ຄຳສອນພຸດທະ - ໜ້າຈໍໂຫລດ

ອະບາຍມຸຂ

ໜ້າ/ 66

ພິກຂຸທັງຫລາຍ! ພວກເຈົ້າເຫັນສາຣີບຸຕກຳລັງຈົງກົມຢູ່ກັບພິກຂຸຫລາຍອົງຄ໌ຫລືໜໍ?

ພິກຂຸທັງຫລາຍກຣາບທູລວ່າ ເຫັນ ພຣະອົງຄ໌ຜູ້ຈະເຣີນ

ພິກຂຸທັງຫລາຍ! ພິກຂຸທັງໝົດນັ້ນ ລ້ວນມີປັນຍາຫລາຍ.

ພິກຂຸທັງຫລາຍ! ພວກເຈົ້າເຫັນມະຫາໂມຄຄັລລານະກຳລັງຈົງກົມຢູ່ກັບພິກຂຸຫລາຍອົງຄ໌ຫລືໜໍ?

ພິກຂຸທັງຫລາຍກຣາບທູລວ່າ ເຫັນ ພຣະອົງຄ໌ຜູ້ຈະເຣີນ

ພິກຂຸທັງຫລາຍ! ພິກຂຸທັງໝົດນັ້ນ ລ້ວນມີລິທຫລາຍ.

ພິກຂຸທັງຫລາຍ! ພວກເຈົ້າເຫັນມະຫາກັສສະປະກຳລັງຈົງກົມຢູ່ກັບພິກຂຸຫລາຍອົງຄ໌ຫລືໜໍ?

ພິກຂຸທັງຫລາຍກຣາບທູລວ່າ ເຫັນ ພຣະອົງຄ໌ຜູ້ຈະເຣີນ

ພິກຂຸທັງຫລາຍ! ພິກຂຸທັງໝົດນັ້ນ ລ້ວນເປັນທຸຕະວາທ.

ພິກຂຸທັງຫລາຍ! ພວກເຈົ້າເຫັນອະນຸຣຸທທະກຳລັງຈົງກົມຢູ່ກັບພິກຂຸຫລາຍອົງຄ໌ຫລືໜໍ?

ພິກຂຸທັງຫລາຍກຣາບທູລວ່າ ເຫັນ ພຣະອົງຄ໌ຜູ້ຈະເຣີນ

ພິກຂຸທັງຫລາຍ! ພິກຂຸທັງໝົດນັ້ນ ລ້ວນມີທິພພະຈັກຂຸ.

ພິກຂຸທັງຫລາຍ! ພວກເຈົ້າເຫັນປຸນນະມັນຕານີບຸຕກຳລັງຈົງກົມຢູ່ກັບພິກຂຸຫລາຍອົງຄ໌ຫລືໜໍ?

ພິກຂຸທັງຫລາຍກຣາບທູລວ່າ ເຫັນ ພຣະອົງຄ໌ຜູ້ຈະເຣີນ

ພິກຂຸທັງຫລາຍ! ພິກຂຸທັງໝົດນັ້ນ ລ້ວນເປັນທັມມະກະຖຶກ.

ພິກຂຸທັງຫລາຍ! ພວກເຈົ້າເຫັນອຸບາລີກຳລັງຈົງກົມຢູ່ກັບພິກຂຸຫລາຍອົງຄ໌ຫລືໜໍ?

ພິກຂຸທັງຫລາຍກຣາບທູລວ່າ ເຫັນ ພຣະອົງຄ໌ຜູ້ຈະເຣີນ

ພິກຂຸທັງຫລາຍ! ພິກຂຸທັງໝົດນັ້ນ ລ້ວນເປັນຜູ້ຊົງວິນັຍ.

ພິກຂຸທັງຫລາຍ! ພວກເຈົ້າເຫັນອານົນທ໌ກຳລັງຈົງກົມຢູ່ກັບພິກຂຸຫລາຍອົງຄ໌ຫລືໜໍ?

ພິກຂຸທັງຫລາຍກຣາບທູລວ່າ ເຫັນ ພຣະອົງຄ໌ຜູ້ຈະເຣີນ

ພິກຂຸທັງຫລາຍ! ພິກຂຸທັງໝົດນັ້ນ ລ້ວນເປັນພະຫູສູຕ.

ພິກຂຸທັງຫລາຍ! ພວກເຈົ້າເຫັນເທວະທັຕກຳລັງຈົງກົມຢູ່ກັບພິກຂຸຫລາຍອົງຄ໌ຫລືໜໍ?

ພິກຂຸທັງຫລາຍກຣາບທູລວ່າ ເຫັນ ພຣະອົງຄ໌ຜູ້ຈະເຣີນ

ພິກຂຸທັງຫລາຍ! ພິກຂຸທັງໝົດນັ້ນ ລ້ວນມີຄວາມປາຖນາຊົ່ວ.

ພິກຂຸທັງຫລາຍ! ສັຕທັງຫລາຍຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນໂດຍທາຕ ຄືສັຕທີ່ມີອັທທະຍາສັຍຊົ່ວ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີອັທທະຍາສັຍຊົ່ວ, ສັຕທີ່ມີອັທທະຍາສັຍດີ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີອັທທະຍາສັຍດີ.

ແມ່ນແຕ່ໃນອະດີຕກາລ ສັຕທັງຫລາຍກໍໄດ້ຄົບຄ້າກັນ ໄດ້ສະມາຄົມກັນໂດຍທາຕ ຄືສັຕທີ່ມີອັທທະຍາສັຍຊົ່ວ ໄດ້ຄົບຄ້າກັນ ໄດ້ສະມາຄົມກັນກັບສັຕທີ່ມີອັທທະຍາສັຍຊົ່ວ, ສັຕທີ່ມີອັທທະຍາສັຍດີ ໄດ້ຄົບຄ້າກັນ ໄດ້ສະມາຄົມກັນກັບສັຕທີ່ມີອັທທະຍາສັຍດີ.

ແມ່ນແຕ່ໃນອະນາຄົຕກາລ ສັຕທັງຫລາຍກໍຈັກຄົບຄ້າກັນ ຈັກສະມາຄົມກັນໂດຍທາຕ ຄືສັຕທີ່ມີອັທທະຍາສັຍຊົ່ວ ຈັກຄົບຄ້າກັນ ຈັກສະມາຄົມກັນກັບສັຕທີ່ມີອັທທະຍາສັຍຊົ່ວ, ສັຕທີ່ມີອັທທະຍາສັຍດີ ຈັກຄົບຄ້າກັນ ຈັກສະມາຄົມກັນກັບສັຕທີ່ມີອັທທະຍາສັຍດີ.

ແມ່ນແຕ່ໃນປັຈຈຸບັນ ສັຕທັງຫລາຍກໍຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນໂດຍທາຕ ຄືສັຕທີ່ມີອັທທະຍາສັຍຊົ່ວ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີອັທທະຍາສັຍຊົ່ວ, ສັຕທີ່ມີອັທທະຍາສັຍດີ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີອັທທະຍາສັຍດີ.

ສັງຍຸຕຕະນິກາຍ ນິທານະວັຄ ໑໖/໑໕໒/໓໖໕-໓໖໗

ສັຕທັງຫລາຍຍ່ອມຄົບຄ້າກັນ

ຍ່ອມສະມາຄົມກັນໂດຍທາຕ (3)

ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂຕພຣະນະຄອຣສາວັຕຖີ. ໃນທີ່ນັ້ນແລ ພຣະຜູ້ມີພຣະພາຄຕຣັສຮຽກພິກຂຸທັງຫລາຍ...ແລ້ວໄດ້ຕຣັສວ່າ:

ພິກຂຸທັງຫລາຍ! ສັຕທັງຫລາຍຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນໂດຍທາຕ ຄືສັຕທີ່ມີອັທທະຍາສັຍຊົ່ວ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີອັທທະຍາສັຍຊົ່ວ.

ແມ່ນແຕ່ໃນອະດີຕກາລ ສັຕທັງຫລາຍກໍໄດ້ຄົບຄ້າກັນ ໄດ້ສະມາຄົມກັນໂດຍທາຕ ຄືສັຕທີ່ມີອັທທະຍາສັຍຊົ່ວ ໄດ້ຄົບຄ້າກັນ ໄດ້ສະມາຄົມກັນກັບສັຕທີ່ມີອັທທະຍາສັຍຊົ່ວ.

ແມ່ນແຕ່ໃນອະນາຄົຕກາລ ສັຕທັງຫລາຍກໍຈັກຄົບຄ້າກັນ ຈັກສະມາຄົມກັນໂດຍທາຕ ຄືສັຕທີ່ມີອັທທະຍາສັຍຊົ່ວ ຈັກຄົບຄ້າກັນ ຈັກສະມາຄົມກັນກັບສັຕທີ່ມີອັທທະຍາສັຍຊົ່ວ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ