ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ຫຼືວ່າ ເພາະມີອະວິຊຊາເປັນປັຈຈັຍ ນັ້ນແຫຼະ ບຸຄຄົນຍ່ອມປຸງແຕ່ງ ມະໂນສັງຂາຣ (ອໍານາດໃຫ້ເກີດການປຸງແຕ່ງທາງໃຈ) ອັນເປັນປັຈຈັຍໃຫ້ສຸຂ ແລະ ທຸກຂ໌ ທີ່ເປັນພາຍໃນເກີດຂຶ້ນແກ່ຕົນ ດ້ວຍຕົນເອງ ກໍມີ ; ຫຼືວ່າ ເຫຕປັຈຈັຍອັນໃດອື່ນ ເປັນເຫຕໃຫ້ບຸຄຄົນປຸງແຕ່ງມະໂນສັງຂາຣ ອັນເປັນປັຈຈັຍໃຫ້ສຸຂ ແລະ ທຸກຂ໌ທີ່ເປັນພາຍໃນເກີດຂຶ້ນແກ່ເຂົາ ກໍມີ ;
໑໐໒໔ ອະຣິຍະສັຈຈ໌ຈາກພຣະໂອຖະ
ຫຼືວ່າບຸຄຄົນ ຮູ້ເລື່ອງ (ກ່ຽວກັບ ບຸນຍ໌ ບາບ ດີ ຊົ່ວ) ນັ້ນໆຢູ່ ຍ່ອມປຸງແຕ່ມະໂນສັງຂາຣ ອັນເປັນປັຈຈັຍໃຫ້ສຸຂ ແລະທຸກຂ໌ ທີ່ເປັນພາຍໃນເກີດຂຶ້ນແກ່ຕົນ ຢູ່ກໍມີ ; ຫຼືວ່າບຸຄຄົນ ບໍ່ມີຄວາມຮູ້ເລື່ອງ (ກ່ຽວກັບ ບຸນຍ໌ ບາບ ດີ ຊົ່ວ) ນັ້ນໆຢູ່ ຍ່ອມປຸງແຕ່ງມະໂນສັງຂາຣ ອັນເປັນປັຈຈັຍໃຫ້ສຸຂ ແລະ ທຸກຂ໌ ທີ່ເປັນພາຍໃນເກີດຂຶ້ນແກ່ຕົນ ຢູ່ກໍມີ.
ພິກຂຸ ທ. ! ອະວິຊຊາ ເປັນໂຕການທີ່ແຊກແຊງຢູ່ໃນທັມທັງຫຼາຍ (ທັງສິບສອງປະການ) ເຫຼົ່ານີ້. (ຄືໝວດ ກາຢະສັງຂາຣສີ່, ໝວດ ວະຈີສັງຂາຣສີ່ ແລະ ໝວດ ມະໂນສັງຂາຣສີ່ ດັ່ງທີ່ກ່າວແລ້ວ).
ພິກຂຸ ທ. ! ເພາະຄວາມຈາງຄາຍດັບໄປໂດຍບໍ່ເຫຼືອແຫ່ງອະວິຊຊາ ນັ້ນ ນັ້ນແລ ກາຍ (ກາຍທະວາຣທີ່ເຮັດໜ້າທີ່ຢູ່ດ້ວຍອະວິຊຊາ) ນັ້ນ ກໍບໍ່ມີເພື່ອຄວາມເປັນປັຈຈັຍ ໃຫ້ສຸຂແລະທຸກຂ໌ ອັນເປັນພາຍໃນເກີດຂຶ້ນແກ່ເຂົາ ; ວາຈາ (ວະຈີທະວາຣທີ່ເຮັດໜ້າທີ່ ຢູ່ດ້ວຍອະວິຊຊາ) ນັ້ນ ກໍບໍ່ມີເພື່ອຄວາມເປັນປັຈຈັຍ ໃຫ້ສຸຂແລະທຸກຂ໌ ອັນເປັນພາຍໃນເກີດຂຶ້ນແກ່ເຂົາ ; ມະໂນ (ມະໂນທະວາຣທີ່ເຮັດໜ້າທີ່ຢູ່ດ້ວຍອະວິຊຊາ) ນັ້ນ ກໍບໍ່ມີເພື່ອ ຄວາມເປັນປັຈຈັຍ ໃຫ້ສຸຂແລະທຸກຂ໌ ອັນເປັນພາຍໃນເກີດຂຶ້ນແກ່ເຂົາ ; ເຂຕ (ກັມທີ່ ປຽບເໝືອນຜືນນາສໍາລັບງອກງາມ) ກໍບໍ່ມີເພື່ອຄວາມເປັນປັຈຈັຍ ໃຫ້ສຸຂ ແລະ ທຸກຂ໌ ອັນເປັນພາຍໃນເກີດຂຶ້ນແກ່ເຂົາ ; ວັຕຖຸ (ພືດເພື່ອການງອກງາມ) ກໍບໍ່ມີເພື່ອຄວາມເປັນປັຈຈັຍ ໃຫ້ສຸຂແລະທຸກຂ໌ ອັນເປັນພາຍໃນເກີດຂຶ້ນແກ່ເຂົາ ; ອາຢະຕະນະ (ການສໍາພັນເພື່ອໃຫ້ເກີດການງອກງາມ) ກໍບໍ່ມີເພື່ອຄວາມເປັນປັຈຈັຍ ໃຫ້ສຸຂ ແລະ ທຸກຂ໌ ອັນເປັນພາຍໃນເກີດຂຶ້ນແກ່ເຂົາ ; ອະທິກະຣະນະ (ກັມເປັນເຄື່ອງເຮັດໃຫ້ເກີດການງອກງາມ) ກໍບໍ່ມີເພື່ອຄວາມເປັນປັຈຈັຍ ໃຫ້ສຸຂ ແລະ ທຸກຂ໌ ອັນເປັນພາຍໃນເກີດຂຶ້ນແກ່ເຂົາ.
- ຈຕຸກກ. ອັງ. ໒໑/໒໑໓/໑໗໑.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໑໐໒໕
ລາຍລະອຽດທີ່ຄວນເຂົ້າໃຈໃຫ້ຖືກຕ້ອງ ກ່ຽວກັບ ເລື່ອງກັມ
ພິກຂຸ ທ. ! ກັມ ເປັນສິ່ງທີ່ບຸຄຄົນຄວນຮູ້, ນິທານະສັມພະວະ (ເຫຕເປັນແດນເກີດພ້ອມ) ແຫ່ງກັມ ເປັນສິ່ງທີ່ບຸຄຄົນຄວນຮູ້. ເວມັຕຕະຕາ (ຄວາມມີປະມານຕ່າງໆ) ແຫ່ງກັມ ເປັນສິ່ງທີ່ບຸຄຄົນຄວນຮູ້, ວິບາກ (ຜົລສຸກວິເສດ) ແຫ່ງກັມ ເປັນສິ່ງທີ່ບຸຄຄົນຄວນຮູ້. ກັມມະນິໂຣດ (ຄວາມດັບບໍ່ເຫຼືອແຫ່ງກັມ) ເປັນສິ່ງບຸຄຄົນຄວນຮູ້, ກັມມະນິໂຣທະ
ຄາມິນີປະຕິປະທາ (ຂໍ້ຄວນປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືແຫ່ງກັມ) ເປັນສິ່ງທີ່ບຸຄຄົນຄວນຮູ້, ... ຄໍາທີ່ເຮົາກ່າວແລ້ວດັ່ງນີ້ນັ້ນ ເຮົາອາໄສອັນໃດມາກ່າວໜໍ ?
ພິກຂຸ ທ. ! ເຮົາກ່າວຊຶ່ງເຈຕະນາ ວ່າເປັນກັມ ເພາະວ່າບຸຄຄົນເຈຕະນາແລ້ວ ຍ່ອມເຮັດຊຶ່ງກັມດ້ວຍກາຍ ດ້ວຍວາຈາ ດ້ວຍໃຈ.
ພິກຂຸ ທ. ! ນິທານະສັມພະວະແຫ່ງກັມທັງຫຼາຍ ເປັນແນວໃດໜໍ ? ພິກຂຸ ທ. !
ນິທານະສັມພະວະແຫ່ງກັມທັງຫຼາຍ ຄືຜັສສະ.
ພິກຂຸ ທ. ! ເວມັຕຕະຕາແຫ່ງກັມທັງຫຼາຍ ເປັນແນວໃດໜໍ ? ພິກຂຸ ທ. ! ກັມທີ່ເຮັດໃຫ້ສັຕສະເຫວີຍເວທະນາໃນນະຣົກ ມີຢູ່, ກັມທີ່ເຮັດໃຫ້ສັຕສະເຫວີຍເວທະນາໃນກໍາເນີດເດຣັດສານ ມີຢູ່, ກັມທີ່ເຮັດໃຫ້ສັຕສະເຫວີຍເວທະນາໃນເປຕະວິສັຍ ມີຢູ່,
ກັມທີ່ເຮັດໃຫ້ສັຕສະເຫວີຍເວທະນາໃນມະນຸສໂລກ ມີຢູ່, ກັມທີ່ເຮັດໃຫ້ສັຕສະເຫວີຍເວທະນາໃນເທວະໂລກ ມີຢູ່, ພິກຂຸ ທ. ! ນີ້ເຮົາກ່າວວ່າ ເວມັຕຕະຕາແຫ່ງກັມທັງຫຼາຍ.








