ຄຳສອນພຸດທະ - ໜ້າຈໍໂຫລດ

ອະບາຍມຸຂ

ໜ້າ/ 66

ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂຕພຣະນະຄອຣສາວັຕຖີ. ໃນທີ່ນັ້ນແລ ພຣະຜູ້ມີພຣະພາຄຕຣັສຮຽກພິກຂຸທັງຫລາຍ...ແລ້ວໄດ້ຕຣັສວ່າ:

ພິກຂຸທັງຫລາຍ! ສັຕທັງຫລາຍຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນໂດຍທາຕ ຄືສັຕພວກທີ່ມີມິຈສາທິຕຖິ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ມີມິຈສາທິຕຖິ, ສັຕພວກທີ່ມີມິຈສາສັງກັປປະ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ມີມິຈສາສັງກັປປະ, ສັຕພວກທີ່ມີມິຈສາວາຈາ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ມີມິຈສາວາຈາ, ສັຕພວກທີ່ມີມິຈສາກັມມັນຕະ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ມີມິຈສາກັມມັນຕະ, ສັຕພວກທີ່ມີມິຈສາອາຊີວະ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ມີມິຈສາອາຊີວະ, ສັຕພວກທີ່ມີມິຈສາວາຍາມະ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ມີມິຈສາວາຍາມະ, ສັຕພວກທີ່ມີມິຈສາສະຕິ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ມີມິຈສາສະຕິ, ສັຕພວກທີ່ມີມິຈສາສະມາທິ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ມີມິຈສາສະມາທິ.

ພິກຂຸທັງຫລາຍ! ສັຕທັງຫລາຍຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນໂດຍທາຕ ຄືສັຕພວກທີ່ມີສັມມາທິຕຖິ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ມີສັມມາທິຕຖິ, ສັຕພວກທີ່ມີສັມມາສັງກັປປະ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ມີສັມມາສັງກັປປະ, ສັຕພວກທີ່ມີສັມມາວາຈາ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ມີສັມມາວາຈາ, ສັຕພວກທີ່ມີສັມມາກັມມັນຕະ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ມີສັມມາກັມມັນຕະ, ສັຕພວກທີ່ມີສັມມາອາຊີວະ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ມີສັມມາອາຊີວະ, ສັຕພວກທີ່ມີສັມມາວາຍາມະ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ມີສັມມາວາຍາມະ, ສັຕພວກທີ່ມີສັມມາສະຕິ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ມີສັມມາສະຕິ, ສັຕພວກທີ່ມີສັມມາສະມາທິ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕພວກທີ່ມີສັມມາສະມາທິ.

ສັງຍຸຕຕະນິກາຍ ນິທານະວັຄ ໑໖/໑໖໖/໓໙໙-໔໐໐

ອັນຕຣາຍຂອງຝົນທີ່ພວກໝໍດູຮູ້ບໍ່ໄດ້

ສາຍຕາຂອງພວກໝໍດູຢັ່ງບໍ່ເຖິງ

ພິກຂຸທັງຫລາຍ! ອັນຕຣາຍຂອງຝົນ ໕ ປະກາຣນີ້ ເຊິ່ງພວກໝໍດູຮູ້ບໍ່ໄດ້ ສາຍຕາຂອງພວກໝໍດູຢັ່ງບໍ່ເຖິງ (ປັນຈິເມ ພິກຂະເວ ວັສສັສສະ ອັນຕຣາຍາ ຍັງ ເນມິຕຕາ ນະ ຊານັນຕິ ຍັຕຖະ ເນມິຕຕານັງ ຈັກຂຸງ ນັກກະມະຕິ); ໕ ປະກາຣເປັນຢ່າງໃດ?

ພິກຂຸທັງຫລາຍ! ເຕໂຊທາຕເບື້ອງເທິງອາກາສກຳເຣີບ ເມກທີ່ເກີດຂຶ້ນຍ່ອມກະຈາຍໄປເພາະເຕໂຊທາຕກຳເຣີບນັ້ນ. ພິກຂຸທັງຫລາຍ ນີ້ເປັນອັນຕຣາຍຂອງຝົນປະກາຣທີ ໑ ເຊິ່ງພວກໝໍດູຮູ້ບໍ່ໄດ້ ສາຍຕາຂອງພວກໝໍດູຢັ່ງບໍ່ເຖິງ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ວາໂຍທາຕເບື້ອງເທິງອາກາສກຳເຣີບ ເມກທີ່ເກີດຂຶ້ນຍ່ອມກະຈາຍໄປເພາະວາໂຍທາຕກຳເຣີບນັ້ນ. ພິກຂຸທັງຫລາຍ ນີ້ເປັນອັນຕຣາຍຂອງຝົນປະກາຣທີ ໒ ເຊິ່ງພວກໝໍດູຮູ້ບໍ່ໄດ້ ສາຍຕາຂອງພວກໝໍດູຢັ່ງບໍ່ເຖິງ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ອະສຸຣິນທະຣາຫຸເອົາຝາມືຮັບນ້ຳໄວ້ ແລ້ວຖິ້ມລົງໃນມະຫາສະມຸທ (ຣາຫຸ ອະສຸຣິນໂທ ປານິນາ ອຸທະກັງ ປະຕິຈສິຕະວາ ມະຫາສະມຸທເທ ສັທເທຕິ). ພິກຂຸທັງຫລາຍ ນີ້ເປັນອັນຕຣາຍຂອງຝົນປະກາຣທີ ໓ ເຊິ່ງພວກໝໍດູຮູ້ບໍ່ໄດ້ ສາຍຕາຂອງພວກໝໍດູຢັ່ງບໍ່ເຖິງ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ວັສສະວະລາຫົກເທວະບຸຕເປັນຜູ້ປະມາທເສຍ (ວັສສະວະລາຫະກາ ເທວະປຸຕຕາ ປະມັຕຕາ ໂຫນຕິ). ພິກຂຸທັງຫລາຍ ນີ້ເປັນອັນຕຣາຍຂອງຝົນປະກາຣທີ ໔ ເຊິ່ງພວກໝໍດູຮູ້ບໍ່ໄດ້ ສາຍຕາຂອງພວກໝໍດູຢັ່ງບໍ່ເຖິງ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ມະນຸສທັງຫລາຍຕັ້ງຢູ່ໃນອະທັມ (ມະນຸສສາ ອະທັມມິກາ ໂຫນຕິ). ພິກຂຸທັງຫລາຍ ນີ້ເປັນອັນຕຣາຍຂອງຝົນປະກາຣທີ ໕ ເຊິ່ງພວກໝໍດູຮູ້ບໍ່ໄດ້ ສາຍຕາຂອງພວກໝໍດູຢັ່ງບໍ່ເຖິງ.

ພິກຂຸທັງຫລາຍ! ອັນຕຣາຍຂອງຝົນ ໕ ປະກາຣນີ້ແລ ເຊິ່ງພວກໝໍດູຮູ້ບໍ່ໄດ້ ສາຍຕາຂອງພວກໝໍດູຢັ່ງບໍ່ເຖິງ.

ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໒໑໕/໑໙໗

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ