ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ບຸຄຄົລນັ້ນໜໍ ລະອະນຸສັຍຄື ຣາຄະ ໃນສຸຂະເວທະນາໄດ້ແລ້ວ, ບັນເທົາອະນຸສັຍຄື ປະຕິຄະ ໃນທຸກຂະເວທະນາເສຍແລ້ວ, ຖອນຂຶ້ນໄດ້ໝົດເຖິງຮາກ ຊຶ່ງອະນຸສັຍຄື ອະວິຊຊາ ໃນເວທະນາອັນບໍ່ທຸກຂ໌ບໍ່ສຸຂເສຍໄດ້ແລ້ວ, ທ່ານລະອະວິຊຊາໄດ້ແລ້ວ ເຮັດວິຊຊາໃຫ້ເກີດຂຶ້ນແລ້ວ, ຈະເປັນຜູ້ເຮັດທີ່ສຸດແຫ່ງທຸກຂ໌ໄດ້ ໃນປັຈຈຸບັນນີ້ໂດຍແທ້ ; ຂໍ້ນີ້ ເປັນຖານະທີ່ຈະມີໄດ້ ແລ.
- ອຸປຣິ. ມ. ໑໔/໕໑໘/໘໒໓.
ກາຢະນະຄອຣທີ່ປອດພັຍ
ພິກຂຸ ທ. ! ອະຣິຍະສາວົກ ປະກອບດ້ວຍສັດທັມ ໗ ປະການ ແລະເປັນຜູ້ມີປົກກະຕິ ໄດ້ຕາມປາຖນາ ໄດ້ໂດຍບໍ່ຍາກ ໄດ້ໂດຍບໍ່ລໍາບາກ ຊຶ່ງຊານທັງສີ່ ອັນປະກອບໃນຈິຕອັນຍິ່ງ ເປັນເຄື່ອງຢູ່ເປັນສຸຂໃນທິຕຖະທັມ, ໃນກາລໃດ ; ພິກຂຸ ທ. ! ໃນກາລນັ້ນ ອະຣິຍະສາວົກນີ້ກ່າວໄດ້ວ່າ ເປັນຜູ້ທີ່ມາຣອັນມີບາບ ເຮັດອັນໃດບໍ່ໄດ້.
໖໙໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ອະຣິຍະສາວົກ ປະກອບດ້ວຍສັດທັມ ໗ ປະການແນວໃດໜໍ ?
ພິກຂຸ ທ. ! ປຽບເໝືອນ ໃນປັດຈັນຕະນະຄອນຂອງພຣະຣາຊາ ມີເສົາລະບຽງ ອັນມີຮາກເລິກ ຝັງໄວ້ດີ ບໍ່ຫວັ່ນໄຫວ ບໍ່ຄອນແຄນ ສໍາລັບຄຸ້ມກັນພັຍໃນພາຍໃນ ແລະປ້ອງກັນໃນພາຍນອກ, ນີ້ເຊັ່ນໃດ ; ພິກຂຸ ທ. ! ອະຣິຍະສາວົກ ກໍມີສັດທາ ເຊື່ອການຕຣັສຮູ້ ຂອງພຣະຕະຖາຄົຕວ່າ “ແມ່ນວ່າເພາະເຫຕຢ່າງນີ້ໆ ພຣະຜູ້ມີພຣະພາຄເຈົ້ານັ້ນ....ຯລຯ.... ເປັນຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານ ເປັນຜູ້ຈໍາແນກທັມ, ດັ່ງນີ້, ພິກຂຸ ທ. ! ອະຣິຍະສາວົກ ຜູ້ມີສັດທາເປັນເສົາລະບຽງ ຍ່ອມລະອະກຸສົລ ຈະເຣີນກຸສົລ ລະກັມອັນມີໂທດ ຈະເຣີນກັມອັນບໍ່ມີໂທດ ບໍຣິຫານຕົນໃຫ້ປອດກ້ຽງຢູ່. ເຊັ່ນນັ້ນເໝືອນກັນ : ນີ້ຊື່ວ່າ ຜູ້ປະກອບດ້ວຍ ສັດທັມປະການທີໜຶ່ງ.
ພິກຂຸ ທ. ! ປຽບເໝືອນໃນປັດຈັນຕະນະຄອນຂອງພຣະຣາຊາ ມີຄັນຄູອ້ອມຮອບ ທັງເລິກແລະກ້ວາງ ສໍາລັບຄຸ້ມກັນພັຍໃນພາຍໃນ ແລະປ້ອງກັນໃນພາຍນອກ, ນີ້ເຊັ່ນໃດ ; ພິກຂຸ ທ. ! ອະຣິຍະສາວົກກໍມີຫິຣິ ລະອາຍຕໍ່ກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ລະອາຍຕໍ່ການເຖິງພ້ອມດ້ວຍອະກຸສົລທັມ ອັນລາມົກທັງຫຼາຍ, ພິກຂຸ ທ. ! ອະຣິຍະສາວົກ ຜູ້ມີຫິຣິເປັນຄັນຄູອ້ອມຮອບ ຍ່ອມລະອະກຸສົລ ຈະເຣີນກຸສົລ ລະກັມອັນມີໂທດ ຈະເຣີນກັມອັນບໍ່ມີໂທດ ບໍຣິຫານຕົນໃຫ້ປອດກ້ຽງຢູ່, ເຊັ່ນນັ້ນເໝືອນກັນ : ນີ້ຊື່ວ່າ ຜູ້ປະກອບດ້ວຍ ສັດທັມປະການທີສອງ.
ພິກຂຸ ທ. ! ປຽບເໝືອນ ໃນປັດຈັນຕະນະຄອນຂອງພຣະຣາຊາ ມີຊຸ້ມຍາມ ທີ່ຍ່າງຮອບ ທັງສູງແລະກ້ວາງ ສໍາລັບຄຸ້ມກັນພັຍໃນພາຍໃນ ແລະປ້ອງກັນໃນພາຍນອກ, ນີ້ເຊັ່ນໃດ ; ພິກຂຸ ທ. ! ອະຣິຍະສາວົກ ກໍມີໂອຕຕັບປະ ຕື່ນຢ້ານຕໍ່ກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຕື່ນຢ້ານຕໍ່ຄວາມເຖິງພ້ອມດ້ວຍ ອະກຸສົລທັມອັນເປັນບາບທັງຫຼາຍ.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໙໑
ພິກຂຸ ທ. ! ອະຣິຍະສາວົກຜູ້ ມີໂອຕຕັບປະ ເປັນຊຸ້ມຍາມທີ່ຍ່າງຮອບ ຍ່ອມລະອະກຸສົລ ຈະເຣີນກຸສົລ ລະກັມອັນມີໂທດ ຈະເຣີນກັມອັນບໍ່ມີໂທດ ບໍຣິຫານຕົນໃຫ້ປອດກ້ຽງຢູ່, ເຊັ່ນນັ້ນເໝືອນກັນ : ນີ້ຊື່ວ່າ ຜູ້ປະກອບດ້ວຍ ສັດທັມປະການທີສາມ.
ພິກຂຸ ທ. ! ປຽບເໝືອນ ໃນປັດຈັນຕະນະຄອນຂອງພຣະຣາຊາ ມີອາວຸດອັນສັ່ງສົມໄວ້ຢ່າງຫຼວງຫຼາຍ ທັງຊະນິດທີ່ໃຊ້ປະຫານໃກ້ໂຕ ແລະປະຫານໄກໂຕ ສໍາລັບຄຸ້ມກັນພັຍໃນພາຍໃນ ແລະປ້ອງກັນໃນພາຍນອກ, ນີ້ເຊັ່ນໃດ ; ພິກຂຸ ທ. ! ອະຣິຍະສາວົກ ກໍມີສຸຕະອັນຕົນສະດັບແລ້ວໄດ້ຫຼາຍ ຊົງສຸຕຕະ ສັ່ງສົມສຸຕຕະ, ທັມເຫຼົ່າໃດງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ ທີ່ເປັນການປະກາດພຣົມມະຈັນຣຍ໌ອັນບໍຣິສຸດ ບໍຣິບູນສິ້ນເຊີງ ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ, ທັມມີຮູບເຫັນປານນັ້ນ ອັນເຂົາສະດັບແລ້ວມາກຫຼາຍ ຊົງໄວ້ຄ່ອງປາກ ທ່ອງຂຶ້ນໃຈ ແທງຕະຫຼອດດ້ວຍດີດ້ວຍທິຕຖິ. ພິກຂຸ ທ. ! ອະຣິຍະສາວົກ ຜູ້ມີສຸຕຕະເປັນອາວຸດ ຍ່ອມລະອະກຸສົລ ຈະເຣີນກຸສົລ ລະກັມອັນມີໂທດ ຈະເຣີນກັມອັນບໍ່ມີໂທດ ບໍຣິຫານຕົນໃຫ້ປອດກ້ຽງຢູ່, ເຊັ່ນນັ້ນເໝືອນກັນ : ນີ້ຊື່ວ່າ ຜູ້ປະກອບດ້ວຍ ສັດທັມປະການທີສີ່.








