ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! (໔) ບຸຄຄົລ ຜຸດຂຶ້ນແລ້ວ ຫຼຽວເບິ່ງຮອບໆຢູ່ ເປັນແນວໃດໜໍ ? ພິກຂຸ ທ. ! ບຸຄຄົລບາງຄົນ ໃນກໍລະນີນີ້ ຜຸດຂຶ້ນຄື ມີສັດທາດີ ໃນກຸສົລທັມທັງຫຼາຍມີຫິຣິດີ-ມີໂອຕຕັບປະດີ-ມີວິຣິຢະດີ-ມີປັນຍາດີ ໃນກຸສົລທັມທັງຫຼາຍ. ບຸຄຄົລນັ້ນ ເພາະດັບສິ້ນໄປແຫ່ງສັນໂຍຊນ໌ສາມ ເປັນ ໂສດາບັນ ມີຄວາມບໍ່ຕົກຕໍ່າເປັນທັມມະດາ ເປັນຜູ້ທ່ຽງແທ້ຕໍ່ພຣະນິພພານ ມີການຕຣັສຮູ້ພ້ອມໃນເບື້ອງໜ້າ. ເຊັ່ນນີ້ແລ ເອີ້ນວ່າ ຜຸດຂຶ້ນແລ້ວ ຫຼຽວເບິ່ງຮອບໆຢູ່.
ພິກຂຸ ທ. ! (໕) ບຸຄຄົລ ຜຸດຂຶ້ນແລ້ວ ລອຍເຂົ້າຫາຝັ່ງ ເປັນແນວໃດໜໍ ? ພິກຂຸ ທ. ! ບຸຄຄົລບາງຄົນ ໃນກໍລະນີນີ້ ຜຸດຂຶ້ນຄື ມີສັດທາດີ ໃນກຸສົລທັມທັງຫຼາຍ ມີຫິຣິດີ-ມີໂອຕຕັບປະດີ-ມີວິຣິຢະດີ-ມີປັນຍາດີ ໃນກຸສົລທັມທັງຫຼາຍ. ບຸຄຄົລນັ້ນ ເພາະດັບສິ້ນໄປແຫ່ງສັນໂຍຊນ໌ສາມ ແລະເພາະຄວາມເບົາບາງແຫ່ງ ຣາຄະ ໂທສະ ໂມຫະ ເປັນສະກະທາຄາມີ ມາສູ່ໂລກນີ້ພຽງຄັ້ງດຽວ ແລ້ວເຮັດທີ່ສຸດແຫ່ງທຸກຂ໌ໄດ້. ເຊັ່ນນີ້ແລ ເອີ້ນວ່າ ຜຸດຂຶ້ນແລ້ວ ລອຍເຂົ້າຫາຝັ່ງ.
ພິກຂຸ ທ. ! (໖) ບຸຄຄົລ ຜຸດຂຶ້ນແລ້ວ ຍ່າງເຂົ້າມາເຖິງທີ່ຕື້ນແລ້ວ ເປັນແນວໃດໜໍ ? ພິກຂຸ ທ. ! ບຸຄຄົລບາງຄົນໃນກໍລະນີນີ້ ຜຸດຂຶ້ນຄື ມີສັດທາດີ ໃນກຸສົລທັມທັງຫຼາຍ ມີຫິຣິດີ-ມີໂອຕຕັບປະດີ-ມີວິຣິຢະດີ-ມີປັນຍາດີ ໃນກຸສົລທັມທັງຫຼາຍ. ບຸຄຄົລນັ້ນ ເພາະດັບສິ້ນໄປແຫ່ງໂອຣັມພາຄິຢະສັນໂຍຊນ໌ທັງຫ້າ ເປັນ ໂອປະປາຕິກະ ມີການປະຣິນິພພານໃນພົບນັ້ນ ບໍ່ວຽນກັບຈາກໂລກນັ້ນເປັນທັມມະດາ. ເຊັ່ນນີ້ແລ ເອີ້ນວ່າ ຜຸດຂຶ້ນແລ້ວ ຍ່າງເຂົ້າມາເຖິງທີ່ຕື້ນແລ້ວ.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໒໙
ພິກຂຸ ທ. ! (໗) ບຸຄຄົລ ຜຸດຂຶ້ນແລ້ວເຖິງຝັ່ງ ຂ້າມຂຶ້ນບົກແລ້ວເປັນພຣາມຢືນຢູ່ ເປັນແນວໃດໜໍ ? ພິກຂຸ ທ. ! ບຸຄຄົລບາງຄົນ ໃນກໍລະນີນີ້ຜຸດຂຶ້ນຄື ມີສັດທາດີ ໃນກຸສົລທັມທັງຫຼາຍ ມີຫິຣິດີ-ມີໂອຕຕັບປະດີ-ມີວິຣິຢະດີ-ມີປັນຍາດີ ໃນກຸສົລທັມທັງຫຼາຍ. ບຸຄຄົລນັ້ນໄດ້ ເຮັດໃຫ້ແຈ້ງຊຶ່ງເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນຫາອາສະວະບໍ່ໄດ້ ເພາະຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມນີ້ ເຂົ້າເຖິງແລ້ວຢູ່. ເຊັ່ນນີ້ແລ ເອີ້ນວ່າ ຜຸດຂຶ້ນແລ້ວເຖິງຝັ່ງ ຂ້າມຂຶ້ນບົກແລ້ວ ເປັນພຣາມຢືນຢູ່.
ພິກຂຸ ທ. ! ເຫຼົ່ານີ້ແລ ບຸຄຄົລປຽບດ້ວຍບຸຄຄົລຕົກນໍ້າເຈັດຈໍາພວກ ຊຶ່ງມີຢູ່ຫາໄດ້ຢູ່ໃນໂລກ.
- ສັຕຕະກະ. ອັງ. ໒໓/໑໐/໑໕.
ນິດເທສະ ໑໑
ວ່າດ້ວຍຜູ້ດັບຕັນຫາ
ຈົບ
໗໓໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ນິດເທສະ ໑໒ ວ່າດ້ວຍອາການດັບແຫ່ງຕັນຫາ
(ມີ ໖໑ ເລື່ອງ)
ອາການດັບແຫ່ງໂລກ
ພິກຂຸ ທ. ! ຄວາມດັບແຫ່ງໂລກ ເປັນແນວໃດໜໍ ?
ພິກຂຸ ທ. ! ເພາະອາໄສຕາດ້ວຍ ຮູບດ້ວຍ ຈຶ່ງເກີດຈັກຂຸວິນຍານຂຶ້ນ; ການປະຈວບພໍ້ພ້ອມ (ແຫ່ງຕາ+ຮູບ+ຈັກຂຸວິນຍານ) ທັງ ໓ ຢ່າງນັ້ນ ຈຶ່ງເກີດມີຜັສສະ; ເພາະຜັສສະເປັນປັຈຈັຍ ຈຶ່ງເກີດມີເວທະນາ; ເພາະເວທະນາເປັນປັຈຈັຍ ຈຶ່ງເກີດມີຕັນຫາ; ເພາະຄວາມດັບດ້ວຍຄວາມຈາງຄາຍໄປໂດຍບໍ່ເຫຼືອແຫ່ງຕັນຫາ ນັ້ນແຫຼະ ຈຶ່ງມີຄວາມດັບແຫ່ງອຸປາທານ; ເພາະຄວາມດັບແຫ່ງອຸປາທານ ຈຶ່ງມີຄວາມດັບແຫ່ງພົບ; ເພາະຄວາມດັບແຫ່ງພົບ ຈຶ່ງມີຄວາມດັບແຫ່ງຊາດ; ເພາະຄວາມດັບແຫ່ງຊາດ, ຊະຣາມະຣະນະ ໂສກະປະຣິເທວະທຸກຂະໂທມະນັດສະແລະອຸປາຍາສະ ຈຶ່ງດັບບໍ່ເຫຼືອ. ຄວາມດັບບໍ່ເຫຼືອແຫ່ງກອງທຸກຂ໌ທັງໝົດນັ້ນ ຍ່ອມມີໄດ້ ດ້ວຍອາການຢ່າງນີ້.
ພິກຂຸ ທ. ! ນີ້ຄືຄວາມດັບແຫ່ງໂລກ.
(ໃນກໍລະນີທີ່ກ່ຽວກັບອາຍະຕະນະພາຍໃນ ທີ່ເຫຼືອອີກ ໕ ຢ່າງ ກໍມີຂໍ້ຄວາມແນວດຽວກັນກັບໃນກໍລະນີຂອງຕາ ດັ່ງເບື້ອງເທິງນີ້).
- ສລາ. ສັງ. ໑໘/໑໐໘/໑໕໗.
ອາການດັບແຫ່ງຄວາມທຸກຂ໌
ພິກຂຸ ທ. ! ຄວາມດັບແຫ່ງທຸກຂ໌ ເປັນແນວໃດໜໍ ?
ພິກຂຸ ທ. ! ເພາະອາໄສຕາດ້ວຍ ຮູບດ້ວຍ ຈຶ່ງເກີດຈັກຂຸວິນຍານຂຶ້ນ ; ການປະຈວບພໍ້ພ້ອມ (ແຫ່ງຕາ+ຮູບ+ຈັກຂຸວິນຍານ) ທັງ ໓ ຢ່າງນັ້ນ ຈຶ່ງເກີດມີ ຜັສສະ ;
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໓໑








