ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ການເຫັນສັງຂາຣເປັນຂອງທ່ຽງ ເປັນສຸຂ ເຫັນທັມເປັນອັຕຕາ ນັ້ນເອີ້ນວ່າ ເຫັນຜິດຈາກທັມມະຊາຕ, ສ່ວນການເຫັນໂດຍໄນຍະກົງກັນຂ້າມ ເອີ້ນວ່າ ເຫັນຖືກຕາມທັມມະຊາຕ. ຄວາມສົມຄວນແກ່ອະນຸໂລມິກກະຍານ ຄືຄວາມສົມຄວນແກ່ການທີ່ຈະເຫັນແຈ້ງອະຣິຍະສັຈຈ໌ສີ່ຕາມທີ່ເປັນຈິງ ; ລະບຽບແຫ່ງຄວາມມຖືກຕ້ອງ ຄືຄວາມຖືກຕ້ອງຕາມສັມມັຕຕະ ໑໐ ປະການ ຊຶ່ງເປັນອົງປະກອບແຫ່ງການບັນລຸມັຄຄະຜົລ).

ນິດເທສ ໑໔

ວ່າດ້ວຍສັມມາທິຕຖິ

ຈົບ

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສັງກັປປະ ໑໐໒໙

ນິດເທສ ໑໕ ວ່າດ້ວຍສັມມາສັງກັປປະ

(ມີ ໑໙ ເລື່ອງ)

ໝວດ ກ. ວ່າດ້ວຍອຸດເທສ - ວິພາກ ຂອງສັມມາສັງກັປປະ

ອຸດເທສແຫ່ງສັມມາສັງກັປປະ

ພິກຂຸ ທ. ! ສັມມາສັງກັປປະ ເປັນແນວໃດໜໍ ? ຄວາມດໍາຣິໃນການອອກ

ຈາກກາມ ຄວາມດໍາຣິໃນການບໍ່ມຸ່ງຮ້າຍ ຄວາມດໍາຣິໃນການບໍ່ບຽດບຽນ. ພິກຂຸ ທ. ! ອັນນີ້ເຮົາກ່າວວ່າ ສັມມາສັງກັປປະ.

- ມະຫາ. ທີ. ໑໐/໓໔໘/໒໙໙.

ສັມມາສັງກັປປະ ໂດຍປະຣິຍາຍສອງຢ່າງ

(ໂລກິຢະ - ໂລກຸຕຕະຣະ)

ພິກຂຸ ທ. ! ສັມມາສັງກັປປະ ເປັນແນວໃດໜໍ ? ພິກຂຸ ທ. ! ເຮົາກ່າວແມ່ນວ່າສັມມາສັງກັປປະ ກໍມີຢູ່ໂດຍສ່ວນສອງຄື : ສັມມາສັງກັປປະທີ່ຍັງເປັນໄປກັບດ້ວຍ

ອາສະວະ (ສາສະວະ) ເປັນສ່ວນແຫ່ງບຸນຍ໌ (ປຸນຍະພາຄີຢະ) ມີອຸປະທິເປັນວິບາກ (ອຸປະດິເວປັກກະ) ກໍມີຢູ່, ສັມມາສັງກັປປະອັນເປັນອະຣິຍະ (ອະຣິຢະ) ບໍ່ມີອາສະວະ (ອະນາສະວະ) ເປັນໂລກຸຕຕະຣະ (ໂລກຸຕຕະຣະ) ເປັນອົງຄ໌ແຫ່ງມັຄຄ໌ (ມັຄຄັງຄະ) ກໍມີຢູ່.

ພິກຂຸ ທ. ! ສັມມາສັງກັປປະທີ່ຍັງເປັນໄປກັບດ້ວຍອາສະວະ ເປັນສ່ວນແຫ່ງບຸນຍ໌ ມີອຸປະທິເປັນວິບາກ ນັ້ນເປັນແນວໃດໜໍ ? ຄື ເນກຂັມມະສັງກັປປະ ອັບພະຢາປາທະສັງກັປປະ ອະວິຫິງສາສັງກັປປະ ພິກຂຸ ທ. ! ນີ້ຄື ສັມມາສັງກັປປະ ທີ່ຍັງເປັນໄປກັບດ້ວຍອາສະວະ ເປັນສ່ວນແຫ່ງບຸນຍ໌ ມີອຸປະທິເປັນວິບາກ.

໑໐໓໐ ອະຣິຍະສັຈຈ໌ຈາກພຣະໂອຖະ

ພິກຂຸ ທ. ! ສັມມາສັງກັປປະອັນເປັນອະຣິຍະ ບໍ່ມີອາສະວະ ເປັນໂລກຸຕຕະຣະ ເປັນອົງຄ໌ແຫ່ງມັຄຄ໌ ນັ້ນເປັນແນວໃດໜໍ ? ຄື ຕັກກະ໑ ວິຕັກກະ ສັງກັປປະ ອັປປະນາ ພະຢັບປະນາ ເຈຕະໂສອະພິນິໂຣປະນາ ແລະ ວະຈີສັງຂາຣ໑ ຂອງຜູ່ມີອະຣິຍະຈິຕ ຂອງຜູ່ມີອະນາສະວະຈິຕ ຂອງຜູ່ມີອະຣິຍະມັຄຄະສະມັງຄີ ຜູ່ຈະເຣີນຢູ່ຊຶ່ງອະຣິຍະມັຄຄະ. ພິກຂຸ ທ. ! ນີ້ຄື ສັມມາສັງກັປປະອັນເປັນອະຣິຍະ ບໍ່ມີອາສະວະ ເປັນ

ໂລກຸຕຕະຣະ ເປັນອົງຄ໌ແຫ່ງມັຄຄ໌ .

- ອຸປຣິ. ມ. ໑໔/໑໘໒/໓໖໑ - ໓໖໓.

ວິຕົກໂດຍປະຣິຍາຍສອງຢ່າງ

(ເພື່ອນິບພານ - ບໍ່ເພື່ອນິບພານ)

ພິກຂຸ ທ. ! ອະກຸສົລວິຕົກ ໓ ຢ່າງ ເຫຼົ່ານີ້ ເປັນເຄື່ອງເຮັດໃຫ້ມືດບອດ ບໍ່ເປັນເຄື່ອງເຮັດໃຫ້ເກີດຈັກຂຸ ບໍ່ເປັນເຄື່ອງເຮັດໃຫ້ເກີດຍານ ກໍຊຶ່ງຄວາມດັບແຫ່ງປັນຍາ ເປັນຝັກຝ່າຍແຫ່ງຄວາມຄັບແຄ້ນ ບໍ່ເປັນໄປເພື່ອນິບພານ. ສາມຢ່າງ ແນວໃດໜໍ ? ສາມຢ່າງຄື : ກາມະວິຕົກ ພະຢາປາທະວິຕົກ ວິຫິງສາວິຕົກ. ພິກຂຸ ທ. ! ອະກຸສົລວິຕົກ ໓ ຢ່າງເຫຼົ່ານີ້ແລ ເປັນເຄື່ອງເຮັດໃຫ້ມືດບອດ ບໍ່ເປັນເຄື່ອງເຮັດໃຫ້ເກີດຈັກຂຸ ບໍ່ເປັນເຄື່ອງເຮັດໃຫ້ເກີດຍານ ເຮັດຊຶ່ງຄວາມດັບແຫ່ງປັນຍາ ເປັນຝັກຝ່າຍແຫ່ງຄວາມຄັບແຄ້ນ ບໍ່ເປັນໄປເພື່ອນິບພານ.

໑-໑. ຄໍາເຫຼົ່ານີ້ ທຸກຄໍາມີຄວາມໝາຍເປັນຄວາມໝັ້ນຄົງແຫ່ງຈິຕ ໃນອາຣົມທີ່ຈິຕກໍານົດໃນຮູບແຫ່ງຄວາມຄິດ

ຢ່າງໃດຢ່າງໜຶ່ງ ແລະ ເຮັດໜ້າທີ່ປຸງແຕ່ງການເວົ້າດ້ວຍຄື : ຕັກກະ = ນຶກຕຶກ, ວິຕັກກະ = ວິຕົກ,

ສັງກັປປະ = ດໍາຣິ, ອັປປະນາ = ໝັ້ນຄົງ, ພະຢັບປະນາ = ຢ່າງວິເສດ, ເຈຕະໂສອະພິນິໂຣປະນາ =

ງອກງາມແຫ່ງຄວາມຄິດເຖິງທີ່ສຸດ ຂອງຈິຕ, ວະຈີສັງຂາຣະ = ສິ່ງປຸງແຕ່ງການເວົ້າ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສັງກັປປະ ໑໐໓໑

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ