ຄຳສອນພຸດທະ - ໜ້າຈໍໂຫລດ

ອະບາຍມຸຂ

ໜ້າ/ 66

ວິບາກແຫ່ງມຸສາວາທຢ່າງເບົາທີ່ສຸດ ຍ່ອມຖືກກ່າວຕູ່ດ້ວຍຄຳທີ່ບໍ່ເປັນຈິງແກ່ຜູ້ມາເກີດເປັນມະນຸສ.

ພິກຂຸທັງຫລາຍ! ປິສຸນາວາຈາທີ່ບຸຄຄົລເສພແລ້ວ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກຳເນີດດິຣັຈສານ ເປັນໄປເພື່ອເປຕວິສັຍ.

ວິບາກແຫ່ງປິສຸນາວາຈາຢ່າງເບົາທີ່ສຸດ ຍ່ອມເປັນໄປເພື່ອກາຣແຕກຈາກມິຕແກ່ຜູ້ມາເກີດເປັນມະນຸສ.

ພິກຂຸທັງຫລາຍ! ຜະຣຸສະວາຈາທີ່ບຸຄຄົລເສພແລ້ວ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກຳເນີດດິຣັຈສານ ເປັນໄປເພື່ອເປຕວິສັຍ.

ວິບາກແຫ່ງຜະຣຸສະວາຈາຢ່າງເບົາທີ່ສຸດ ຍ່ອມເປັນໄປເພື່ອໄດ້ຍິນສຽງທີ່ບໍ່ໜ້າພໍໃຈແກ່ຜູ້ມາເກີດເປັນມະນຸສ.

ພິກຂຸທັງຫລາຍ! ສັມຜັປປະລາປະທີ່ບຸຄຄົລເສພແລ້ວ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກຳເນີດດິຣັຈສານ ເປັນໄປເພື່ອເປຕວິສັຍ.

ວິບາກແຫ່ງສັມຜັປປະລາປະຢ່າງເບົາທີ່ສຸດ ຍ່ອມຍັງຄຳທີ່ບໍ່ຄວນເຊື່ອຖືໃຫ້ເປັນໄປແກ່ຜູ້ມາເກີດເປັນມະນຸສ.

ພິກຂຸທັງຫລາຍ! ກາຣດື່ມສຸຣາເມຣັຍ(ສຸຣາເມຣະຍະປານັງ) ທີ່ບຸຄຄົລເສພແລ້ວ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກຳເນີດດິຣັຈສານ ເປັນໄປເພື່ອເປຕວິສັຍ.

ວິບາກແຫ່ງກາຣດື່ມສຸຣາເມຣັຍຢ່າງເບົາທີ່ສຸດ ຍ່ອມເປັນໄປເພື່ອຄວາມເປັນບ້າແກ່ຜູ້ມາເກີດເປັນມະນຸສ.

ອັງຄຸຕຕະຣະນິກາຍ ສັຕຕະກະ-ອັຕຖະກະ-ນະວະກະນິບາຕ

໒໓/໑໙໓/໑໓໐

ສັຕທັງຫລາຍຍ່ອມຄົບຄ້າກັນ

ຍ່ອມສະມາຄົມກັນໂດຍທາຕ

ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂຕພຣະນະຄອຣສາວັຕຖີ. ໃນທີ່ນັ້ນແລ ພຣະຜູ້ມີພຣະພາຄຕຣັສຮຽກພິກຂຸທັງຫລາຍ...ແລ້ວໄດ້ຕຣັສວ່າ:

ພິກຂຸທັງຫລາຍ! ສັຕທັງຫລາຍຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນໂດຍທາຕ ຄືສັຕທີ່ມີອັທທະຍາສັຍຊົ່ວ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີອັທທະຍາສັຍຊົ່ວ, ສັຕທີ່ມີອັທທະຍາສັຍດີ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີອັທທະຍາສັຍດີ;

ແມ່ນແຕ່ໃນອະດີຕກາລ ສັຕທັງຫລາຍກໍໄດ້ຄົບຄ້າກັນ ໄດ້ສະມາຄົມກັນໂດຍທາຕ ຄືສັຕທີ່ມີອັທທະຍາສັຍຊົ່ວ ໄດ້ຄົບຄ້າກັນ ໄດ້ສະມາຄົມກັນກັບສັຕທີ່ມີອັທທະຍາສັຍຊົ່ວ, ສັຕທີ່ມີອັທທະຍາສັຍດີ ໄດ້ຄົບຄ້າກັນ ໄດ້ສະມາຄົມກັນກັບສັຕທີ່ມີອັທທະຍາສັຍດີ.

ແມ່ນແຕ່ໃນອະນາຄົຕກາລ ສັຕທັງຫລາຍກໍຈັກຄົບຄ້າກັນ ຈັກສະມາຄົມກັນໂດຍທາຕ ຄືສັຕທີ່ມີອັທທະຍາສັຍຊົ່ວ ຈັກຄົບຄ້າກັນ ຈັກສະມາຄົມກັນກັບສັຕທີ່ມີອັທທະຍາສັຍຊົ່ວ, ສັຕທີ່ມີອັທທະຍາສັຍດີ ຈັກຄົບຄ້າກັນ ຈັກສະມາຄົມກັນກັບສັຕທີ່ມີອັທທະຍາສັຍດີ.

ແມ່ນແຕ່ໃນປັຈຈຸບັນ ສັຕທັງຫລາຍກໍຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນໂດຍທາຕ ຄືສັຕທີ່ມີອັທທະຍາສັຍຊົ່ວ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີອັທທະຍາສັຍຊົ່ວ, ສັຕທີ່ມີອັທທະຍາສັຍດີ ຍ່ອມຄົບຄ້າກັນ ຍ່ອມສະມາຄົມກັນກັບສັຕທີ່ມີອັທທະຍາສັຍດີ.

ສັງຍຸຕຕະນິກາຍ ນິທານະວັຄ ໑໖/໑໕໑/໓໖໔

ສັຕທັງຫລາຍຍ່ອມຄົບຄ້າກັນ

ຍ່ອມສະມາຄົມກັນໂດຍທາຕ (2)

ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພູເຂົາຄິຊຊະກູຕ ເຂຕພຣະນະຄອຣຣາຊະຄຶ ກໍໂດຍສມັຍນັ້ນແລ ທ່ານພຣະສາຣີບຸຕຈົງກົມຢູ່ກັບພິກຂຸຫລາຍອົງຄ໌ໃນທີ່ບໍ່ໄກຈາກພຣະຜູ້ມີພຣະພາຄ.

ທ່ານພຣະມະຫາໂມຄຄັລລານະ ກໍຈົງກົມຢູ່ກັບພິກຂຸຫລາຍອົງຄ໌ໃນທີ່ບໍ່ໄກຈາກພຣະຜູ້ມີພຣະພາຄ.

ທ່ານພຣະມະຫາກັສສະປະ ກໍຈົງກົມຢູ່ກັບພິກຂຸຫລາຍອົງຄ໌ໃນທີ່ບໍ່ໄກຈາກພຣະຜູ້ມີພຣະພາຄ.

ທ່ານພຣະອະນຸຣຸທທະ ກໍຈົງກົມຢູ່ກັບພິກຂຸຫລາຍອົງຄ໌ໃນທີ່ບໍ່ໄກຈາກພຣະຜູ້ມີພຣະພາຄ.

ທ່ານພຣະປຸນນະມັນຕານີບຸຕ ກໍຈົງກົມຢູ່ກັບພິກຂຸຫລາຍອົງຄ໌ໃນທີ່ບໍ່ໄກຈາກພຣະຜູ້ມີພຣະພາຄ.

ທ່ານພຣະອຸບາລີ ກໍຈົງກົມຢູ່ກັບພິກຂຸຫລາຍອົງຄ໌ໃນທີ່ບໍ່ໄກຈາກພຣະຜູ້ມີພຣະພາຄ.

ທ່ານພຣະອານົນທ໌ ກໍຈົງກົມຢູ່ກັບພິກຂຸຫລາຍອົງຄ໌ໃນທີ່ບໍ່ໄກຈາກພຣະຜູ້ມີພຣະພາຄ.

ແມ່ນແຕ່ພຣະເທວະທັຕ ກໍຈົງກົມຢູ່ກັບພິກຂຸຫລາຍອົງຄ໌ໃນທີ່ບໍ່ໄກຈາກພຣະຜູ້ມີພຣະພາຄ.

ຄັ້ງນັ້ນແລ ພຣະຜູ້ມີພຣະພາຄໄດ້ຕຣັສກັບພິກຂຸທັງຫລາຍວ່າ:

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ