ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

- ອຸປຣິ. ມ. ໑໔/໑໒໓-໑໓໒/໑໖໗-໑໗໗.

ສະມະນະສີ່ປະເພດ

ພິກຂຸ ທ. ! ໃນທັມວິນັຍນີ້ແຫຼະ ມີສະມະນະ (ທີໜຶ່ງ) ມີສະມະນະທີສອງ ມີສະມະນະທີສາມ ມີສະມະນະທີສີ່. ລັດທິອື່ນວ່າງຈາກສະມະນະ ແຫ່ງລັດທິອື່ນ.ພິກຂຸ ທ. ! ພວກເຈົ້າ ຈົ່ງບັນລືສີຫະນາດ ໂດຍຊອບດັ່ງນີ້ເຖີ້ນ.

ພິກຂຸ ທ. ! ສະມະນະ (ທີໜຶ່ງ) ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນທັມວິນັຍນີ້ ເພາະດັບສິ້ນໄປຮອບແຫ່ງສັນໂຍຊນ໌ສາມ ເປັນ ໂສດາບັນ ມີຄວາມບໍ່ຕົກຕໍ່າເປັນທັມມະດາ ເປັນຜູ້ທ່ຽງແທ້ຕໍ່ພຣະນິພພານ ມີການຕຣັສຮູ້ພ້ອມໃນເບື້ອງໜ້າ.ພິກຂຸ ທ. ! ນີ້ແລ ເປັນສະມະນະ (ທີໜຶ່ງ).

໗໑໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພິກຂຸ ທ. ! ສະມະນະທີສອງ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນທັມວິນັຍນີ້ ເພາະດັບສິ້ນຮອບແຫ່ງສັນໂຍຊນ໌ສາມ ແລະເພາະຄວາມມີຣາຄະ ໂທສະໂມຫະ ເບົາບາງ ເປັນ ສະກະທາຄາມີ ມາສູ່ໂລກນີ້ຄັ້ງດຽວເທົ່ານັ້ນ ກໍເຮັດທີ່ສຸດແຫ່ງທຸກຂ໌ໄດ້. ພິກຂຸ ທ. ! ນີ້ແລ ເປັນສະມະນະທີສອງ.

ພິກຂຸ ທ. ! ສະມະນະທີສາມ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນທັມວິນັຍນີ້ ເພາະດັບສິ້ນຮອບແຫ່ງສັນໂຍຊນ໌ເບື້ອງຕໍ່າຫ້າຢ່າງ ເປັນ ໂອປະປາຕິກະ (ອະນາຄາມີ) ຍ່ອມປະຣິນິພພານໃນພົບນັ້ນ ບໍ່ວຽນກັບຈາກໂລກນັ້ນເປັນທັມມະດາ. ພິກຂຸ ທ. ! ນີ້ແລ ເປັນສະມະນະທີສາມ.

ພິກຂຸ ທ. ! ສະມະນະທີສີ່ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນທັມວິນັຍນີ້ ໄດ້ ເຮັດໃຫ້ແຈ້ງ ຊຶ່ງເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນຫາອາສະວະບໍ່ໄດ້ ເພາະຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງ ໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່. ພິກຂຸ ທ. ! ນີ້ແລ ເປັນສະມະນະທີສີ່.

- ຈຕຸກກະ. ອັງ. ໒໑/໓໒໓/໒໔໑.

ສະມະນະສີ່ປະເພດ (ອີກນັຍໜຶ່ງ)

ພິກຂຸ ທ. ! ບຸຄຄົລສີ່ປະເພດນີ້ມີຢູ່ ຫາໄດ້ຢູ່ໃນໂລກ. ສີ່ປະເພດເຫຼົ່າໃດໜໍ ? ສີ່ປະເພດຄື ສະມະນະອະຈະລະ ສະມະນະປຸນດະຣີກະ ສະມະນະປະທຸມະສະມະນະສຸຂຸມາລະ ໃນໝູ່ສະມະນະ.

ພິກຂຸ ທ. ! ແນວໃດໜໍເອີ້ນວ່າ ບຸຄຄົລຜູ້ ສະມະນະອະຈະລະ (ຜູ້ບໍ່ຫວັ່ນໄຫວ) ?

ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເພາະດັບສິ້ນໄປຮອບແຫ່ງສັນໂຍຊນ໌ສາມ ເປັນ ໂສດາບັນ

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໑໓

ມີຄວາມບໍ່ຕົກຕໍ່າເປັນທັມມະດາ ເປັນຜູ້ທ່ຽງແທ້ຕໍ່ພຣະນິພພານ ມີການຕຣັສຮູ້ພ້ອມໃນເບື້ອງໜ້າ. ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າ ບຸຄຄົລສະມະນະອະຈະລະ.

ພິກຂຸ ທ. ! ແນວໃດໜໍ ເອີ້ນວ່າບຸຄຄົລຜູ້ ສະມະນະປຸນດະຣີກະ (ຜູ້ເໝືອນດັ່ງດອກບົວຂາວ) ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເພາະດັບສິ້ນໄປຮອບແຫ່ງສັນໂຍຊນ໌ສາມ ແລະເພາະຄວາມມີ ຣາຄະ ໂທສະ ໂມຫະ ເບົາບາງ ເປັນ ສະກະທາຄາມີ ມາສູ່ໂລກນີ້ຄັ້ງດຽວເທົ່ານັ້ນ ກໍເຮັດທີ່ສຸດແຫ່ງທຸກຂ໌ໄດ້. ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າບຸຄຄົລຜູ້ ສະມະນະປຸນດະຣີກະ.

ພິກຂຸ ທ. ! ແນວໃດໜໍ ເອີ້ນວ່າບຸຄຄົລຜູ້ ສະມະນະປະທຸມະ (ຜູ້ເໝືອນດັ່ງບົວປະທຸມ) ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເພາະດັບສິ້ນໄປຮອບແຫ່ງສັນໂຍຊນ໌ເບື້ອງຕໍ່າຫ້າຢ່າງ ເປັນ ໂອປະປາຕິກະ ມີການປະຣິນິພພານໃນພົບນັ້ນ ບໍ່ວຽນກັບຈາກໂລກນັ້ນ ເປັນທັມມະດາ. ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າ ບຸຄຄົລຜູ້ສະມະນະປະທຸມະ.

ພິກຂຸ ທ. ! ແນວໃດໜໍ ເອີ້ນວ່າບຸຄຄົລຜູ້ ສະມະນະສຸຂຸມາລະ (ຜູ້ລະອຽດອ່ອນ) ໃນໝູ່ສະມະນະ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເຮັດໃຫ້ແຈ້ງຊຶ່ງເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນຫາອາສະວະບໍ່ໄດ້ ເພາະຄວາມດັບສິ້ນໄປ ແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງ ໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່. ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າ ສະມະນະຜູ້ສຸຂຸມາລະໃນໝູ່ສະມະນະ.

ພິກຂຸ ທ. ! ບຸຄຄົລ ສີ່ປະເພດເຫຼົ່ານີ້ແລ ມີຢູ່ ຫາໄດ້ຢູ່ໃນໂລກ, ດັ່ງນີ້ແລ.

- ຈຕຸກກະ. ອັງ. ໒໑/໑໑໖/໘໘.

໗໑໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ສະມະນະສີ່ປະເພດ (ອີກນັຍໜຶ່ງ)

ພິກຂຸ ທ. ! ບຸຄຄົລສີ່ປະເພດນີ້ມີຢູ່ ຫາໄດ້ຢູ່ໃນໂລກ. ສີ່ປະເພດເຫຼົ່າໃດໜໍ ? ສີ່ປະເພດຄື ສະມະນະອະຈະລະ ສະມະນະປຸນດະຣີກະ ສະມະນະປະທຸມະສະມະນະສຸຂຸມາລະ ໃນໝູ່ສະມະນະ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ