ອະຣິຍະສັຈພາກຕົ້ນ
ໜ້າ/ 382
ວັບປະ ! ທ່ານຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ ? ຄືອາສະວະທັງຫຼາຍເຫຼົ່າໃດເກີດຂຶ້ນ ເພາະກາຢະສະມາຣັມພະ (ຕັນຫາປາຣົບການເຮັດກັມທາງກາຍ) ເປັນປັຈຈັຍ ເປັນເຄື່ອງກໍ່ຄວາມຄັບແຄ້ນຮ້ອນເອົ້າ; ເມື່ອບຸຄຄົລເວັ້ນຂາດແລ້ວຈາກ ກາຢະ ສະມາຣັມພະ, ອາສະວະທັງຫຼາຍ ອັນເປັນເຄື່ອງກໍ່ຄວາມຄັບແຄ້ນຮ້ອນເອົ້າເຫຼົ່ານັ້ນ ຍ່ອມບໍ່ມີ. ບຸຄຄົລນັ້ນຍ່ອມບໍ່ເຮັດຊຶ່ງກັມໃໝ່ດ້ວຍ ແລະຍ່ອມຖືກຕ້ອງໆ ຊຶ່ງກັມເກົ່າແລ້ວ ເຮັດໃຫ້ດັບສິ້ນໄປດ້ວຍ. ຫຼັກທັມປະຕິປະທາອັນບໍ່ຮູ້ຈັກເກົ່າ (ນິຊຊະຣາ) ນີ້ເປັນທັມອັນຜູ້ປະຕິບັຕ ຍ່ອມເຫັນຕົນເອງ ບໍ່ຂຶ້ນຢູ່ກັບເວລາ ຄວນເອີ້ນກັນມາເບິ່ງ ຄວນນ້ອມເຂົ້າມາໃນຕົນ
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໖໑
ເປັນທັມທີ່ຜູ້ຮູ້ທັງຫຼາຍ ຍ່ອມຮູ້ໄດ້ສະເພາະຕົນ. ວັບປະ ! ອາສະວະທັງຫຼາຍ ອັນເປັນໄປເພື່ອທຸກຂະເວທະນາ ຈະຍ່ອມໄຫຼໄປຕາມບຸຣຸສ ໃນກາລຕໍ່ໄປເບື້ອງໜ້າ ເນື່ອງມາແຕ່ຖານະໃດເປັນເຫຕ ທ່ານເຫັນຊຶ່ງຖານະນັ້ນ ຫຼືບໍ່ ? “ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”
ວັບປະ ! ທ່ານຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ ? ຄືອາສະວະທັງຫຼາຍເຫຼົ່າໃດ ເກີດຂຶ້ນເພາະວະຈີສະມາຣັມພະ (ຕັນຫາປາຣົບການປະກອບກັມທາງວາຈາ) ເປັນປັຈຈັຍ ເປັນເຄື່ອງກໍ່ຄວາມຄັບແຄ້ນຮ້ອນເອົ້າ; ເມື່ອບຸຄຄົລເວັ້ນຂາດແລ້ວຈາກ ວະຈີສະມາຣັມພະ, ອາສະວະທັງຫຼາຍ ອັນເປັນເຄື່ອງກໍ່ຄວາມຄັບແຄ້ນຮ້ອນເອົ້າເຫຼົ່ານັ້ນຍ່ອມບໍ່ມີ. ບຸຄຄົລນັ້ນ ຍ່ອມບໍ່ປະກອບຊຶ່ງກັມໃໝ່ດ້ວຍ ແລະຍ່ອມຖືກຕ້ອງໆຊຶ່ງກັມເກົ່າແລ້ວ ເຮັດໃຫ້ດັບສິ້ນໄປດ້ວຍ. ຫຼັກທັມປະຕິປະທາ ອັນບໍ່ຮູ້ຈັກເກົ່ານີ້ ເປັນທັມອັນຜູ້ປະຕິບັຕ ຍ່ອມເຫັນເອງ ບໍ່ຂຶ້ນຢູ່ກັບເວລາ ຄວນເອີ້ນກັນມາເບິ່ງ ຄວນນ້ອມເຂົ້າມາໃນຕົນ ເປັນທັມທີ່ຜູ້ຮູ້ທັງຫຼາຍ ຍ່ອມຮູ້ໄດ້ສະເພາະຕົນ. ວັບປະ ! ອາສະວະທັງຫຼາຍ ອັນເປັນໄປເພື່ອທຸກຂະເວທະນາ ຈະຍ່ອມໄຫຼໄປຕາມບຸຣຸສ ໃນກາລຕໍ່ໄປເບື້ອງໜ້າ ເນື່ອງມາແຕ່ຖານະໃດເປັນເຫຕ ທ່ານເຫັນຊຶ່ງຖານະນັ້ນຫຼືບໍ່ ? “ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”
ວັບປະ ! ທ່ານຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ ? ຄືອາສະວະທັງຫຼາຍເຫຼົ່າໃດ ເກີດຂຶ້ນເພາະມະໂນສະມາຣັມພະ (ຕັນຫາປາຣົບການປະກອບກັມທາງໃຈ) ເປັນປັຈຈັຍ ເປັນເຄື່ອງກໍ່ຄວາມຄັບແຄ້ນ ຮ້ອນເອົ້າ; ເມື່ອບຸຄຄົລເວັ້ນຂາດແລ້ວຈາກ ມະໂນສະມາຣັມພະ, ອາສະວະທັງຫຼາຍ ອັນເປັນເຄື່ອງກໍ່ຄວາມຄັບແຄນຮ້ອນເອົ້າເຫຼົ່ານັ້ນຍ່ອມບໍ່ມີ. ບຸຄຄົລນັ້ນ ຍ່ອມບໍ່ປະກອບຊຶ່ງກັມໃໝ່ດ້ວຍ ແລະຍ່ອມຖືກຕ້ອງໆຊຶ່ງກັມເກົ່າແລ້ວ ເຮັດໃຫ້ດັບສິ້ນໄປດ້ວຍ. ຫຼັກທັມປະຕິປະທາ ອັນບໍ່ຮູ້ຈັກເກົ່ານີ້ ເປັນທັມອັນຜູ້ປະຕິບັຕ ຍ່ອມເຫັນເອງ ບໍ່ຂຶ້ນຢູ່ກັບເວລາ ຄວນເອີ້ນກັນມາເບິ່ງ ຄວນນ້ອມເຂົ້າມາໃນຕົນ ເປັນທັມທີ່ຜູ້ຮູ້ທັງຫຼາຍ ຍ່ອມຮູ້ໄດ້ສະເພາະຕົນ. ວັບປະ ! ອາສະວະທັງຫຼາຍອັນ ເປັນໄປເພື່ອທຸກຂະເວທນາ
໗໖໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ຈະຍ່ອມໄຫຼໄປຕາມບຸຣຸສ ໃນກາລຕໍ່ໄປເບື້ອງໜ້າ ເນື່ອງມາແຕ່ຖານະໃດເປັນເຫຕທ່ານເຫັນຊຶ່ງຖານະນັ້ນຫຼືບໍ່ ? “ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”
ວັບປະ ! ທ່ານຈະເຂົ້າໃຈຄວາມຂໍ້ນີ້ວ່າແນວໃດ ? ຄືອາສະວະທັງຫຼາຍເຫຼົ່າໃດ ເກີດຂຶ້ນເພາະອະວິຊຊາເປັນປັຈຈັຍ ເປັນເຄື່ອງກໍ່ຄວາມຄັບແຄ້ນ ຮ້ອນເອົ້າ; ເພາະການເກີດຂຶ້ນແຫ່ງວິຊຊາ ເພາະຄວາມປ່ອຍວາງ ຄາຍອອກເສຍໄດ້ໝົດຊຶ່ງ ອະວິຊຊາ, ອາສະວະທັງຫຼາຍ ອັນເປັນເຄື່ອງກໍ່ຄວາມຄັບແຄ້ນ ຮ້ອນເອົ້າເຫຼົ່ານັ້ນຍ່ອມບໍ່ມີ. ບຸຄຄົລນັ້ນ ຍ່ອມບໍ່ປະກອບຊຶ່ງກັມໃໝ່ດ້ວຍ ແລະຍ່ອມຖືກຕ້ອງໆຊຶ່ງກັມເກົ່າແລ້ວ ເຮັດໃຫ້ດັບສິ້ນໄປດ້ວຍ. ຫຼັກທັມປະຕິປະທາ ອັນບໍ່ຮູ້ຈັກເກົ່ານີ້ ເປັນທັມອັນຜູ້ປະຕິບັຕຍ່ອມເຫັນເອງ ບໍ່ຂຶ້ນຢູ່ກັບເວລາ ຄວນເອີ້ນກັນມາເບິ່ງ ຄວນນ້ອມເຂົ້າມາໃນຕົນ ເປັນທັມທີ່ຜູ້ຮູ້ທັງຫຼາຍ ຍ່ອມຮູ້ໄດ້ສະເພາະຕົນ. ວັບປະ ! ອາສະວະທັງຫຼາຍ ອັນເປັນໄປເພື່ອທຸກຂະເວທະນາ ຈະຍ່ອມໄຫຼໄປຕາມບຸຣຸສ ໃນກາລຕໍ່ໄປເບື້ອງໜ້າ ເນື່ອງມາແຕ່ຖານະໃດເປັນເຫຕ ທ່ານເຫັນຊຶ່ງຖານະນັ້ນຫຼືບໍ່ ? “ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”
- ຈຕຸກກະ. ອັງ. ໒໑/໒໖໘/໑໙໕.








