ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ພິກຂຸສົມບູນດ້ວຍຊະວະ ເປັນແນວໃດໜໍ ? ພິກຂຸໃນກໍລະນີນີ້ ຍ່ອມຮູ້ແຈ່ມແຈ້ງຕາມເປັນຈິງວ່າ “ທຸກຂ໌ເປັນເຊັ່ນນີ້, ເຫຕໃຫ້ເກີດແຫ່ງທຸກຂ໌ເປັນເຊັ່ນນີ້,
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໒໓
ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້, ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້”, ດັ່ງນີ້.
ພິກຂຸ ທ. ! ພິກຂຸສົມບູນດ້ວຍອາໂຣຫະປະຣິນາຫະ ເປັນແນວໃດໜໍ ? ພິກຂຸໃນກໍລະນີນີ້ ເປັນຜູ້ມີການໄດ້ ຈີວອນ ບິນທະບາຕ ເສນາສະນະ ແລະຄິລານາປັດຈະຍະເພສັຊຊະ ບໍຣິກຂາຣ ເປັນປົກກະຕິ.
ພິກຂຸ ທ. ! ພິກຂຸ ປະກອບດ້ວຍທັມ ໔ ປະການເຫຼົ່ານີ້ແລ ຍ່ອມເປັນບຸຄຄົລອາຫຸເນີຍຢະ ປາຫຸເນີຢຢະ ທັກຂິເນີຍຢະ ອັນຊະລິກະຣະນີຢະ ແລະເປັນນາບຸນຍ໌ແຫ່ງໂລກ ອັນບໍ່ມີນາບຸນຍ໌ອື່ນຍິ່ງກວ່າ, ດັ່ງນີ້ແລ.
- ຈຕຸກກະ. ອັງ. ໒໑/໓໓໗/໒໕໙.
[ໃນສູຕຖັດໄປ (ຈຕຸກກ. ອັງ. ໒໑/໓໓໘/໒໖໐) ຊົງສະແດງລັກສະນະແຫ່ງພິກຂຸ ຜູ້ສົມບູນດ້ວຍຊະວະວ່າ ໄດ້ແກ່ພິກຂຸຜູ້ເຮັດໃຫ້ແຈ້ງຊຶ່ງເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນບໍ່ມີອາສະວະ ເພາະຄວາມດັບສິ້ນໄປແຫ່ງອາສະວະ ດ້ວຍປັນຍາອັນຍິ່ງເອງ ໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່. ຄໍາວ່າ “ຊະວະ” ໃນບ່ອນນີ້ ໝາຍເຖິງຄວາມໄວຂອງການບັນລຸທັມ ກ້າວຂ້າມພົ້ນຄວາມທຸກຂ໌ ເໝືອນຄວາມໄວແຫ່ງມ້າ ມີຝີຕີນດີ ສະນັ້ນ.
ແລະໃນສູຕອື່ນ (໒໐/໓໑໖/໕໓໗) ຊົງສະແດງລັກສະນະ ພິກຂຸຜູ້ສົມບູນດ້ວຍເຊົາວ໌ (ຊະວະ) ວ່າໄດ້ແກ່ພິກຂຸ ຜູ້ເປັນໂອປະປາຕິກະ ອະນາຄາມີ ມີການປະຣິນິພພານໃນພົບນັ້ນ ບໍ່ມີການວຽນກັບຈາກໂລກນັ້ນ ເປັນທັມມະດາ ເພາະຄວາມດັບສິ້ນໄປແຫ່ງ ໂອຣັມພາຄິຍະສັນໂຍຊນ໌ທັງຫ້າ].
ຜູ້ຮູ້ຈັກເລືອກເອົາຝ່າຍດັບບໍ່ເຫຼືອແຫ່ງພົບ
ຄະຫະບໍດີ ທ. ! ມີສະມະນະພຣາມພວກໜຶ່ງ ມີຖ້ອຍຄວາມເຊັ່ນນີ້ ມີຄວາມເຫັນດັ່ງນີ້ວ່າ “ຄວາມດັບແຫ່ງພົບໂດຍປະການທັງປວງບໍ່ມີ”; ແຕ່ມີສະມະນະພຣາມອີກພວກໜຶ່ງ ມີຖ້ອຍຄວາມເປັນຂ້າເຊິກຢ່າງກົງກັນຂ້າມ ຈາກສະມະນະພຣາມເຫຼົ່ານັ້ນ
໗໒໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ໂດຍກ່າວວ່າ “ຄວາມດັບແຫ່ງພົບໂດຍປະການທັງປວງມີຢູ່” ດັ່ງນີ້. ຄະຫະບໍດີ ທ. ! ທ່ານຈະສໍາຄັນ ຄວາມຂໍ້ນັ້ນວ່າແນວໃດ : ສະມະນະພຣາມເຫຼົ່ານີ້ ມີຖ້ອຍຄວາມເປັນຂ້າເຊິກຢ່າງກົງກັນຂ້າມ ຕໍ່ກັນແລະກັນ ບໍ່ແມ່ນຫຼື ? “ເຊັ່ນນັ້ນ ຂ້ານ້ອຍ !”








