ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ປຽບເໝືອນບຸຣຸສມີຈິຕກໍາໜັດ ປະຕິພັດ ພໍໃຈມຸ່ງໝາຍຢ່າງຮຸນແຮງ ໃນຍິງຄົນໜຶ່ງ, ເຂົາເຫັນຍິງນັ້ນຢືນຢູ່ ເວົ້າຢູ່ ສໍາອິດສໍາອອຍຢູ່ກັບບຸຣຸສອື່ນ. ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະ ຈະຍ່ອມເກີດຂຶ້ນ ແກ່ເຂົາແມ່ນບໍ່ ? “ເຊັ່ນນັ້ນ ຂ້ານ້ອຍ !” ຂໍ້ນັ້ນເພາະເຫຕໃດໜໍ ? “ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ເພາະວ່າບຸຣຸສນັ້ນ ມີຈິຕກໍາໜັດ ປະຕິພັດ ພໍໃຈ ມຸ່ງໝາຍຢ່າງຮຸນແຮງໃນຍິງຄົນນັ້ນ ຂ້ານ້ອຍ !” ພິກຂຸ ທ. ! ຕໍ່ມາບຸຣຸສຄົນນັ້ນ ຄິດວ່າ “ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະ ເກີດຂຶ້ນແກ່ເຮົາ ເພາະເຮົາມີຈິຕກໍາໜັດ ປະຕິພັດ ພໍໃຈ ມຸ່ງໝາຍຢ່າງຮຸນແຮງໃນຍິງນັ້ນ; ຖ້າຈັ່ງໃດ ເຮົາຈະລະສັນທະຣາຄະໃນຍິງນັ້ນເສຍ” ດັ່ງນີ້; ແລ້ວເຂົາກໍລະເສຍ, ຕໍ່ມາເຂົາກໍເຫັນຍິງຄົນນັ້ນ ຢືນຢູ່ ເວົ້າຢູ່ ສໍາອິດສໍາອອຍຢູ່ກັບບຸຣຸສອື່ນ. ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະ ຈະເກີດຂຶ້ນແກ່ເຂົາ ອີກຫຼືບໍ່ໜໍ ? “ຫາບໍ່ໄດ້ ຂ້ານ້ອຍ !” ຂໍ້ນັ້ນ ເພາະເຫຕໃດໜໍ ? “ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ເພາະເຫຕວ່າ ບຸຣຸສນັ້ນ ບໍ່ມີຣາຄະໃນຍິງນັ້ນເສຍແລ້ວ”. .... ພິກຂຸ ທ. ! ຄວາມບາກບັ່ນ ຄວາມພາກພຽນຈະມີຜົລຂຶ້ນມາໄດ້ ແມ່ນແຕ່ດ້ວຍອາການເຊັ່ນນີ້ແລ.

- ອຸປຣິ. ມ. ໑໔/໑໓/໑໒-໑໓.

(ຂໍ້ນີ້ ສະແດງໃຫ້ເຫັນວ່າ ເມື່ອບຸຣຸສນັ້ນກໍາລັງປຸງແຕ່ງເຫຕແຫ່ງຄວາມທຸກຂ໌ຢູ່ ວິຣາຄະກໍເກີດຂຶ້ນໄດ້ ເມື່ອເຂົາເພັ່ງເບິ່ງ ເຫຕແຫ່ງຄວາມທຸກຂ໌ຍິ່ງໆຂຶ້ນໄປ ວິຣາຄະກໍຍິ່ງເກີດຂຶ້ນຈົນກະທັ່ງວ່າ ເຂົາສາມາດລະຣາຄະໃນຍິງ ຄືທຸກຂ໌ນັ້ນເສຍໄດ້. ຜູ້ທີ່ຍັງບໍ່ມີຄວາມທຸກຂ໌ ກໍຢ່າໄປປຸງແຕ່ງເຫຕແຫ່ງຄວາມທຸກຂ໌ຂຶ້ນມາເລີຍ ມີຄວາມສຸຂໂດຍຊອບທັມຢູ່ແລ້ວພຽງໃດ ກໍບໍ່ມົວເມົາໃນຄວາມສຸຂນັ້ນ ກໍຈະຊື່ວ່າບໍ່ເອົາຄວາມທຸກຂ໌ມາທັບຖົມຕົນ ຊຶ່ງບໍ່ມີຄວາມທຸກຂ໌ ຢູ່ແລ້ວແລະ ມີວິຣາຄະ ໃນຄວາມທຸກຂ໌ໄດ້ນີ້ ຍ່ອມເປັນສິ່ງທີ່ເຮັດໄດ້).

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໒໗

ລະດັບຕ່າງໆແຫ່ງບຸຄຄົລຜູ້ຖອນໂຕຂຶ້ນຈາກທຸກຂ໌

ພິກຂຸ ທ. ! ບຸຄຄົລປຽບດ້ວຍບຸຄຄົລຕົກນໍ້າເຈັດຈໍາພວກ ເຫຼົ່ານີ້ ມີຢູ່ ຫາໄດ້ຢູ່ໃນໂລກ. ເຈັດຈໍາພວກເຫຼົ່າໃດໜໍ ? ພິກຂຸ ທ. ! ໃນກໍລະນີນີ້:

(໑) ບຸຄຄົລບາງຄົນ ຈົມນໍ້າຄັ້ງດຽວແລ້ວ ກໍຈົມເລີຍ;

(໒) ບຸຄຄົລບາງຄົນ ຜຸດຂຶ້ນຄັ້ງໜຶ່ງແລ້ວ ຈຶ່ງຈົມເລີຍ;

(໓) ບຸຄຄົລບາງຄົນ ຜຸດຂຶ້ນແລ້ວ ຊົງໂຕຢູ່;

(໔) ບຸຄຄົລບາງຄົນ ຜຸດຂຶ້ນແລ້ວ ຫຼຽວເບິ່ງຮອບໆຢູ່;

(໕) ບຸຄຄົລບາງຄົນ ຜຸດຂຶ້ນແລ້ວ ລອຍເຂົ້າຫາຝັ່ງ;

(໖) ບຸຄຄົລບາງຄົນ ຜຸດຂຶ້ນແລ້ວ ຍ່າງເຂົ້າມາເຖິງທີ່ຕື້ນແລ້ວ;

(໗) ບຸຄຄົລບາງຄົນ ຜຸດຂຶ້ນແລ້ວເຖິງຝັ່ງ ຂ້າມຂຶ້ນບົກແລ້ວເປັນພຣາມຢືນຢູ່.

ພິກຂຸ ທ. ! (໑) ບຸຄຄົລ ຈົມນໍ້າຄັ້ງດຽວແລ້ວ ກໍຈົມເລີຍ ເປັນແນວໃດໜໍ ? ພິກຂຸ ທ. ! ບຸຄຄົລບາງຄົນ ໃນກໍລະນີນີ້ ປະກອບດ້ວຍອະກຸສົລທັມຝ່າຍດຽວ ໂດຍສ່ວນດຽວ. ເຊັ່ນນີ້ແລເອີ້ນວ່າ ຈົມຄັ້ງດຽວ ແລ້ວຈົມເລີຍ.

ພິກຂຸ ທ. ! (໒) ບຸຄຄົລ ຜຸດຂຶ້ນຄັ້ງໜຶ່ງແລ້ວ ຈຶ່ງຈົມເລີຍ ເປັນແນວໃດໜໍ ? ພິກຂຸ ທ. ! ບຸຄຄົລບາງຄົນ ໃນກໍລະນີນີ້ ຜຸດຂຶ້ນຄື ມີສັດທາດີ ໃນກຸສົລທັມທັງຫຼາຍ ມີຫິຣິດີ-ມີໂອຕຕັບປະດີ-ມີວິຣິຢະດີ-ມີປັນຍາດີ ໃນກຸສົລທັມທັງຫຼາຍ. ແຕ່ວ່າສັດທາເປັນຕົ້ນ ຂອງເຂົາບໍ່ຕັ້ງຢູ່ດົນ ບໍ່ຈະເຣີນ ເສື່ອມສິ້ນໄປ. ເຊັ່ນນີ້ແລ ເອີ້ນວ່າ ຜຸດຂຶ້ນຄັ້ງໜຶ່ງແລ້ວ ຈຶ່ງຈົມເລີຍ.

ພິກຂຸ ທ. ! (໓) ບຸຄຄົລ ຜຸດຂຶ້ນແລ້ວ ຊົງໂຕຢູ່ ເປັນແນວໃດໜໍ ? ພິກຂຸ ທ. ! ບຸຄຄົລບາງຄົນ ໃນກໍລະນີນີ້ ຜຸດຂຶ້ນຄື ມີສັດທາດີ ໃນກຸສົລທັມທັງຫຼາຍ ມີຫິຣິດີ-

໗໒໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ມີໂອຕຕັບປະດີ-ມີວິຣິຢະດີ-ມີປັນຍາດີ ໃນກຸສົລທັມທັງຫຼາຍ. ແລະສັດທາເປັນຕົ້ນ ຂອງເຂົາບໍ່ເສື່ອມ ບໍ່ຈະເຣີນ ແຕ່ຊົງໂຕຢູ່. ເຊັ່ນນີ້ແລ ເອີ້ນວ່າ ຜຸດຂຶ້ນແລ້ວຊົງໂຕຢູ່.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ