ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ຖ້າແມ່ນວ່າພິກຂຸນັ້ນໄຄ່ຄວນຊຶ່ງໂທດ ແຫ່ງອະກຸສົລວິຕົກເຫຼົ່ານັ້ນ ຢູ່ເຊັ່ນນີ້ ອະກຸສົລວິຕົກອັນເປັນບາບ ທີ່ປະກອບຢູ່ດ້ວຍສັນທະແດ່ ດ້ວຍໂທສະແດ່ ດ້ວຍໂມຫະແດ່ ກໍຍັງເກີດຂຶ້ນແກ່ພິກຂຸນັ້ນ ຢູ່ນັ້ນເອງ ດັ່ງນີ້ແລ້ວ, ພິກຂຸນັ້ນ ບໍ່ຕ້ອງລະລຶກເຖິງ ບໍ່ຕ້ອງຕັ້ງໄວ້ໃນໃຈ ຊຶ່ງອະກຸສົລວິຕົກເຫຼົ່ານັ້ນ. ເມື່ອພິກຂຸນັ້ນ

ບໍ່ລະລຶກເຖິງ ບໍ່ຕັ້ງໄວ້ໃນໃຈຊຶ່ງອະກຸສົລວິຕົກເຫຼົ່ານັ້ນຢູ່, ອະກຸສົລວິຕົກອັນເປັນບາບ ທີ່ປະກອບຢູ່ດ້ວຍສັນທະແດ່ ດ້ວຍໂທສະແດ່ ດ້ວຍໂມຫະແດ່ ເຫຼົ່ານັ້ນ ຍ່ອມລະໄປ ຍ່ອມເຖິງຊຶ່ງການຕັ້ງຢູ່ບໍ່ໄດ້ ເພາະລະເສຍໄດ້ຊຶ່ງອະກຸສົລວິຕົກເຫຼົ່ານັ້ນ ຈິຕຂອງເຂົາກໍຕັ້ງຢູ່ດ້ວຍດີ ສະງົບລະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດມີຂຶ້ນ ເປັນສະມາທິຢູ່ ໃນພາຍໃນນັ້ນແລ.

ພິກຂຸ ທ. ! ປຽບເໝືອນບຸຣຸສມີຕາ ແຕ່ບໍ່ຕ້ອງການຈະເຫັນຮູບອັນມາສູ່ຄອງແຫ່ງຈັກຂຸ ເຂົາກໍຈະຫຼັບຕາເສຍ ຫຼື ຈະຫຼຽວເບິ່ງໄປທາງອື່ນເສຍ ນີ້ເຊັ່ນໃດ ; ພິກຂຸ ທ. !

ຂໍ້ນີ້ ກໍເຊັ່ນນັ້ນ ເໝືອນກັນ (ທີ່ພິກຂຸນັ້ນຈະບໍ່ເຮັດການລະລຶກເຖິງ ບໍ່ຕັ້ງໄວ້ໃນໃຈເຖິງອະກຸສົລວິຕົກເຫຼົ່ານັ້ນ).

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສັງກັປປະ ໑໐໔໕

ປະການທີ ໔.

ພິກຂຸ ທ. ! ຖ້າແມ່ນວ່າພິກຂຸນັ້ນ ບໍ່ລະລຶກເຖິງ ບໍ່ຕັ້ງໄວ້ໃນໃຈຊຶ່ງອະກຸສົລວິຕົກເຫຼົ່ານັ້ນ ຢູ່ເຊັ່ນນີ້ ອະກຸສົລວິຕົກອັນເປັນບາບ ຊຶ່ງປະກອບຢູ່ດ້ວຍສັນທະແດ່

ດ້ວຍໂທສະແດ່ ດ້ວຍໂມຫະແດ່ ກໍຍັງເກີດຂຶ້ນແກ່ພິກຂຸນັ້ນຢູ່ນັ້ນເອງ ດັ່ງນີ້ແລ້ວນັ້ນ, ພິກຂຸນັ້ນ ຈົ່ງຕັ້ງໄວ້ໃນໃຈ ຊຶ່ງຮູບປະພັນສັນຖານແຫ່ງການປຸງແຕ່ງແຫ່ງວິຕົກ ຂອງອະກຸສົລວິຕົກທັງຫຼາຍເຫຼົ່ານັ້ນ. ເມື່ອພິກຂຸນັ້ນ ຕັ້ງໄວ້ໃນໃຈຊຶ່ງຮູບປະພັນສັນຖານ ແຫ່ງການປຸງແຕ່ງແຫ່ງວິຕົກ ຂອງອະກຸສົລທັງຫຼາຍເຫຼົ່ານັ້ນຢູ່, ອະກຸສົລວິຕົກ

ອັນເປັນບາບ ທີ່ປະກອບຢູ່ດ້ວຍສັນທະແດ່ ດ້ວຍໂທສະແດ່ ດ້ວຍໂມຫະແດ່ ເຫຼົ່ານັ້ນຍ່ອມລະໄປ ຍ່ອມເຖິງຊຶ່ງການຕັ້ງຢູ່ບໍ່ໄດ້. ເພາະລະເສຍໄດ້ຊຶ່ງອະກຸສົລວິຕົກເຫຼົ່ານັ້ນ ຈິຕຂອງເຂົາກໍຕັ້ງຢູ່ດ້ວຍດີ ເປັນທັມອັນເອກຜຸດມີຂຶ້ນ ເປັນສະມາທິຢູ່ ໃນພາຍໃນ ນັ້ນແລ.

ພິກຂຸ ທ. ! ປຽບເໝືອນບຸຣຸສຍ່າງໄວໆ ແລ້ວຄິດຂຶ້ນວ່າ ເຮົາຈະຍ່າງໄວໆໄປເຮັດຫຍັງ ຍ່າງຊ້າໆດີກວ່າ ເຂົາກໍຍ່າງຊ້າໆ ແລ້ວຄິດຂຶ້ນວ່າ ຈະຍ່າງຊ້າໆໄປເຮັດຫຍັງ ຢືນເສຍດີກວ່າ ເຂົາກໍຢືນ ແລ້ວຄິດຂຶ້ນວ່າ ຈະຢືນໄປເຮັດຫຍັງ ນັ່ງລົງເສຍດີກວ່າ ເຂົາກໍນັ່ງລົງ ແລ້ວກໍຄິດຂຶ້ນວ່າ ຈະນັ່ງຢູ່ເຮັດຫຍັງ ນອນເສຍດີກວ່າ ເຂົາກໍນອນ ; ພິກຂຸ ທ. ! ເຊັ່ນນີ້ແຫຼະທີ່ບຸຣຸສນັ້ນປ່ຽນອິຣິຍາບົດຫຍາບໆ ມາເປັນອິຣິຍາບົດລະອຽດໆ ນີ້ເຊັ່ນໃດ ; ພິກຂຸ ທ. ! ຂໍ້ນີ້ ກໍເຊັ່ນນັ້ນ ເໝືອນກັນ (ທີ່ພິກຂຸນັ້ນ ພິຈາຣະນາ

ຮູບປະພັນສັນຖານ ແຫ່ງການປຸງແຕ່ງແຫ່ງວິຕົກໄປຕາມລະດັບໆ).

ປະການທີ ໕.

ພິກຂຸ ທ. ! ຖ້າແມ່ນວ່າພິກຂຸນັ້ນ ຕັ້ງໄວ້ໃນໃຈຊຶ່ງຮູບປະພັນສັນຖານ ແຫ່ງການປຸງແຕ່ງແຫ່ງວິຕົກ ຂອງອະກຸສົລວິຕົກທັງຫຼາຍເຫຼົ່ານັ້ນ ຢູ່ເຊັ່ນນີ້ ອະກຸສົລວິຕົກອັນເປັນບາບ ທີ່ປະກອບຢູ່ດ້ວຍສັນທະແດ່

໑໐໔໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ດ້ວຍໂທສະແດ່ ດ້ວຍໂມຫະແດ່ ກໍຍັງເກີດຂຶ້ນແກ່ພິກຂຸນັ້ນຢູ່ນັ້ນເອງ ດັ່ງນີ້ແລ້ວ, ພິກຂຸນັ້ນຈົ່ງ ຂົບແຂ້ວດ້ວຍແຂ້ວ ອັດເພດານດ້ວຍລີ້ນ ຂົ່ມຂີ່ຈິຕດ້ວຍຈິຕ ບີບບັງຄັບຈິຕດ້ວຍຈິຕ ເຜົາຈິຕດ້ວຍຈິຕ ໃຫ້ເປັນຢ່າງຍິ່ງ. ເມື່ອພິກຂຸນັ້ນເຮັດຢູ່ເຊັ່ນນີ້ ອະກຸສົລວິຕົກອັນເປັນບາບ ທີ່ປະກອບຢູ່ດ້ວຍສັນທະແດ່ ດ້ວຍໂທສະແດ່ ດ້ວຍໂມຫະແດ່ ເຫຼົ່ານັ້ນຍ່ອມລະໄປ ຍ່ອມເຖິງຊຶ່ງການຕັ້ງຢູ່ບໍ່ໄດ້. ເພາະລະເສຍໄດ້ຊຶ່ງອະກຸສົລວິຕົກເຫຼົ່ານັ້ນ ຈິຕຂອງເຂົາກໍຕັ້ງຢູ່ດ້ວຍດີ ສະງົບລະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດມີຂຶ້ນ ເປັນສະມາທິຢູ່ ໃນພາຍໃນນັ້ນແລ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ