; ຄື : ຄວນສັນລະເສີນ ໂດຍ ຖານະທີໜຶ່ງ ໃນຂໍ້ທີ່ເຂົາ ສະແຫວງຫາຊັບໂດຍທັມ ໂດຍບໍ່ເຄັ່ງຄຽດ, ຄວນສັນລະເສີນໂດຍ ຖານະທີສອງ ໃນຂໍ້ທີ່ເຂົາ ລ້ຽງຕົນໃຫ້ເປັນສຸຂ ໃຫ້ອີ່ມພໍ ; ແຕ່ ຄວນຕິຕຽນ ໂດຍຖານະທີໜຶ່ງ ໃນຂໍ້ທີ່ເຂົາ ບໍ່ແບ່ງປັນໂພຄະຊັບບໍາເພັນບຸນຍ໌. ຄະຫະບໍດີ ! ກາມໂພຄີຜູ່ນີ້ ຄວນສັນລະເສີນໂດຍຖານະສອງເຫຼົ່ານີ້ ຄວນຕິຕຽນໂດຍຖານະໜຶ່ງນີ້.

- ທສກ. ອັງ. ໒໔/໑໙໓/໙໑.

ຫຼັກການດໍາຣົງຊີບ ເພື່ອຜົລພ້ອມກັນທັງສອງໂລກ

“ຂ້າແຕ່ພຣະອົງຜູ່ຈະເຣີນ ! ພວກຂ້ານ້ອຍເປັນນະຄະລຶຫັດ ບໍຣິໂພຄກາມ ແອອັດຢູ່ດ້ວຍບຸຕ ຄອງເຮືອນ ໃຊ້ສອຍຈັນຫອມຈາກແຄ້ວນກາສີ ທັດຊົງພວງດອກໄມ້ຂອງຫອມ ເຄື່ອງລູບທາ

ຍິນດີຄໍາ ແລະ ເງິນຢູ່. ຂ້າແຕ່ພຣະອົງຜູ່ຈະເຣີນ ! ຂໍພຣະຜູ່ມີພຣະພາຄ ຈົ່ງຊົງສະແດງທັມ ທີ່ເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂ ທັງໃນທິຕຖະທັມ ແລະ ໃນສັມປະຣາຢະ ແກ່ພວກຂ້ານ້ອຍຜູ່ຢູ່ໃນຖານະເຊັ່ນນີ້ເຖີ້ນ ຂ້ານ້ອຍ !”.

(ຫຼັກດໍາຣົງຊີບເພື່ອປະໂຍຊນ໌ສຸຂໃນທິຕຖະທັມ)

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ