ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ປຽບເໝືອນ ໃນປັດຈັນຕະນະຄອນຂອງພຣະຣາຊາ ມີກອງກໍາລັງປະຈໍາຢູ່ຢ່າງລົ້ນເຫຼືອ ຄືກອງຊ້າງ ກອງມ້າ ກອງຣົດ ກອງທະນູ ກອງຈັດທຸງປະຈໍາກອງ ກອງເສນາທິການ ກອງພະລາທິການ ກອງອຸກຄະໂຢທີ ກອງຣາຊະບຸຕ ກອງຈູ່ໂຈມ ກອງມະຫານາຄະ ກອງຄົນກ້າ ກອງໂລ່ໄມ້ ກອງເກາະໂລ່ໜັງ ກອງທາສະກະບຸຕ ສໍາລັບຄຸ້ມກັນພັຍໃນພາຍໃນ ແລະປ້ອງກັນໃນພາຍນອກ, ນີ້ເຊັ່ນໃດ ; ພິກຂຸ ທ. ! ອະຣິຍະສາວົກ ມີຄວາມພຽນອັນປາຣົບແລ້ວ ເພື່ອລະອະກຸສົລທັມທັງຫຼາຍ ເພື່ອຍັງກຸສົລທັມທັງຫຼາຍໃຫ້ເຖິງພ້ອມ ມີກໍາລັງ ມີຄວາມບາກບັ່ນໝັ້ນຄົງ ບໍ່ປະຖິ້ມທຸຣະໃນກຸສົລທັມທັງຫຼາຍ, ພິກຂຸ ທ. ! ອະຣິຍະສາວົກ ຜູ້ມີວິຣິຢະເປັນພົນກາຍ ຍ່ອມລະອະກຸສົລ ຈະເຣີນກຸສົລ

໖໙໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ລະກັມອັນມີໂທດ ຈະເຣີນກັມອັນບໍ່ມີໂທດ ບໍຣິຫານຕົນໃຫ້ປອດກ້້ຽງຢູ່. ເຊັ່ນນັ້ນ ເໝືອນກັນ : ນີ້ຊື່ວ່າ ຜູ້ປະກອບດ້ວຍ ສັດທັມປະການທີຫ້າ.

ພິກຂຸ ທ. ! ປຽບເໝືອນ ໃນປັດຈັນຕະນະຄອນຂອງພຣະຣາຊາ ມີນາຍຍາມປະຕູ (ທະວາຣ) ທີ່ເປັນບັນດິຕ ສະຫຼາດປາດເປື່ອງ ມີປັນຍາ ຫ້າມເຂົ້າແກ່ຄົນທີ່ບໍ່ຮູ້ຈັກ ໃຫ້ເຂົ້າແຕ່ຄົນທີ່ຮູ້ຈັກ ເພື່ອຄຸ້ມກັນພັຍໃນພາຍໃນ ແລະປ້ອງກັນໃນພາຍນອກ, ນີ້ເຊັ່ນໃດ ; ພິກຂຸ ທ. ! ອະຣິຍະສາວົກ ເປັນຜູ້ມີສະຕິ ປະກອບດ້ວຍສະຕິ ເປັນເຄື່ອງຮັກສາຢ່າງຍິ່ງ ລະລຶກເຖິງ ຕາມລະລຶກເຖິງ ຊຶ່ງກິດທີ່ເຮັດ ແລະຄໍາທີ່ເວົ້າແລ້ວ ແມ່ນແຕ່ດົນນານໄດ້, ພິກຂຸ ທ. ! ອະຣິຍະສາວົກ ຜູ້ມີສະຕິເປັນນາຍຍາມປະຕູ (ທະວາຣ) ຍ່ອມລະອະກຸສົລ ຈະເຣີນກຸສົລ ລະກັມອັນມີໂທດ ຈະເຣີນກັມອັນບໍ່ມີໂທດ ບໍຣິຫານຕົນໃຫ້ປອດກ້ຽງຢູ່ ເຊັ່ນນັ້ນເໝືອນກັນ : ນີ້ຊື່ວ່າ ຜູ້ປະກອບດ້ວຍ ສັດທັມປະການທີຫົກ.

ພິກຂຸ ທ. ! ປຽບເໝືອນ ໃນປັດຈັນຕະນະຄອນຂອງພຣະຣາຊາ ມີກໍາແພງ ທັງສູງ ແລະກ້ວາງ ສົມບູນດ້ວຍການກໍ່ ແລະການສາບທາ ເພື່ອຄຸ້ມກັນພັຍໃນພາຍໃນ ແລະປ້ອງກັນໃນພາຍນອກ, ນີ້ເຊັ່ນໃດ ; ພິກຂຸ ທ. ! ອະຣິຍະສາວົກ ເປັນຜູ້ມີປັນຍາປະກອບດ້ວຍປັນຍາ ເປັນເຄື່ອງ(ໃຫ້)ເຖິງທັມມະສັຈຈະແຫ່ງການຕັ້ງຂຶ້ນ ແລະການຕັ້ງຢູ່ບໍ່ໄດ້ ອັນເປັນອະຣິຍະ ເປັນເຄື່ອງເຈາະແທງກິເລສ ໃຫ້ເຖິງຄວາມດັບສິ້ນທຸກຂ໌ໂດຍຖືກຕ້ອງ, ພິກຂຸ ທ. ! ອະຣິຍະສາວົກ ຜູ້ມີປັນຍາເປັນຄວາມສົມບູນດ້ວຍການກໍ່ ແລະການສາບທາ ຍ່ອມລະອະກຸສົລ ຈະເຣີນກຸສົລ ລະກັມອັນມີໂທດ ຈະເຣີນກັມອັນບໍ່ມີໂທດ ບໍຣິຫານຕົນໃຫ້ປອດກ້ຽງຢູ່, ເຊັ່ນນັ້ນເໝືອນກັນ : ນີ້ຊື່ວ່າ ຜູ້ປະກອບດ້ວຍ ສັດທັມປະການທີ່ເຈັດ.

ອະຣິຍະສາວົກ ເປັນຜູ້ປະກອບພ້ອມ ດ້ວຍສັທທັມ ໗ ປະການເຫຼົ່ານີ້ແລ.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໙໓

ພິກຂຸ ທ. ! ອະຣິຍະສາວົກ ເປັນຜູ້ມີປົກກະຕິໄດ້ຕາມປາຖນາ ໄດ້ບໍ່ຍາກ ໄດ້ບໍ່ລໍາບາກ ຊຶ່ງຊານທັງສີ່ ອັນປະກອບໃນຈິຕອັນຍິ່ງ ເປັນເຄື່ອງຢູ່ເປັນສຸຂ ໃນທິຕຖະທັມ ເປັນແນວໃດໜໍ ?

ພິກຂຸ ທ. ! ປຽບເໝືອນ ໃນປັດຈັນຕະນະຄອນຂອງພຣະຣາຊາ ມີຫຍ້າ ຕົ້ນໄມ້ ແລະນໍ້າສະສົມໄວ້ ເປັນຈໍານວນຫຼວງຫຼາຍ ເພື່ອຄວາມຍິນດີ ບໍ່ແຕກຕື່ນຢ້ານ ຢູ່ເປັນຜາສຸກໃນພາຍໃນ ເພື່ອປ້ອງກັນໃນພາຍນອກ, ນີ້ເຊັ່ນໃດ ; ພິກຂຸ ທ. ! ອະຣິຍະສາວົກສະງັດຈາກກາມ ສະງັດຈາກອະກຸສົລທັມ ເຂົ້າເຖິງປະຖົມມະຊານ ອັນມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດຈາກວິເວກ ແລ້ວແລຢູ່ ເພື່ອຄວາມຍິນດີ ບໍ່ແຕກຕື່ນຢ້ານ ຢູ່ເປັນຜາສຸກແຫ່ງຕົນ ເພື່ອກ້າວລົງສູ່ນິພພານ, ເຊັ່ນນັ້ນເໝືອນກັນ.

ພິກຂຸ ທ. ! ປຽບເໝືອນ ໃນປັດຈັນຕະນະຄອນຂອງພຣະຣາຊາ ມີເຂົ້າສາລີ ແລະເຂົ້າຢະວະ ສະສົມໄວ້ເປັນຈໍານວນຫຼວງຫຼາຍ ເພື່ອຄວາມຍິນດີ ບໍ່ແຕກຕື່ນຢ້ານ ຢູ່ເປັນຜາສຸກໃນພາຍໃນ ເພື່ອປ້ອງກັນໃນພາຍນອກ, ນີ້ເຊັ່ນໃດ ; ພິກຂຸ ທ. ! ອະຣິຍະສາວົກ ເພາະຄວາມເຂົ້າໄປສະຫງົບ ລະງັບ ແຫ່ງວິຕົກແລະວິຈາຣ ເຂົ້າເຖິງທຸຕິຍະຊານ ອັນເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ນໍາໃຫ້ສະມາທິເປັນທັມອັນເອກຜຸດມີຂຶ້ນ ບໍ່ມີວິຕົກບໍ່ມີວິຈາຣ ມີແຕ່ປີຕິແລະສຸຂອັນເກີດຈາກສະມາທິ ແລ້ວແລຢູ່ ເພື່ອຄວາມຍິນດີ ບໍ່ແຕກຕື່ນຢ້ານ ຢູ່ເປັນຜາສຸກແຫ່ງຕົນ ເພື່ອກ້າວລົງສູ່ນິພພານ, ເຊັ່ນນັ້ນເໝືອນກັນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ