ອະຣິຍະສັຈພາກຕົ້ນ
ໜ້າ/ 382
ອຸທາຍິ ! ພິກຂຸໃນກໍລະນີນີ້ ເພາະຄວາມທີ່ວິຕົກວິຈາຣ ທັງສອງລະງັບລົງເຂົ້າເຖິງ ທຸຕິຍະຊານ ເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ໃຫ້ສະມາທິເປັນທັມອັນເອກຜຸດມີຂຶ້ນ ບໍ່ມີວິຕົກບໍ່ມີວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດຈາກສະມາທິແລ້ວແລຢູ່. ອຸທາຍິ ! ເຮົາກ່າວແມ່ນແຕ່ ທຸຕິຍະຊານນີ້ແລວ່າ ຢູ່ໃນວິໄສແຫ່ງຄວາມຫວັ່ນໄຫວ. ອັນໃດໜໍຢູ່ໃນວິໄສແຫ່ງຄວາມຫວັ່ນໄຫວ ໃນທຸຕິຍະຊານນັ້ນ ? ປີຕິສຸຂໃນທຸຕິຍະຊານນັ້ນນັ້ນເອງທີ່ຍັງບໍ່ດັບ ມີຢູ່, ປີຕິສຸຂ ນັ້ນນັ້ນແຫຼະ ເປັນສິ່ງທີ່ຢູ່ໃນວິໄສແຫ່ງຄວາມຫວັ່ນໄຫວ ໃນທຸຕິຍະຊານນັ້ນ.
ອຸທາຍິ ! ພິກຂຸໃນກໍລະນີນີ້ ເພາະຄວາມຈາງຄາຍໄປ ແຫ່ງປີຕິ ຍ່ອມເປັນຜູ້ຢູ່ອຸເປກຂາ ມີສະຕິແລະສັມປະຊັນຍະ ແລະຍ່ອມສະເຫວີຍຄວາມສຸຂດ້ວຍນາມກາຍ ຊະນິດທີ່ພຣະອະຣິຍະເຈົ້າທັງຫຼາຍ ຍ່ອມກ່າວສັນເສີນຜູ້ນັ້ນວ່າ “ເປັນຜູ້ຢູ່ອຸເປກຂາ ມີສະຕິ ຢູ່ເປັນປົກກະຕິສຸຂ” ດັ່ງນີ້ ເຂົ້າເຖິງ ຕະຕິຍະຊານ ແລ້ວແລຢູ່. ອຸທາຍິ ! ເຮົາກ່າວແມ່ນແຕ່ຕະຕິຍະຊານນີ້ແລ ວ່າຢູ່ໃນວິໄສແຫ່ງຄວາມຫວັ່ນໄຫວ. ອັນໃດໜໍ ຢູ່ໃນວິໄສແຫ່ງຄວາມຫວັ່ນໄຫວ ໃນຕະຕິຍະຊານນັ້ນ ? ອຸເປກຂາສຸຂ ໃນຕະຕິຍະຊານນັ້ນນັ້ນເອງທີ່ຍັງບໍ່ດັບ ມີຢູ່, ອຸເປກຂາສຸຂ ນັ້ນນັ້ນແຫຼະ ເປັນສິ່ງທີ່ຢູ່ໃນວິໄສ ແຫ່ງຄວາມຫວັ່ນໄຫວ ໃນຕະຕິຍະຊານນັ້ນ.
ອຸທາຍິ ! ພິກຂຸໃນກໍລະນີນີ້ ເພາະລະສຸຂເສຍໄດ້ ແລະເພາະລະທຸກຂ໌ເສຍໄດ້ ເພາະຄວາມດັບໄປແຫ່ງໂສມະນັດສະ ແລະໂທມະນັດສະທັງສອງໃນກາລກ່ອນ ເຂົ້າເຖິງ ຈະຕຸຕຖະຊານ
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໙໙
ບໍ່ມີທຸກຂ໌ບໍ່ມີສຸຂ ມີແຕ່ຄວາມທີ່ສະຕິເປັນທັມມະຊາດບໍຣິສຸດເພາະອຸເປກຂາ ແລ້ວແລຢູ່. ອຸທາຍິ ! ເຮົາກ່າວຈະຕຸຕຖະຊານນີ້ແລ ວ່າບໍ່ຢູ່ໃນວິໄສແຫ່ງຄວາມຫວັ່ນໄຫວ.
ງ. ການລະຄວາມຜູກພັນໃນຮູບສັນຍາສະມາບັຕ
ແລະອະຮູບສັນຍາສະມາບັຕ
(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໕໓໔; ໃນອະຣິຍະ.ໂອ.ປາຍໜ້າ ໙໑໑, ໑໓໐໐, ໑໓໔໑-໑໓໔໔,໑໓໖໕)
ອຸທາຍິ ! ພິກຂຸໃນກໍລະນີນີ້ສະງັດແລ້ວຈາກກາມ ສະງັດແລ້ວຈາກອະກຸສົລທັມ ເຂົ້າເຖິງ ປະຖົມມະຊານ ອັນມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດຈາກວິເວກ ແລ້ວແລຢູ່. ອຸທາຍິ ! ເຮົາກ່າວປະຖົມມະຊານນີ້ແລວ່າ ເປັນສິ່ງບໍ່ຄວນ (ຈະພໍໃຈ) ເຮົາກ່າວວ່າຈົ່ງລະເສຍ ເຮົາກ່າວວ່າ ຈົ່ງກ້າວຂ້າມເສຍ. ກໍອັນໃດໜໍ ເປັນການກ້າວຂ້າມເສຍ ຊຶ່ງປະຖົມມະຊານນັ້ນ ?
ອຸທາຍິ ! ພິກຂຸໃນກໍລະນີນີ້ ເພາະຄວາມທີ່ວິຕົກວິຈາຣ ທັງສອງລະງັບລົງເຂົ້າເຖິງ ທຸຕິຍະຊານ ເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ໃຫ້ສະມາທິເປັນທັມອັນເອກຜຸດມີຂຶ້ນ ບໍ່ມີວິຕົກບໍ່ມີວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດຈາກສະມາທິ ແລ້ວແລຢູ່. ນີ້ແຫຼະ ເປັນການກ້າວຂ້າມພົ້ນຊຶ່ງປະຖົມມະຊານນັ້ນ. ອຸທາຍິ ! ເຮົາກ່າວແມ່ນແຕ່ທຸຕິຍະຊານນັ້ນແລ ວ່າເປັນສິ່ງບໍ່ຄວນ (ຈະພໍໃຈ) ເຮົາກ່າວວ່າຈົ່ງລະເສຍ ເຮົາກ່າວວ່າຈົ່ງກ້າວຂ້າມເສຍ. ກໍອັນໃດໜໍ ເປັນການກ້າວຂ້າມເສຍຊຶ່ງທຸຕິຍະຊານນັ້ນ ?
ອຸທາຍິ ! ພິກຂຸໃນກໍລະນີນີ້ ເພາະຄວາມຈາງຄາຍໄປ ແຫ່ງປີຕິ ຍ່ອມເປັນຜູ້ຢູ່ອຸເປກຂາ ມີສະຕິແລະສັມປະຊັນຍະ ແລະຍ່ອມສະເຫວີຍຄວາມສຸຂດ້ວຍນາມກາຍ ຊະນິດທີ່ພຣະອະຣິຍະເຈົ້າທັງຫຼາຍ ຍ່ອມກ່າວສັນເສີນຜູ້ນັ້ນວ່າ “ເປັນຜູ້ຢູ່ອຸເປກຂາ ມີສະຕິ ຢູ່ເປັນປົກກະຕິສຸຂ” ດັ່ງນີ້ ເຂົ້າເຖິງ ຕະຕິຍະຊານ ແລ້ວແລຢູ່. ນີ້ແຫຼະເປັນການກ້າວຂ້າມຊຶ່ງທຸຕິຍະຊານນັ້ນ. ອຸທາຍິ ! ເຮົາກ່າວແມ່ນແຕ່ ຕະຕິຍະຊານນັ້ນແລ ວ່າເປັນສິ່ງບໍ່ຄວນ (ຈະພໍໃຈ)
໘໐໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ເຮົາກ່າວວ່າຈົ່ງລະເສຍ ເຮົາກ່າວວ່າຈົ່ງກ້າວຂ້າມເສຍ. ກໍອັນໃດໜໍ ເປັນການກ້າວຂ້າມຊຶ່ງຕະຕິຍະຊານນັ້ນ ?








