ອະຣິຍະສັຈພາກຕົ້ນ
ໜ້າ/ 382
໕. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພຣະສາສດາ ຫຼືເພື່ອນສະພຣົມມະຈາຣີ ຜູ້ຕັ້ງຢູ່ໃນຖານະເປັນຄຣູ ອົງໃດອົງໜຶ່ງ ກໍບໍ່ໄດ້ສະແດງທັມແກ່ພິກຂຸ; ແລະເຂົານັ້ນກໍບໍ່ໄດ້ສະແດງທັມແກ່ຊົນເຫຼົ່າອື່ນ ໂດຍພິສະດານ ຕາມທີ່ເຂົາໄດ້ຟັງມາ ໄດ້ຮໍ່າຮຽນມາ; ແລະເຂົາກໍບໍ່ໄດ້ຊົງການທ່ອງຈົ່ມຊຶ່ງທັມ ໂດຍພິສະດານ ຕາມທີ່ຕົນຟັງມາ ຮໍ່າຮຽນມາ; ທັງເຂົາກໍບໍ່ໄດ້ຕຶກຕາມ ຕອງຕາມດ້ວຍໃຈ ຕາມເພັ່ງດ້ວຍໃຈຊຶ່ງທັມຕາມທີ່ໄດ້ຟັງມາ ຮໍ່າຮຽນມາ; ແຕ່ວ່າ ສະມາທິນິມິຕເຍື່ອງໃດເຍື່ອງໜຶ່ງ ເປັນສິ່ງທີ່ເຂົານັ້ນຖືເອົາດີແລ້ວ ຕັ້ງໄວ້ໃນໃຈດີແລ້ວ ເຂົ້າໄປຊົງໄວ້ດີແລ້ວ ແທງຕະຫຼອດດີແລ້ວດ້ວຍປັນຍາ ຢູ່, ເຂົາຍ່ອມເປັນຜູ້ຮູ້ພ້ອມສະເພາະຊຶ່ງອັຕຖະ
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໕໙
ຮູ້ພ້ອມສະເພາະຊຶ່ງທັມ ໃນທັມນັ້ນ ຕາມທີ່ສະມາທິນິມິຕເຍື່ອງໃດເຍື່ອງໜຶ່ງ ເປັນສິ່ງທີ່ເຂົາຖືເອົາດ້ວຍດີ ຕັ້ງໄວ້ໃນໃຈດີ ເຂົ້າໄປຊົງໄວ້ດີ ແທງຕະຫຼອດດີດ້ວຍປັນຍາແນວໃດ. ເມື່ອເປັນຜູ້ຮູ້ພ້ອມສະເພາະຊຶ່ງອັຕຖະ ຮູ້ພ້ອມສະເພາະຊຶ່ງທັມ, ປາໂມດຍ່ອມເກີດຂຶ້ນແກ່ເຂົານັ້ນ; ເມື່ອປາໂມດແລ້ວ ປີຕິຍ່ອມເກີດ; ເມື່ອໃຈມີປີຕິ ກາຍຍ່ອມລະງັບ; ຜູ້ມີກາຍລະງັບແລ້ວ ຍ່ອມສະເຫວີຍສຸຂ (ດ້ວຍນາມກາຍ); ເມື່ອມີສຸຂ ຈິຕຍ່ອມຕັ້ງໝັ້ນ. ພິກຂຸ ທ. ! ນີ້ຄື ທັມເປັນເຄື່ອງໃຫ້ເຖິງວິມຸຕຕິ ຂໍ້ທີຫ້າ; ຊຶ່ງໃນທັມນັ້ນ ເມື່ອພິກຂຸເປັນຜູ້ບໍ່ປະມາດ ມີຄວາມພຽນເຜົາກິເລສ ມີຕົນສົ່ງໄປແລ້ວຢູ່. ຈິຕທີ່ຍັງບໍ່ຫຼຸດພົ້ນ ຍ່ອມຫຼຸດພົ້ນ ອາສະວະທີ່ຍັງບໍ່ດັບສິ້ນຮອບ ຍ່ອມເຖິງຊຶ່ງຄວາມດັບສິ້ນຮອບ ຫຼືວ່າເຂົາຍ່ອມບັນລຸຕາມລໍາດັບ ຊຶ່ງຄວາມກະເສມຈາກໂຢຄະ ອັນບໍ່ມີອື່ນຍິ່ງກວ່າ ທີ່ຍັງບໍ່ບັນລຸຕາມລໍາດັບ (ໂດຍແນ່ແທ້).
ພິກຂຸ ທ. ! ທັມເປັນເຄື່ອງເຂົ້າເຖິງວິມຸຕຕິຫ້າປະການເຫຼົ່ານີ້ ຊຶ່ງໃນທັມນັ້ນເມື່ອພິກຂຸເປັນຜູ້ບໍ່ປະມາດ ມີຄວາມພຽນເຜົາກິເລສ ມີຕົນສົ່ງໄປແລ້ວຢູ່, ຈິຕທີ່ຍັງບໍ່ຫຼຸດພົ້ນ ຍ່ອມຫຼຸດພົ້ນ ອາສະວະທີ່ຍັງບໍ່ດັບສິ້ນຮອບ ຍ່ອມເຖິງທີ່ຊຶ່ງຄວາມດັບສິ້ນຮອບ ຫຼືວ່າເຂົາຍ່ອມບັນລຸຕາມລໍາດັບ ຊຶ່ງຄວາມກະເສມຈາກໂຢຄະ ອັນບໍ່ມີອື່ນຍິ່ງກວ່າ ທີ່ຕົນຍັງບໍ່ບັນລຸຕາມລໍາດັບ, ດັ່ງນີ້ແລ.
- ປັນຈກ. ອັງ. ໒໒/໒໒-໒໕/໒໖.
ຮູ້ຈັກອຸປາທານ ຕໍ່ເມື່ອໝົດອຸປາທານ
ພິກຂຸ ທ. ! ທັມເພື່ອການຮອບຮູ້ ອຸປາທານທັງປວງ ເປັນແນວໃດໜໍ ?
(ຄວາມຈິງມີຢູ່ວ່າ :-) ເພາະອາໄສຈັກຂຸ ແລະຮູບ ຈຶ່ງເກີດຈັກຂຸວິນຍານ; ການປະຈວບພໍ້ພ້ອມແຫ່ງທັມ ໓ ປະການ (ຕາ+ຮູບ+ຈັກຂຸວິນຍານ) ນັ້ນຄື ຜັສສະ;
໗໖໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ເພາະມີຜັສສະເປັນປັຈຈັຍ ຈຶ່ງມີເວທະນາ. ພິກຂຸ ທ. ! ອະຣິຍະສາວົກ ຜູ້ມີການສະດັບເຫັນຢູ່ (ຊຶ່ງກະແສການປຸງແຕ່ງ) ເຊັ່ນນີ້ ຍ່ອມເບື່ອໜ່າຍທັງໃນຈັກຂຸ ເບື່ອໜ່າຍທັງໃນຮູບ ເບື່ອໜ່າຍທັງໃນຈັກຂຸວິນຍານ ເບື່ອໜ່າຍທັງໃນຈັກຂຸສັມຜັສ ເບື່ອໜ່າຍທັງໃນເວທະນາ. ເມື່ອເບື່ອໜ່າຍ ຍ່ອມຄາຍກໍາໜັດ; ເພາະຄາຍກໍາໜັດ ຍ່ອມຫຼຸດພົ້ນ. ເຂົາຍ່ອມຮູ້ແຈ່ມແຈ້ງວ່າ “ອຸປາທານຂອງເຮົາ ເຮົາຮອບຮູ້ແລ້ວ ເພາະຄວາມຫຼຸດພົ້ນນັ້ນ (ວິໂມກຂະປະຣິນຍາຕັງ)” ດັ່ງນີ້.
(ໃນກໍລະນີແຫ່ງ ໂສຕະ ຄານະ ຊິວຫາ ກາຍະ ແລະມະນະ ກໍມີຂໍ້ຄວາມທີ່ຕຣັດໄວ້ແນວດຽວກັນ).
- ສລາ. ສັງ. ໑໘/໓໙/໖໓.
(ຂໍ້ຄວາມນີ້ ເປັນຫຼັກສໍາຄັນຢ່າງຍິ່ງ ທີ່ຄົນທັມມະດາຈະບໍ່ນຶກຝັນວ່າ ເຮົາຈະຮູ້ຈັກສິ່ງໃດເຖິງທີ່ສຸດນັ້ນ ກໍຕໍ່ເມື່ອເຮົາຈັດການກັບສິ່ງນັ້ນ ຕາມທີ່ຄວນຈະເຮັດເຖິງທີ່ສຸດແລ້ວ, ບໍ່ແມ່ນວ່າ ພໍສັກແຕ່ວ່າເຂົ້າໄປກ່ຽວຂ້ອງກັບສິ່ງນັ້ນ ກໍຮູ້ຈັກສິ່ງນັ້ນໂດຍສົມບູນແລ້ວ. ໃນກໍລະນີນີ້ ມີໃຈຄວາມສໍາຄັນວ່າ ຈະຮູ້ຈັກກິເລສຂໍ້ໃດໄດ້ ກໍຕໍ່ເມື່ອເຮົາທໍາລາຍກິເລສນັ້ນ ສໍາເລັດສິ້ນແລ້ວ).
ອາສະວະດັບສິ້ນໄປເພາະການກໍາຈັດສະມາຣັມພະແລະອະວິຊຊາ








