ອະຣິຍະສັຈພາກຕົ້ນ
ໜ້າ/ 382
ການເຫັນວ່າມັນເຂົ້າກັນໄດ້ກັບທິຕຖິຂອງຕົນເລີຍ ກໍອາດພະຍາກອນການບັນລຸອະຣະຫັຕຕະຜົລຂອງຕົນໄດ້ ໂດຍຮູ້ແຈ່ມແຈ້ງວ່າ “ຊາດດັບສິ້ນແລ້ວ ພຣົມມະຈັນຣຍ໌ຢູ່ຈົບແລ້ວ ກິດທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ ກິດອື່ນທີ່ຈະຕ້ອງເຮັດເພື່ອຄວາມເປັນເຊັ່ນນີ້ ບໍ່ໄດ້ມີອີກ” ດັ່ງນີ້. ພິກຂຸ ທ. ! ຫຼັກເກນນັ້ນ ເປັນແນວໃດໜໍ ?
ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເຫັນຮູບດ້ວຍຕາແລ້ວ ຮູ້ແຈ່ມແຈ້ງ ຣາຄະໂທສະ ໂມຫະ ຊຶ່ງເກີດມີຢູ່ໃນພາຍໃນ ວ່າເກີດມີຢູ່ໃນພາຍໃນ, ຮູ້ແຈ່ມແຈ້ງຣະຄະ ໂທສະ ໂມຫະ ອັນບໍ່ເກີດມີຢູ່ໃນພາຍໃນ ວ່າບໍ່ເກີດມີຢູ່ໃນພາຍໃນ. ພິກຂຸ ທ. ! ເມື່ອເຂົາຮູ້ແຈ່ມແຈ້ງຢູ່ ເຊັ່ນນີ້ແລ້ວ ຍັງຈໍາເປັນຢູ່ອີກຫຼື ທີ່ຈະຕ້ອງຮູ້ທັມທັງຫຼາຍ ດ້ວຍອາໄສຄວາມເຊື່ອ ຄວາມຖືກໃຈ ການຟັງຕາມໆກັນມາ ການນຶກຕຶກໄປຕາມອາການ ການເຫັນວ່າມັນເຂົ້າກັນໄດ້ກັບທິຕຖິຂອງຕົນ ? “ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !” ພິກຂຸ ທ. ! ທັມທັງຫຼາຍ ເປັນສິ່ງທີ່ຕ້ອງເຫັນດ້ວຍປັນຍາແລ້ວຈຶ່ງຮູ້ ບໍ່ແມ່ນຫຼື ? “ຂໍ້ນັ້ນ ເປັນເຊັ່ນນັ້ນ ຂ້ານ້ອຍ !”
ພິກຂຸ ທ. ! ນີ້ແຫຼະ ຫຼັກເກນ ຊຶ່ງເມື່ອບຸຄຄົລອາໄສແລ້ວ ບໍ່ຕ້ອງອາໄສຄວາມເຊື່ອ ຄວາມຖືກໃຈ ການຟັງຕາມໆກັນມາ ການນຶກຕຶກໄປຕາມອາການ ການເຫັນວ່າມັນເຂົ້າກັນໄດ້ກັບທິຕຖິຂອງຕົນເລີຍ ກໍອາດພະຍາກອນການບັນລຸອະຣະຫັຕຕະຜົລຂອງຕົນໄດ້ ໂດຍຮູ້ແຈ່ມແຈ້ງວ່າ “ຊາຕດັບສິ້ນແລ້ວ ພຣົມມະຈັນຣຍ໌ຢູ່ຈົບແລ້ວ ກິດທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ ກິດອື່ນທີ່ຈະຕ້ອງເຮັດ ເພື່ອຄວາມເປັນເຊັ່ນນີ້ບໍ່ໄດ້ມີອີກ” ດັ່ງນີ້.
(ໃນກໍລະນີ ແຫ່ງການຟັງສຽງດ້ວຍຫູ ດົມກິ່ນດ້ວຍດັງ ຊີມຣົສດ້ວຍລີ້ນ ຖືກຕ້ອງໂຜຕຖັພພະ ດ້ວຍຜິວກາຍ ແລະຮູ້ແຈ້ງທັມມາຣົມດ້ວຍໃຈ ກໍໄດ້ຕຣັດຕໍ່ໄປອີກ ໂດຍນັຍເຊັ່ນດຽວກັນກັບໃນກໍລະນີ ແຫ່ງການເຫັນຮູບດ້ວຍຕາທຸກປະການ ຕ່າງກັນແຕ່ຊື່ເທົ່ານັ້ນ).
- ສລາ. ສັງ. ໑໘/໑໗໓-໑໗໕/໒໓໙-໒໔໒.
໗໐໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ຄໍາຖາມທີ່ອາດໃຊ້ທົດສອບຄວາມເປັນອໍຣະຫັນຕ໌
(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໔໘໑, ໔໘໒ ເປັນອາການຈິຕຂອງຜູ້ດັບສິ້ນ ຣາຄະ ໂທສະ ໂມຫະ)
(ມີຫົກໝວດ)
ພິກຂຸ ທ. ! ໃນກໍລະນີນີ້ ມີພິກຂຸພະຍາກອນ ອະຣະຫັຕຕະຜົລວ່າ “ຂ້າພະ ເຈົ້າຮູ້ແຈ່ມແຈ້ງ ວ່າ ‘ຊາຕດັບສິ້ນແລ້ວ ພຣົມມະຈັນຣຍ໌ຢູ່ຈົບແລ້ວ ກິດທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ ກິດອື່ນທີ່ຈະຕ້ອງເຮັດເພື່ອຄວາມເປັນເຊັ່ນນີ້ ບໍ່ໄດ້ມີອີກ’ ດັ່ງນີ້.” ພິກຂຸ ທ. ! ພວກເຈົ້າບໍ່ຄວນຮັບຮອງ ບໍ່ຟ້າວຄັດຄ້ານຄໍາກ່າວຂອງພິກຂຸນັ້ນ.
(ໝວດ ໑ : ໂວຫາຣະສີ່ (ຜັສສະສີ່) )
ຄັນພວກເຈົ້າບໍ່ຍອມຮັບ ບໍ່ໄດ້ຄັດຄ້ານແລ້ວຈົ່ງຖາມປັນຫາວ່າ “ອາວຸໂສ ! ໂວຫາຣະສີ່ປະການເຫຼົ່ານີ້ມີຢູ່ ອັນພຣະຜູ້ມີພຣະພາຄ ຜູ້ຮູ້ເຫັນ ຜູ້ອະຣະຫັນຕະສັມມາສັມພຸດທະ ຕຣັດໄວ້ແລ້ວໂດຍຊອບ ຄື ຄວາມມີປົກກະຕິກ່າວວ່າ ຂ້າພະເຈົ້າເຫັນແລ້ວ ໃນສິ່ງທີ່ໄດ້ເຫັນ ໑ ຄວາມມີປົກກະຕິກ່າວວ່າ ຂ້າພະເຈົ້າຟັງແລ້ວໃນສິ່ງທີ່ໄດ້ຟັງ ໑ ຄວາມມີປົກກະຕິກ່າວວ່າ ຂ້າພະເຈົ້າຮູ້ສຶກແລ້ວໃນສິ່ງທີ່ໄດ້ຮູ້ສຶກ ໑ ຄວາມມີປົກກະຕິກ່າວວ່າ ຂ້າພະເຈົ້າຮູ້ແຈ້ງແລ້ວໃນສິ່ງທີ່ໄດ້ຮູ້ແຈ້ງ ໑. ອາວຸໂສ ! ກໍທ່ານຮູ້ຢູ່ແນວໃດ ເຫັນຢູ່ແນວໃດ ຈິຕຂອງທ່ານຈຶ່ງຫຼຸດພົ້ນ ຈາກອາສະວະທັງຫຼາຍເພາະບໍ່ຢຶດຖື ໃນໂວຫາຣະທັງສີ່ປະການນັ້ນ ?” ດັ່ງນີ້.
ພິກຂຸ ທ. ! ຖ້າພິກຂຸນັ້ນ ເປັນຂີນາສົບ ມີພຣົມມະຈັນຣຍ໌ຢູ່ຈົບແລ້ວ ມີກິດທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ ມີພາຣະປົງລົງໄດ້ແລ້ວ ມີປະໂຍຊນ໌ຕົນອັນຕາມລຸເຖິງແລ້ວ ມີສັນໂຍຊນ໌ໃນພົບດັບສິ້ນຮອບແລ້ວ ຫຼຸດພົ້ນແລ້ວເພາະຮູ້ໂດຍຊອບຈິງ, ທັມທີ່ພິກຂຸນັ້ນສົມຄວນພະຍາກອນ ຍ່ອມມີດັ່ງນີ້ວ່າ “ອາວຸໂສ ! ໃນສິ່ງທີ່ເຫັນແລ້ວນັ້ນຂ້າພະເຈົ້າ ບໍ່ເຂົ້າຫາ ບໍ່ຖອຍໜີ ບໍ່ອາໄສ ບໍ່ຜູກພັນ ແຕ່ຂ້າພະເຈົ້າ ພົ້ນຈາກອໍານາດແຫ່ງມັນ ປາສະຈາກກິເລສເຄື່ອງຮ້ອຍຮັດ ຢູ່ດ້ວຍຈິຕທີ່ຂ້າພະເຈົ້າເຮັດແລ້ວໃຫ້ເປັນຈິຕປາສະຈາກເຂດແດນຢູ່.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໐໓








