ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ວິບາກແຫ່ງກັມທັງຫຼາຍ ເປັນແນວໃດໜໍ ? ພິກຂຸ ທ. ! ເຮົາກ່າວວິບາກແຫ່ງກັມທັງຫຼາຍວ່າມີຢູ່ ໓ ຢ່າງ ຄື : ວິບາກໃນທິຕຖະທັມ (ຄືທັນຄວັນ) ຫຼືວ່າ ວິບາກໃນອຸປະປັຊຊະ (ຄືໃນເວລາຕໍ່ມາ) ຫຼືວ່າ ວິບາກໃນອະປະຣະປະຣິຢາຢະ (ຄືໃນເວລາຕໍ່ໆມາອີກ). ພິກຂຸ ທ. ! ນີ້ເຮົາກ່າວວ່າ ວິບາກແຫ່ງກັມທັງຫຼາຍ.

໑໐໒໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ພິກຂຸ ທ. ! ກັມມະນິໂຣດ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມດັບແຫ່ງກັມ ຍ່ອມມີເພາະຄວາມດັບແຫ່ງຜັສສະ໑.

ອະຣິຢະອັຕຖັງຄະກະມັຄຄະ ນີ້ນັ້ນເອງ ເປັນກັມມະນິໂຣທະຄາມິນີປະຕິປະທາ ; ໄດ້ແກ່ສິ່ງເຫຼົ່ານີ້ຄື : ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ.

ພິກຂຸ ທ. ! ເມື່ອໃດອະຣິຍະສາວົກ ຍ່ອມຮູ້ແຈ້ງຊຶ່ງກັມ ແນວນີ້, ຮູ້ແຈ້ງຊຶ່ງນິທານະສັມພະວະແຫ່ງກັມ ແນວນີ້, ຮູ້ແຈ້ງຊຶ່ງເວມັຕຕະຕາແຫ່ງກັມ ແນວນີ້, ຮູ້ແຈ້ງຊຶ່ງວິບາກແຫ່ງກັມ ແນວນີ້ ; ຮູ້ແຈ້ງຊຶ່ງກັມມະນິໂຣດ ແນວນີ້, ຮູ້ແຈ້ງຊຶ່ງ ກັມມະນິໂຣທະຄາມິນີປະຕິປະທາ ແນວນີ້ ; ອະຣິຍະສາວົກນັ້ນ ຍ່ອມ ຮູ້ແຈ້ງຊຶ່ງພຣົມມະຈັນຣຍ໌ນີ້ ວ່າເປັນເຄື່ອງເຈາະແທງກິເລສ ເປັນບ່ອນດັບບໍ່ເຫຼືອແຫ່ງກັມ.

ພິກຂຸ ທ. ! ຂໍ້ທີ່ເຮົາກ່າວແລ້ວວ່າ “ກັມ ເປັນສິ່ງບຸຄຄົນຄວນຮູ້, ນິທານະສັມພະວະແຫ່ງກັມ ເປັນສິ່ງທີ່ບຸຄຄົນຄວນຮູ້, ເວມັຕຕະຕາແຫ່ງກັມ ເປັນສິ່ງທີ່ບຸຄຄົນຄວນຮູ້, ວິບາກແຫ່ງກັມ ເປັນສິ່ງທີ່ບຸຄຄົນຄວນຮູ້, ກັມມະນິໂຣດ ເປັນສິ່ງທີ່ບຸຄຄົນຄວນຮູ້, ກັມມະນິໂຣທະຄາມິນີປະຕິປະທາ ເປັນສິ່ງທີ່ບຸຄຄົນຄວນຮູ້” ດັ່ງນີ້ນັ້ນ ເຮົາອາໄສຄວາມຂໍ້ນີ້ກ່າວແລ້ວ.

- ສັກກ. ອັງ. ໒໒/໔໗໘,໔໖໓ - ໔໖໔/໓໓໔.

(ຄວາມຮູ້ເລື່ອງກັມ ມີລັກສະນະເປັນສັມມາທິຕຖິ ດັ່ງນັ້ນຈຶ່ງນໍາເອົາມາລວມໄວ້ໃນບ່ອນນີ້).

໑. ຜູ່ສຶກສາຄວນສັງເກດໃຫ້ເຫັນໃຈຄວາມສໍາຄັນທີ່ສຸດ ໃນຕອນນີ້ທີ່ຕຣັດວ່າ ແດນເກີດແຫ່ງກັມ ຄືຜັສສະ,

ແດນດັບແຫ່ງກັມ ກໍຄືຜັສສະ ຊຶ່ງສະແດງວ່າ ກັມເກີດ ແລະ ດັບ ໃນອັຕຕະພາບນີ້ຢູ່ຊໍ້າໆຊາກໆ ດັ່ງນັ້ນ

ວິບາກແຫ່ງກັມຈຶ່ງມີໄດ້ໃນອັຕຕະພາບນີ້ ຢ່າງຊໍ້າໆຊາກໆ ບໍ່ວ່າຈັກເປັນຊະນິດທິຕຖະທັມ ຫຼືອຸປະປັຊຊະ

ຫຼື ອະປະຣະປະຣິຢາຢະ ຊຶ່ງມັກຈະເຂົ້າໃຈກັນໄປວ່າ ສອງຊະນິດຫຼັງນັ້ນຈະມີກໍຕໍ່ເມື່ອຕາຍເຂົ້າໂລງໄປ

ທໍ່ນັ້ນ, ຄວາມຖືກຕ້ອງໃນເລື່ອງນີ້ຈັກເປັນແນວໃດ ຂໍຈົ່ງພິຈາຣະນາເບິ່ງເຖີ້ນ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໑໐໒໗

ເຫັນຜິດຈາກທັມມະຊາຕ ກໍບໍ່ອາດເຮັດໃຫ້ແຈ້ງຊຶ່ງມັຄຄະຜົລ

ພິກຂຸ ທ. ! ພິກຂຸນັ້ນໜໍ ເມື່ອ ຕາມເຫັນສັງຂາຣໃດໆ ໂດຍຄວາມເປັນຂອງທ່ຽງ ຢູ່ ຈັກເປັນຜູ່ປະກອບພ້ອມດ້ວຍອະນຸໂລມິກະຂັນຕິ (ຄວາມສົມຄວນແກ່ອະນຸໂລ

ມິກະຍານ) ດັ່ງນີ້ນັ້ນ : ນັ້ນບໍ່ເປັນຖານະທີ່ຈະມີໄດ້ ;

ຜູ່ບໍ່ປະກອບພ້ອມດ້ວຍອະນຸໂລມິກະຂັນຕິ ຈະຢັ່ງລົງສູ່ສັມມັຕຕະນິຍາມ (ລະບຽບແຫ່ງຄວາມຖືກຕ້ອງ) ດັ່ງນີ້ນັ້ນ ; ນັ້ນບໍ່ເປັນຖານະທີ່ຈະມີໄດ້ ;

ເມື່ອບໍ່ຢັ່ງລົງສູ່ສັມມັຕຕະນິຍາມຢູ່ ຈັກເຮັດໃຫ້ແຈ້ງຊຶ່ງໂສຕາປັຕຕິຜົລ ຫຼືສະກະ ທາຄາມິຜົລ ອະນາຄາມິຜົລ ອະຣະຫັນຕະຜົລ ດັ່ງນີ້ນັ້ນ ; ນັ້ນບໍ່ເປັນຖານະທີ່ຈະມີໄດ້.

(ປະຕິປັກຂະນັຍ - ຝ່າຍກົງກັນຂ້າມ)

ພິກຂຸ ທ. ! ພິກຂຸນັ້ນໜໍ ເມື່ອ ຕາມເຫັນສັງຂາຣທັງປວງ ໂດຍຄວາມເປັນຂອງບໍ່ທ່ຽງ ຢູ່ ຈັກເປັນຜູ່ປະກອບພ້ອມດ້ວຍອະນຸໂລມິກະຂັນຕິ ດັ່ງນີ້ນັ້ນ ; ນັ້ນເປັນຖານະທີ່ຈະມີໄດ້ ;

ຜູ່ປະກອບພ້ອມດ້ວຍອະນຸໂລມິກະຂັນຕິ ຈະຢັ່ງລົງສູ່ສັມມັຕຕະນິຍາມ ດັ່ງນີ້ນັ້ນ : ນັ້ນເປັນຖານະທີ່ຈະມີໄດ້ ;

ເມື່ອຢັ່ງລົງສູ່ສັມມັຕຕະນິຍາມຢູ່ ຈັກເຮັດໃຫ້ແຈ້ງຊຶ່ງໂສຕາປັຕຕິຜົລ ຫຼື ສະກະທາຄາມິຜົລ ອະນາຄາມິຜົລ ອະຣະຫັນຕະຜົລ ດັ່ງນີ້ນັ້ນ ; ນັ້ນເປັນຖານະທີ່ຈະມີໄດ້ ;

- ສັກກ. ອັງ. ໒໒/໔໙໐/໓໖໙.

໑໐໒໘ ອະຣິຍະສັຈຈ໌ຈາກພຣະໂອຖະ

(ໃນກໍລະນີແຫ່ງ ການ ເຫັນສັງຂາຣເປັນສຸຂ-ເປັນທຸກຂ໌, ເຫັນທັມເປັນອັຕຕາ-ເປັນອະນັຕຕາ ກໍມີຂໍ້ຄວາມທີ່ຕຣັດໄວ້ໃນສູຕຕິດໆໄປ ໂດຍໄນຍະແນວດຽວກັນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ