ອະຣິຍະສັຈພາກຕົ້ນ
ໜ້າ/ 382
ອານົນທ໌ ! ນັ້ນເປັນເພາະ ຄວາມຕ່າງກັນແຫ່ງອິນຊີ ຂອງພິກຂຸທັງຫຼາຍເຫຼົ່ານັ້ນ. (ອິນຊີຫ້າຄື ສັດທາ ວິຣິຢະ ສະຕິ ສະມາທິ ປັນຍາ).
- ມ. ມ. ໑໓/໑໖໒/໑໕໙.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໘໗
ພຣະອະຣິຍະບຸຄຄົລມີຫຼາຍລະດັບ
ເພາະອິນຊີຫຼຸດ-ລື່ນ (ແຂງ-ອ່ອນ) ກວ່າກັນ
(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໕໖໓, ໕໖໕, ໖໐໔, ໖໐໕ ແລະຂຸມ.ໂອ. ໜ້າ ໔໕໔)
ພິກຂຸ ທ. ! ອິນຊີທັງຫຼາຍ ໕ ປະການເຫຼົ່ານີ້ມີຢູ່. ຫ້າປະການແນວໃດໜໍ ? ຫ້າປະການຄື ສັທທິນຊີ ວິຣິຢິນຊີ ສະຕິນຊີ ສະມາທິນຊີ ປັນຍິນຊີ. ພິກຂຸ ທ. ! ເຫຼົ່ານີ້ແລ ອິນຊີຫ້າປະການ.
ພິກຂຸ ທ. ! ເພາະຄວາມພຽບພ້ອມ ບໍຣິບູນແຫ່ງອິນຊີຫ້າປະການເຫຼົ່ານີ້ແລ ຜູ້ປະຕິບັຕ ຍ່ອມເປັນພຣະອໍຣະຫັນຕ໌.
ເພາະ ອິນຊີທັງຫຼາຍຫຼຸດ(ອ່ອນ)ກວ່ານັ້ນ ຜູ້ປະຕິບັຕຍ່ອມເປັນ ອັນຕະຣາປະຣິນິບພາຢີ.
ເພາະ ອິນຊີທັງຫຼາຍຫຼຸດກວ່ານັ້ນອີກ ຜູ້ປະຕິບັຕຍ່ອມເປັນ ອຸປະຫັດຈະປະຣິນິບພາຢີ.
ເພາະ ອິນຊີທັງຫຼາຍຫຼຸດກວ່ານັ້ນອີກ ຜູ້ປະຕິບັຕຍ່ອມເປັນ ອະສັງຂາຣະ
ປະຣິນິບພາຢີ.
ເພາະ ອິນຊີທັງຫຼາຍຫຼຸດກວ່ານັ້ນອີກ ຜູ້ປະຕິບັຕຍ່ອມເປັນ ສະສັງຂາຣະ
ປະຣິນິບພາຢີ.
ເພາະ ອິນຊີທັງຫຼາຍຫຼຸດກວ່ານັ້ນອີກ ຜູ້ປະຕິບັຕຍ່ອມເປັນ ອຸດທັງໂສໂຕ
ອະກະນິຕຖະຄາມີ.
ເພາະ ອິນຊີທັງຫຼາຍຫຼຸດກວ່ານັ້ນອີກ ຜູ້ປະຕິບັຕຍ່ອມເປັນ ສະກະທາຄາມີ.
ເພາະ ອິນຊີທັງຫຼາຍຫຼຸດກວ່ານັ້ນອີກ ຜູ້ປະຕິບັຕຍ່ອມເປັນ ເອກະພີຊີ.
ເພາະ ອິນຊີທັງຫຼາຍຫຼຸດກວ່ານັ້ນອີກ ຜູ້ປະຕິບັຕຍ່ອມເປັນ ໂກລັງໂກລະ.
ເພາະ ອິນຊີທັງຫຼາຍຫຼຸດກວ່ານັ້ນອີກ ຜູ້ປະຕິບັຕຍ່ອມເປັນ ສັດຕັກຂັຕຕຸປະຣະມະ.
ເພາະ ອິນຊີທັງຫຼາຍຫຼຸດກວ່ານັ້ນອີກ ຜູ້ປະຕິບັຕຍ່ອມເປັນ ທັມມານຸສາຣີ.
ເພາະ ອິນຊີທັງຫຼາຍຫຼຸດກວ່ານັ້ນອີກ ຜູ້ປະຕິບັຕຍ່ອມເປັນ ສັດທານຸສາຣີ.
໖໘໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ
....(໑໙/໒໖໗/໘໘໕) : ພິກຂຸ ທ. ! ເພາະເຫຕນີ້ແລ ຄວາມຕ່າງແຫ່ງຜົລ ຍ່ອມມີເພາະຄວາມຕ່າງແຫ່ງອິນຊີ ; ເພາະຄວາມຕ່າງແຫ່ງຜົລ ຈຶ່ງມີຄວາມຕ່າງແຫ່ງບຸຄຄົລ ແລ.
....(໑໙/໒໖໗/໘໘໗) : ພິກຂຸ ທ. ! ດ້ວຍເຫຕເຍື່ອງນີ້ແລ ເປັນອັນວ່າ ຜູ້ເຮັດໃຫ້ບໍຣິບູນຍ່ອມເຮັດໃຫ້ສໍາເລັດໄດ້ບໍຣິບູນ ; ຜູ້ເຮັດໄດ້ພຽງບາງສ່ວນ ກໍເຮັດໃຫ້ສໍາເລັດໄດ້ບາງສ່ວນ. ພິກຂຸ ທ. ! ເຮົາກ່າວວ່າ ອິນຊີທັງຫຼາຍຫ້າ ຍ່ອມບໍ່ເປັນໝັນເລີຍ ດັ່ງນີ້ແລ.
- ມຫາວາຣ. ສັງ. ໑໙/໒໗໑/໘໙໙-໙໐໐.
ການເປັນພຣະອະຣິຍະເຈົ້າບໍ່ແມ່ນສິ່ງສຸດວິໄສ
ພິກຂຸ ທ. ! ເພາະອາໄສຕາດ້ວຍ ຮູບດ້ວຍ ຈຶ່ງເກີດຄວາມຮູ້ແຈ້ງທາງຕາຂຶ້ນ, ການປະຈວບພໍ້ພ້ອມ (ແຫ່ງຕາ+ຮູບ+ວິນຍານ) ທັງສາມຢ່າງນັ້ນ ຍ່ອມເກີດມີຜັສສະ, ເພາະຜັສສະເປັນປັຈຈັຍ ຈຶ່ງເກີດມີເວທະນາ ອັນເປັນສຸຂແດ່ ທຸກຂ໌ແດ່ບໍ່ແມ່ນທຸກຂ໌ບໍ່ແມ່ນສຸຂແດ່.
ພິກຂຸ ທ. ! ບຸຄຄົລນັ້ນ ເມື່ອຖືກສຸຂະເວທະນາກະທົບແລ້ວ ຍ່ອມບໍ່ເພີດເພີນບໍ່ພໍ່າເພີ້ເຖິງ ບໍ່ເມົາໝົກຕິດອົກຕິດໃຈ, ອະນຸສັຍຄືຣາຄະ ຍ່ອມບໍ່ຕາມນອນ ໃນສັນດານ ຂອງບຸຄຄົລນັ້ນ.
ພິກຂຸ ທ. ! ບຸຄຄົລນັ້ນ ເມື່ອຖືກທຸກຂະເວທະນາກະທົບແລ້ວ ຍ່ອມບໍ່ໂສກເສົ້າ ບໍ່ລະທົມໃຈ ບໍ່ຄໍ່າຄວນຕີເອິກຮ້ອງໄຫ້ ບໍ່ເຖິງຄວາມລືມຫຼົງ, ອະນຸສັຍຄືປະຕິຄະ ຍ່ອມບໍ່ຕາມນອນ ໃນສັນດານຂອງບຸຄຄົລນັ້ນ.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໘໙
ພິກຂຸ ທ. ! ບຸຄຄົລນັ້ນ ເມື່ອຖືກເວທະນາ ອັນບໍ່ທຸກຂ໌ບໍ່ສຸຂ ກະທົບແລ້ວ ຍ່ອມຮູ້ແຈ່ມແຈ້ງ ຕົງຕາມທີ່ເປັນຈິງ ຊຶ່ງຄວາມກໍ່ຂຶ້ນຂອງເວທະນານັ້ນ ຊຶ່ງຄວາມຕັ້ງຢູ່ບໍ່ໄດ້ຂອງເວທະນານັ້ນ ຊຶ່ງສະເໜ່ຂອງເວທະນານັ້ນ ຊຶ່ງໂທດຂອງເວທະນານັ້ນ ຊຶ່ງອຸບາຍເຄື່ອງອອກພົ້ນໄປໄດ້ ຈາກເວທະນານັ້ນ, ອະນຸສັຍຄື ອະວິຊຊາ ຍ່ອມບໍ່ຕາມນອນ ໃນສັນດານ ຂອງບຸຄຄົລນັ້ນ.
(ໃນກໍລະນີ ທີ່ກ່ຽວກັບອາຍະຕະນະພາຍໃນ ແລະພາຍນອກຄູ່ອື່ນ ອັນໄດ້ປະຈວບພໍ້ກັນເກີດວິນຍານ ຜັສສະ ແລະເວທະນາ ເປັນ ອີກຫ້າໝວດ ນັ້ນ ກໍມີຂໍ້ຄວາມແນວດຽວກັນກັບໝວດທໍາອິດນີ້ ຜິດກັນແຕ່ຊື່ຮ້ອງຮຽກ ເທົ່ານັ້ນ).








