ອະຣິຍະສັຈພາກຕົ້ນ
ໜ້າ/ 382
ອາວຸໂສ ! ໃນສິ່ງທີ່ຟັງແລ້ວກໍດີ ໃນສິ່ງທີ່ຮູ້ສຶກແລ້ວກໍດີ ໃນສິ່ງທີ່ຮູ້ແຈ້ງແລ້ວກໍດີ ນັ້ນ ຂ້າພະເຈົ້າກໍບໍ່ເຂົ້າຫາ ບໍ່ຖອຍໜີ ບໍ່ອາໄສ ບໍ່ຜູກພັນ ແຕ່ຂ້າພະເຈົ້າພົ້ນຈາກອໍານາດແຫ່ງມັນ ປາສະຈາກກິເລສເຄື່ອງຮ້ອຍຮັດ ຢູ່ດ້ວຍຈິຕທີ່ຂ້າພະເຈົ້າເຮັດແລ້ວ ໃຫ້ເປັນຈິຕປາສະຈາກເຂດແດນຢູ່. ອາວຸໂສ ! ເມື່ອຂ້າພະເຈົ້າ ຮູ້ຢູ່ເຊັ່ນນີ້ ເຫັນຢູ່ເຊັ່ນນີ້ ຈິຕຂອງຂ້າພະເຈົ້າ ຈຶ່ງຫຼຸດພົ້ນຈາກອາສະວະທັງຫຼາຍ ເພາະບໍ່ຢຶດໝັ້ນໃນໂວຫາຣະທັງສີ່ເຫຼົ່ານີ້” ດັ່ງນີ້. ພິກຂຸ ທ. ! ພວກເຈົ້າຈົ່ງຍິນດີ ອະນຸໂມທະນາ ໃນຄໍາກ່າວຂອງພິກຂຸນັ້ນວ່າ ສາທຸ ດັ່ງນີ້.
(ໝວດ ໒ : ອຸປາທານຂັນທ໌ ໕)
ຄັນພວກເຈົ້າຍິນດີ ອະນຸໂມທະນາດັ່ງນັ້ນແລ້ວ ຈົ່ງຖາມປັນຫາໃຫ້ຍິ່ງຂຶ້ນໄປວ່າ “ອາວຸໂສ ! ອຸປາທານຂັນທ໌ຫ້າເຫຼົ່ານີ້ ມີຢູ່ ອັນພຣະຜູ້ມີພຣະພາຄ ຜູ້ຮູ້ຜູ້ເຫັນ ຜູ້ອະຣະຫັນຕະສັມມາສັມພຸດທະ ຕຣັດໄວ້ແລ້ວໂດຍຊອບ ຄື ຣູປູປາທານະຂັນທ໌ ໑ ເວທະນູປາທານຂັນທ໌ ໑ ສັນຍູປາທານຂັນທ໌ ໑ ສັງຂາຣູປາທານຂັນທ໌ ໑ ວິນຍານູປາທານຂັນທ໌ ໑. ກໍທ່ານຜູ້ມີອາຍຸຮູ້ຢູ່ແນວໃດ ເຫັນຢູ່ແນວໃດ ຈິຕຂອງທ່ານ ຈຶ່ງຫຼຸດພົ້ນຈາກອາສະວະທັງຫຼາຍ ເພາະບໍ່ຢຶດຖືໃນປັນຈຸປາທານຂັນທ໌ເຫຼົ່ານັ້ນ ?” ດັ່ງນີ້.
ພິກຂຸ ທ. ! ຖ້າພິກຂຸນັ້ນ ເປັນຂີນາສົບ ມີພຣົມມະຈັນຣຍ໌ຢູ່ຈົບແລ້ວ ມີກິດທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ ມີພາຣະປົງລົງໄດ້ແລ້ວ ມີປະໂຍຊນ໌ຕົນອັນຕາມລຸເຖິງແລ້ວ ມີສັນໂຍຊນ໌ໃນພົບດັບສິ້ນຮອບແລ້ວ ຫຼຸດພົ້ນແລ້ວ ເພາະຮູ້ໂດຍຊອບຈິງ, ທັມທີ່ພິກຂຸນັ້ນ ສົມຄວນພະຍາກອນ ຍ່ອມມີດັ່ງນີ້ວ່າ “ອາວຸໂສ ! ຂ້າພະເຈົ້າຮູ້ແຈ້ງວ່າ ‘ຮູບ ເປັນສິ່ງທີ່ໄຮ້ກໍາລັງ ບໍ່ໜ້າກໍາໜັດ ບໍ່ເປັນທີ່ຕັ້ງແຫ່ງຄວາມເບົາໃຈ’ ດັ່ງນີ້ແລ້ວ ຂ້າພະເຈົ້າຮູ້ແຈ່ມແຈ້ງວ່າ ‘ຈິຕຂອງຂ້າພະເຈົ້າຫຼຸດພົ້ນແລ້ວ ເພາະ ຄວາມດັບສິ້ນໄປ ເພາະຄວາມຈາງຄາຍ ເພາະຄວາມດັບ ເພາະຄວາມສະລະຖິ້ມ ເພາະຄວາມສະລັດຄືນ ຊຶ່ງຄວາມເຄີຍຊິນ (ອະນຸສັຍ)
໗໐໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ແຫ່ງການຕັ້ງທັບ ແລະການຝັງໂຕເຂົ້າໄປແຫ່ງຈິຕ ເພາະຄວາມຢຶດໝັ້ນ ດ້ວຍອຸປາທານໃນຮູບ ເຫຼົ່ານັ້ນ’ (ໃນກໍລະນີແຫ່ງເວທະນາ ສັນຍາ ສັງຂາຣ ວິນຍານ ກໍມີຂໍ້ຄວາມໂຕ້ຕອບແນວດຽວກັນກັບໃນກໍລະນີແຫ່ງຮູບນີ້ ຈົນກະທັ່ງເຖິງຄໍາວ່າ....ຈິຕຂອງຂ້າພະເຈົ້າຫຼຸດພົ້ນແລ້ວ ເພາະ....ຄວາມສະລັດຄືນຊຶ່ງຄວາມເຄີຍຊິນ (ອະນຸສັຍ) ແຫ່ງການຕັ້ງທັບ ແລະການຝັງໂຕເຂົ້າໄປແຫ່ງຈິຕ ເພາະຄວາມຢຶດໝັ້ນ ດ້ວຍອຸປາທານໃນຮູບເຫຼົ່ານັ້ນ’.). ອາວຸໂສ ! ເມື່ອຂ້າພະເຈົ້າຮູ້ຢູ່ເຊັ່ນນີ້ ເຫັນຢູ່ເຊັ່ນນີ້ ຈິຕຂອງຂ້າພະເຈົ້າ ຈຶ່ງຫຼຸດພົ້ນຈາກອາສະວະທັງຫຼາຍ ເພາະບໍ່ຢຶດໝັ້ນໃນປັນຈຸປາທານຂັນທ໌ເຫຼົ່ານີ້”. ພິກຂຸ ທ. ! ພວກເຈົ້າຈົ່ງຍິນດີ ອະນຸໂມທະນາ ໃນຄໍາກ່າວຂອງພິກຂຸນັ້ນວ່າ ສາທຸ.
(ໝວດ ໓ : ທາຕຫົກ)
ຄັນພວກເຈົ້າຍິນດີ ອະນຸໂມທະນາດັ່ງນັ້ນແລ້ວ ຈົ່ງຖາມປັນຫາໃຫ້ຍິ່ງຂຶ້ນໄປວ່າ “ອາວຸໂສ ! ທາຕຸຫົກຢ່າງເຫຼົ່ານີ້ມີຢູ່ ອັນພຣະຜູ້ມີພຣະພາຄ ຜູ້ຮູ້ ຜູ້ເຫັນ ຜູ້ອະຣະຫັນຕະສັມມາສັມພຸດທະ ຕຣັດໄວ້ແລ້ວໂດຍຊອບ ຄື ປະຖະວີທາຕຸ ໑ ອາໂປທາຕຸ ໑ ເຕໂຊທາຕຸ ໑ ວາໂຢທາຕຸ ໑ ອາກາສະທາຕຸ ໑ ວິນຍານະທາຕຸ ໑. ກໍທ່ານຜູ້ມີອາຍຸ ຮູ້ຢູ່ແນວໃດ ເຫັນຢູ່ແນວໃດ ຈິຕຂອງທ່ານ ຈຶ່ງຫຼຸດພົ້ນຈາກອາສະວະທັງຫຼາຍ ເພາະບໍ່ຢຶດໝັ້ນໃນທາຕທັງຫົກຢ່າງ ເຫຼົ່ານີ້ ?” ດັ່ງນີ້.








