ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ມີສະໄໝຊຶ່ງໃນກາລະບາງຄັ້ງບາງຍາມ ໂດຍການຜ່ານໄປແຫ່ງກາລຍາວໄກ ອາທິຕໜ່ວຍທີຫົກ ຍ່ອມປາກົດ. ເພາະຄວາມປາກົດແຫ່ງອາທິຕໜ່ວຍທີຫົກ, ມະຫາປະຖະພີນີ້ ແລະ ຂຸນພູສິເນຣຸ ກໍມີຄວັນຂຶ້ນ ຍິ່ງຂຶ້ນແລະຍິ່ງຂຶ້ນ ປຽບເໝືອນເຕົາເຜົາໝໍ້ ອັນນາຍຊ່າງໝໍ້ສຸມໄຟແລ້ວ ຍ່ອມມີຄວັນຂຶ້ນກຸ້ມ ຍິ່ງຂຶ້ນແລະຍິ່ງຂຶ້ນ ສະນັ້ນ (ນີ້ເຊັ່ນໃດ) ; ພິກຂຸ ທ. ! ສັງຂາຣທັງຫຼາຍບໍ່ທ່ຽງເຊັ່ນນັ້ນ, ສັງຂາຣທັງຫຼາຍບໍ່ຢັ້ງຢືນເຊັ່ນນັ້ນ, ສັງຂາຣທັງຫຼາຍເປັນສິ່ງຫວັງອັນໃດບໍ່ໄດ້ເຊັ່ນນັ້ນ. ພິກຂຸ ທ. ! ພຽງທໍ່ນີ້ ກໍພໍແລ້ວເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍແລ້ວເພື່ອຈະຄາຍກໍາໜັດ ພໍແລ້ວເພື່ອຈະປ່ອຍວາງ.

ພິກຂຸ ທ. ! ມີສະໄໝຊຶ່ງໃນກາລບາງຄັ້ງບາງຍາມ ໂດຍການຜ່ານໄປແຫ່ງກາລຍາວໄກ ດວງອາທິຕໜ່ວຍທີເຈັດ ຍ່ອມປາກົດ, ເພາະຄວາມປາກົດແຫ່ງ ອາທິຕ

ໜ່ວຍທີເຈັດ, ມະຫາປະຖະພີນີ້ ແລະ ຂຸນພູສິເນຣຸ ຍ່ອມມີໄຟລຸກທ່ວນໆ ມີແປວເປັນອັນດຽວກັນ ເມື່ອມະຫາປະຖະພີນີ້ ແລະ ຂຸນພູສິເນຣຸ ອັນໄຟເຜົາຢູ່ ໄໝ້ຢູ່ແນວນີ້ ແປວໄຟຖືກລົມພັດຂຶ້ນໄປຈົນເຖິງພຣົມມະໂລກ.

໑໐໒໐ ອະຣິຍະສັຈຈ໌ຈາກພຣະໂອຖະ

ພິກຂຸ ທ. ! ເມື່ອຂຸນພູສິເນຣຸ ຖືກໄຟເຜົາຢູ່ ໄໝ້ຢູ່ ວິນາດຢູ່ ອັນກອງໄຟຖ້ວມທັບແລ້ວ, ຍອດທັງຫຼາຍອັນສູງຮ້ອຍໂຍດແດ່ ສອງ-ສາມ-ສີ່-ຫ້າຮ້ອຍໂຍດແດ່ ກໍພັງທະລາຍໄປ. ພິກຂຸ ທ. ! ເມື່ອມະຫາປະຖະພີນີ້ ແລະ ຂຸນພູສິເນຣຸ ອັນໄຟເຜົາຢູ່ ໄໝ້ຢູ່, ຂີ້ເຖົ່າ ແລະຄວັນຍ່ອມບໍ່ປາກົດ, ເໝືອນດັ່ງເມື່ອເນີຍໃສ ຫຼືນໍ້າມັນຖືກເຜົາຢູ່ ຂີ້ເຖົ່າ ແລະ ຄວັນຍ່ອມບໍ່ປາກົດ ສະນັ້ນ (ນີ້ເຊັ່ນໃດ) ; ພິກຂຸ ທ. ! ສັງຂາຣທັງຫຼາຍບໍ່ທ່ຽງເຊັ່ນນັ້ນ, ສັງຂາຣທັງຫຼາຍບໍ່ຢັ້ງຢືນເຊັ່ນນັ້ນ, ສັງຂາຣທັງຫຼາຍເປັນສິ່ງຫວັງອັນໃດບໍ່ໄດ້ເຊັ່ນນັ້ນ. ພິກຂຸ ທ. ! ພຽງທໍ່ນີ້ ກໍພໍແລ້ວເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍແລ້ວເພື່ອຈະຄາຍກໍາໜັດ ພໍແລ້ວເພື່ອຈະປ່ອຍວາງ.

ພິກຂຸ ທ. ! ໃນຂໍ້ຄວາມນັ້ນ ໃຜຈະຄິດ ໃຜຈະເຊື່ອວ່າ “ປະຖະພີນີ້ ແລະ ຂຸນພູສິເນຣຸ ຈະລຸກໄໝ້ ຈະວິນາດ ຈະສູນສິ້ນໄປໄດ້” ນອກເສຍຈາກ ພວກມີບົດອັນເຫັນແລ້ວ.

- ສັຕຕກ. ອັງ. ໒໓/໑໐໒ - ໑໐໕/໖໓.

ຮູ້ຈັກເລືອກ : “ສັງຄະທານດີກວ່າ”

“ຂ້າແຕ່ພຣະອົງຜູ່ຈະເຣີນ ! ທານປະຈໍາຕະກຸນຂ້ານ້ອຍຍັງໃຫ້ຢູ່ ແຕ່ວ່າທານນັ້ນຂ້ານ້ອຍໃຫ້ສະເພາະໝູ່ພິກຂຸຜູ່ເປັນອໍຣະຫັນຕ໌ ຫຼື ປະຕິບັຕອະຣະຫັນຕະມັຄຄະ ທີ່ຢູ່ປ່າ ທີ່ຖືບິນດະບາຕ ທີ່ຖືຜ້າບັງສຸກຸນເປັນວັຕ”.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໑໐໒໑

ຄະຫະບໍດີ ! ຂໍ້ທີ່ຈັກຮູ້ວ່າຄົນເຫຼົ່ານີ້ເປັນພຣະອໍຣະຫັນຕ໌ ຫຼື ປະຕິບັຕອະຣະຫັນຕະມັຄຄະນັ້ນ ເປັນສິ່ງທີ່ຮູ້ໄດ້ຍາກສໍາລັບທ່ານ ຜູ່ເປັນຄະຣຶຫັດ ຜູ່ບໍຣິໂພຄກາມ ຜູ່ຍັງມີການນອນບຽດບຸຕ ບໍຣິໂພຄໃຊ້ສອຍຈັນຫອມ ແລະ ຜ້າຈາກເມືອງກາສີ ທັດຊົງມາລາ ແລະ ເຄື່ອງກິ່ນແລະເຄື່ອງຜັດທາ ຍິນດີຢູ່ດ້ວຍຄໍາແລະເງິນ.

ຄະຫະບໍດີ ! ເຖິງວ່າພິກຂຸຈັກເປັນຜູ່ ຢູ່ປ່າເປັນວັຕ ຖ້າເປັນຜູ່ຟຸ້ງຊ້ານ ຖືໂຕ

ປີ້ນປ່າຍ ເວົ້າຫຼາຍ ມີວາຈາບໍ່ແນ່ນອນ ມີສະຕິລືມຫຼົງ ປາສະຈາກສັມປະຊັນຍະ ບໍ່ມີສະມາທິ ມີຈິຕໝູນໄປຜິດ ມີອິນຊີອັນປ່ອຍແລ້ວ ; ດ້ວຍອາການເຊັ່ນນີ້ ພິກຂຸນັ້ນ

ຄວນຖືກຕິຕຽນດ້ວຍອົງຄ໌ນັ້ນໆ.

ຄະຫະບໍດີ ! ເຖິງວ່າພິກຂຸຈັກເປັນຜູ່ ຢູ່ປ່າເປັນວັຕ ຖ້າເປັນຜູ່ ບໍ່ຟຸ້ງຊ້ານ ບໍ່ຖືໂຕ

ບໍ່ປີ້ນປ່າຍ ບໍ່ເວົ້າຫຼາຍ ມີວາຈາແນ່ນອນ ມີສະຕິຕັ້ງໝັ້ນ ມີສັມປະຊັນຍະ ມີສະມາທິ ມີເອກັຄຄະຕາຈິຕ ສັງລວມອິນຊີ ; ດ້ວຍອາການເຊັ່ນນີ້ ພິກຂຸນັ້ນອັນໃຜໆ ຄວນສັນລະເສີນດ້ວຍອົງຄ໌ນັ້ນໆ.

ຄະຫະບໍດີ ! ເຖິງວ່າພິກຂຸຈັກເປັນຜູ່ ຢູ່ໃກ້ບ້ານ ກໍດີ ... ບິນດະບາຕເປັນວັຕ ກໍດີ ... ສັນໃນທີ່ນິມົນ ກໍດີ ... ຖືຜ້າບັງສຸກຸນເປັນວັຕ ກໍດີ ... ນຸ່ງຫົ່ມຄະຫະບໍດີຈີວອຣ ກໍດີ ຖ້າເປັນ ຜູ່ຟຸ້ງຊ້ານ ຖືໂຕ ປີ້ນປ່າຍ ເວົ້າຫຼາຍ ມີວາຈາບໍ່ແນ່ນອນ ມີສະຕິລືມຫຼົງ ປາສະຈາກສັມປະຊັນຍະ ບໍ່ມີສະມາທິ ມີຈິຕໝູນໄປຜິດ ມີອິນຊີອັນປ່ອຍແລ້ວ ; ດ້ວຍອາການເຊັ່ນນີ້ ພິກຂຸນັ້ນ ຄວນຖືກຕິຕຽນດ້ວຍອົງຄ໌ນັ້ນໆ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ