ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ເມື່ອປາໂມດແລ້ວ ປີຕິຍ່ອມເກີດ; ເມື່ອໃຈມີປີຕິ ກາຍຍ່ອມລະງັບ; ຜູ້ມີກາຍລະງັບແລ້ວ ຍ່ອມສະເຫວີຍສຸຂ (ດ້ວຍນາມກາຍ) ; ເມື່ອມີສຸຂ ຈິຕຍ່ອມຕັ້ງໝັ້ນ. ພິກຂຸ ທ. ! ນີ້ຄື ທັມເປັນເຄື່ອງໃຫ້ເຖິງວິມຸຕຕິ ຂໍ້ທີສອງ, ຊຶ່ງໃນທັມນັ້ນ ເມື່ອພິກຂຸເປັນຜູ້ບໍ່ປະມາດ ມີຄວາມພຽນເຜົາກິເລສ ມີຕົນສົ່ງໄປແລ້ວຢູ່, ຈິຕທີ່ຍັງບໍ່ຫຼຸດພົ້ນ ຍ່ອມຫຼຸດພົ້ນ ອາສະວະທີ່ຍັງບໍ່ດັບສິ້ນຮອບ ຍ່ອມເຖິງຊຶ່ງຄວາມດັບສິ້ນຮອບ ຫຼືວ່າເຂົາຍ່ອມບັນລຸຕາມລໍາດັບ ຊຶ່ງຄວາມກະເສມຈາກໂຢຄະ ອັນບໍ່ມີອື່ນຍິ່ງກວ່າ ທີ່ຕົນຍັງບໍ່ບັນລຸຕາມລໍາດັບ (ໂດຍແນ່ແທ້).

໓. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພຣະສາສດາ ຫຼືເພື່ອນພຣົມມະຈາຣີ ຜູ້ຕັ້ງຢູ່ໃນຖານະເປັນຄຣູ ອົງໃດອົງໜຶ່ງ ກໍບໍ່ໄດ້ສະແດງທັມແກ່ພິກຂຸ; ແລະເຂົານັ້ນກໍບໍ່ໄດ້ສະແດງທັມ ແກ່ຊົນເຫຼົ່າອື່ນໂດຍພິສະດານ ຕາມທີ່ເຂົາໄດ້ຟັງມາ ໄດ້ຮໍ່າຮຽນມາ; ແຕ່ ເຂົາຊົງການທ່ອງຈົ່ມ ຊຶ່ງທັມໂດຍພິສະດານ ຕາມທີ່ຕົນຟັງມາ ຮໍ່າຮຽນມາຢູ່. ເຂົາຍ່ອມເປັນຜູ້ຮູ້ພ້ອມສະເພາະຊຶ່ງອັຕຖະ ຮູ້ພ້ອມສະເພາະຊຶ່ງທັມໃນທັມນັ້ນຕາມທີ່ເຂົາຊົງການທ່ອງຈົ່ມ ຊຶ່ງທັມໂດຍພິສະດານ ຕາມທີ່ໄດ້ຟັງມາ ຮໍ່າຮຽນມາແນວໃດ. ເມື່ອເປັນຜູ້ຮູ້ພ້ອມສະເພາະຊຶ່ງອັຕຖະ ຮູ້ພ້ອມສະເພາະຊຶ່ງທັມ, ປາໂມດ ຍ່ອມເກີດຂຶ້ນແກ່ເຂົານັ້ນ; ເມື່ອປາໂມດແລ້ວ ປີຕິຍ່ອມເກີດ; ເມື່ອໃຈມີປີຕິ ກາຍຍ່ອມລະງັບ; ຜູ້ມີກາຍລະງັບແລ້ວ ຍ່ອມສະເຫວີຍສຸຂ (ດ້ວຍນາມກາຍ); ເມື່ອມີສຸຂ ຈິຕຍ່ອມຕັ້ງໝັ້ນ. ພິກຂຸ ທ. ! ນີ້ຄື ທັມເປັນເຄື່ອງໃຫ້ເຖິງວິມຸຕຕິ ຂໍ້ທີສາມ, ຊຶ່ງໃນທັມນັ້ນ ເມື່ອພິກຂຸເປັນຜູ້ບໍ່ປະມາດ ມີຄວາມພຽນເຜົາກິເລສ ມີຕົນສົ່ງໄປແລ້ວຢູ່, ຈິຕທີ່ຍັງບໍ່ຫຼຸດພົ້ນ ຍ່ອມຫຼຸດພົ້ນ ອາສະວະທີ່ຍັງບໍ່ດັບສິ້ນຮອບ ຍ່ອມເຖິງຊຶ່ງຄວາມດັບສິ້ນຮອບ ຫຼືວ່າເຂົາຍ່ອມບັນລຸຕາມລໍາດັບ ຊຶ່ງຄວາມກະເສມຈາກໂຢຄະ ອັນບໍ່ມີອື່ນຍິ່ງກວ່າ ທີ່ຕົນຍັງບໍ່ບັນລຸຕາມລໍາດັບ (ໂດຍແນ່ແທ້).

໗໕໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

໔. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພຣະສາສດາ ຫຼືເພື່ອນສະພຣົມມະຈາຣີ ຜູ້ຕັ້ງຢູ່ໃນຖານະເປັນຄຣູ ອົງໃດອົງໜຶ່ງ ກໍບໍ່ໄດ້ສະແດງທັມແກ່ພິກຂຸ; ແລະເຂົານັ້ນກໍບໍ່ໄດ້ສະແດງທັມແກ່ຊົນເຫຼົ່າອື່ນ ໂດຍພິສະດານ ຕາມທີ່ເຂົາໄດ້ຟັງມາ ໄດ້ຮໍ່າຮຽນມາ; ແລະເຂົາກໍບໍ່ໄດ້ຊົງການທ່ອງຈົ່ມຊຶ່ງທັມ ໂດຍພິສະດານ ຕາມທີ່ຕົນຟັງມາຮໍ່າຮຽນມາ; ແຕ່ ເຂົາຕຶກຕາມ ຕອງຕາມດ້ວຍໃຈ ຕາມເພັ່ງດ້ວຍໃຈ ຊຶ່ງທັມຕາມທີ່ເຂົາຟັງມາ ຮໍ່າຮຽນມາ ຢູ່, ເຂົາຍ່ອມເປັນຜູ້ຮູ້ພ້ອມສະເພາະຊຶ່ງອັຕຖະ ຮູ້ພ້ອມ ສະເພາະຊຶ່ງທັມ ໃນທັມນັ້ນຕາມທີ່ເຂົາຕຶກຕາມ ຕອງຕາມດ້ວຍໃຈ ຕາມເພັ່ງດ້ວຍໃຈ ຊຶ່ງທັມຕາມທີ່ໄດ້ຟັງມາ ຮໍ່າຮຽນມາແນວໃດ. ເມື່ອເປັນຜູ້ຮູ້ພ້ອມສະເພາະຊຶ່ງອັຕຖະ ຮູ້ພ້ອມສະເພາະຊຶ່ງທັມ, ປາໂມດຍ່ອມເກີດຂຶ້ນແກ່ເຂົານັ້ນ; ເມື່ອປາໂມດແລ້ວ ປີຕິຍ່ອມເກີດ; ເມື່ອໃຈມີປີຕິ ກາຍຍ່ອມລະງັບ; ຜູ້ມີກາຍລະງັບແລ້ວ ຍ່ອມສະເຫວີຍສຸຂ (ດ້ວຍນາມກາຍ); ເມື່ອມີສຸຂ ຈິຕຍ່ອມຕັ້ງໝັ້ນ. ພິກຂຸ ທ. ! ນີ້ຄື ທັມເປັນເຄື່ອງໃຫ້ເຖິງວິມຸຕຕິ ຂໍ້ທີສີ່, ຊຶ່ງໃນທັມນັ້ນ ເມື່ອພິກຂຸເປັນຜູ້ບໍ່ປະມາດ ມີຄວາມພຽນເຜົາກິເລສ ມີຕົນສົ່ງໄປແລ້ວຢູ່, ຈິຕທີ່ຍັງບໍ່ຫຼຸດພົ້ນ ຍ່ອມຫຼຸດພົ້ນ ອາສະວະທີ່ຍັງບໍ່ດັບສິ້ນຮອບ ຍ່ອມເຖິງຊຶ່ງຄວາມດັບສິ້ນຮອບ ຫຼືວ່າເຂົາຍ່ອມບັນລຸຕາມລໍາດັບ ຊຶ່ງຄວາມກະເສມຈາກໂຢຄະ ອັນບໍ່ມີອື່ນຍິ່ງກວ່າ ທີ່ຕົນຍັງບໍ່ບັນລຸຕາມລໍາດັບ (ໂດຍແນ່ແທ້).

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ