ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

“ຂ້າພະເຈົ້ານັ້ນ ປະກອບດ້ວຍກອງສີລ ອັນເປັນອະຣິຍະເຊັ່ນນີ້ດ້ວຍປະກອບດ້ວຍອິນຊີສັງວອນ ອັນເປັນອະຣິຍະເຊັ່ນນີ້ດ້ວຍ ປະກອບດ້ວຍສະຕິ ສັມປະຊັນຍະ ອັນເປັນອະຣິຍະເຊັ່ນນີ້ດ້ວຍແລ້ວ, ໄດ້ ເສບເສນາສະນະອັນສະງັດງຽບ ຄືປ່າເຫຼົ່າ(ດົງ) ເຫງົ້າໄມ້ ພູເຂົາ ຮ່ອມຫ້ວຍ ພື້ນຖໍ້າ ປ່າຊ້າ ປ່າຕຶບ ທີ່ແຈ້ງກອງເຟືອງ (ຢ່າງໃດຢ່າງໜຶ່ງ); ໃນກາລະເປັນປັດສາພັຕ ກັບຈາກບິນທະບາຕແລ້ວນັ່ງຄູ້ບັນລັງ ຕັ້ງກາຍຊື່ຕົງ ດຳລົງສະຕິສະເພາະໜ້າ, ລະອະພິຊຊາ ໃນໂລກ ມີຈິຕປາສະຈາກອະພິຊຊາ ຄອຍຊໍາຣະຈິຕຈາກອະພິຊຊາ; ລະພະຍາບາດ ອັນເປັນເຄື່ອງປອງຮ້າຍ ມີຈິຕປາສະຈາກພະຍາບາດ; ລະຖີນະມິດທະ ມຸ່ງຢູ່ແຕ່ຄວາມສະຫວ່າງໃນໃຈ ມີຈິຕປາສະຈາກຖີນະມິດທະ ມີສະຕິສັມປະຊັນຍະ ຮູ້ສຶກໂຕ ຄອຍຊໍາຣະຈິຕ ຈາກຖີນະມິດທະ; ລະອຸດທັດຈະກຸກກຸດຈະ ບໍ່ຟຸ້ງຈ່ານມີຈິຕສະຫງົບຢູ່ໃນພາຍໃນ

໗໑໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ຄອຍຊໍາຣະຈິຕຈາກອຸດທັດຈະກຸກກຸດຈະ; ລະວິຈິກິດສາ ຂ້າມຜ່ານພົ້ນວິຈິກິດສາເສຍໄດ້ ບໍ່ຕ້ອງກ່າວວ່າ ‘ນີ້ອັນໃດ ນີ້ແນວໃດ’ ໃນກຸສົລທັມທັງຫຼາຍ (ເພາະຄວາມສົງໄສ) ຄອຍຊໍາຣະຈິຕຈາກວິຈິກິດສາແລ້ວ.

“ຂ້າພະເຈົ້ານັ້ນ ຄັນລະນິວອນຫ້າປະການ ອັນເປັນເຄື່ອງເສົ້າໝອງແຫ່ງຈິຕ ເຮັດປັນຍາໃຫ້ຖອຍກໍາລັງເຫຼົ່ານີ້ໄດ້ແລ້ວ ກໍສະງັດຈາກກາມ ແລະອະກຸສົລທັມທັງຫຼາຍ ເຂົ້າເຖິງປະຖົມມະຊານ ອັນມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດຈາກວິເວກແລ້ວແລຢູ່; ເພາະສະຫງົບວິຕົກວິຈາຣເສຍໄດ້ ຈຶ່ງບັນລຸ ຊານທີ ໒ ເປັນເຄື່ອງຜ່ອງໃສໃນພາຍໃນ ເປັນທີ່ເກີດສະມາທິແຫ່ງໃຈ ບໍ່ມີວິຕົກວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດແຕ່ສະມາທິແລ້ວແລຢູ່; ເພາະຄວາມຈາງຄາຍໄປແຫ່ງປີຕິ ຍ່ອມຢູ່ອຸເປກຂາ ມີສະຕິສັມປະຊັນຍະ ສະເຫວີຍສຸຂດ້ວຍນາມກາຍ ບັນລຸ ຊານທີ ໓ ອັນເປັນຊານທີ່ພຣະອະຣິຍະເຈົ້າກ່າວວ່າ ‘ຜູ້ໄດ້ຊານນີ້ ເປັນຜູ້ຢູ່ອຸເປກຂາ ມີສະຕິຢູ່ເປັນສຸຂ’ ດັ່ງນີ້ ແລ້ວແລຢູ່; ແລະເພາະລະສຸຂ ແລະທຸກຂ໌ເສຍໄດ້ ເພາະຄວາມດັບຫາຍໄປແຫ່ງໂສມະນັດສະແລະໂທມະນັດສະໃນກາລກ່ອນ ຈຶ່ງໄດ້ບັນລຸ ຊານທີ ໔ ອັນບໍ່ທຸກຂ໌ ບໍ່ສຸຂ ມີແຕ່ຄວາມທີ່ສະຕິເປັນທັມມະຊາດບໍຣິສຸດເພາະອຸເປກຂາ ແລ້ວແລຢູ່ແລ້ວ.

“ຂ້າພະເຈົ້ານັ້ນ ຄັນຈິຕຕັ້ງໝັ້ນບໍຣິສຸດຜ່ອງໃສ ບໍ່ມີກິເລສ ປາສະຈາກອຸປະກິເລສ ເປັນທັມມະຊາດອ່ອນໂຍນ ຄວນແກ່ການງານ ເຖິງຄວາມບໍ່ຫວັ່ນໄຫວ ຕັ້ງຢູ່ເຊັ່ນນີ້ແລ້ວ ໄດ້ນ້ອມຈິຕໄປສະເພາະຕໍ່ອາສະວັກຂະຢະຍານ ແລ້ວ : ຂ້າພະເຈົ້າໄດ້ຮູ້ແຈ່ມແຈ້ງແລ້ວຕາມທີ່ເປັນຈິງວ່າ ‘ນີ້ທຸກຂ໌, ນີ້ເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ຫົນທາງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌’; ໄດ້ຮູ້ແຈ່ມແຈ້ງແລ້ວຕາມເປັນຈິງວ່າ ‘ເຫຼົ່ານີ້ອາສະວະ, ນີ້ເຫຕໃຫ້ເກີດອາສະວະ, ນີ້ຄວາມດັບບໍ່ເຫຼືອແຫ່ງອາສະວະ, ນີ້ຫົນທາງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງອາສະວະ’ ດັ່ງນີ້. ເມື່ອຂ້າພະເຈົ້າ ຮູ້ຢູ່ດັ່ງນີ້ ເຫັນຢູ່ດັ່ງນີ້ ຈິຕກໍຫຼຸດພົ້ນແລ້ວ ແມ່ນແຕ່ຈາກກາມາສະວະ ແມ່ນແຕ່ຈາກພະວາສະວະ ແມ່ນແຕ່ຈາກອະວິຊຊາສະວະ.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໑໑

ເມື່ອຈິຕຫຼຸດພົ້ນແລ້ວ ກໍເກີດຍານຢັ່ງຮູ້ວ່າຈິຕຫຼຸດພົ້ນແລ້ວ. ຂ້າພະເຈົ້າໄດ້ຮູ້ແຈ່ມແຈ້ງແລ້ວວ່າ ຊາດດັບສິ້ນແລ້ວ ພຣົມມະຈັນຣຍ໌ໄດ້ຢູ່ຈົບແລ້ວ ກິດທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ ກິດອື່ນທີ່ຈະຕ້ອງເຮັດເພື່ອຄວາມເປັນເຊັ່ນນີ້ ບໍ່ໄດ້ມີອີກ; ດັ່ງນີ້. ອາວຸໂສ ! ເມື່ອຂ້າພະເຈົ້າ ຮູ້ຢູ່ດັ່ງນີ້ ເຫັນຢູ່ດັ່ງນີ້ ຄວາມເຄີຍຊິນແຫ່ງການຖືໂຕ ວ່າເປັນເຮົາ ວ່າເປັນຂອງເຮົາ (ອະຫັງກາຣະມະມັງກາຣະມານານຸສັຍ) ໃນກາຍ ອັນປະກອບດ້ວຍວິນຍານນີ້ ແລະໃນນິມິຕທັງຫຼາຍທັງປວງ ໃນພາຍນອກ ຈຶ່ງຖືກຖອນຂຶ້ນດ້ວຍດີ” ດັ່ງນີ້. ພິກຂຸ ທ. ! ພວກເຈົ້າຈົ່ງຍິນດີ ອະນຸໂມທະນາ ໃນຄໍາກ່າວຂອງພິກຂຸນັ້ນວ່າ ສາທຸ.

ຄັນພວກເຈົ້າ ຍິນດີອະນຸໂມທະນາວ່າ ສາທຸ ດັ່ງນີ້ແລ້ວ ຈົ່ງກ່າວແກ່ພິກຂຸນັ້ນ ດັ່ງນີ້ວ່າ “ອາວຸໂສ ! ເປັນລາບຂອງພວກເຮົາໜໍ ! ອາວຸໂສ ! ພວກເຮົາໄດ້ດີແລ້ວໜໍ ! ທີ່ພວກເຮົາໄດ້ພົບເຫັນສະພຣົມມະຈາຣີເຊັ່ນກັບທ່ານ” ດັ່ງນີ້.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ