ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ອຸທາຍິ ! ພິກຂຸໃນກໍລະນີນີ້ ເພາະລະສຸຂເສຍໄດ້ ແລະເພາະລະທຸກຂ໌ເສຍໄດ້ ເພາະຄວາມດັບແຫ່ງໂສມະນັດສະ ແລະໂທມະນັດສະທັງສອງ ໃນກາລກ່ອນ ເຂົ້າເຖິງ ຈະຕຸຕຖະຊານ ບໍ່ມີທຸກຂ໌ ບໍ່ມີສຸຂ ມີແຕ່ຄວາມທີ່ສະຕິເປັນທັມມະຊາດບໍຣິສຸດ ເພາະອຸເປກຂາ ແລ້ວແລຢູ່. ນີ້ແຫຼະ ເປັນການກ້າວຂ້າມເສຍ ຊຶ່ງຕະຕິຍະຊານນັ້ນ. ອຸທາຍິ ! ເຮົາກ່າວແມ່ນແຕ່ຈະຕຸຕຖະຊານນັ້ນແລ ວ່າເປັນສິ່ງບໍ່ຄວນ (ຈະພໍໃຈ) ເຮົາກ່າວວ່າຈົ່ງລະເສຍ ເຮົາກ່າວວ່າຈົ່ງກ້າວຂ້າມເສຍ. ກໍອັນໃດໜໍ ເປັນການກ້າວຂ້າມເສຍຊຶ່ງຈະຕຸຕຖະຊານນັ້ນ ?

ອຸທາຍິ ! ພິກຂຸໃນກໍລະນີນີ້ ເພາະກ້າວຂ້າມເສຍໄດ້ ຊຶ່ງຮູບສັນຍາທັງຫຼາຍ ໂດຍປະການທັງປວງ ເພາະຄວາມດັບໄປແຫ່ງປະຕິຄະສັນຍາທັງຫຼາຍ ເພາະບໍ່ໃສ່ ໃຈນານັຕຕະສັນຍາທັງຫຼາຍ ເປັນຜູ້ເຂົ້າເຖິງ ອາກາສານັນຈາຢະຕະນະ ອັນມີການກໍານົດໃນໃຈວ່າ “ອາກາສບໍ່ມີທີ່ສຸດ” ດັ່ງນີ້ ແລ້ວແລຢູ່. ນີ້ແຫຼະເປັນການກ້າວຂ້າມຊຶ່ງຈະຕຸຕຖະຊານນັ້ນ. ອຸທາຍິ ! ເຮົາກ່າວແມ່ນແຕ່ ອາກາສານັນຈາຢະຕະນະນັ້ນແລ ວ່າເປັນສິ່ງບໍ່ຄວນ (ຈະພໍໃຈ) ເຮົາກ່າວວ່າ ຈົ່ງລະເສຍ ເຮົາກ່າວວ່າຈົ່ງກ້າວຂ້າມເສຍ ກໍອັນໃດໜໍ ເປັນການກ້າວຂ້າມເສຍຊຶ່ງອາກາສານັນຈາຍະຕະນະນັ້ນ ?

ອຸທາຍິ ! ພິກຂຸໃນກໍລະນີນີ້ ເພາະກ້າວຂ້າມເສຍໄດ້ ຊຶ່ງອາກາສານັນຈາຢະຕະນະ ໂດຍປະການທັງປວງ ເປັນຜູ້ເຂົ້າເຖິງ ວິນຍານັນຈາຢະຕະນະ ອັນມີການກໍານົດໃນໃຈວ່າ “ວິນຍານບໍ່ມີທີ່ສຸດ” ດັ່ງນີ້ ແລ້ວແລຢູ່. ນີ້ແຫຼະ ເປັນການກ້າວຂ້າມເສຍຊຶ່ງ ອາກາສານັນຈາຢະຕະນະນັ້ນ. ອຸທາຍິ ! ເຮົາກ່າວແມ່ນແຕ່ ວິນຍານັນຈາຢະຕະນະນັ້ນແລ ວ່າເປັນສິ່ງບໍ່ຄວນ (ຈະພໍໃຈ) ເຮົາກ່າວວ່າຈົ່ງລະເສຍ ເຮົາກ່າວວ່າຈົ່ງກ້າວຂ້າມເສຍ. ກໍອັນໃດໜໍ ເປັນການກ້າວຂ້າມເສຍ ຊຶ່ງວິນຍານັນຈາຢະຕະນະນັ້ນ ?

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໘໐໑

ອຸທາຍິ ! ພິກຂຸໃນກໍລະນີນີ້ ເພາະກ້າວຂ້າມເສຍໄດ້ ຊຶ່ງວິນຍານັນຈາຢະຕະນະ ໂດຍປະການທັງປວງ ເປັນຜູ້ເຂົ້າເຖິງ ອາກິນຈັນຍາຢະຕະນະ ອັນມີການກໍານົດໃນໃຈວ່າ “ອັນໃດໆ ບໍ່ມີ” ດັ່ງນີ້ແລ້ວແລຢູ່. ນີ້ແຫຼະ ເປັນການກ້າວຂ້າມເສຍ ຊຶ່ງວິນຍານັນຈາຢະຕະນະນັ້ນ. ອຸທາຍິ ! ເຮົາກ່າວແມ່ນແຕ່ ອາກິນຈັນຍາຢະຕະນະນັ້ນແລ ວ່າເປັນສິ່ງບໍ່ຄວນ (ຈະພໍໃຈ) ເຮົາກ່າວວ່າຈົ່ງລະເສຍ ເຮົາກ່າວວ່າກ້າວຂ້າມເສຍ. ກໍອັນໃດໜໍ ເປັນການກ້າວຂ້າມເສຍຊຶ່ງອາກິນຈັນຍາຢະຕະນະນັ້ນ ?

ອຸທາຍິ ! ພິກຂຸໃນກໍລະນີນີ້ ເພາະກ້າວຂ້າມເສຍໄດ້ ຊຶ່ງອາກິນຈັນຍາຢະຕະນະ ໂດຍປະການທັງປວງ ເປັນຜູ້ເຂົ້າເຖິງ ເນວະສັນຍານາສັນຍາຢະຕະນະ ແລ້ວແລຢູ່. ນີ້ແຫຼະ ເປັນການກ້າວຂ້າມເສຍ ຊຶ່ງອາກິນຈັນຍາຢະຕະນະນັ້ນ. ອຸທາຍິ ! ເຮົາກ່າວແມ່ນແຕ່ ເນວະສັນຍານາສັນຍາຢະຕະນະນັ້ນແລ ວ່າເປັນສິ່ງບໍ່ຄວນ (ຈະພໍໃຈ) ເຮົາກ່າວວ່າຈົ່ງລະເສຍ ເຮົາກ່າວວ່າຈົ່ງກ້າວຂ້າມເສຍ. ກໍອັນໃດໜໍ ເປັນການກ້າວຂ້າມເສຍ ຊຶ່ງເນວະສັນຍານາສັນຍາຢະຕະນະ ນັ້ນ ?

ອຸທາຍິ ! ພິກຂຸໃນກໍລະນີນີ້ ເພາະກ້າວຂ້າມເສຍໄດ້ ຊຶ່ງເນວະສັນຍານາສັນຍາຢະຕະນະ ໂດຍປະການທັງປວງ ເປັນຜູ້ເຂົ້າເຖິງ ສັນຍາເວທະຢິຕະນິໂຣດ ແລ້ວແລຢູ່. ນີ້ແຫຼະ ເປັນການກ້າວຂ້າມເສຍຊຶ່ງ ເນວະສັນຍານາສັນຍາຢະຕະນະນັ້ນ.

ອຸທາຍິ ! ດ້ວຍອາການດັ່ງນີ້ແລ ເຮົາກ່າວການລະ ແມ່ນແຕ່ຊຶ່ງ ເນວະສັນຍານາສັນຍາຢະຕະນະ. ອຸທາຍິ ! ເຈົ້າເຫັນແດ່ບໍ ຊຶ່ງສັນໂຍຊນ໌ນ້ອຍໃຫຍ່ນັ້ນ ທີ່ເຮົາບໍ່ກ່າວວ່າຕ້ອງລະ ?

“ຂໍ້ນັ້ນ ບໍ່ມີເລີຍ ຂ້ານ້ອຍ !”

- ມ. ມ. ໑໓/໑໘໙-໑໙໒/໑໘໒-໑໘໕.

໘໐໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ການລະທິຕຖິດ້ວຍອະນຸປັສສະນາຍານ

ໃນອາຣົມຂອງທິຕຖິນັ້ນໆ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ