ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ຄະຫະບໍດີ ! ເຖິງວ່າພິກຂຸຈັກເປັນຜູ່ ຢູ່ໃກ້ບ້ານ ກໍດີ ... ບິນດະບາຕເປັນວັຕ ກໍດີ ... ສັນໃນທີ່ນິມົນ ກໍດີ ... ຖືຜ້າບັງສຸກຸນເປັນວັຕ ກໍດີ ... ນຸ່ງຫົ່ມຄະຫະບໍດີຈີວອຣ ກໍດີ

໑໐໒໒ ອະຣິຍະສັຈຈ໌ຈາກພຣະໂອຖະ

ຖ້າເປັນຜູ່ບໍ່ຟຸ້ງຊ້ານ ບໍ່ຖືໂຕ ບໍ່ປີ້ນປ່າຍ ບໍ່ເວົ້າຫຼາຍ ມີວາຈາແນ່ນອນ ມີສະຕິຕັ້ງໝັ້ນ ມີສັມປະຊັນຍະ ມີສະມາທິ ມີເອກັຄຄະຕາຈິຕ ສັງລວມອິນຊີ ; ດ້ວຍອາການເຊັ່ນນີ້ ພິກຂຸນັ້ນອັນໃຜໆ ຄວນສັນລະເສີນດ້ວຍອົງຄ໌ນັ້ນໆ.

ເອົາລະ ຄະຫະບໍດີ ! ທ່ານຈົ່ງຖວາຍທານໃນສົງຄ໌ເຖີ້ນ ເມື່ອທ່ານຖວາຍທານໃນສົງຄ໌ຢູ່, ຈິຕຈັກເຫຼື້ອມໃສ ; ທ່ານເປັນຜູ່ມີຈິຕອັນເຫຼື້ອມໃສແລ້ວ ພາຍຫຼັງແຕ່ການຕາຍເພາະການທໍາລາຍແຫ່ງກາຍ ຈັກເຂົ້າເຖິງສຸຄະຕິໂລກສະຫວັນ.

“ຂ້າແຕ່ພຣະອົງຜູ່ຈະເຣີນ ! ຈໍາເດີມແຕ່ມື້ນີ້ໄປ ຂ້ານ້ອຍຈະຖວາຍທານໃນສົງຄ໌”.

- ສັກກ. ອັງ. ໒໒/໔໓໖ - ໔໓໘/໓໓໐.

(ຂໍ້ຄວາມທັງໝົດນີ້ ສະແດງວ່າ ພຣະອົງຊົງແນະນໍາໃຫ້ຖວາຍທານດ້ວຍການຕັ້ງໃຈວ່າ ຖວາຍແກ່ສົງຄ໌ ຄື ຖວາຍເປັນ “ສັງຄະທານ” ຢ່າໄປເຫັນວ່າຖວາຍແກ່ພຣະບ້ານ ຫຼືພຣະປ່າ ພຣະບິນດະບາຕສັນ ຫຼື ສັນໃນທີ່ນິມົນ ພຣະຈີວອຣດໍາ ຫຼື ພຣະຈີວອຣເຫຼືອງ ; ແລະ ບໍ່ຢູ່ໃນວິໄສທີ່ຄະຣຶຫັດສາມາດຕັດສິນເອົາວ່າ ອົງໃດເປັນພຣະ

ອໍຣະຫັນຕ໌ ອົງໃດບໍ່ເປັນ ; ດັ່ງນັ້ນ ຈຶ່ງຊົງແນະນໍາໃຫ້ຕັ້ງໃນໃຈວ່າ “ຖວາຍແກ່ສົງຄ໌” ເປັນສັງຄະທານ ດີກວ່າ).

ອາການທີ່ອະວິຊຊາເຮັດໃຫ້ມີການເກີດດັບ

ພິກຂຸ ທ. ! ເມື່ອກາຍ (ກາຢະທະວາຣທີ່ເຮັດໜ້າທີ່ຢູ່ດ້ວຍອະວິຊຊາ) ມີຢູ່, ສຸຂ ແລະທຸກຂ໌ ອັນເປັນພາຍໃນຍ່ອມເກີດຂຶ້ນ ເພາະກາຢະສັນເຈຕະນາ (ຄວາມຈົງໃຈທີ່ເປັນໄປທາງກາຍ) ເປັນເຫຕ ; ພິກຂຸ ທ. ! ຫຼືວ່າເມື່ອວາຈາ (ວະຈີທະວາຣທີ່ເຮັດໜ້າທີ່ຢູ່ດ້ວຍ

ອະວິຊຊາ) ມີຢູ່, ສຸຂແລະທຸກຂ໌ ອັນເປັນພາຍໃນຍ່ອມເກີດຂຶ້ນ ເພາະວະຈີສັນເຈຕະນາ (ຄວາມຈົງໃຈທີ່ເປັນໄປທາງວາຈາ) ເປັນເຫຕ ; ພິກຂຸ ທ. ! ຫຼືວ່າເມື່ອມະໂນ (ມະໂນທະວາຣທີ່ເຮັດໜ້າທີ່ຢູ່ດ້ວຍອະວິຊຊາ) ມີຢູ່, ສຸຂ ແລະທຸກຂ໌ອັນເປັນພາຍໃນຍ່ອມເກີດຂຶ້ນ ເພາະມະໂນສັນເຈຕະນາ (ຄວາມຈົງໃຈທີ່ເປັນໄປທາງໃຈ) ເປັນເຫຕ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໑໐໒໓

ພິກຂຸ ທ. ! ອັນໜຶ່ງ ເພາະມີອະວິຊຊາເປັນປັຈຈັຍ ນັ້ນແຫຼະ ບຸຄຄົນຍ່ອມປຸງແຕ່ງ ກາຢະສັງຂາຣ (ອໍານາດທີ່ໃຫ້ເກີດການປຸງແຕ່ງກາຢະສັງຂາຣ) ອັນເປັນປັຈຈັຍໃຫ້ສຸຂ ແລະທຸກຂ໌ ທີ່ເປັນພາຍໃນເກີດຂຶ້ນແກ່ຕົນ ດ້ວຍຕົນເອງ ກໍມີ ; ຫຼືວ່າ ເຫຕປັຈຈັຍອັນໃດອື່ນ ເປັນເຫຕໃຫ້ບຸຄຄົນປຸງແຕ່ງກາຢະສັງຂາຣ ອັນເປັນປັຈຈັຍໃຫ້ສຸຂ ແລະ ທຸກຂ໌ ທີ່ເປັນພາຍໃນເກີດຂຶ້ນແກ່ເຂົາ ຢູ່ກໍມີ ; ຫຼືວ່າບຸຄຄົນ ຮູ້ເລື່ອງ (ກ່ຽວກັບ ບຸນຍ໌ ບາບ ດີ ຊົ່ວ) ນັ້ນໆຢູ່ ຍ່ອມປຸງແຕ່ງກາຢະສັງຂາຣ ອັນເປັນປັຈຈັຍໃຫ້ ສຸຂ ແລະ ທຸກຂ໌ ທີ່ເປັນພາຍໃນເກີດຂຶ້ນແກ່ຕົນ ຢູ່ກໍມີ ; ຫຼືວ່າບຸຄຄົນ ບໍ່ມີຄວາມຮູ້ເລື່ອງ (ກ່ຽວກັບ ບຸນຍ໌ ບາບ ດີ ຊົ່ວ) ນັ້ນໆຢູ່ ຍ່ອມປຸງແຕ່ງກາຢະສັງຂາຣ ອັນເປັນປັຈຈັຍໃຫ້ສຸຂ ແລະ ທຸກຂ໌ ທີ່ເປັນພາຍໃນເກີດຂຶ້ນແກ່ຕົນ ຢູ່ກໍມີ.

ພິກຂຸ ທ. ! ຫຼືວ່າ ເພາະມີອະວິຊຊາເປັນປັຈຈັຍ ນັ້ນແຫຼະ ບຸຄຄົນຍ່ອມປຸງແຕ່ງ ວະຈີສັງຂາຣ (ອໍານາດໃຫ້ເກີດການປຸງແຕ່ງທາງວາຈາ) ອັນເປັນປັຈຈັຍໃຫ້ສຸຂ ແລະ ທຸກຂ໌ທີ່ເປັນພາຍໃນເກີດຂຶ້ນແກ່ຕົນ ດ້ວຍຕົນເອງ ກໍມີ ; ຫຼືວ່າ ເຫຕປັຈຈັຍອັນໃດອື່ນ ເປັນເຫຕໃຫ້ບຸຄຄົນປຸງແຕ່ງວະຈີສັງຂາຣ ອັນເປັນປັຈຈັຍໃຫ້ສຸຂ ແລະ ທຸກຂ໌ ທີ່ເປັນພາຍໃນເກີດຂຶ້ນແກ່ເຂົາ ຢູ່ກໍມີ ; ຫຼືວ່າບຸຄຄົນ ຮູ້ເລື່ອງ (ກ່ຽວກັບ ບຸນຍ໌ ບາບ ດີ ຊົ່ວ) ນັ້ນໆຢູ່ ຍ່ອມປຸງແຕ່ງວະຈີສັງຂາຣ ອັນເປັນປັຈຈັຍໃຫ້ສຸຂ ແລະ ທຸກຂ໌ ທີ່ເປັນພາຍໃນເກີດຂຶ້ນແກ່ຕົນ ຢູ່ກໍມີ ; ຫຼືວ່າບຸຄຄົນ ບໍ່ມີຄວາມຮູ້ເລື່ອງ (ກ່ຽວກັບ ບຸນຍ໌ ບາບ ດີ ຊົ່ວ) ນັ້ນໆຢູ່ ຍ່ອມປຸງແຕ່ງວະຈີສັງຂາຣ ອັນເປັນປັຈຈັຍໃຫ້ສຸຂ ແລະ ທຸກຂ໌ ທີ່ເປັນພາຍໃນເກີດຂຶ້ນແກ່ຕົນ ຢູ່ກໍມີ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ