ຄຳສອນພຸດທະ - ໜ້າຈໍໂຫລດ

ອະບາຍມຸຂ

ໜ້າ/ 66

ພິກຂຸທັງຫລາຍ! ສັຕທັງຫລາຍຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນໂດຍທາຕ ຄືສັຕພວກທີ່ເວັ້ນຂາດຈາກກາຣຂ້າສັຕ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ເວັ້ນຂາດຈາກກາຣຂ້າສັຕ, ສັຕພວກທີ່ເວັ້ນຂາດຈາກກາຣລັກຊັພຍ໌ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ເວັ້ນຂາດຈາກກາຣລັກຊັພຍ໌, ສັຕພວກທີ່ເວັ້ນຂາດຈາກກາຣປະພຶຕຜິດໃນກາມທັງຫລາຍ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ເວັ້ນຂາດຈາກກາຣປະພຶຕຜິດໃນກາມທັງຫລາຍ, ສັຕພວກທີ່ເວັ້ນຂາດຈາກກາຣເວົ້າຕົວະ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ເວັ້ນຂາດຈາກກາຣເວົ້າຕົວະ, ສັຕພວກທີ່ເວັ້ນຂາດຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ເວັ້ນຂາດຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ.

ສັງຍຸຕຕະນິກາຍ ນິທານະວັຄ ໑໖/໑໖໔/໓໙໒-໓໙໔

ສັຕທັງຫລາຍຍ່ອມຄົບຄ້າກັນ

ຍ່ອມສະມາຄົມກັນໂດຍທາຕ (6)

ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂຕພຣະນະຄອຣສາວັຕຖີ. ໃນທີ່ນັ້ນແລ ພຣະຜູ້ມີພຣະພາຄຕຣັສຮຽກພິກຂຸທັງຫລາຍ...ແລ້ວໄດ້ຕຣັສວ່າ:

ພິກຂຸທັງຫລາຍ! ສັຕທັງຫລາຍຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນໂດຍທາຕ ຄືສັຕພວກທີ່ຂ້າສັຕ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ຂ້າສັຕ, ສັຕພວກທີ່ລັກຊັພຍ໌ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ລັກຊັພຍ໌, ສັຕພວກທີ່ປະພຶຕຜິດໃນກາມທັງຫລາຍ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ປະພຶຕຜິດໃນກາມທັງຫລາຍ, ສັຕພວກທີ່ເວົ້າຕົວະ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ເວົ້າຕົວະ, ສັຕພວກທີ່ເວົ້າສຽດສີ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ເວົ້າສຽດສີ, ສັຕພວກທີ່ເວົ້າຄຳຫຍາບ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ເວົ້າຄຳຫຍາບ, ສັຕພວກທີ່ເວົ້າຄຳສັມຜັປປະລາປະ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ເວົ້າຄຳສັມຜັປປະລາປະ, ສັຕພວກທີ່ມີອະພິຊຊາຫລາຍ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ມີອະພິຊຊາຫລາຍ, ສັຕພວກທີ່ມີຈິຕພະຍາບາທ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ມີຈິຕພະຍາບາທ, ສັຕພວກທີ່ມີມິຈສາທິຕຖິ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ມີມິຈສາທິຕຖິ.

ພິກຂຸທັງຫລາຍ! ສັຕທັງຫລາຍຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນໂດຍທາຕ ຄືສັຕພວກທີ່ເວັ້ນຂາດຈາກກາຣຂ້າສັຕ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ເວັ້ນຂາດຈາກກາຣຂ້າສັຕ, ສັຕພວກທີ່ເວັ້ນຂາດຈາກກາຣລັກຊັພຍ໌ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ເວັ້ນຂາດຈາກກາຣລັກຊັພຍ໌, ສັຕພວກທີ່ເວັ້ນຂາດຈາກກາຣປະພຶຕຜິດໃນກາມທັງຫລາຍ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ເວັ້ນຂາດຈາກກາຣປະພຶຕຜິດໃນກາມທັງຫລາຍ, ສັຕພວກທີ່ເວັ້ນຂາດຈາກກາຣເວົ້າຕົວະ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ເວັ້ນຂາດຈາກກາຣເວົ້າຕົວະ, ສັຕພວກທີ່ເວັ້ນຂາດຈາກກາຣເວົ້າສຽດສີ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ເວັ້ນຂາດຈາກກາຣເວົ້າສຽດສີ, ສັຕພວກທີ່ເວັ້ນຂາດຈາກກາຣເວົ້າຄຳຫຍາບ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ເວັ້ນຂາດຈາກກາຣເວົ້າຄຳຫຍາບ, ສັຕພວກທີ່ເວັ້ນຂາດຈາກກາຣເວົ້າຄຳສັມຜັປປະລາປະ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ເວັ້ນຂາດຈາກກາຣເວົ້າຄຳສັມຜັປປະລາປະ, ສັຕພວກທີ່ບໍ່ມີອະພິຊຊາ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ບໍ່ມີອະພິຊຊາ, ສັຕພວກທີ່ບໍ່ມີຈິຕພະຍາບາທ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ບໍ່ມີຈິຕພະຍາບາທ, ສັຕພວກທີ່ມີສັມມາທິຕຖິ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ມີສັມມາທິຕຖິ.

ສັງຍຸຕຕະນິກາຍ ນິທານະວັຄ ໑໖/໑໖໖/໓໙໗-໓໙໘

ສັຕທັງຫລາຍຍ່ອມຄົບຄ້າກັນ

ຍ່ອມສະມາຄົມກັນໂດຍທາຕ (7)

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ