ອະຣິຍະສັຈພາກຕົ້ນ
ໜ້າ/ 382
ຄະຫະບໍດີ ທ. ! ບຸຣຸສວິນຍູຊົນ (ຄົນກາງ) ມາໃຄ່ຄວນຢູ່ໃນຂໍ້ນີ້ວ່າ “ສະມະນະພຣາມ ພວກທີ່ມີຖ້ອຍຄໍາ ມີຄວາມເຫັນເຊັ່ນນີ້ວ່າ ‘ຄວາມດັບແຫ່ງພົບໂດຍປະການທັງປວງ ບໍ່ມີ’ ດັ່ງນີ້ນີ້ ເຮົາກໍບໍ່ໄດ້ເຫັນ; ເຖິງແມ່ນສະມະນະພຣາມ ພວກທີ່ມີຖ້ອຍຄວາມ ມີຄວາມເຫັນເຊັ່ນນີ້ວ່າ ‘ຄວາມດັບແຫ່ງພົບໂດຍປະການທັງປວງ ມີຢູ່’ ດັ່ງນີ້ ນີ້ເຮົາກໍບໍ່ຮູ້ຈັກ. ກໍເມື່ອເຮົາບໍ່ຮູ້ຢູ່ ບໍ່ເຫັນຢູ່ ຈະກ່າວໂດຍໂວຫາຣະຂ້າງດຽວວ່າ ຝ່າຍນີ້ເທົ່ານັ້ນຈິງ ຝ່າຍອື່ນເປົ່າດັ່ງນີ້ : ນັ້ນກໍບໍ່ເປັນການສົມຄວນແກ່ເຮົາ. ສໍາລັບສະມະນະພຣາມ ພວກທີ່ມີຖ້ອຍຄວາມ ມີຄວາມເຫັນເຊັ່ນນີ້ວ່າ ‘ຄວາມດັບແຫ່ງພົບ ໂດຍປະການທັງປວງ ບໍ່ມີ’ ດັ່ງນີ້ ຖ້າຄໍາຂອງເຂົາເປັນຄວາມຈິງ. ເລື່ອງກໍຈະເປັນໄປໄດ້ວ່າ ເຮົາຈະມີການອຸບັດໃນໝູ່ເທບທີ່ບໍ່ມີຮູບ ມີອັຕຕະພາບສໍາເລັດດ້ວຍສັນຍາເປັນແນ່ນອນ; ແຕ່ຖ້າຖ້ອຍຄວາມຂອງສະມະນະພຣາມ ພວກທີ່ມີຖ້ອຍຄວາມ ມີຄວາມເຫັນເຊັ່ນນີ້ວ່າ ‘ຄວາມດັບແຫ່ງພົພໂດຍປະການທັງປວງ ມີຢູ່’ ດັ່ງນີ້ເປັນຄວາມຈິງ, ເລື່ອງກໍຈະເປັນໄປໄດ້ວ່າ ເຮົາຈະປະຣິນິພພານໃນທິຕຖະທັມນີ້ເອງ. ສໍາລັບສະມະນະພຣາມ ພວກທີ່ມີຖ້ອຍຄວາມ ມີຄວາມເຫັນເຊັ່ນນີ້ວ່າ ‘ຄວາມດັບແຫ່ງພົບໂດຍປະການທັງປວງ ບໍ່ມີ’ ດັ່ງນີ້, ທິຕຖິຂອງເຂົາກໍກະດຽດ, ໄປໃນທາງກໍາໜັດຍ້ອມໃຈ ກະດຽດໄປໃນທາງປະກອບຢູ່ໃນພົບ ກະດຽດໄປໃນທາງເພີດເພີນ ໃນທາງສະຢົບມົວເມົາ ໃນທາງຢຶດໝັ້ນດ້ວຍອຸປາທານ; ຝ່າຍສະມະນະພຣາມ ພວກທີ່ມີຖ້ອຍຄວາມ ມີຄວາມເຫັນເຊັ່ນນີ້ວ່າ ‘ຄວາມດັບແຫ່ງ ພົບໂດຍປະການທັງປວງ ມີຢູ່’ ດັ່ງນີ້ ນັ້ນໜໍ, ທິຕຖິຂອງເຂົາ ກໍກະດຽດໄປໃນທາງ ບໍ່ກໍາໜັດຍ້ອມໃຈ ກະດຽດໄປໃນທາງບໍ່ປະກອບຢູ່ໃນພົບ ກະດຽດໄປໃນທາງ ບໍ່ເພີດເພີນ ໃນທາງບໍ່ສະຢົບມົວເມົາ ໃນທາງບໍ່ຢຶດໝັ້ນດ້ວຍອຸປາທານ” ດັ່ງນີ້.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໒໕
ບຸຣຸສວິນຍູຊົນນັ້ນ ຄັນໃຄ່ຄວນເຫັນຢ່າງນີ້ແລ້ວ ກໍເລືອກເອົາການປະຕິບັຕ ຝ່າຍທີ່ເປັນໄປ ເພື່ອເບື່ອໜ່າຍ ຄາຍກຳໜັດ ດັບບໍ່ເຫຼືອແຫ່ງພົພທັງຫຼາຍ ນັ້ນແລ.
- ມ. ມ. ໑໓/໑໑໘/໑໒໑.
ຜູ້ຢູ່ຢ່າງຄົນມີຄວາມສຸຂກໍເຮັດວິຣາຄະໃຫ້ປາກົດໄດ້
ພິກຂຸ ທ. ! ຄວາມບາກບັ່ນ ຄວາມພາກພຽນ ຈະມີຜົລຂຶ້ນມາໄດ້ແນວໃດ ?
ພິກຂຸ ທ. ! ພິກຂຸໃນທັມວິນັຍນີ້ ຍ່ອມບໍ່ນໍາຄວາມທຸກຂ໌ ມາທັບຖົມຕົນ ຊຶ່ງບໍ່ມີທຸກຂ໌ທັບຖົມ ບໍ່ຕ້ອງສະລະຄວາມສຸຂ ອັນປະກອບດ້ວຍທັມທີ່ມີຢູ່ດ້ວຍ ແລະກໍບໍ່ມົວເມົາຢູ່ ໃນຄວາມສຸຂນັ້ນດ້ວຍ. ພິກຂຸນັ້ນຮູ້ແຈ່ມແຈ້ງຢູ່ດັ່ງນີ້ວ່າ “ເມື່ອເຮົາກໍາລັງຕັ້ງໄວ້ ຊຶ່ງການປຸງແຕ່ງເຫຕແຫ່ງທຸກຂ໌ຢູ່ ເປັນອາຣົມ ວິຣາຄະກໍເກີດມີໄດ້ ຈາກການຕັ້ງໄວ້ຊຶ່ງຄວາມປຸງແຕ່ງນັ້ນເປັນເຫຕ; ແລະເມື່ອເຮົາເຂົ້າໄປເພັ່ງຢູ່ ຊຶ່ງໂຕເຫຕແຫ່ງທຸກຂ໌ນັ້ນ ຍັງຄວາມເພັ່ງໃຫ້ຈະເຣີນຍິ່ງຢູ່ ວິຣາຄະກໍເກີດມີໄດ້” ດັ່ງນີ້. ພິກຂຸນັ້ນ ເມື່ອຕັ້ງໄວ້ຊຶ່ງການປຸງແຕ່ງເຫຕແຫ່ງທຸກຂ໌ໃດ ເປັນອາຣົມຢູ່ ວິຣາຄະຍ່ອມມີຂຶ້ນໄດ້ ເພາະການຕັ້ງໄວ້ຊຶ່ງການປຸງແຕ່ງນັ້ນເປັນເຫຕ ດັ່ງນີ້ແລ້ວ ເຂົາກໍຕັ້ງໄວ້ຊຶ່ງການປຸງແຕ່ງໃນເຫຕແຫ່ງທຸກຂ໌ນັ້ນ ເປັນອາຣົມ (ຍິ່ງຂຶ້ນໄປ); ແລະເມື່ອເຂົາເຂົ້າໄປເພັ່ງຊຶ່ງໂຕເຫຕແຫ່ງທຸກຂ໌ໃດ ຍັງຄວາມເພັ່ງໃຫ້ຈະເຣີນຍິ່ງຢູ່ ວິຣາຄະຍ່ອມມີຂຶ້ນໄດ້ ດັ່ງນີ້ແລ້ວ ເຂົາກໍຈະເຣີນຄວາມເພັ່ງໃນເຫຕແຫ່ງທຸກຂ໌ນັ້ນ (ຍິ່ງຂຶ້ນໄປ). ເມື່ອເຂົາຕັ້ງໄວ້ຊຶ່ງການປຸງແຕ່ງເຫຕແຫ່ງທຸກຂ໌ນັ້ນໆ ເປັນອາຣົມຢູ່ ວິຣາຄະກໍມີຂຶ້ນ ເພາະການຕັ້ງໄວ້ຊຶ່ງການປຸງແຕ່ງນັ້ນເປັນເຫຕ; ເມື່ອເປັນດັ່ງນີ້ ຄວາມທຸກຂ໌ນັ້ນຂອງເຂົາກໍສູນສິ້ນໄປ; ເມື່ອເຂົາເຂົ້າໄປເພັ່ງຢູ່ຊຶ່ງໂຕເຫຕແຫ່ງທຸກຂ໌ນັ້ນໆ ຍັງຄວາມເພັ່ງໃຫ້ຈະເຣີນຍິ່ງຢູ່ ວິຣາຄະກໍມີຂຶ້ນ ເມື່ອເປັນດັ່ງນີ້ ຄວາມທຸກຂ໌ນັ້ນຂອງເຂົາກໍສູນສິ້ນໄປ. (ນີ້ຄືອາການທີ່ຄວາມບາກບັ່ນ ຄວາມພາກພຽນ ເກີດມີຜົລ).
໗໒໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ








